ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

English in a Minute, ບົດທີ 11, ສຳນວນພາສາອັງກິດ: Burn the Midnight Oil ແປວ່າ "ຕ້ອງໄດ້ຢູ່ຈົນເດິກເພື່ອເຮັດວຽກໃຫ້ແລ້ວ”


English in a Minute: Burn The Midnight Oil
please wait

No media source currently available

0:00 0:01:02 0:00

English in a Minute: ສຳນວນພາສາອັງກິດແບບອາເມຣິກັນ, Burn the Midnight Oil

Welcome to English in a Minute.

Sometimes American English is confusing and hard to understand, like:

ບາງເທື່ອ ພາສາອັງກິດແບບອາເມຣິກັນກໍສັບສົນ ແລະພາໃຫ້ເຂົ້າໃຈຍາກ ເຊັ່ນຄຳວ່າ

1 Burn the midnight oil​ ຊຶ່ງແປຕາມໂຕວ່າ ຈູດເຜົານໍ້າມັນໃນຕອນທ່ຽງຄືນ.

Everybody knows Americans burn a lot of oil. But is there a special oil that they burn in the middle of the night? ໃຜໆກໍຮູ້ວ່າ ຊາວອາເມຣິກັນ ພາກັນຈູດເຜົານໍ້າມັນ ເພື່ອໃຫ້ຄວາມອົບອຸ່ນເປັນປະຣິມານຫຼວງຫຼາຍ. ແຕ່ມັນມີນໍ້າມັນພິເສດບໍ ທີ່ເອົາມາຈູດ ຫຼືເອົາມາໄຕ້ໃນຕອງທ່ຽງຄືນ? ລອງຟັງບົດສົນທະນາຕໍ່ໄປນີ້ລອງເບິ່ງເນາະທ່ານ ວ່າທ່ານຈະເຂົ້າໃຈແນວໃດ.

  1. I have a big exam tomorrow. ມື້ອື່ນ ຂ້ອຍຈະມີການສອບເສັງຢ່າງໃຫຍ່.
  2. Are you prepared?​ ເຈົ້າກຽມພ້ອມແລ້ວບໍ?
  3. No, not at all! ບໍ່, ບໍ່ໄດ້ກຽມຫຍັງເລີີຍ!
  4. I have to burn the midnight oil. ຂ້ອຍຕ້ອງໄດ້ຕັ້ງໃຈ, ຕ້ອງໄດ້ເອົາໃຈໃສ່ອີ່ຫຼີອີ່ຫຼໍ. ຂ້ອຍຕ້ອງໄດ້ຢູ່ຈົນເດິກ.
  5. I need to do well on this exam. ເພາະວ່າຂ້ອຍມີຄວາມຈຳເປັນຈະຕ້ອງໃຫ້ໄດ້ຄະແນນດີໃນການສອບເສັງນີ້.

Americans are not burning special oil reserved for the middle of the night; they are just staying up very late. ຊາວອາເມຣິກັນ ບໍ່ໄດ້ຈູດເຜົານໍ້າມັນທີ່ເກັບໄວ້ເປັນພິເສດເພື່ອເກັບໄວ້ໄຕ້ ຫຼືມາດັງໃຫ້ອົບອຸ່ນໃນຕອນທ່ຽງຄືນນັ້ນແນວໃດດອກ; ແຕ່ຄຳເວົ້ານັ້ນມັນພຽງແຕ່ໝາຍຄວາມວ່າ ເຂົາເຈົ້າຈະຢູ່ຈົນຮອດເດິກ ເພື່ອຮຽນໜັງສື ຫຼືເຮັດອັນໃດອັນນຶ່ງ ທີ່ຈຳເປັນຕ້ອງໄດ້ເຮັດໃຫ້ແລ້ວເທົ່ານັ້ນ.

  1. This actually makes sense if you think of a candle or a lantern and you have a lot of work to do that may take you all night. ຄຳເວົ້າດັ່ງກ່າວອາດພໍເຂົ້າໃຈໄດ້ ຖ້າເຮົາຄິດເຖິງທຽນໄຂ ຫຼືຕະກຽງນ້ອຍ ແລະເຮົາມີວຽກງານຢ່າງຫຼວງຫຼາຍຕ້ອງເຮັດໃຫ້ແລ້ວ ທີ່ອາດຈະຕ້ອງເຮັດໃຫ້ເເຮັດວຽກໝົດຄືນເລີຍ.
  2. This is a phrase everybody will understand and you can use this phrase when you have a lot of work to do, and not that much time to do it in. ສຳນວນດັ່ງກ່າວວນີ້ ຈະເປັນທີ່ເຂົ້າໃຈສຳລັບທຸກໆຄົນ ແລະເຮົາກໍຈະສາມາດນຳເອົາມັນໄປໃຊ້ໄດ້ ເວລາເຮົາມີວຽກ ຫຼືມີແນວເຮັດຫຼາຍ ແຕ່ມີເວລາເຮັດໜ້ອຍທີ່ຈະເຮັດໃຫ້ມັນແລ້ວ ສະນັ້ນ ເຮົາຈຶ່ງເວົ້າວ່າ​ I have to burn the midnight oil.
  3. ຄຳວ່າ oil, o-i-l = oil, ໃນພາສາອັງກິດມັກຈະແປສັ້ນໆ ເປັນພາສາລາວວ່າ "ນໍ້າມັນ" ແລະຄຳວ່າ oil ແມ່ນໃຊ້ກັນຢ່າງແຜ່ຫຼາຍ. ນໍ້າມັນທີ່ໃຊ້ດັງເພື່ອໃຫ້ຄວາມອົບອຸ່ນຢູ່ໃນເຮືອນໃນລະດູ ໜາວເຮົາກໍໃຊ້ຄຳວ່າ oil ຊຶ່ງໃນສະໄໝກ່ອນ ຢູ່ສະຫະລັດໜີ້ ບາງເຮືອນຈະຊື້ມາໃສ່ຖັງໃຫຽ່ໆໄວ້ ປີລະເທື່ອຫຼືສອງເທື່ອ. ນໍ້າມັນໃຊ້ໄຕ້ຕະກຽງນ້ອຍ ເຮົາກໍວ່າ oil ແລະນໍ້າມັນເຄື່ອງໃສ່ລົດເຮົາກໍວ່າ oil ແຕ່ນໍ້າທີ່ຊື້ຈາກປໍ້ານໍ້າມັນ ເພື່ອໃສ່ລົດ ເຮົາຈະໃຊ້ຄຳວ່າ gas ຊຶ່ງຫຍໍ້ມາຈາກຄຳວ່າ gasoline ຊຶ່ງກົງກັນກັບຄຳວ່ານໍ້າອັນແອັດຊັງໃນພາສາລາວ.
    ແຕ່ສຳນວນທີ່ວ່າ I have to burn the midnight oil ແມ່ນມີຄວາມໝາຍວ່າ "ຂ້ອຍມີຫຼາຍສິ່ງຫຼາຍຢ່າງທີ່ຈະຕ້ອງໄດ້ເຮັດໃຫ້ແລ້ວ ໂດຍທີ່ມີເວລາບໍ່ຫລາຍພໍທໍ່ໃດ.

And that’s English in a Minute!

XS
SM
MD
LG