ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມຽນມາ ປົດປະຈຳການ ພວກທະຫານ ​ເດັກນ້ອຍ 68 ຄົນ


ທະຫານ​​ເດັກນ້ອຍ​
ທະຫານ​​ເດັກນ້ອຍ​
ອົງການ​ສະຫະ​ປະຊາ​ຊາດ ​ໄດ້​ສະ​ແດງ​ຄວາມ​ຍິນ​ດີຕໍ່​ມຽນມາ
ທີ່​ໄດ້​ປົດ​ພວກ​ທະຫານເດັກນ້ອຍ​ຈໍານວນ 68 ຄົນ ອອກ​ຈາກ​
ປະຈຳການ ຊຶ່ງ​ນີ້​ຖື​ວ່າ​ເປັນ​ບາດກ້າວ​ທີ່​ອັນ​ສຳຄັນ​ໃນ​ຄວາມ
ພະຍາຍາມ​ທີ່​ຈະ​ຍຸຕິ​ການ​ນໍາ​ໃຊ້​ພວກ​ເດັກ​ນ້ອຍທີ່​ບໍ່​ເຖິງ​ກະສຽນ
​ ​ເຂົ້າ​ຮ່ວມ​ໃນກອງກໍາ​ລັງ​ທະຫານ​ຂອງ​ປະ​ເທດນັ້ນ.

​ການປົດປະຈຳການພວກ​ເດັກນ້ອຍໃນວັນ​ພຸດ​ມື້​ນີ້ ​ແມ່ນການ​ປົດ​
ທີ່​ໃຫຍ່​ທີ່​ສຸດ​ໃນ​ຈຳນວນ​ທັງ​ໝົດ 4 ຄັ້ງ ນັບ​ຕັ້ງ​ແຕ່​ມຽນມາຊຶ່ງ​ເປັນ
ປະ​ເທດທີ່​ຕັ້ງຢູ່​ໃນເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້​ແຫ່ງ​ນີ້ ​ໄດ້​ລົງນາມ
​ໃນ​ຂໍ້​ຕົກລົງ ​ກັບອົງການ​ສະຫະ​ປະຊາ​ຊາດ ​ໃນ​ເດືອນ​ມິຖຸນາ​
ແລ້ວ​ນີ້ ທີ່​ຈະ​ລົບ​ລ້າງ​ການ​ປະຕິບັດ​ດັ່ງກ່າວ.

ມາ​ຮອດ​ປະຈຸ​ບັນ​ນີ້ ມີພວກ​ເດັກນ້ອຍ​ທັງ​ໝົດ​ຈໍານວນ 176 ຄົນ ​ທີ່​ຖືກ​ເກັບ​ເກນ​ໄປເປັນ
​ທະຫານນັ້ນ ໄດ້​ຖືກ​ປົດ​ໃຫ້ກັບ​ຄືນໄປ​ຫາຄອບຄົວ​ຂອງ​ພວກ​ເຂົາ​ເຈົ້າ. ​ໃນ​ປີ​ການ​ນີ້
ມຽນມາ​ໄດ້​ປະຕິຍານ​ທີ່​ຈະ​ປົດປະຈຳການພວກ​ທະຫານເດັກນ້ອຍ​ທີ່​ຍັງ​ເຫລືອ​ທັງ​ໝົດ
ຢູ່​ໃນ​ກອງທັບ​ແຫ່ງ​ຊາດຂອງ​ຕົນພາຍ​ໃນ​ປີ 2014.

​ຮອງ​ຜູ້ຕາງໜ້າ​ຂອງ​ອົງການ​ກອງ​ທຶນ​ເດັກສະຫະ​ປະຊາ​ຊາດ ​ຫຼື UNICEF ປະຈຳ​ມຽນມາ
ທ່ານ ນາງ Shalini Bahuguna ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕໍ່​ການ​ເຄື່ອນ​ໄຫວ​ດັ່ງກ່າວ​ນີ້​ວ່າ
“ເປັນ​ການ​ເຄື່ອນ​ໄຫວ​ໃນ​ທາງ​ບວກ ​ແຕ່ກໍໄດ້​ກ່າວວ່າ​ ມັນເຖິງ​ເວລາ​ແລ້ວ​ທີ່​ຈະ​
ໄດ້​ມີ​ການປົດພວກ​ເຍົາວະ​ຊົນທັງ​ໝົດ ອອກຈາກກອງທັບຂອງປະ​ເທດ.”


ທ່ານນາງ Bahuguna ກ່າວ​ວ່າ ມຽນມາ​ຄວນ​ຈະ​ສືບ​ຕໍ່​ເລັ່ງລັດ​ໃນ​ການ​ລະບຸ​ໂຕ​ແລະ​
ຈົດ​ທະບຽນ ​ເພື່ອ​ວ່າພວກ​ເດັກນ້ອຍ​ທັງ​ໝົດ​ໄດ້​ຖືກ​ປົດ​ອອກ​ຈາກ​ປະຈຳການ​ນັ້ນ ​ແມ່ນເປັນ​
ເລື່ອງ​ຮີບ​ດ່ວນ.

ຖະ​ແຫຼງການ​ຂອງອົງການ UNICEF ສະບັບ​ນຶ່ງ​ຍັງໄດ້ຮຽກຮ້ອງ ​ໃຫ້ບັນດາກຸ່​ມກອງ​ກໍາລັງ
ປະກອບ​ອາວຸດຕ່າງໆ ​ທີ່​ບໍ່​ຂຶ້ນ​ກັບ​ລັດຖະບານ​ໃນ​ມຽນມາໃຫ້​ຍຸຕິ​ການ​ເກນ​ເອົາພວກ​ເດັກ
ນ້ອຍ​ໄປ​ເປັນ​ທະຫານ. ​
XS
SM
MD
LG