ພວກເຈົ້າໜ້າທີ່ຂອງກຸ່ມປົກປ້ອງສິດທິມະນຸດ Human Rights Watch ໄດ້ສຳພາດ
ພວກແມ່ຍິງ 28 ຄົນ ທີ່ໄປເຮັດວຽກເປັນຄົນຮັບໃຊ້ຢູ່ມາເລເຊຍ. ເກືອບເຄິ່ງນຶ່ງຂອງ
ພວກຄົນງານຈຸນີ້ລາຍງານວ່າ ໄດ້ຖືກລ່ວງລະເມີດທັງທາງດ້ານຮ່າງກາຍ ຫຼືທາງດ້ານ
ຈິດໃຈຈາກພວກເປັນນາຍຈ້າງ.
ສາມຄົນໃນຈຳນວນນີ້ເວົ້າວ່າ ພວກເຂົາເຈົ້າໄດ້ຖືກຂົ່ມຂືນສຳເລົາ ແລະນຶ່ງໃນນັ້ນແມ່ນ
ຖືກນາຍຈ້າງຂອງນາງ ຂົ່ມຂືນ.
ເລື່ອງທີ່ມັກໄດ້ຍິນຢູ່ເລື້ອຍໆກໍຄື ການຂາດຄວາມຊ່ອຍເຫຼືອ ຫຼືຄວາມຄຸ້ມຄອງທາງ
ດ້ານກົດໝາຍຢູ່ໃນມາເລເຊຍ ສຳລັບພວກແມ່ຍິງກຳປູເຈຍຈຳນວນຫຼາຍພັນຄົນທີ່ໄປ
ເຮັດວຽກເຮັດການຢູ່ທີ່ນັ້ນ.
ກຸ່ມປົກປ້ອງສິດທິມະນຸດ Human Rights Watch ເວົ້າວ່າ ບັນດາບໍລິສັດເກັບເກນ
ເອົາພວກຄົນງານທີ່ມີເສັ້ນມີສາຍດີໆຢູ່ກຳປູເຈຍ ໄດ້ບັງຄັບໃຫ້ພວກແມ່ຍິງເຫຼົ່ານີ້ເກັບ
ໂຕຢູ່ແບບຍາກລຳບາກ ທີ່ສູນກາງຝຶກອົບຮົມເປັນເວລາຫຼາຍໆເດືອນ ກ່ອນຈະສົ່ງ
ພວກເຂົາເຈົ້າໄປເຮັດວຽກຢູ່ຕ່າງປະເທດ.
ບັນດາບໍລິສັດເກັບເກນພວກຄົນງານ ໄດ້ຈ່າຍເງິນລ່ວງໜ້າໃຫ້ແກ່ພວກຄອບຄົວ
ຕະຫຼອດທັງເຂົ້າປາອາຫານແລະສັດລ້ຽງ ເພື່ອຜູກມັດພວກແມ່ຍິງເຫຼົ່ານັ້ນດ້ວຍໜີ້
ສິນ. ນອກນັ້ນແລ້ວ ພວກເຂົາເຈົ້າຍັງເກັບຄ່າຝຶກອົບຮົມເປັນເງິນກ້ອນໃຫຍ່ ຊຶ່ງເຮັດ
ໃຫ້ພວກແມ່ຍິງເຫຼົ່ານີ້ຕ້ອງໄດ້ເຮັດວຽກໃຊ້ໜີ້ແບບຂ້າທາດ ເປັນເວລາຫຼາຍໆເດືອນ.
