ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຣາຄີນຂອງມຽນມາ ຍັງຢູ່ ໃນສະພາບ ທີ່ເຄັ່ງຕຶງ (ສະໄລດ໌)


ແຜນທີ່ລັດຣາຄີນ ທີ່ຕັ້ງຢູ່ໃນພາກຕາເວັນຕົກຂອງມຽນມາ
ແຜນທີ່ລັດຣາຄີນ ທີ່ຕັ້ງຢູ່ໃນພາກຕາເວັນຕົກຂອງມຽນມາ

ຄວາມເຄັ່ງຕຶງທີ່ຍັງດຳເນີນຢູ່ຕໍ່ມາໃນລັດຣາຄີນຂອງມຽນມາ ໄດ້ເຮັດໃຫ້ພວກນັກສັງເກດ ການມີຄວາມເປັນຫ່ວງກັງວົນຢ້ານວ່າ ບັນຫາຂັດແຍ້ງທາງດ້ານຊົນຊາດຊົນເຜົ່າ ແລະສາ ສະໜາດັ່ງກ່າວ ອາດຈະແຜ່ລາມ ອອກໄປ. Danielle Berstein ມີລາຍງານ ກ່ຽວກັບ ເລື່ອງນີ້ຈາກບາງກອກ

ຄວາມ​ຮຸນ​ແຮງ​ທາງ​ດ້ານ​ສາສະໜາ​ຍັງ​ດຳ​ເນີນ​ຢູ່​ຕໍ່​ມາ​ໃນ​ເມືອງ Sittwe ທາງ​ພາກ​ຕາ​ເວັນ​
ຕົກ​ຂອງ​ມຽນມາ ບ່ອນ​ທີ່ພວກ​ຊົນ​ເຜົ່າ​ຣາຄີ​ນ ທີ່ອາ​ໄສ​ຢູ່​ໃນ​ເມືອງ​ດັ່ງກ່າວ ​ແຈ້ງ​ໃຫ້​ວີ​ໂອ​
ເອຊາບ ທາງ​ໂທລະສັບ ໃນ​ວັນ​ອັງຄານ​ວານ​ນີ້ວ່າ ​ໄຟ​ຍັງ​ສືບ​ຕໍ່​ໄໝ້​ ແລະ​ສ້າງ​ຄວາມ​ເສຍ​
ຫາຍ​ໃຫ້​ແກ່​ເຮືອນ​ຊານ​ບ້ານ​ຊ່ອງ ຕະຫຼອດທັງ​ຫ້າງ​ຮ້ານ ຂະນະ​ທີ່ພວກ​ຊົນ​ເຜົ່າ​ໂຣຮິງ​ຢາ​
ພາກັນ​ຫຼົບໜີ​ຕຳຫຼວດປາບ​ຈະລາຈົນ​ນັ້ນ.

ທີ່​ເມືອງ Maungdaw ປະຊາຊົນ​ລາຍ​ງານ​ວ່າ ຖະໜົນ​ຫົນທາງ​ສ່ວນ​ໃຫຍ່​ແມ່ນສະຫງົບ
​ງຽບ ​ແລະ​ຢູ່​ນະຄອນ​ຢ່າງ​ກຸ້ງ ທີ່​ຕັ້ງຫ່າງ​ອອກ​ໄປ 400 ຫຼັກກິ​ໂລ​ແມັດນັ້ນ ຕຳຫຼວດ​ໄດ້​
ຂັບ​ໄລ່ພະສົງ​ສະສະໜາ​ພຸດ​ຈຸ​ນ້ອຍໆ​ກຸ່ມ​ນຶ່ງ ທີ່​ວັດ Sule ໃຫ້​ແຕກ​ພ່າ​ຍໜີ​ໄປ​.

ຄວາມ​ຮຸນ​ແຮງ​ທີ່​ວ່າ​ນີ້ ພາ​ໃຫ້​ເກີດ​ຄວາມ​ຢ້ານ​ກົວ​ວ່າ ບັນຫາ​ຂັດ​ແຍ້​ງອາດ​ຈະລະເບີດ​ຂຶ້ນ
ອີກ ລະຫວ່າງ​ພວກ​ຊົນ​ເຜົ່າ​ທີ່​ເປັນ​ສັດຕູ​ກັນ​ໃນ​ອະດີດຜ່ານ​ມາ.

