ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທະຫານມຽນມາ ຍັງລະເມີດ ສິດທິມະນຸດ ຂອງຊົນເຜົ່າກະຫລ່ຽງ


ໃນຮູບນີ້ທີ່ບັນທຶກ ເມື່ອວັນສຸກ ທີ 8 ເດືອນກໍລະກົດ ປີ 2010 ບັນດາຊາວບ້ານກະຫລ່ຽງ ພາກັນແບກ ຫາມ ເຄື່ອງ ຂອງເຂົາເຈົ້າ ຫລົບໜີຈາກທະຫານມຽນມາ.
ໃນຮູບນີ້ທີ່ບັນທຶກ ເມື່ອວັນສຸກ ທີ 8 ເດືອນກໍລະກົດ ປີ 2010 ບັນດາຊາວບ້ານກະຫລ່ຽງ ພາກັນແບກ ຫາມ ເຄື່ອງ ຂອງເຂົາເຈົ້າ ຫລົບໜີຈາກທະຫານມຽນມາ.
ໃນ​ຂະນະ​ທີ່ ລັດຖະບານມຽນມາ ​ແລະ​ກຸ່ມ​ກະບົດເຜົ່າກະ​ຫລ່ຽງ
ດໍາ​ເນີນ​ການ​ເຈລະຈາ ​ເພື່ອ​ຍຸຕິ​ບັນຫາ​ຂັດ​ແຍ້​ງ​ທີ່​ດົນ​ນານ​ທີ່​ສຸດ​
ໃນ​ໂລກນັ້ນ ​ກໍໄດ້​ມີ​ລາຍ​ງານ​ໃໜ່ກ່ຽວ​ກັບການລະ​ເມີດ​ສິດທິມະ
ນຸດ ​ໂດ​ຍທະຫານ​ມຽນມາ ຢູ່​ໃນ​ເຂ​ດລັດທີ່​ບໍ່​ມີ​ຄວາມສ​ະຫງົບນັ້ນ.

ລາຍ​ງານ​ສະ​ບັບນຶ່ງ​ຂອງບັນດາ​ນາຍໝໍ​ເພື່ອສິດທິ​ມະນຸດຫຼື PHR ​
ໄດ້ພົບ​ວ່າ ນຶ່ງ​ສ່ວ​ນສາມຂອງບັນດາຄອບຄົວທີ່ອາ​ໄສຢູ່​ໃນ​ຂົງ​ເຂດ ​
ໄດ້​ລາຍ​ງານ​ວ່າ ປະ ສົບ​ການຖືກ​ລ່ວງ​ລະ​ເມີດ ​ເຊັ່ນວ່າ​ຖືກ​ຂັບ​ໄລ່
ບັງ​ຄັບ​ໃຊ້​ແຮງ​ງາ​ນ ຫ້າມ​ການເຄື່ອນ​ຍ້າຍ ​ແລະ​ບາງ​ຄັ້ງຖືກທຳຮ້າຍ
ຮ່າງກາຍ ຮ່ວມ​ທັງ​ການ​ຂົ່ມຂືນ ​ແລະ​ຖືກ​ທໍລະ​ມານ.

ລາຍ​ງານ​ທີ່ນຳ​ອອກເຜີ​ຍ​ແຜ່​ໃນ​ວັນ​ອັງຄານມື້ນີ້ ແນະໃຫ້​ເຫັນ​ວ່າ ພວກ​ທີ່ຢູ່ໃກ້​ກັບ​ເຂດພັດ​ທະນາເສດຖະກິດຕ່າງໆ ເຊັນວ່າ ບໍ່​ແຮ່
​ທໍ່​ສົ່ງນໍ້າມັນ ​ແລະ​ເຂື່ອນ​ໄຟ​ຟ້າ ​ແມ່ນ​ມີ​ທ່າ​ທາງ​ຫຼາຍຂຶ້ນທີ່ຈະ​ຕົກ​ເປັນ​ຜູ້​ເຄາະ​ຮ້າຍ​ໃນ​ການລະ​ເມີດ​ດ້ານ ​ ກໍາມະສິດ​ທີ່​ດິນ ​ແລະຖືກ​ບັງຄັບ​ໃຊ້​ແຮງ​ງານ.

ລາຍ​ງານ​ໄດ້​ນໍາ​ອອກເຜີຍ​ແຜ່ ບໍ່​ເທົ່າ​ໃດ​ອາທິດຫລັງ​ຈາກສະສະ​ລັດໄດ້​ເອົາ​ບາດ ກ້າວ​ເພື່ອ​ຜ່ອນຜັນ​ການ​ຫ້າມ​ໃນການ​ລົງ​ທືນ ​ແລະ​ບໍລິການ​ດ້ານການ​ເງິນ ຢູ່​ໃນ​ມຽນມາ ຊຶ່ງ​ເປັນ​ບາດກ້າວ​ທີ່​ໄດ້​ຮັບ​ຄໍາ​ຕິຕຽນ​ຈາກ​ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ​ບາງ ກຸ່ມ​ນັ້ນ.
XS
SM
MD
LG