ນາງ Jyotsna Poudyal ນັກຄົ້ນຄວ້າກ່ຽວກັບສິດທິຂອງພວກແມ່ຍິງຂອງກຸ່ມປົກ
ປ້ອງສິດທິມະນຸດ Human Rights Watch ກ່າວວ່າ ລາຍງານທີ່ມີຊື່ວ່າ “ພວກເຂົາ
ໄດ້ຫຼອກລວງຕົວະຕົ້ມພວກເຮົາໃນທຸກບາດກ້າວ” ແມ່ນເປີດເຜີຍໃຫ້ເຫັນເຖິງຂອບ
ເຂດຂອງໄພອັນຕະລາຍ ທີ່ພວກແມ່ຍິງກຳປູເຈຍປະເຊີນ. ນາງ Poudyal ເວົ້າວ່າ
“ລາຍງານສະບັບນີ້ໂດຍພື້ນຖານແລ້ວ ແມ່ນເລື່ອງລາວໃນຂອບເຂດທີ່ກວ້າງຂວາງ
ກ່ຽວກັບວ່າ ແມ່ນຫຍັງໄດ້ເກີດຂຶ້ນເວລາແມ່ຍິງເຫຼົ່ານີ້ຕັດສິນໃຈເດີນທາງຈາກກຳປູ
ເຈຍໄປຍັງມາເລເຊຍ. ລາຍງານນີ້ໄດ້ບັນທຶກກ່ຽວກັບການລ່ວງລະເມີດ ແລະການ
ສວາຍເອົາປະໂຫຍດໃນແຕ່ລະບາດກ້າວ ຂອງຂັ້ນຕອນການຍົກຍ້າຍໄປເຮັດວຽກ
ນັ້ນ. ໂດຍພື້ນຖານແລ້ວ ຄວາມວິຕົກກັງວົນຂອງເຮົາ ກໍແມ່ນວ່າ ພວກແມ່ຍິງທີ່ໄດ້
ຕັດສິນໃຈເດີນທາງໄປເຮັດວຽກນັ້ນ ຕ້ອງໄດ້ຮັບການປົກປ້ອງຄຸ້ມຄອງແລະລາຍ
ງານສະບັບນີ້ໄດ້ສຶກສາເບິ່ງບາດກ້າວຕ່າງໆ ໃນການເກັບເກນ ແລະຫຼັງຈາກນັ້ນ
ກໍໄດ້ໃຫ້ຄຳແນະນຳທີ່ສຳຄັນກ່ຽວກັບວ່າ ມີສິ່ງໃດແດ່ທີ່ສາມາດກະທຳໄດ້ເພື່ອປັບ
ປຸງເຮັດໃຫ້ສະຖານະການດີຂຶ້ນ.”
ກຸ່ມປົກປ້ອງສິດທິມະນຸດ Human Rights Watch ກ່າວວ່າ ໃນຖານະທີ່ເປັນບາດ
ກ້າວອັນທຳອິດ ມາເລເຊຍແລະກຳປູເຈຍຄວນຈະປະຕິບັດຕາມ ແລະຫຼັງຈາກນັ້ນ ກໍໃຫ້
ສັດຕະຍາບັນ ຕໍ່ຂໍ້ຕົກລົງຂອງອົງການແຮງງານສາກົນວ່າດ້ວຍຄົນຮັບໃຊ້ຢູ່ຕາມບ້ານ
ເຮືອນ ຊຶ່ງໃຫ້ການປົກປ້ອງຄຸ້ມຄອງພວກຄົນງານ ຈາກຄວາມຮຸນແຮງແລະການຂູດຮີດ
ເອົາລັດເອົາປຽບນັ້ນ.
ນາງ Poudyal ກ່າວວ່າ ກຳປູເຈຍຕ້ອງໄດ້ຮ່າງກົດໝາຍຄົນເຂົ້າເມືອງໃນຂອບເຂດທີ່
ກວ້າງຂວາງທີ່ເວົ້າເຖິງບັນຫາຕ່າງໆ ເຊັ່ນການເຮັດວຽກໃຊ້ໜີ້ແບບຂ້າທາດ ການເກັບ
ເກນເອົາພວກເດັກນ້ອຍແລະການລ່ວງລະເມີດຕ່າງໆ ທີ່ມັກເກີດຂຶ້ນເລື້ອຍໆໃນການ
ເກັບເກນຂອງທາງບໍລິສັດ.