ທ່ານ Phil Robertson ຮອງ​ຜູ້ອຳນວຍການ​ຝ່າຍ​ເອ​ເຊຍ​ຂອງ​ກຸ່ມ​ປົກ​ປ້ອງ​ສິດທິມະນຸດ
Human Rights Watch ກ່າວ​ວ່າ ມີ​ລາຍ​ງານແຈ້ງວ່າ​ ຕຳຫຼວດປາບຈະລາ​ຈົນທີ່​ສົ່ງ​ໄປ​
ຍັງ​ເຂດ​ດັ່ງກ່າວ​ແມ່ນ​ເຂົ້າ​ຂ້າງ​ຊົນ​ເຜົ່າຣາຄີ​ນຫຼາຍກວ່າ​ຊົນ​ເຜົ່າໂຣຮິງ​ຢາ. ທ່ານ​ກ່າວ​ວ່າລັດ
ຖະບານ​ຕ້ອງ​ມີ​ຄວາມ​ຍຸຕິ​ທຳ​ໃນ​ການ​ແກ້​ໄຂ​ບັນຫາຂັດ​ແຍ້​ງນີ້.

ທ່ານ Robertson ​ເວົ້າວ່າ “​ແນ່ນອນ​ມັນ​ມີ​ຄວາມ​ບົ່ມ​ຊ້ອນ ທີ່​ຈະ​ສ້າງຄວາມ​ເຊື່ອມ​ເສຍ
ຢ່າງ​ຫລວງຫຼາຍ ໃຫ້ແກ່ຊື່ສຽງໃນການປະຕິຮູບຂອງລັດຖະບານຊຸດນີ້ ຖ້າພວກເຂົາເຈົ້າ ຫາກບໍ່ສາມາດແກ້ໄຂຄວາມຮຸນແຮງທາງດ້ານສາສະໜາດັ່ງກ່າວນັ້ນ​ໄດ້.”

ທ່ານ Robertson ​ກ່າວ​ວ່າ ​ການທີ່ມີ​ຊົນ​ເຜົ່າຫຼາກ​ຫລາຍ​ທີ່​ແຕກ​ຕ່າງ​ກັນນັ້ນ​ ເຮັດ​ໃຫ້
ອະນາຄົດ​ຂອງມຽນມາກາງ​ຕໍ່ນຳ​ການ​ກາຍ​ເປັນ​ປະ​ເທດ​ປະຊາ​ທິປະ​ໄຕທີ່ກ້າວໜ້າແລະ
​ປະກອບ​ດ້ວຍຫຼາຍຊົນ​ຊາດ​ຊົນ​ເຜົ່າ.

ທ່ານ Robertson ​ເວົ້າວ່າ “ມີຫຼາຍຊົນ​ຊາດ​ຊົນ​ເຜົ່າ​ໂພດ ທີ່ອາ​ໄສ​ຢູ່​ໃກ້ຊິດ​ກັນ​ ​ເກີນ​
ກ່ວາ​ຈະ​ປ່ອຍ​ໃຫ້​ຄວາມ​ຮຸນ​ແຮງ ລະຫວ່າງ​ສອງ​ຊົນ​ເຜົ່າ​ແບບ​ນີ້​ ເກີດ​ຂຶ້ນ​ໄດ້ ​ເພາະວ່າ
ມັນ​ຈະ​ເຮັດ​ໃຫ້ພວກ​ຫົວ​ຮຸນ​ແຮງ​ຈັດ​ ທີ່​ຄຽດ​ຊັງ​ຕໍ່​ຊົນ​ເຜົ່າອື່ນຢູ່​ແລ້ວນັ້ນ ສວຍ​ໃຊ້​ເຫດ
ການ​ນີ້ ຊຶ່ງ​ເປັນ​ອັນຕະລາຍ​ທີ່​ສຸດ.”

