ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ບູຣຸນດີ ຊະນະການ ເລືອກຕັ້ງ ທີ່ມີການຖົກຖຽງ ສະໄໝທີ 3


ກະດານນັບຄະແນນສຽງ ສະແດງໃຫ້ເຫັນ ຜົນການເລືອກຕັ້ງຂັ້ນຕົ້ນ ຂອງປະທານາທິບໍດີບູຣຸນດີ.
ກະດານນັບຄະແນນສຽງ ສະແດງໃຫ້ເຫັນ ຜົນການເລືອກຕັ້ງຂັ້ນຕົ້ນ ຂອງປະທານາທິບໍດີບູຣຸນດີ.

ປະທາ​ນາ​ທິບໍດີບູຣຸນດີ ທ່ານ Pierre Nkurunziza ​ໄດ້ຊະນະ ​
ການ​ເລືອກ​ຕັ້ງ ເຂົ້າຮັບຕຳແໜ່ງ ເປັນສະໄໝທີ​ສາມ ທ່າມ​ກາງ​
ການ​ຂັດ​ແຍ້​ງກ່ຽວ​ກັບ​ວ່າ ການ​ເລືອກ​ຕັ້ງ​ເອົາທ່ານນີ້ ​ຖືກຕ້ອງ​
ຕາມກົດໝາຍ​ລັດຖະທຳມະນູນຫລື​ບໍ່.

ຫົວໜ້າ​ເລືອກຕັ້ງ ທ່ານ Pierre Claver Ndayicariye ກ່າວ​
ໃນ​ວັນ​ສຸກ​ວານ​ນີ້ວ່າ ທ່ານ Nhurunziza ​ໄດ້ຮັບຄະແນນສຽງ
ທັງໝົດ 69 ​ເປີ​ເຊັນ ​ໃນ​ຂະນະ​ທີ່​ຄູ່​ແຂ່ງ ທີ່ໄດ້ຄະແນນໃກ້ຄຽງ
ທ່ານທີ່ສຸດ ຄືທ່ານ Agathon Rwasa ​ໄດ້ 19 ​ເປີ​ເຊັນ. ​ຈາກ
ການ​ນັບບັດຄະແນນສຽງ​ໄດ້​ເຮັດໃຫ້​ທ່ານເປັນຜູ້ຊະນະ​ຮອບ​ທີ
​ນຶ່ງ.

ສະຫະລັດ ​ແລະ​ອັງກິດ ​ໄດ້​ປະນາມ​ການ​ລົງ​ຄະ​ແນນ​ສຽງ​ໃນ​ວັນ​ອັງຄານ ວ່າ​ບໍ່ເປັນ​ທີ່​ໜ້າ
ເຊື່ອ​ຖື ​ເນື່ອງ​ຈາກ​ຄວາມຮຸນ​ແຮງ ​ກ່ອນ​ການ​ເລືອກ​ຕັ້ງ ໂດຍກ່າວ​ຫາ​ວ່າ ມີການ​ຂົ່ມຂູ່​ຕໍ່
ບັນດາ​ກຸ່ມຝ່າຍ​ຄ້ານ ​ແລະ​ມີຄຳ​ຖາມ​ຕ່າງໆ​ກ່ຽວ​ກັບວ່າ ປະທາ ນາທິບໍດີ ໄດ້ລະເມີດລັດຕໍ່
ຖະທຳ​ມະນູນ ​ໃນການເຂົ້າຮັບຕຳແໜ່ງທີ່ຈຳກັດສອງສະໄໝ​ນັ້ນ​ຫລືບໍ່.

ລັດຖະມົນຕີ ຕ່າງປະ​ເທດ ສະຫະລັດ ທ່ານ John Kerry ກ່າວ​ຢູ່​ໃນ​ຖ​ະ​ແຫຼ​ງ​ການໃນ​ວັນ
​ສຸກ​ວານ​ນີ້​ວ່າ ສະຫະລັດ ມີ “ຄວາມ​ຜິດ​ຫວັງ​ຢ່າງ​ໃຫຍ່​ຫລວງ” ທີ່​ປະທານາທິບໍດີ Nhu-
runziza ​“ໃຊ້ຄວາ​ມວິທີທາງປະຊາທິປະໄຕ​ ເພື່ອ​ຮັກສາ​ ອຳ​ນາດໄວ້ ໂດຍຜ່ານ​ການຂັ້ນ
ຕອນການເລືອກ​ຕັ້ງ ທີ່​ບໍ່​ເປັນ​ໜ້າ​ເຊື່ອ​ຖື ​ຫລື​ຖືກຕ້ອງຊອບທຳຕາມກົດໝາຍເລີຍ.”

​ໃນ​ຕົ້ນ​ອາທິດ​ນີ້ ອະດີດ​ປະທານາທິບໍດີບູຣຸນດີ ທ່ານ Domicien Ndayizeye ​ໄດ້​ຮຽກ
ຮ້ອງໃຫ້ປະຊາ​ຄົມນາໆ​ຊາດ ປະ​ຕິ​ເສດ​ຜົນ​ການເລື​ອກຕັ້ງດັ່ງກ່າວ.

ບັນດາພັກ​ຝ່າຍ​ຄ້ານ ຖົກຖຽງວ່າ ການ​ເຂົ້າຮັບຕຳແໜ່ງສະໄໝທີ​ສາມ ເປັນການລະເມີດ
ລັດຖະທຳ​ມະນູນ ​ແລະ​ຂໍ້​ຕົກລົງ​ສັນຕິພາບ ທີ່​ຍຸຕິສົງຄາມ​ກາງເມືອງ ຢູ່ໃນ ບູຣຸນດີ ​ໃນ​ປີ
2006. ​ແຕ່​ ສານລັດຖະທຳ​ມະນູນບູຣຸນດີ ​ໄດ້​ຕັດສິນ​ວ່າ ທ່ານ Nhurunziza ​ມີສິດລົງ
ສະໝັກແຂ່ງຂັນໄດ້ ເພາະວ່າ ທ່ານ​ໄດ້​ຖືກເລືອກ​ ຈາກ​ບັນດາ​ສະມາຊິກສະພາ ​ແທນ​ທີ່
ແມ່ນ​ການ​ປ່ອນ​ບັດ ໃນການເຂົ້າຮັບຕຳແໜ່ງ ສະໄໝທີນຶ່ງຂອງ​ທ່ານ​ ໃນ​ປີ 2005.

Burundi Elections
please wait
Embed

No media source currently available

0:00 0:01:24 0:00

XS
SM
MD
LG