ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ທຸລະກິດ ກ່ຽວກັບການເປັນໂຕແທນຈໍາໜ່າຍ ສິນຄ້ານໍາເຂົ້າ


ພາບທີ່ໄດ້ຮັບຈາກຜູ້ປະກອບການ ເປີດເຜີຍໃຫ້ເຫັນອຸປະກອນທາງດ້ານຄວາມປອດໄພຕ່າງໆ ທີ່ທາງບໍລິສັດ PP Safety CO., Ltd ນໍາເຂົ້າມາຈໍາໜ່າຍ.
ພາບທີ່ໄດ້ຮັບຈາກຜູ້ປະກອບການ ເປີດເຜີຍໃຫ້ເຫັນອຸປະກອນທາງດ້ານຄວາມປອດໄພຕ່າງໆ ທີ່ທາງບໍລິສັດ PP Safety CO., Ltd ນໍາເຂົ້າມາຈໍາໜ່າຍ.

ທ່ານເຄີຍຄິດບໍວ່າ ເຄື່ອງໃຊ້ຕ່າງໆທີ່ນໍາເຂົ້າມາຈາກຕ່າງປະເທດ ແມ່ນມີບໍລິສັດໂຕແທນຈໍາໜ່າຍ, ທິບສຸດາ ມີລາຍງານກ່ຽວກັບທຸລະກິດຕົວແທນຈໍາໜ່າຍສິນຄ້ານໍາເຂົ້າ.

ການເຮັດທຸລະກິດກ່ຽວກັບການເປັນໂຕແທນຈໍາໜ່າຍສິນຄ້າຕ່າງໆນັ້ນ ສາມາດສຶກສາກ່ຽວກັບຄວາມເປັນໄດ້ ແລະດໍາເນີນການໄດ້ ໂດຍພົວພັນກັບບໍລິສັດແມ່ໂດຍກົງ.

ນັກທຸລະກິດລາວທ່ານນຶ່ງທີ່ອາໄສຢູ່ໃນນະຄອນຫຼວງວຽງຈັນ ໄດ້ເປີດບໍລິສັດໂຕແທນຈໍາໜ່າຍສິນຄ້າທີ່ມີຊື່ວ່າ PP Safety ກ່ຽວກັບເຄື່ອງໃຊ້ ແລະອຸປະກອນເພື່ອຄວາມປອດໄພ Delta Plus ຂອງບໍລິສັດຈາກປະເທດຝຣັ່ງ ກ່າວໃຫ້ຟັງວ່າ ຈຸດເລີ້ມຕົ້ນທໍາອິດ ແມ່ນເຫັນຄວາມຕ້ອງການຂອງຕະຫຼາດ ເນື່ອງຈາກເວ ລານັ້ນ ເພິ່ນເຮັດທຸລະກິດກ່ຽວກັບການກໍ່ສ້າງ ແລະໄດ້ສັ່ງເຄື່ອງມາຈາກບໍລິສັດຂອງຝຣັ່ງ ທີ່ມາຕັ້ງສູນຜະລິດຢູ່ໃນປະເທດເພື່ອນບ້ານ.

ເພິ່ນກ່າວວ່າ ກ່ອນເລີ້ມຕົ້ນສັນຍາ ໃນການເປັນຕົວແທນຈໍາໜ່າຍ ແມ່ນໄດ້ໄປ ສຶກສາລາຍລະອຽດຢູ່ທີ່ສູນກາງການຜະລິດ, ສອບຖາມລາຍລະອຽດຕ່າງໆກ່ຽວກັບຄວາມເປັນໄປໄດ້ ແລະຜົນປະໂຫຍດທີ່ຜູ້ປະກອບການຈະໄດ້ຮັບ ຫຼັງຈາກເປີດສາຂາ.

“ເອກະສານກໍຄືໂດຍທົ່ວໄປ, ຂໍ້ຕົກລົງສັນຍາກໍເຊັນກັນສອງຝ່າຍ,​ເງື່ອນໄຂຕ່າງໆກໍຕາມຕົກລົງກັນຂຽນໄວ້ລະອຽດໃນສັນຍາ, ເອກະສານທີ່ຕ້ອງການ ກໍມີເລື້ອງຂອງຖະບຽນວິສາຫະກິດເຮົາ ວ່າມີໂຕຕົນບໍ, ຈາກນັ້ນເຂົາກໍມາເບິ່ງໂຕຈິງອີກ ເຂົ້າກໍມາເບິ່ງພື້ນທີ່ບ່ອນທີ່ເຮົາໃຊ້ຈໍາໜ່າຍ, ແຕ່ນັ້ນມາ ເພິ່ນກໍໃຫ້ PP Safety ເປັນໂຕແທນຈໍາໜ່າຍສິນຄ້າຍີຫໍ້ຂອງ Delta Plus ແລະຫຼາຍໆກໍຫຼາຍໆຍີຫໍ້ທີ່ເຮົາເປັນໂຕແທນຈໍາໜ່າຍໃນປັດຈຸບັນນີ້.”

ຕໍ່ມາ, ສິ່ງທີ່ຜູ້ປະກອບການຕ້ອງມີກ່ອນເລີ້ມຕົ້ນດໍາເນີນການ ກໍຄື ຂຶ້ນ​ທະບຽນບໍລິສັດ, ມີໃບທະບຽນການຄ້າ ແລະສະຖານທີ່ ທີ່ຈະເປີດເປັນທີ່ຕັ້ງສາຂາທີ່ແນ່ນອນ, ເຊິ່ງເພິ່ນກ່າວໃຫ້ຟັງວ່າ ເພິ່ນຊື້ທີ່ດິນຢູ່ໃຈກາງເມືອງທີ່ມີຂະໜາດ 11 ຄູນ 35 ແມັດ ໂດຍມີລາຄາປະມານ 300,000 ໂດລາ, ສ່ວນສະຖານທີ່ໃຊ້ເປັນບ່ອນຈໍາໜ່າຍສິນຄ້າ ແມ່ນມີລັກສະນະສາມຊັ້ນ ປຸກສ້າງໃນລາຄາປະມານ 300,000 ໂດລາເຊັ່ນກັນ.

ຈາກນັ້ນແມ່ນທຶນຮອນ, ເພິ່ນກ່າວວ່າ ທຶນຕ້ອງມີຢູ່ໃນທະນາຄານໃຫ້ທາງບໍລິສັດແມ່ເຫັນວ່າ ເຮົາສາມາດເປັນຄູ່ຄ້າກັບພວກເຂົາໄດ້, ຖ້າມີຫຼັກຄໍ້າປະກັນຫຼາຍ ກໍແຮງຈະເປັນການດີ. ຢ່າງໃດກໍຕາມ ທຶນໝູນວຽນເລີ້ມຕົ້ນຂອງເພິ່ນ ແມ່ນປະ ມານ 50,000 ໂດລາ, ປັດຈຸບັນນີ້ ເພິ່ນໃຊ້ທຶນໝູນວຽນແມ່ນບໍ່ຫຼຸດແສນໂດລາ.

ເຄື່ອງຂອງທີ່ນໍາເຂົ້າມາໃນແຕ່ລະຄັ້ງແມ່ນທຸກໆ 2 ເດືອນ, ແຕ່ຖ້າເປັນລະດູຝົນ ກໍຈະເປັນໃນທຸກໆ 3 ເດືອນ.

ລາຄາຂອງສິນຄ້າ, ຜູ້ປະກອບການຈະເປັນຜູ້ກໍານົດລາຄາຂາຍປາຍທາງດ້ວຍຕົນເອງ ໂດຍບໍ່ກ່ຽວຂ້ອງກັບລາຄາເຄື່ອງຂອງທີ່ທາງຕົວແທນຈໍາໜ່າຍ ແລະຜູ້ປະກອບການເຊັນຂໍ້ຕົກລົງນໍາກັນ ເຊິ່ງຜູ້ປະກອບການຈະໄດ້ເປັນເປີເຊັນຂອງສິນຄ້າທີ່ສົ່ງເຂົ້າມາແຕ່ລະຄັ້ງ ໂດຍບໍ່ລວມຄະແນນສະສົມທີ່ຜູ້ປະກອບການໄດ້ຈາກການຂາຍສິນຄ້າ.

25,000 ໂດລານີ້ ມັນຈະມີຍອດທີ່ສົ່ງກັບຄືນໃຫ້ໃນນາມໂຕແທນຈໍາໜ່າຍ, ສົມມຸດວ່າ 25,000 ໂດລາເຂົາໃຫ້ກັບຄືມມາ 3 ເປີເຊັນ ເຊິ່ງ 3 ເປີເຊັນຂອງ 25,000 ໂດລານີ້ເປັນກໍາໄລໃນໂຕເລີຍ ຖ້າທຽບໃສ່ເຮົາຊື້ຍ່ອຍ, ສອງມາມັນຈະມີຂະແນນສະສົມ ສົມມຸດວ່າເຮົາຊື້ 100,000 ເຮົາຊິໄດ້ປະມານ 10 ແຕ້ມ ຫຼື 1,000 ແຕ້ມ ແລ້ວແຕ່ສິນຄ້າແຕ່ລະໂຕເຮົາຊື້ ແລະໂຕທີ່ເປັນແຕ້ມສະສົມນັ້ນເຂົາຈະໄລ່ເປັນເງິນ ເພື່ອໄປຊື້ສິນຄ້າໃນຂັ້ນຕໍ່ໄປ.”

ສ່ວນລາຄາທີ່ຜູ້ປະກອບການກໍານົດນັ້ນ ແມ່ນເປັນຜູ້ກໍານົດໃນການຂາຍເອງ, ໃນນັ້ນ ຈະລວມທັງພາສີນໍາເຂົ້າສິນຄ້າ ແລະຄ່າຂົນສົ່ງ. ສໍາລັບພາສີນໍາເຂົ້າແມ່ນແຕກຕ່າງກັນ ຂຶ້ນຢູ່ກັບປະເພດຂອງສິນຄ້າທີ່ນໍາເຂົ້າ, ແຕ່ສໍາລັບພາສີຂອງສິນຄ້າທີ່ຜູ້ປະກອບການທ່ານນີ້ນໍາເຂົ້າແມ່ນ 5 ເປີເຊັນຂອງລາຄານໍາເຂົ້າ.

ຢ່າງໃດກໍຕາມ, ພາຍຫຼັງສະພາບການໂຄວິດເລີ້ມດີຂຶ້ນ, ການຂາຍຂອງເພິ່ນກໍເລີ້ມດີຂຶ້ນມາເຊັ່ນກັນ ເຊິ່ງຍອດຂາຍຈົນເຖິງທ້າຍປີນີ້ ຈະບັນລຸຮອດ 200,000 ໂດລາ. ແລະເພິ່ນຍັງໄດ້ກ່າວກ່ຽວກັບຈຸດດີໃນການເປັນໂຕແທນຈໍາໜ່າຍວ່າ ມີຜົນຕອບແທນທີ່ດີ ແລະເປັນທີ່ພໍໃຈຫຼາຍສົມຄວນ.

XS
SM
MD
LG