ປະມານນຶ່ງສ່ວນສາມຂອງປະຊາກອນກຳປູເຈຍ ແມ່ນດຳລົງຊີວິດຕໍ່າກວ່າເສັ້ນກຳນົດ
ຄວາມທຸກຍາກ ແລະກໍມີວຽກງານຢູ່ໃນເຂດທ້ອງຖິ່ນໃຫ້ເຮັດໃນຈຳນວນຈຳກັດ ສຳລັບ
ພວກຊາວໜຸ່ມກຳປູເຈຍປະມານ 300,000 ຄົນທີ່ກ້າວເຂົ້າສູ່ຕະຫຼາດແຮງງານໃນແຕ່
ລະປີ ຊຶ່ງໝາຍຄວາມວ່າສະພາບການດັ່ງກ່າວແມ່ນສຸກງອມສຳລັບການຂູດຮີດສວາຍໃຊ້
ແຮງງານ ແລະບໍລິສັດເກັບເກນແຮງງານທີ່ບໍ່ມີສິນທຳ ກໍໄດ້ສວາຍໂອກາດ.
ຫຼັງຈາກມີລາຍງາຍຂ່າວຂອງສື່ມວນຊົນອອກມາ ທີ່ເນັ້ນໃຫ້ເຫັນເຖິງການລ່ວງລະເມີດ
ສິດທິຢ່າງຮ້າຍແຮງຂອງແມ່ຍິງກຳປູເຈຍຢູ່ມາເລເຊຍ ໃນເດືອນແລ້ວນີ້ ລັດຖະບານກຳປູ
ເຈຍກໍໄດ້ປະກາດ ໃຫ້ຢຸດເຊົາສົ່ງພວກຄົນໃຊ້ໄປຍັງມາເລເຊຍອີກ.
ແຕ່ນາງ Poudyal ກ່າວວ່າ ນອກຈາກການໂຈະບໍ່ໃຫ້ສົ່ງພວກຄົນງານ ຊຶ່ງມີທ່າທາງວ່າ
ຈະເປັນພຽງການໂຈະຊົ່ວຄາວທໍ່ນັ້ນ ກຳປູເຈຍກໍບໍ່ໄດ້ໃຫ້ຄວາມສົນໃຈໃດໆກ່ຽວກັບບັນ
ຫາດັ່ງກ່າວ. ນາງ Poudyal ເວົ້າວ່າ:
“ຈາກທັດສະນະຄວາມເຫັນຂອງພວກເຮົາແລ້ວ ແມ່ນເບິ່ງຄືວ່າ ລັດຖະບານມີຄວາມ
ກະຕືລືລົ້ນທີ່ຈະຊຸກຍູ້ກ່ຽວກັບເລື່ອງສົ່ງພວກຄົນງານໄປເຮັດວຽກ ແຕ່ໃນຂະນະດຽວ
ກັນ ກໍມີຄວາມລັງເລໃຈທີ່ສຸດທີ່ຈະໃຫ້ການປົກປ້ອງຄຸ້ມຄອງຂັ້ນພື້ນຖານແກ່ພວກຄົນ
ງານຂອງຕົນ. ດັ່ງນັ້ນ ຂ້າພະເຈົ້າຈຶ່ງຢາກຂໍເວົ້າວ່າ ຖ້າກຳປູເຈຍຫາກມີຄວາມຈິງຈັງ
ກ່ຽວກັບການ ເປັນປະເທດສົ່ງອອກແຮງງານຂະໜາດໃຫຍ່ ພວກເຂົາເຈົ້າຈຳເປັນຕ້ອງ
ໄດ້ແກ້ໄຂບັນຫາເຫຼົ່ານີ້ໃນໄລຍະຍາວ.”
ການລ່ວງລະເມີດຕ່າງໆສາມາດເລີ່ມຂຶ້ນໄດ້ ແມ່ນກະທັງກ່ອນທີ່ພວກຄົນງານອອກ
ເດີນທາງໄປຮອດມາເລເຊຍດ້ວຍຊໍ້າ.
ການບຸກເຂົ້າໄປກວດຄົ້ນສູນເກັບເກນພວກຄົນງານຢູ່ກຳປູເຈຍເມື່ອໄວໆມານີ້ໄດ້ເປີດ
ເຜີຍໃຫ້ເຫັນກ່ຽວກັບການລ່ວງລະເມີດຕ່າງໆ ຮວມທັງເດັກນ້ອຍແມ່ຍິງທີ່ມີອາຍຸຕໍ່າ
ເຖິງ 14 ປີໄດ້ຖືກຝຶກອົບຮົມໃຫ້ໄປເປັນຄົນຮັບໃຊ້ຢູ່ມາເລເຊຍ ໂດຍມີການນຳໃຊ້ເອກ
ກະສານປອມ ເພື່ອຫຼົບຫຼີກກົດລະບຽບບັງຄັບທີ່ວ່າພວກເຂົາເຈົ້າຕ້ອງມີອາຍຸ 21 ປີນັ້ນ.
ແຕ່ການເອົາມາດຕະການຂອງລັດຖະບານແມ່ນປະເຊີນກັບຄວາມຍຸ່ງຍາກ ຍ້ອນຄວາມ
ຈິງທີ່ວ່າ ບໍລິສັດເກັບເກນເອົາພວກຄົນງານຈຳນວນນຶ່ງ ມີເຈົ້າຂອງທີ່ເປັນຍາດພີ່ນ້ອງຂອງ
ພວກທີ່ຖືກມອບໝາຍໃຫ້ຄວບຄຸມເບິ່ງນໍາການປະຕິບບັດກົດລະບຽບ ຢູ່ທີ່ກະຊວງແຮງ
ງານແລະກະຊວງພາຍໃນຂອງກຳປູເຈຍ.
ກຸ່ມປົກປ້ອງສິດທິມະນຸດ Human Rights Watch ກ່າວວ່າກຳປູເຈຍຕ້ອງໄດ້ລົງໂທດ
ຜູ້ໃດກໍຕາມແລະບໍລິສັດທັງໝົດຕະຫຼອດທັງສ່ວນບຸກຄົນທີ່ພົວພັນ ນໍາການລ່ວງລະເມີດ
ທີ່ວ່ານີ້ ແລະນາງ Poudyal ກ່າວວ່າ ມາເລເຊຍກໍຕ້ອງໄດ້ປັບປຸງໃໝ່ກົດໝາຍຄົນເຂົ້າ
ເມືອງຂອງຕົນ ຊຶ່ງໃນເວລານີ້ບໍ່ໄດ້ຮວມເອົາພວກຄົນຮັບໃຊ້ຕາມບ້ານເຮືອນ. ນາງເວົ້າວ່າ:
“ດັ່ງນັ້ນພວກເຮົາຈຶ່ງຂໍຮຽກຮ້ອງໃຫ້ລັດຖະບານມາເລເຊຍປັບປຸງແກ້ໄຂກົດໝາຍເຫຼົ່າ
ນີ້ໃໝ່ ເພື່ອໃຫ້ການປົກປ້ອງຄຸ້ມຄອງແກ່ພວກຄົນຮັບໃຊ້ຕະຫຼອດທັງເສີມຂະຫຍາຍ
ການໃຫ້ຄວາມຊ່ອຍເຫຼືອທາງດ້ານກົດໝາຍສຳລັບພວກຄົນງານ ທີ່ອາດຖືກລັກລອບ
ຄ້າຂາຍ ທີ່ອາດຕົກຢູ່ໃນສະຖະການຖືກລ່ວງລະເມີດສິດ ແລະຫຼັງຈາກນັ້ນ ກໍໃຫ້ແກ້
ໄຂລະບົບການຮັບເອົາພວກຄົນງານ ທີ່ເຮັດໃຫ້ພວກຄົນງານເຫຼົ່ານີ້ຕ້ອງຖືກຜູກມັດ
ຢູ່ກັບນາຍຈ້າງ ເຊັ່ນໂຕຢ່າງວ່າ ຖ້າຄົນງານຫາກຫຼົບໜີການລ່ວງລະເມີດສິດທິຫຼືການ
ຖືກໃຊ້ວຽກເກີນຂອບເຂດແລ້ວ ກໍມີທ່າທາງວ່ານາງຈະຖືກຈັບຫຼືບໍ່ກໍຖືກເນລະເທດ.”
ເມື່ອສອງປີກ່ອນ ອິນໂດເນເຊຍໄດ້ຫ້າມບໍ່ໃຫ້ປະຊາຊົນຂອງຕົນໄປເຮັດວຽກຢູ່ມາເລເຊຍ
ຫຼັງຈາກມີລາຍງານກ່ຽວກັບການລ່ວງລະເມີດທີ່ຄ້າຍຄືກັນນີ້. ເຫດການທີ່ວ່ານີ້ໄດ້ບັງຄັບ
ໃຫ້ມາເລເຊຍຕ້ອງໄດ້ໃຫ້ການຄໍ້າປະກັນວ່າພວກຄົນຮັບໃຊ້ຊາວອິນໂດເນເຊຍ ຈະໄດ້ຮັບ
ການປົກປ້ອງຄຸ້ມຄອງເປັນຢ່າງດີ.
ແຕ່ໃນປັດຈຸບັນນີ້ ຊາວກຳປູເຈຍແມ່ນຍັງບໍ່ໄດ້ຮັບການຄຸ້ມຄອງແບບດຽວກັນ.
ກຸ່ມປົກປ້ອງສິດທິມະນຸດ Human Rights Watch ກ່າວວ່າ ມັນຈຳເປັນຕ້ອງໄດ້ມີ
ການປ່ຽນແປງ. ນັບແຕ່ປີ 2008 ເປັນຕົ້ນມາ ມີແມ່ຍິງແລະເດັກສາວກຳປູເຈຍຢ່າງນ້ອຍ
40,000 ຄົນ ໄດ້ຖືກສົ່ງໄປເຮັດວຽກເປັນຄົນຮັບໃຊ້ ຢູ່ມາເລເຊຍ.
ຍິງສາວຄົນນຶ່ງທີ່ກຸ່ມປົກປ້ອງສິດທິມະນຸດໄດ້ສຳພາດກ່າວວ່າ ນາງໄດ້ຖືກບັງຄັບໃຫ້ເຮັດ
ວຽກ 22 ຊົ່ວໂມງໃນແຕ່ລະມື້ ຖືກທຸບຕີ ແລະເຕະຖີບໂດຍນາຍຈ້າງແລະເມຍຂອງລາວ
ແລະກໍບໍ່ເຄີຍໄດ້ຮັບເງິນເດືອນຈັກເທື່ອ.
ບໍ່ມີແມ່ຍິງຄົນໃດໃນຈຳນວນ 28 ຄົນທີ່ຖືກສຳພາດນັ້ນ ກ່າວວ່າ ເຂົາເຈົ້າໄດ້ຮັບເງິນເດືອນ
ໂດຍເຕັມຈາກພວກນາຍຈ້າງເຂົາເຈົ້າ. ສ່ວນໃຫຍ່ເວົ້າວ່າ ເຂົາເຈົ້າໄດ້ຮັບເງິນເດືອນຕໍ່າຫຼາຍ
ກວ່າທີ່ໄດ້ສັນຍາໄວ້ ຂະນະທີ່ບາງຄົນເວົ້າວ່າບໍ່ໄດ້ຮັບຫຍັງເລີຍ.