ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມຽນມາເປັນເຈົ້າພາບ ກອງປະຊຸມທຸລະກິດ ຮ່ວມກັບ ຄະນະຜູ້ແທນອະເມຣິກັນ (ວີດິໂອ)


ທ່ານ Jose Fernandez ລັດຖະມົນຕີຊ່ວຍວ່າການຕ່າງປະເທດ ສະຫະລັດ ຮັບຜິດຊອບກິດຈະການ ເສດຖະກິດແລະທຸລະກິດ
ທ່ານ Jose Fernandez ລັດຖະມົນຕີຊ່ວຍວ່າການຕ່າງປະເທດ ສະຫະລັດ ຮັບຜິດຊອບກິດຈະການ ເສດຖະກິດແລະທຸລະກິດ
ມຽນມາ​ໄດ້ເປັນເຈົ້າພາບຮັບ​ຕ້ອນຜູ້ຕາງໜ້າຫົວໜ້າບໍລິຫານ
ທຸລະກິດອະເມຣິກັນຄະນະໃຫຍ່ທີ່ສຸດ ນັບຕັ້ງແຕ່ການລົງໂທດ
ຂອງສະຫະລັດຕໍ່ມຽນມາ ໄດ້ຖືກໂຍະຍານໃນປີຜ່ານມາ. ບາງ​
ຄົນ​ໃນ​ຈໍານວນຜູ້ຕາງໜ້າທຸລະກິດ ປະມານ 50 ຄົນ ​ທີ່ໄດ້ເຂົ້າ
ຮ່ວມກອງປະຊຸມນຶ່ງມື້ ​ໄດ້​ພາ​ກັນສະແດງຄວາມຫວັງອັນໃຫຍ່
ຫຼວງ ພ້ອມ​ກັບ​ຄວາມເປັນຫ່ວງກ່ຽວ​ກັບສາຍ​ພົວພັນທາງທຸລະ
ກິດ ທີ່​ເຕີບໃຫຍ່​ຂຶ້ນນັບມື້ລະຫວ່າງ​ສອງ​ປະ​ເທດ.

ເມື່ອວັນຈັນຕົ້ນອາທິດນີ້ ສະພາການຄ້າຂອງມຽນມາແລະສະຫະ
ລັດ ​ໄດ້​ພາກັນສະແດງ ຄວາມຍິນດີ ນໍາຄວາມສໍາພັນທາງທຸລະ
ກິດທີ່ອົບອຸ່ນຂຶ້ນ ລຫວ່າງກັນແລະກັນ ລຸນຫຼັງ​ເວລາ​ຫຼາຍປີ​ພາຍ​
ໃຕ້ການຈໍາກັດຮັດແຄບ ທາງເສດຖະກິດ.

ສອງສະພາການຄ້າໄດ້ປະຊຸມກັນ​ເປັນ​ເວລານຶ່ງມື້ຢູ່​ນະຄອນຢ່າງ
ກຸ້ງ ​ໂດຍ​ມີຜູ້ຕາງໜ້າບໍລິສັດຕ່າງໆຂອງສະຫະລັດ ຄະນະທີ່ໃຫຍ່
ທີ່ສຸດທີ່ເຄີຍມີມາ ​ເຂົ້າ​ປະກອບສ່ວນ ຈາກຕັ້ງແຕ່ທຸລະກິດປີກ
ຍ່ອຍ ແລະຮ້ານອາຫານ ​ໄປ​ຫາ ການເງິນ ປະກັນໄພ ແລະອຸດສາ
ຫະກໍາຂຸດ​ຄົ້ນຊັບພະຍາກອນທໍາ​ມະ​ຊາດ.

ທ່ານ Jose Fernandez ລັດຖະມົນຕີຊ່ວຍວ່າການຕ່າງປະເທດສະຫະລັດ ຮັບຜິດຊອບ
ກິດຈະການເສດຖະກິດແລະທຸລະກິດ ກ່າວຕໍ່ກອງປະຊຸມວ່າ ມຽນມາກໍາລັງເອົາບາດກ້າວ
ຢ່າງ​ເປັນ​ຮູບ​ປະ​ທໍາໄປສູ່ຄວາມສໍາພັນດ້ານການເງິນແບບປົກກະຕິກັນ ກັບປະຊາຄົມ
ນາໆຊາດ.

ທ່ານ Fernandez ເວົ້າວ່າ: “ໃນຂະນະທີ່ພວກເຮົາມອງ​ໄປ​ຍັງອະນາຄົດທີ່ຈະເລີນ ຮຸ່ງເຮືອງຂຶ້ນກ່ວາ​ເກົ່າດ້ວຍກັນນີ້ ຂ້າພະເຈົ້າຢາກ​ຈະຂໍເນັ້ນຢໍ້າວ່າ ພວກເຮົາໃນ
ສະຫະລັດຢາກຈະສ້າງຕັ້ງຄວາມສໍາພັນດ້ານການຄ້າແລະທຸລະກິດໃນຂອບເຂດ
ກວ້າງຂວາງແລະເລິກເຊິ່ງ ກັບປະເທດຂອງທ່ານ​ໃນທົ່ວພາກສ່ວນທັງໝົດໃນການ
ເສດຖະກິດຂອງທ່ານ. ແຕ່ນອກນີ້ ຂ້າພະເຈົ້າກໍ ຢາກຈະຂໍໃຫ້ພວກທ່ານຈົ່ງໝັ້ນໃຈ
ວ່າ ຄວາມພະຍາຍາມຂອງພວກເຮົາໃນທີ່ນີ້ ​ແມ່ນ ເປັນພາກສ່ວນຍຸດທະສາດທີ່
ກວ້າງຂວາງກວ່າ ແລະ​ໃນລະດັບຂົງເຂດ ເພື່ອລວມເອົາປະເທດນີ້ເຂົ້າກັບການຄ້າ
ກັບຈີນ ອິນເດຍ ​ແລະ ຂົງເຂດເອເຊຍຕາເວັນອອກສຽງໃຕ້.”


ທັງສອງສະພາການຄ້າ ໄດ້ເຊັນບັນທຶກຄວາມເຂົ້າໃຈສະບັບ​ນຶ່ງ ເພື່ອເພີ່ມທະວີຄວາມ
ສໍາພັນດ້ານທຸລະກິດ ໃຫ້ຫຼາຍຂຶ້ນ.

ລັດຖະມົນຕີຊ່ວຍ Hernandez ເວົ້າວ່າ ວົງການທຸລະກິດສະຫະລັດຈະນໍາເອົາມາ​ ພ້ອມ​
ກັບເຂົາ​ເຈົ້າ ມາດຕະຖານທຸລະກິດນາໆຊາດດ້ານຄວາມໂປ່ງໄສ ສິດທິແຮງງານ ການພິ
ທັກປົກປ້ອງສະພາບແວດລ້ອມ ແລະການນໍາໃຊ້ທີ່ດິນ. ນອກນີ້ແລ້ວກໍຍັງຈະສະໜອງວຽກ
ງານ ຍົກລະດັບມາດຕະຖານການຄອງຊີບໃຫ້ສູງຂຶ້ນ ແລະຊ່ວຍພັດທະນາຊັບພະຍາກອນ
ທໍາມະຊາດທີ່ອຸດົມສົມບູນຂອງມຽນມາ ໃຫ້ຍືນຍົງສືບຕໍ່ໄປ.

ແຕ່ແນວໃດກໍດີ ລັດຖະມົນຕີຊ່ວຍ Hernandez ຍັງໄດ້ເຕືອນຜູ້ເຂົ້າຮ່ວມກອງປະຊຸມ
ວ່າ ການລົງໂທດທາງເສດຖະກິດຂອງສະຫະລັດຕໍ່ມຽນມານັ້ນ ​ເຖິງ​ແມ່ນ​ໄດ້ຖືກໂຈະໄວ້​
ໃນ​ຂະນະ​ນີ້ ​ແຕ່ກໍຍັງມີ​ໄວ້ຢູ່ໃນບັນທຶກຕໍ່ໄປ​ແລະ ສາມາດ​ນໍາ​ເອົາ​ມາ​ໃຊ້​ຄືນ​ໃໝ່​ໄດ້
ໃນກໍລະນີທີ່ມຽນ​ເລີກ​ລົ້ມຄວາມພະຍາຍາມ​ໃນການປະຕິຮູບຂອງຕົນ.

ການລົງໂທດທີ່ຖືກໂຈະໄວ້ເຫຼົ່ານັ້ນ ຍັງຄົງສ້າງຄວາມເປັນຫ່ວງ​ໃຫ້​ແກ່ບາງບໍລິສັດຢູ່.

Darren Brooks ເປັນທີ່ປຶກສາອາວຸໂສດ້ານກົດໝາຍສໍາລັບຂົງເຂດເອເຊຍແປຊິຟິກ ຂອງບໍລິສັດສ້າງເຄຶ່ອງຈັກຂະໜາດໜັກ Caterpillar ທີ່ ຂາຍຜະລິດຕະພັນຂອງຕົນ ຜ່ານນາຍໜ້າທ້ອງຖິ່ນ​ໃນ​ມຽນມາ ແຕ່ຍັງບໍ່ທັນໄດ້ຜະລິດຢູ່ໃນມຽນມາເທື່ອ. ທ່ານ
Brooks ບອກວີໂອເອວ່າ ຂໍ້ຈໍາກັດຮັດແຄບຕ່າງໆນັ້ນ ເຮັດໃຫ້ພວກເຂົາເຈົ້າຕ້ອງ
ລະມັດລະວັງ ບໍ່​ກ້າ​ທີ່​ຈະທຸ່ມເງິນລົງທຶນຂະໜາດໃຫຍ່ໆ.

ທ່ານ Brooks ເວົ້າວ່າ: “​ເວລານີ້ ພວກເຮົາຢາກຈະເຫັນມີຄວາມ​ໄວ້ວາງ​ໃຈໄດ້ ຫຼື
ຄວາມທຸ່ນທ່ຽງໝັ້ນຄົງຫຼາຍຂຶ້ນ ໃນ​ເລື້ອງການລົງໂທດທີ່ໄດ້ຖືກຍົກເລີກໄປແລ້ວນັ້ນ ​
ເພາະ​ມັນແນ່ນອນວ່າ ການຍົກເລີກ​ໃນ​ເວລາ​ນີ້​ແມ່ນເປັນການຊົ່ວຄາວ ຫຼືມີເງື່ອນໄຂ
ຢູ່. ສະນັ້ນ ມັນບໍ່ແມ່ນແບບວ່າ ເຮົາຈະ​ສາມາດ​ເຂົ້າມາລົງທຶນ 100 ລ້ານ​ໂດ​ລາ ໄດ້
ບາດດຽວໂລດ. ການລົງໂທດອາດກັບຕ່າວຄືນມາອີກໄດ້ໃນມື້​ອື່ນ ແລະພວກເຮົາກໍ
ຈະກັບຄືນ​ໄປສູ່ ສະພາບການທີ່ພວກເຮົາ​ເຄີຍເປັນ ເມື່ອສອງປີຜ່ານມາ.”


US-Burma Business Conference
please wait

No media source currently available

0:00 0:02:52 0:00

ສະຫະລັດໄດ້ນໍາໃຊ້ການລົງໂທດດັ່ງກ່າວຕໍ່ອະດີດລັດຖະບານທະຫານມຽນມາ ຍ້ອນການ
ຝ່າຝືນສິດທິມະນຸດ ແລະປາບປາມການເຄຶ່ອນໄຫວ​ເພື່ອປະຊາທິປະໄຕ. ເສດຖະກິດຂອງ​
ມຽນມາໄດ້​ຕົກ​ຢູ່​ໃນ​ສະພາບ​ເປັນ​ເປ້ຍ​ລ່ອຍ ພາຍ​ໃຕ້​ການ​ລົງ​ໂທດ​ດ້ານ​ການ​ຄ້າ​ນັ້ນແລະ
ຍ້ອນການບໍລິຫານເສດຖະກິດຢ່າງ​ຜິດ​ພາດຂອງລັດຖະບານທະຫານ.

ສະຫະລັດເລີ່ມຜ່ອນຜັນ ຂໍ້ຈັດກັດຮັດແຄບດ້ານທຸລະກິດເມື່ອປີຜ່ານມາ ​ຫຼັງຈາກ​ທີ່ປະທາ
ນາທິບໍດີ ເທນ ເຊນ ຫົວປະຕິຮູບ ໄດ້ປ່ອຍຕົວພວກນັກໂທດການເມືອງຫຼາຍຮ້ອຍຄົນ ແລະ
ໂຍະຍານການຄວບຄຸມກ່ຽວກັບການຂ່າວ ແລະສິດທິໃນການປະທ້ວງ.

ບັນດາເຈົ້າໜ້າທີ່ການຄ້າຂອງມຽນມາຮູ້ດີວ່າ ​ໄພຂົ່ມຂູ່ຂອງ​ການບັງຄັບໃຊ້ການລົງໂທດ
ຄືນອີກນັ້ນ ເຮັດໃຫ້ບັນດານັກລົງທຶນຕ່າງປະເທດ ມີ​ຄວາ​ມລະມັດລະວັງ.

U Win Aung ປະທານສະຫະພັນຫໍການຄ້າແລະອຸດສາຫະກໍາ ຂອງ​ສະຫະ​ພາບມຽນມາ
ເວົ້າວ່າ ການຍົກເລີກ​ການຂົ່ມຂູ່ທີ່​ຈະລົງໂທດນັ້ນ ​ແມ່ນສໍາຄັນຫຼາຍຕໍ່ອະນາຄົດຂອງມຽນມາ.

ທ່ານ ອູ ວິນ ອ່ອງ ເວົ້າວ່າ: “ມັນສົມຄວນ​ທີ່​ຈະໃຫ້ຂໍ້ສັງເກດວ່າ ການຍົກເລີກການ
ລົງໂທດທົງໝົດນັ້ນ ມີ​ແຕ່​ຈະເຮັດໃຫ້ບັນດານັກລົງທຶນເຂົ້າມາລົງ ທຶນໃນມຽນມາ
ໂດຍປາດສະຈາກການລັງເລໃຈໃດໆ ​ໃນຍຸກໃໝ່​ແຫ່ງການພັດທະນາເສດຖະກິດ
ໃໝ່ຂອງພວກເຮົານີ້. ປະຊາຊົນຂອງພວກເຮົາ​ແມ່ນ ​ແມ່ນປາດຖະໜາຢາກ​ຈະມີ
ຊີວິດຄວາມເປັນຢູ່ ທີ່ດີຂຶ້ນກວ່າເກົ່າ.”


ບັນດາຜູ້ຕ່າງໜ້າທຸລະກິດສະຫະລັດຍັງໄດ້ສະແດງຄວາມເປັນຫ່ວງກ່ຽວກັບບັນຫາດ້ານ
ໂຄງລ່າງພື້ນຖານໃນປັດຈຸບັນຂອງມຽນມາ ເຊັ່ນບັນຫາການຂາດເຂີນກະແສໄຟຟ້າ ແລະ
ຕາໜ່າງການສື່ສານຄົມມະນາຄົມທີ່ບໍ່ດີ ແຕ່ພວກອື່ນໆກໍຫຼິງເຫັນໂອກາດ ອັນດີໃນມຽນ
ມານັ້ນຢູ່.

ມາຍ ຈັງ ທັນ ຜູ້ອໍານວຍການສາຂາຫວຽດນາມຂອງບໍລິສັດ Honeywell ຊຶ່ງເປັນບໍລິສັດ
ດ້ານໂຄງລ່າງພື້ນຖານຂອງ​ສະຫະລັດ ເວົ້າວ່າ ຄວາມດ້ອຍພັດທະນາຂອງມຽນມາເຕືອນ
ຄວາມຈໍາຂອງລາວ ເວລາສະຫະລັດຍົກເລີກການສັ່ງຫ້າມຂາຍອາວຸດໃຫ້ຫວຽດນາມ
ເມື່ອສອງທົດສະວັດ ຜ່ານມາ.

ທ່ານນາງ ມາຍ ຈັງ ທັນ ເວົ້າວ່າ: “ເວລາຂ້າພະເຈົ້າມາມຽນມາເທື່ອທໍາອິດເມື່ອບໍ່
ເທົ່າໃດເດືອນກ່ອນ​ນີ້ ຄວາມຮູ້ສຶກ​ທໍາ​ອິດຂອງຂ້າພະເຈົ້າ ກໍຄື ຂ້າພະ​ເຈົ້າ​ຈື່​ໄດ້​
ໃນ​ທັນ​ທີ ເຖິງຄວາມຕື່ນເຕັ້ນຂອງຂ້າພະເຈົ້າເມື່ອ 19 ປີ ກ່ອນ ແລະຢູ່​ທີ່​ນີ້ ຂ້າ
ພະເຈົ້າໄດ້ພົບປະກັບຫຼາຍໆຄົນ ຈາກວົງ​ການລັດຖະບານ ໄປ​ເຖິງພາກສ່ວນ
ເອກກະຊົນ ແລະຂ້າພະເຈົ້າສັງເກດ​ເຫັນວ່າ ທັງໝົດປະເທດ ແມ່ນມັກການສະ
ໜັບສະໜຸນຂອງສະຫະລັດແທ້ໆ ຄືກັນກັບປະເທດຂອງຂ້າພະເຈົ້າ ເມື່ອ 19 ປີ
ຜ່ານມາ.”


ເພື່ອອໍານວຍ​ຄວາມລາບລື່ນ ໃຫ້​ແກ່ການທໍາທຸລະກໍາການຂອງບັນດາ​ບໍລິສັດ​ທຸລະ​ກິດ ສະຫະລັດ ຢູ່ໃນມຽນມານັ້ນ ເມື່ອວັນສຸກອາທິດ​ແລ້ວ​ນີ້ ວໍຊິງຕັນໄດ້ປະກາດວ່​າ ຕົນ​ຈະ ຍົກເລີກຂໍ້ຈໍາກັດຮັດແຄບຕໍ່ທະນາຄານ ສີ່ແຫ່ງໃນມຽນມາ.

ລັດຖະມົນຕີຊ່ວຍ Fernandez ເວົ້າວ່າ ການອະນຸຍາດໃຫ້ທະນາຄານ​ເຫຼົ່ານັ້ນເຂົ້າຫາ
ລະບົບການເງິນຂອງສະຫະລັດໄດ້ ສ່ວນນຶ່ງກໍ​ແມ່ນ​ເປັນ​ຜົນ​ສືບ​ເນື່ອງ​ມາຈາກການຈົ່ມທຸກ
ຂອງພວກບໍລິສັດແລະອົງການສິດທິຕ່າງໆ ກ່ຽວ​ກັບການບໍ່ສາມາດເຂົ້າຫາການບໍລິການ
ດ້ານການເງິນຂັ້ນພື້ນຖານຕ່າງໆ ເຊັ່ນບັນຊີເຊັກ​ເງິນສົດ ເປັນຕົ້ນ.
XS
SM
MD
LG