​ເຖິງ​ແມ່ນ​ຊົນ​ເຜົ່າຣາຄີ​ນ ​ໄດ້​ຮັບ​ການ​ກົດ​ຂີ່ ​ດ້ວຍ​ນໍ້າມື​ຂອງ​ລັດຖະບານ​ ມາ​ໄດ້​ຫຼາຍທົດ​
ສະວັດ​ແລ້ວ​ກໍ​ຈິງແຕ່​ລາຍ​ງານ​ຂ່າວ​ຂອງ​ສື່​ມວນ​ຊົນ​ພາຍ​ໃນ​ປະ​ເທດ​ກ່ຽວ​ກັບການ​ກໍ່​ຈະ
ລາຈົນຄັ້ງ​ນີ້ ​ແມ່ນ​ອຽງ​ໄປ​ທາງ​ຕໍ່ຕ້ານປະ​ຊາ​ຊົນ​ເ​ຜົ່າ​ໂຣຮິງ​ຢາ. ສື່​ມວນຊົນ​ທີ່​ໄດ້​ຮັບ​ການ
​ສະໜັບສະໜຸນ​ຈາກ​ລັດຖະບານແລະ​ອົງການ​ຂ່າວເອກ​ກະ​ຊົນຕ່າງໆ​ໄດ້​ລາຍ​ງານ​ກ່ຽວ​
ກັບ​ບັນຫາ​ຂັດ​ແຍ້​ງດັ່ງກ່າວ ​ໂດຍ​ໃຊ້​ຄຳ​ເວົ້າ​ແບບ​ເຊື່ອມ​ເສຍ​ຕໍ່​ເຜົ່າ​ໂຣຮິງ​ຢາ.

​ໃນ​ການ​ຖະ​ແຫຼງ ຈາກ​ກຸງ​ລອນ​ດອນ ປະ​ເທດ​ອັງກິດ ທ່ານ Knurl Islam ນັກເຄື່ອນ​
ໄ​ຫວ ພ້ອມ​ທັງ​ເປັນ​ນັກວິຊາການ​ຂອງເຜົ່າ​ໂຣຮິງ​ຢາ​ກ່າວ​ວ່າ ການ​ພະຍາຍາມ​ກີດ​ກັນ
ເຜົ່າ​ໂຣຮິງ​ຢາ​ຢູ່ໃນ​ລັດຣາຄີ​ນນັ້ນ ​ແມ່ນ​ໄດ້ມີ​ປະຫວັດສາດ​ອັນ​ຍາວນານ​ມາ​ແລ້ວ.

ທ່ານ Islam ​ເວົ້າວ່າ “ພວກ​ເຮົາແມ່ນ​ສອງ​ປະຊາ​ຄົມ. ພວກ​ເຮົາ​ໄດ້​ດຳລົງ​ຊີວິດຢູ່​ດ້ວຍ
​ກັນ​ມາ​ເປັນ​ເວລາ​ດົນ​ນານ ​ແລະ​ພວກ​ເ​ຮົາກໍຍັງ​ຢູ່​ນຳ​ກັນ​ ໃນທຸ​ມື້ນີ້. ພວກ​ເຮົາຕ້ອງ​ໄດ້​
ດຳລົງ​ຊີວິດ​ຢູ່​ດ້ວຍ​ກັນ ພວກ​ເຮົາ​ຮູ້​ດີ. ​ແຕ່​ພວກ​ເຂົາ​ເຈົ້າບໍ່​ຕ້ອງການ​ຊາວມຸສລິ​ມ. ​ເຂົາ​
ເຈົ້າ​ເວົ້າວ່າ ພວກ​ເຮົາ​ເປັນ​ຄົນ​ເຂົ້າ​ເມືອງຜິດ​ກົດໝາຍ ພວກ​ເຮົາ​ບໍ່​ມີສິດຫຍັງທີ່​ຈະໄປ​ຢູ່
​ໃນ​ປະ​ເທດ​ຂອງ​ພວກ​ເຂົາ​ເຈົ້າ.”

