ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈຳນວນຜູ້​ເສຍ​ຊີ​ວິດ ​ຈາກ​ໄຟ​ປ່າ ​ໃນລັດ ຄາ​ລິ​ຟໍ​ເນຍ ໄດ້ເພີ່ມ​ຂຶ້ນ​ເປັນ 25 ຄົນ


ເຈົ້າ​ຂອງ​ບ້ານ ທ້າວ ວິ​ລ ບັ​ກ​ຄ​ລີ ໃຊ້​ຊ້ວນ ກັບ​ຂີ້​ດິນ ເພື່ອ​ພະ​ຍາ​ຍາມມອດ​ໄພ.
ເຈົ້າ​ຂອງ​ບ້ານ ທ້າວ ວິ​ລ ບັ​ກ​ຄ​ລີ ໃຊ້​ຊ້ວນ ກັບ​ຂີ້​ດິນ ເພື່ອ​ພະ​ຍາ​ຍາມມອດ​ໄພ.

ບັນ​ດາ​ເຈົ້າ​ໜ້າ​ທີ່​ໄດ້​ພົບ​ສົບ​ຜູ້​ເສຍ​ຊີ​ວິດ​ອີກ 14 ສົບ​ໃນ​ວັນ​ເສົາ​ວານນີ້ ຫຼັງ​ຈາກ​ໄຟ​ປ່າ ​
ໄດ້ລຸກລາມຜ່ານຊຸມຊົນແຫ່ງນຶ່ງ ໃນພາກເໜືອຂອງລັດຄາລິຟໍເນຍ, ເຮັດໃຫ້ຜູ້ເສຍຊີ
ວິດໄດ້ມີເພີ່ມຂຶ້ນເປັນ 23 ຄົນ ຈາກໄຟໄໝ້ ທີ່ມີຊື່ວ່າ Camp Fire, ເຊິ່ງໄດ້ທຳລາຍ
ເມືອງ ພາຣາໄດສ໌, ອີງຕາມການກ່າວຂອງຕຳຫຼວດເມືອງ ໃນຕອນແລງວັນເສົາວານ
ນີ້.

ກ່ອນ​ໜ້ານີ້, ສອງ​ຄົນ​ໄດ້​ຖືກ​ພົບເຫັນ​ເສຍ​ຊີ​ວິດ​ຢູ່​ໃນ​ລົດ ໃນ​ເມືອງ ມາ​ລີ​ບູ ໃນ​ຂະ​ນະ​ທີ່​
ໄຟໄດ້ບັງຄັບໃຫ້ມີການອົບພະຍົບປະຊາກອນທັງໝົດ ອອກຈາກເມືອງດັ່ງກ່າວ.

ການ​ປະ​ກາດ​ໃນ​ວັນ​ເສົາ​ວານນີ້ ໄດ້​ນຳ​ເອົາ​ຕົວ​ເລກ​ຂອງ​ຄົນ​ຜູ້​ທີ່​ໄດ້​ເສຍ​ຊີ​ວິດ​ຍ້ອນໄຟ
ປ່າຊຸດນີ້ ເປັນ 25 ຄົນ: ເຊິ່ງແມ່ນໄຟ ວູລຊີ (Woolsey) ແລະ ໄຟພູ (Hill Fire) ໃນ
ຕອນໃຕ້ຂອງລັດຄາລິຟໍເນຍ, ແລະ Camp Fire ໃນພາກເໜືອຂອງລັດຄາລິຟໍເນຍ.

ໄດ້​ມີ​ການ​ຈັບ​ຄົນ​ສອງ​ຄົນ ຍ້ອນການ​ປຸ້ນ​ສະ​ດົມ​ໃນ​ເມືອງ ເວັນ​ທູ​ຣາ.

ຫົວ​ໜ້າ​ກົມ​ຕຳຫຼວດ​ເມືອງ ແອ​ລ ເອ (L.A) ທ່ານ ຈອນ ເບັນ​ເນ​ດິກ ໄດ້​ກ່າວ​ໃນ​ກອງ​
ປະຊຸມຖະແຫຼງຂ່າວໃນວັນເສົາວານນີ້ວ່າ, “ມັນຈະບໍ່ມີການໃຫ້ອະໄພ ສຳລັບການ
ປຸ້ນສະດົມໃດໆ.”

​ໃນ​ເມືອງ ເວັນ​ທູ​ຣາ, ສິບ​ເອກ ເອ​ຣິກ ບຸ​ສ​ໂຈ ໄດ້​ປະ​ກາດ​ການ​ຈັບ​ຜູ້​ປຸ້ນ​ສະ​ດົມ​ໃນ​ວັນ​
ເສົາວານນີ້. ທ່ານໄດ້ກ່າວວ່າໄດ້ມີການຈັບຄົນສອງຄົນໃນເຫດການທີ່ຕ່າງກັນ ແລະ
ໄດ້ເຕືອນວ່າ, “ຖ້າເຈົ້າມາທີ່ນີ້ ດ້ວຍຈຸດປະສົງທີ່ຈະເອົາປຽບໃນສະຖານະການ, ພວກ
ເຮົາຈະຈັບເຈົ້າ ແລະ ເຈົ້າກໍຈະໄປເຂົ້າຄຸກ.”

ໄຟ ວູ​ລ​ຊີ ແມ່ນ​ກຳ​ລັງ​ເປັນ​ໄພ​ຂົ່ມ​ຂູ່​ ຕໍ່​ເຮືອນ​ປະ​ມານ 75,000 ຫຼັງ​ ໃນ​ເມືອງ ເວັນ​ທູ​ຣາ,
ທາງພາກຕາເວັນຕົກຂອງນະຄອນ ລອສ ແອນເຈີລິສ. ເມືອງດັ່ງກ່າວຍັງເປັນສະຖານ
ທີ່ ຂອງການຍິງສັງຫານໝູ່ ເຊິ່ງມີຜູ້ເສຍຊີວິດ 12 ຄົນ.

ເຈົ້າ​ເມືອງ ທາວ​ຊັນ ໂອ​ກ​ສ໌ (Thousand Oaks) ເຊິ່ງ​ແມ່ນ​ບ່ອນ​ທີ່​ການ​ຍິງ​ສັງ​ຫານ​ໝູ່​
ໄດ້ເກີດຂຶ້ນນັ້ນ ເວົ້າວ່າ ສາມສ່ວນສີ່ຂອງເມືອງດັ່ງກ່າວ ແມ່ນຢູ່ພາຍໃຕ້ຄຳສັ່ງການອົບ
ພະຍົບໜີຈາກໄຟ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG