ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍລິສັດເລີ້ມຕົ້ນໃໝ່ຂອງລັດຄາລິຟໍເນຍ ຫັນປ່ຽນເຮືອບິນທີ່ໃຊ້ນ້ຳມັນເຊື້ອໄຟ ໃຫ້ໄປແລ່ນດ້ວຍໄຮໂດຣເຈນ


ເຊີນຮັບຊົມ ກ່ຽວກັບ ບໍລິສັດເລີ້ມຕົ້ນໃໝ່ຂອງລັດຄາລິຟໍເນຍ ຫັນປ່ຽນເຮືອບິນທີ່ໃຊ້ນ້ຳມັນເຊື້ອໄຟ ໃຫ້ໄປແລ່ນດ້ວຍໄຮໂດຣເຈນ.

ບໍລິສັດລັດຄາລິຟໍເນຍແຫ່ງນຶ່ງກຳລັງຫັນປ່ຽນເຮືອບິນທີ່ໃຊ້ນ້ຳມັນເຊື້ອໄຟ ໃຫ້ໄປແລ່ນດ້ວຍໄຮໂດຣເຈນ ເພື່ອຫຼຸດຜ່ອນການປ່ອຍອາຍພິດ ທີ່ເປັນອັນ ຕະລາຍຕໍ່ສິ່ງແວດລ້ອມລົງ. Genia Dulot ມີລາຍງານ ກ່ຽວກັບການໄປເບິ່ງເຮືອບິນທີ່ທົດລອງໃຊ້ໄຮໂດຣເຈນ ເພື່ອບິນຂຶ້ນໄປເທິງຟ້າແລ້ວ ຊຶ່ງບົວສະຫວັນ ຈະນໍາ ລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ນັກບິນທົດລອງອາເລັກສ໌ ໂຄຣລ (Alex Kroll) ກຽມພ້ອມທີ່ຈະບິນຂຶ້ນໄປແລ້ວ ຢູ່ທີ່ທ່າອາ​ກາດ​ຍານ ແລະອະວະກາດ ໂມຮາ​ເວ (Mojave.)

ນັກບິນອາເລັກສ໌ ໂຄຣລ (Alex Kroll) ກ່າວວ່າ:
"ທີ່ຫໍຄອຍໂມບີ (Mobi), ແສງສະຫວ່າງນຶ່ງ ກຽມພ້ອມແລ້ວ ທີ່ຈະເລີ່ມຕິດ ເຄື່ອງຈັກລະບົບສົ່ງພະລັງງານ ທີ່ໃຊ້ໄຮໂດຣເຈນແລ້ວ."

ບໍລິສັດຢູນີເວີຊອລ ໄຮໂດຣເຈນ (Universal Hydrogen) ທີ່ຕັ້ງຢູ່ໃນລັດຄາລິຟໍເນຍ ກໍາລັງປ່ຽນເຄື່ອງບິນທີ່ໃຊ້ນໍ້າມັນເຊື້ອໄຟ ໃຫ້ໄປແລ່ນດ້ວຍໄຮໂດເຈນ. ປະທານບໍລິສັດນີ້, ທ່ານມາກ ຄາວຊິນ (Mark Cousin) ກ່າວວ່າ ມັນຈະຫລຸດການປ່ອຍອາຍຄາບອນຢູ່ໃນເວລາບິນລົງໄດ້ ຍ້ອນວ່າໄຮໂດຣເຈນ ຜະລິດພຽງແຕ່ຄວາມຮ້ອນ ແລະນໍ້າເທົ່ານັ້ນ.

ທ່ານຄາວຊິນ ກ່າວດັ່ງນີ້:

"ແລະນໍ້າພຽງແຕ່ອອກມາໂດຍຜ່ານທໍ່ລະບາຍອາກາດຢູ່ທີ່ນີ້, ແລະມັນພຽງແຕ່ອອກມາທາງຫລັງຂອງເຮືອບິນໂດຍເປັນອາຍນໍ້າ ສະນັ້ນພວກເຮົາປ່ອຍເລົາ ອາຍນໍ້າອອກມາ ແທນທີ່ຈະປ່ອຍເລົາຄາບອນໄອ​ອອກ​ຊາຍ ຫລື CO2 ແລະ ອາຍ ໄນທຣັສ ອອກໄຊດ໌ (nitrous oxide) ແລະຝຸ່ນຂີ້ເທົ່າດໍາໆ ແລະສິ່ງ ອື່ນໆ ທີ່ອອກມາຈາກດ້ານຫຼັງຂອງກັງຫັນອາຍແກັສ.”