ມີ​ຊາວຣາຄີ​ນຈຳນວນ​ຫຼວງຫຼາຍ ຖື​ວ່າ ຊາວໂຣຮິງ​ຢາ ​ເປັນພວກທີ່ຫາ​ກໍເຂົ້າ​ມາ​ຢູ່​ໃໝ່
ຈາກ​ບັງກລາ​ແດັສ​ແລະບໍ່​ມີ​ຄຸນ​ນະ​ສົມບັດ​ພຽງພໍ​ທີ່​ຈະ​ເປັນ​ພົນລະ​ເມືອງຂອງ​ມຽນມາ
ໄດ້.

ທ່ານ Hula Saw ສະມາຊິກ​ຄົນ​ນຶ່ງ​ຂອງ​ພັກ​ພັດທະນາ​ຊົນ​ເຜົ່າຣາຄີ​ນ ກ່າວ​ວ່າ ຊົນ
​ເຜົ່າ​ໂຣຮິງ​ຢາ​ໄດ້ພະຍາຍາມ​ສະ​ແຫວ​ງຫາ​ສິດທິ​ໃນ​ການ​ເປັນ​ພົນລະ​ເມືອງ​ມຽນມາ ທີ່​
ພວກ​ເຂົາ​ເຈົ້າບໍ່​ສົມຄວນ​ຈະ​ໄດ້​ຮັບ​ນັ້ນ ມາ​ເປັນ​ເວລາ​ດົນ​ນານ​ແລ້ວ.

ທ່ານ Hula Saw ​ເວົ້າວ່າ “ພວກ​ເຮົາ​ຕ້ອງໄດ້​ໃຫ້​ສິດທິ​ມະນຸດ​ແກ່​ພວກ​ເຂົາ​ເຈົ້າ​ແຕ່
​ພວກ​ເຮົາ​ບໍ່​ຍອມຮັບ​ຮູ້​ວ່າພວກ​ເຂົາ​ມີ​ສິດທິໃນ​ການ​ເປັນ​ພົນລະ​ເມືອງ​ມຽນມາ."

​ມີ​ລາຍ​ງານ​ວ່າ ໃນ​ຂະນະ​ທີ່​ຄວາມ​ຮຸນ​ແຮງ​ຍັງ​ດຳ​ເນີນ​ຢູ່​ຕໍ່​ມານັ້ນ ​ພວກ​ໂຣຮິງ​ຢາ​ຈໍາ
ນວນ​ຫຼວງຫຼາຍ​ ໄດ້​ພາກັນ​ຫຼົບໜີ​ໄປ​ຈາກ​ລັດ​ດັ່ງກ່າວ ​ໂດຍ​ທາງເຮືອ​ແລະ​ທາງພາກ
ພື້ນດິນ. ບັງ​ກລາ​ແດັສບໍ່​ຍອມ​ເປີດ​ຊາຍ​ແດນ ​ຮັບ​ເອົາ​ພວກ​ໂຣຮິງ​ຢາ ​ທີ່​ຫຼົບໜີຈາກ​
ບັນຫາ​ຂັດ​ແຍ້​ງ​ໃນ​ມຽນມາ.

ຄວາມ​ຮຸນ​ແຮງ​ໄດ້​ລະ​ເບີດ​ຂຶ້ນ​ໃນ​ວັນ​ທີ 4 ມິຖຸນາ​ຜ່ານ​ມານີ້​ເວລາ​ຝູງ​ຊົນເ​ຜົ່າຣາຄີ​ນ
ທີ່​ນັບຖື​ສາສະໜາ​ພຸດ​ຈຸ​ນຶ່ງ​ໃນ​ Sitwe ເມືອງ​ຫຼວງຂອງລັດໄດ້​ໂຈມ​ຕີ​ລົດ​ເມ ຄັນນຶ່ງ
​ແລະ​ສັງຫານ​ຜູ້​ໂດຍສານ ​ເຜົ່າ​ໂຣຮິງ​ຢາ 10 ຄົນ ທີ່​ເຂົາ​ເຈົ້າ​ເຂົ້າ​ໃຈ​ຜິດ​ຄິດ​ວ່າ ​ເປັນ​
ພວກ​ທີ່​ຮັບຜິດຊອບ​ໃນ​ການ​ຂົ່ມຂືນ​ສຳ​ເລົາໝູ່ຫຼືລຽນຄິວ ​ແລ້ວສັງຫານ​ແມ່ຍິງ​ທີ່​ຖື
ສາສະໜາ​ພຸດ​ຄົນ​ນຶ່ງ.

ຄວາມ​ຮຸນ​ແຮງ​ທີ່​ວ່າ​ນີ້​ໄດ້ເນັ້ນໃຫ້​ເຫັນ​ເຖິງ​ຄວາມ​ເຄັ່ງ​ຕຶງ​ທີ່​ມີ​ມາ​ເປັນ​ເວລາ​ດົນນານ
​ລະຫວ່າງ​ຊົນ​ເຜົ່າຣາຄີ​ນທີ່​ນັບຖື​ສາສະໜາ​ພຸດແລະ​ພວກ​ຊົນ​ກຸ່ມນ້ອຍ​ເຜົ່າ​ໂຣຮິງຢາ
ທີ່​ນັບຖື​ສາ​ສະໜາ​ອິສລາມ​. ມຽນມາ​ບໍ່​ໄດ້​ຖື​ວ່າ ພວກໂຣຮິງ​ຢາ​ທີ່​ມີ​ຢູ່​ປະມານ 80້0
ພັນຄົນ​ເປັນ​ພົນລະ​ເມືອງ​ມຽນມາ ​ແຕ່​ໄດ້ຖື​ພວກ​ເຂົາ​ວ່າ​ເປັນ​ຄົນ​ເຂົ້າ​ເມືອງ​ຜິດ​ກົດ
ໝາຍ​ຈາກ​ບັງ​ກະລາ​ແດັສ ທີ່​ເປັນ​ເພື່ອນ​ບ້ານ.

ພະສົງອົງນຶ່ງຢືນເບິ່ງຊາກເຮືອນທີ່ຫາກໍຖືກໄຟໄໝ້ໃໝ່ຢູ່ທີ່ເມືອງ Sittwe ເມືອງເອກຂອງລັດຣາຄີນ (11 ມິຖຸນາ 2012)
ພະສົງອົງນຶ່ງຢືນເບິ່ງຊາກເຮືອນທີ່ຫາກໍຖືກໄຟໄໝ້ໃໝ່ຢູ່ທີ່ເມືອງ Sittwe ເມືອງເອກຂອງລັດຣາຄີນ (11 ມິຖຸນາ 2012)

ນອກ​ນັ້ນ​ແລ້ວ ​ເລື່ອງ​ນີ້ຍັງ​ເປັນ
​ບັນຫາ​ທ້າ​ທາຍ​ທີ່​ສຳຄັນ​ສຳ​ຫຼັບ
ລັດຖະບານໃໝ່ຂອງມຽນມາທີ່
ໄດ້​ເຂົ້າກຳ​ອຳນາດ​ ໃນ​ປີ​ກາຍ​ນີ້
ລຸນ​ຫຼັງທີ່​ໄດ້​ມີ​ການ​ປົກຄອງ​ຢ່າງ
​ໂຫດຮ້າຍ​ຂອງ​ພວກ​ທະຫານ​ມາ
​ເປັນ​ເວລາ​ຫຼາຍທົດ​ສະ​ວັດ.

ປະທານາທິບໍດີ Thien Sein ​
ໄດ້​ເຕືອນ​ໃນ​ວັນ​ອາ​ທິດຜ່ານ​ມາ
ນີ້ວ່າຄວາມ​ຮຸນ​ແຮງ​ອາດ​ຈະ​ເປັນ
​ໄພ​ອັນຕະລາຍ​ຕໍ່​ຂັ້ນຕອນ​ການ
​ປະຕິ​ຮູບ​ທີ່​ຫາ​ກໍ​ເລີ່​ມຂຶ້ນ ​ເມື່ອ​ບໍ່​ດົນມານີ້ຂອງ​ປະ​ເທດ. ທ່ານ​ເວົ້າວ່າ ຄວາມ​ວຸ້ນ​ວາຍ​ວ່າ​ນີ້​
ແມ່ນໄດ້​ຮັບການ​ຊຸກຍູ້​ຍ້ອນດ້ວຍຄວາມ​ຄຽດ​ຊັງ​ແລະ​ການ​ແກ້​ແຄ້ນ​ ທີ່​ອີງ​ຕາມ​ສາສະໜາ
​ແລະ​ຊົນຊາດ​ແລະ​ກ່າວ​ຕໍ່​ໄປ​ວ່າ ມັນ​ອາດ​ສາມາດ​ແຜ່​ລາມ​ໄປ​ຍັງ​ເຂດ​ອື່ນໆ​ຂອງ​ປະ​ເທດ​ໄດ້
ຊຶ່ງທ່ານເຕືອນ​ວ່າ ຖ້າ​ມັນ​ຫາກ​ເກີດ​ຂຶ້ນຈິງ ສະຖຽນ​ລະ​ພາບ ສັນຕິພາບ ​ແລະ​ ຂັ້ນຕອນ
​ການ​ສ້າງສາ​ປະຊາທິປະ​ໄຕຂອງ​ມຽນມາ ກໍ​ອາດ​ໄດ້​ຮັບ​ຜົນ​ກະທົບ​ຢ່າງ​ຮ້າຍ​ແຮງ.

ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ​ນາງ Hillary Clinton ກ່າວ​ໃນ ມື້ວັນ​ຈັນ​
ຜ່ານ​ມານີ້ວ່າ ທ່ານ​ນາງ​ມີ​ຄວາມ​ວິຕົກ​ກັງວົນ​ເປັນ​ທີ່ສຸດ ​ກ່ຽວ​ກັບ ​ສະຖານະກາ​ນດັ່ງກ່າວ
ຊຶ່ງ​ທ່ານ​ນາງ​ໄດ້​ຮຽກຮ້ອງ​ໃຫ້​ມີ​ການສືບສວນ​ຢ່າງ​ໂປ່​ງ​ໃສກ່ຽວ​ກັບຄວາມ​ຮຸນ​ແຮງ​ນີ້ ​ແລະ
​ເວົ້າວ່າ ສະຖານະ​ການ​ໄດ້​ເນັ້ນ​ໃຫ້​ເຫັນ​ເຖິງ​ຄວາມ​ຈຳ​ເປັນ ສຳ​ຫຼັບດຳ​ເນີນ​ການ ​ຢ່າງ​ຈິງ​ຈັງ​
ເພື່ອ​ໃຫ້​ບັນລຸ​ການ​ສ້າງ​ຄວາມ​ປອງ​ດອງ​ຊາດ​ຢູ່​ໃນມຽນມາ.

ອົງການ​ສະຫະ​ປະຊາ​ຊາດ ໄດ້ເລີ້ມຍົກຍ້າຍ ​ພະນັກງານ​ຂອງ​ຕົນ ແລະ​ສະມາຊິກ​ຄອບຄົວ
ຂອງ​ເຂົາ​ເຈົ້າ ຫຼາຍກວ່າ 40 ຄົນ ​ອອກ​ໄປຈາກ​ຖານ​ປະຕິບັດ​ງານໃນເມືອງ​ Muangdaw
ຕິດ​ກັບຊາຍ​ແດນບັງ​ກະລາ​ແດັສນັ້ນ. ທ່ານ Ashok Nigam ຫົວໜ້າ​ຝ່າຍພັດທະນາ​ຂອງ​
ອົງການ​ສະຫະ​ປະຊາ​ຊາດ​ໃນ​ເຂດ​ດັ່ງກ່າວ​ເວົ້າວ່າ ທ່ານ​ຫວັງ​ວ່າພວກ​ຄົນ​ງານ​ເຫຼົ່ານີ້ຈະສາ
ມາດ​ເດີນທາງ​ກັບ​ຄືນ​ໄປ​ໄດ້​ຫຼັງຈາກ​ຄວາມ​ຮຸນ​ແຮງຜ່ອນຄາຍ​ລົງ​ແລ້ວ.

XS
SM
MD
LG