ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີຢ່າ​ງນ້ອຍ 25 ຄົນ ເສຍຊີວິດ ໃນເຫດລະເບີດ ໃນໂບດນະຄອນ Cairo


Egypt Blast
please wait
Embed

No media source currently available

0:00 0:01:28 0:00

ການລະ​ເບີດ​ໃນໂບດ Coptic Orthodox ທີ່​ນະຄອນ Cairo ​ໃນວັນ​ອາທິດ​ວານ​ນີ້ ​ໄດ້​ສັງຫານຢ່າ​ງນ້ອຍ 25 ຄົນ ​ແລະ​ບາ​ເດ​ຈັບ​ເກືອບ 50 ຄົນ.

MENA ​ອົງການ​ຂ່າວ​ທາງ​ການອີ​ຈິບລາຍ​ງານ​ວ່າ ນັກ​ສັງຫານ ​ໄດ້​ຖິ້ມ​ລະ​ເບີດ​ໃສ່​ໃນ​ໂບດ ທີ່ St. Mark ​ໃນ​ເຂດ Cairo Abbassia.

ຍັງ​ບໍ່​ທັນ​ມີຜູ້​ໃດ​ອອກ​ມາ​ຮັບຜິດຊອບ ​ໃນ​ການ​ໂຈມ​ຕີ​ຄັ້ງ​ນີ້​ເທື່ອ.

ນັກ​ຂ່າວ VOA ຢູ່​ໃນ​ສະຖານ​ທີ່​ກ່າວ​ວ່າ ການ​ໂຈມ​ຕີ​ຄັ້ງ​ນີ້​ໄດ້​ເກີດ​ຂຶ້ນ​ໃນການ​ສວດ​ມົນ​ພາ​ວັນນາ​ຂອງເຊົ້າວັນ​ອາທິດ​ວານ​ນີ້ ​ໃນ​ຂົງ​ເຂດ​ທີ່​ສ່ວນ​ໃຫຍ່​ແມ່ນ​ພວກ​ແມ່ຍິງ.

ພາບວີ​ດີ​ໂອ​ໄດ້​ຖືກ​ນຳ​ເຜີຍ​ແຜ່ ​ໃນ​ສື່​ສັງຄົມ ​ໄດ້ສະ​ແດງ​ໃຫ້​ເຫັນ​ວ່າ ​ໄດ້​ມີ​ກອງ​ເລືອດ​ກອງ​ຜູ້​ໃຕ້​ສາກ​ຫັກ​ພັງ​ພາຍ​ໃນ​ໂບດ St. Peter ​ແລະ St. Paul ທີ່​ຮູ້​ກັນ​ໃນພາສາ​ອາຣັບ​ວ່າ​ແມ່ນ El-Botroseya.

ປະທານາທິບໍດີ​ອີ​ຈິບ​ທ່ານ Abdel-Fattah el Sissi ​ໄດ້​ປະກາດ​ໃຫ້ 3 ມື້ິ ​ເປັນ​ວັນ​ທີ່​ໄວ້ອາ​ໄລ​ຕໍ່​ເຫດ​ໂສກ​ນາດຕະກຳ​ຄັ້ງ​ນີ້.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

ເຊີນຊົມ: ເຫດເກີດຂຶ້ນໃນໂບດ ທີ່ນະຄອນໄຄໂຣ

Cathedral Attack Response WVID
please wait

No media source currently available

0:00 0:01:25 0:00
XS
SM
MD
LG