ແທນ​ທີ່​ຈະ​ເຜົາໄໝ້​ທາດ​ໄຮໂດ​ເຈນ​ ຢູ່​ໃນ​ກັງ​ຫັນ​ອາຍ​ແກັ​ສ ​ຄືກັນກັບນໍ້າ​ມັນ​ເຊື້ອ​ໄຟທີ່ໃສ່ເຮືອບິນ​, ເທັກ​ໂນ​ໂລ​ຈີ​ນີ້ ເຮັດໃຫ້ມີປະຕິສໍາພັນຂອງໄຮໂດຣເຈນກັບ​ອາ​ກາດຢູ່​ໃນ​ເຊລນໍ້າມັນ ​ເພື່ອ​ຂັບ​ເຄື່ອນ​ເຄື່ອງຈັກ​ໄຟ​ຟ້າ. ການເອົາບ່ອນນັ່ງໃນເຮືອ ບິນອອກ ເພື່ອໃຫ້ມີບ່ອນສໍາລັບເຊລໄຮໂດຣເຈນ ຊຶ່ງເຮັດໃຫ້ຈໍານວນຜູ້ໂດຍ ສານທີ່ມັນບັນທຸກໄດ້ນັ້ນ ຫລຸດລົງ, ແລະເຄື່ອງຈັກຂອງລະບົບສົ່ງພະລັງງານກໍຫນັກກວ່າກັງຫັນອາຍແກັສ ທີ່ມັນປ່ຽນອອກໄປນັ້ນ. ແຕ່ວິສະວະກອນ ລໍຣີສ ກລາຍເນີ (Loris Gliner) ເວົ້າວ່າ ສິ່ງນັ້ນ ແມ່ນຊົດເຊີຍດ້ວຍການມີປະສິດທິ ພາບຂອງໄຮໂດຣເຈນທີ່ສູງກວ່າໄດ້.

ທ່ານກລາຍເນີ, ຜູ້​ອຳ​ນວຍ​ການດ້ານ​ວິ​ສະ​ວະ​ກຳເຄື່ອງຈັກຂອງລະບົບສົ່ງພະລັງ ງານຢູ່ບໍລິສັດ Universal Hydrogen ​ກ່າວວ່າ:

"ສໍາລັບເຮືອບິນຂະຫນາດນີ້, ພວກເຮົາຄິດວ່າ ວິທີນີ້ດີກວ່າ ເພາະວ່າເຄື່ອງຈັກ ຂອງລະບົບສົ່ງພະລັງງານທີ່ໃຊ້ເຊລເຊື້ອໄຟຈາກໄຮໂດຣເຈນ ມີປະສິດທິພາບ ປະມານສອງເທົ່າ ຂອງເຄື່ອງຈັກ ທີ່ຕໍ່ໃສ່ກັບໃບພັດເຮືອບິນ ຂອງບໍລິສັດ Pratt & Whitney. ມັນຫມາຍຄວາມວ່າ ພວກເຮົາສາມາດເດີນທາງໄປໄດ້ໄກເທົ່າກັບສອງເທົ່າຂອງການໃຊ້ໄຮໂດຣເຈນ ໃນປະລິມານດຽວກັນ."

ການບິນໄປກໍງຽບກວ່າອີກ. ໂດຍບໍ່ມີກັງຫັນມັນມີແຕ່ສຽງອອກມາຈາກໃບພັດທີ່ ປິ່ນຢູ່ເທົ່ານັ້ນ. ບໍລິສັດນີ້ ກໍາລັງເຮັດວຽກໃຫ້ບັນລຸການມີເຮືອບິນໄຮໂດຣເຈນຢູ່ໃນການບໍລິການການຄ້າ ໃນປີ 2026, ໂດຍບິນໄປໄດ້ດົນເຖິງສາມຊົ່ວໂມງ.

ອ່ານລາຍງານເປັນພາສາອັງກິດຂ້າງລຸ່ມນີ້:

A California company is converting jet-fuel aircraft to run on hydrogen to reduce emissions that harm the environment. Genia Dulot takes a look at experimental planes that are already in the air.

Test pilot Alex Kroll is ready for takeoff at the Mojave Air and Space Port.

Alex Kroll, Pilot:

“Mobi tower, Lighting One ready for hydrogen powertrain start.”

California-based Universal Hydrogen is converting jet-fuel aircraft to run on hydrogen. Company president Mark Cousin says that will cut carbon emissions in aviation as hydrogen produces just heat and water.

Mark Cousin, Universal Hydrogen President:

“And that water just comes out through an exhaust here, and it just comes out behind the aircraft as water vapor, so we leave a trail of water behind rather than a trail of CO2 and nitrous oxide and soot and everything else that comes out of the back of a gas turbine.”

Instead of burning hydrogen in a gas turbine like jet fuel, this technology reacts hydrogen with air in a fuel cell to drive an electric motor. Removing plane seats to make room for the hydrogen cells reduces the number of passengers it can carry, and the electric powertrain is heavier than the gas turbine it replaces. But engineer Loris Gilner says that is offset by hydrogen’s greater efficiency.

Loris Gliner, Universal Hydrogen Powertrain Engineering Director:

“For this size of aircraft, we think that this way is better because the hydrogen fuel cell powertrain is about twice as efficient as the Pratt & Whitney turboprop. It means we can travel twice as far for the same quantity of hydrogen.”

The flight is also much quieter. Without a turbine, the only noise comes from the spinning propellers. The company is working toward having hydrogen aircraft in commercial service by 2026, flying routes up to three hours long.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG