ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມຽນມາອະນຸຍາດໃຫ້ ສປຊ ເຂົ້າໄປຊ່ວຍເຫຼືອ ໃນເຂດຊົນເຜົ່າກະຈີນໄດ້ (ວີດິໂອກ່ຽວຂ້ອງ)


ຊາວອົບພະຍົບຊົນເຜົ່າກະຈິນຈຸນຶ່ງ ກໍາລັງລໍຖ້າຮັບການຊ່ວຍເຫຼືອ ຢູ່ໃນຄ້າຍອົບພະຍົບ ພາຍໃນປະເທດແຫ່ງນຶ່ງ ໃນເມືອງໄລຊາ ທາງພາກຕາເວັນອອກສຽງເໜືອຂອງປະເທດ, ວັນທີ 4 ມັງກອນ 2013.
ຊາວອົບພະຍົບຊົນເຜົ່າກະຈິນຈຸນຶ່ງ ກໍາລັງລໍຖ້າຮັບການຊ່ວຍເຫຼືອ ຢູ່ໃນຄ້າຍອົບພະຍົບ ພາຍໃນປະເທດແຫ່ງນຶ່ງ ໃນເມືອງໄລຊາ ທາງພາກຕາເວັນອອກສຽງເໜືອຂອງປະເທດ, ວັນທີ 4 ມັງກອນ 2013.
ມຽນມາຕົກລົງທີ່ຈະອະນຸຍາດໃຫ້ ສະຫະປະຊາຊາດຈັດສົ່ງການ
ຊ່ວຍເຫຼືອດ້ານມະນຸດສະທໍາໄປໃຫ້ແກ່ພວກຊາວບ້ານທີ່ພັດພາກ
ຈາກຖິ່ນຢູ່ອາ​ໄສ ໃນເຂດຍຶດຄອງຂອງກຸ່ມກະບົດໃນລັດກະຈິນ ທາງພາກເໜືອຂອງມຽນມາ. ຂໍ້ຕົກລົງດັ່ງກ່າວແມ່ນມີຂຶ້ນສອງມື້
ຫຼັງຈາກມີລາຍງານວ່າມີຄວາມກ້າວໜ້າໃນການເຈລະຈາສັນຕິ
ພາບທີ່ຈີນ​ເປັນ​ຜູ້ໄກ່ເກ່ຍ​ແລະມີເປົ້າໝາຍເພື່ອຍຸດຕິການສູ້ລົບກັນ​ຢ່າງໜັກ ທີ່​ມີມາໄດ້ ຫຼາຍອາທິດນັ້ນ. ຜູ້ສື່ຂ່າວວີໂອເອ Daniel Schearf ລາຍງານຈາກບາງກອກ ຊຶ່ງທອງ ປານຈະນໍາມາສະເໜີທ່ານ.

ເບິ່ງວີດິໂອ ທີ່ກ່ຽວຂ້ອງກັບລາຍງານນີ້:


ຫ້ອງການສະຫະປະຊາຊາດທີ່ນະຄອນຢ່າງກຸ້ງຢືນຢັນເມື່ອວັນພຸດຜ່ານມານີ້ວ່າອີກບໍ່ດົນ ຢູເອັນຈະສາມາດດໍາເນີນການຈັດສົ່ງການຊ່ວຍເຫຼືອ ໄປຍັງລັດກະຈິນຂອງມຽນມາ​ໄດ້​ແລ້ວ ໂຮມທົງເຂດຕ່າງໆທີ່ຍຶດຄອງໂດຍກຸ່ມກະບົດ ນັ້ນນໍາ.

ກອງທັບມຽນມາ ແລະກອງທັບກະຈິນເອກະລາດ ຫຼື KIA ໄດ້ປະທະກັນ ເປັນຄັ້ງຄາວ ຕະຫຼອດມາ ນັບຕັ້ງແຕ່ສັນຍາຢຸດຍິງໄດ້ແຕກສະບັ້ນລົງໃນປີ 2011 ນັ້ນ.

ການສູ້ລົບກັນດັ່ງກ່າວ ​ໄດ້​ສົ່ງ​ຜົນໃຫ້ພວກຊາວບ້ານຫຼາຍກວ່າ 80,000 ຄົນ ຕ້ອງ​ໄດ້ພັດ ພາກຈາກຖິ່ນຢູ່ອາ​ໄສເດີມຂອງພວກເຂົາເຈົ້າ ຊຶ່ງໃນຂະນະນີ້ ຈໍານວນຫຼາຍ​ແມ່ນກໍາລັງ ອັ່ງອໍກັນຢູ່ໃນຄ້າຍພັກຊົ່ວຄາວແລະຕາມວັດວາ ແລະເພິ່ງພາອາ​ໄສການຊ່ວຍເຫຼືອເທົ່ານັ້ນ.

ຜ່ານ​ມາ ທາງການມຽນມາໄດ້ອະນຸຍາດໃຫ້ມີການຊ່ວຍເຫຼືອດ້ານມະນຸດສະທໍາ ແກ່ເຂດ ຕ່າງໆທີ່ຢູ່​ໃຕ້​ການ​ຄວບ​ຄຸມ​ຂອງຝ່າຍລັດຖະບານ ແຕ່ກໍວາງຂໍ້ຈໍາກັດຕໍ່ການສົ່ງສະບຽງ ຊ່ວຍເຫຼືອໄປຍັງເຂດຂອງກອງທັບກະຈິນ.

ການສົ່ງສະບຽງຊ່ວຍເຫຼືອຄັ້ງລ່າສຸດຂອງຢູເອັນ ແມ່ນເມື່ອເດືອນກໍລະກົດ ປີຜ່ານມາ.

ທ່ານ Aye Win ໂຄສົກຢູເອັນເວົ້າວ່າ ຂະນະນີ້ຢູເອັນກໍາລັງຮ່າງລາຍລະອຽດ ແລະ​ເລື້ອງ ພະລາທິການຕ່າງໆນັ້ນຢູ່ ແຕ່ກໍຫວັງວ່າອີກບໍ່ດົນຈະມີ ໝາຍກໍານົດວັນ ສໍາລັບນໍາສົ່ງການ ຊ່ວຍເຫຼືອອາຫານແລະວັດຖຸ.

ໂຄສົກ ວິນ ເວົ້າວ່າ: “ພວກຄົນເຫຼົ່ານີ້ບໍ່ເຄີຍໄດ້ຮັບການຊ່ວຍໃນປະລິມານ
ຫຼວງຫຼາຍ ມາໄດ້ດົນນານແລ້ວ ແລະແນ່ນອນວ່າພວກເຂົາເຈົ້າຕ້ອງການ
ການຊ່ວຍເຫຼືອຫຼາຍທີ່ສຸດ. ສະນັ້ນ ພວກເຮົາຫວັງວ່າຈະສາມາດ​ເຂົ້າ​ໄປ​
ໄດ້​ໄວທີ່ສຸດເທົ່າ ທີ່ຈະໄວໄດ້ ຄືທັນທີທີ່​ເຮັດລາຍລະອຽດຕ່າງໆແລ້ວ.”


ໂຄສົກຝ່າຍລັດຖະບານມຽນມາ ບໍ່ໄດ້ໃຫ້ຄວາມເຫັນຫຍັງ​ໃນທັນທີນີ້​ເທື່ອ ກ່ຽວ​ກັບຂໍ້ຕົກ ລົງກັນ ສໍາລັບຈັດ​ສົ່ງການຊ່ວຍເຫຼືອໄປຍັງລັດກະຈິນ ຫຼືຕາຕະລາງເວລາທີ່ອາດເປັນ
ໄປໄດ້.

ແຕ່ໃນການສໍາພາດກັບວີໂອເອກ່ອນໜ້ານີ້ ທ່ານ Ye Htut ໂຄສົກປະທານາທິບໍດີມຽນ
ມາ ເວົ້າວ່າ ການລັງເລໃຈຂອງລັດຖະບານມຽນມາ ​ໃນ​ກາ​ນອະນຸຍາດໃຫ້ສົ່ງການຊ່ວຍ
ເຫຼືອນັ້ນ ​ແມ່ນ​ຍ້ອນ​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບ ຄວາມປອດໄພຂອງພວກພະນັກງານຊ່ວຍ ເຫຼືອຫຼາຍ​ກ່ວາ ແລະ​ເປັນ​ຫ່ວງວ່າ ສະບຽງຊ່ວຍເຫຼືອດັ່ງກ່າວ ອາດໄປຕົກເຖິງມືຂອງພວກ ກະບົດໄດ້.

ການສູ້ລົບກັນໄດ້ເພີ່ມທະວີຂຶ້ນ ລະຫວ່າງກອງທັບມຽນມາ ແລະກອງທັບກະຈິນເອກກະ
ລາດ ຫຼື KIA ໃນເດືອນທັນວາປີຜ່ານມາ ພ້ອມກັບການໂຈມຕີທາງອາກາດຂອງ​ຝ່າຍ​
ລັດຖະບານ ຕໍ່ທີ່ໝັ້ນຕ່າງໆຂອງຝ່າຍກະບົດຢູ່ບໍລິເວນອ້ອມແອ້ມເມືອງ Laiza ຊຶ່ງເປັນ
ທີ່ຕັ້ງຂອງກອງບັນຊາການຂອງກຸ່ມກະບົດ ​ໃນເຂດຕິດກັບຊາຍແດນຈີນນັ້ນ.

ຈີນໄດ້ສະແດງຄວາມເປັນຫ່ວງກ່ຽວກັບການສູ້ລົບກັນ ຫຼັງຈາກການລະດົມຍິງປືນໃຫຍ່ ແລະການປະທ້ວງຫຼາຍໆບັ້ນ ໄດ້ລຸກລາມຂ້າມເຂດຊາຍແດນໄປ. ປັກກິ່ງໄດ້ເອົາບົດບາດ
ທີ່ເປີດກວ້າງກວ່າເກົ່າ ໃນການເປັນເຈົ້າພາບຈັດການເຈລະຈາສັນຕິພາບກັນ ເມື່ອວັນຈັນ ອາທິດຜ່ານມາ ທີ່​ໄດ້​ຍັງ​ຜົນ​ໃຫ້​ມີຄວາມກ້າວໜ້າ ​ໃນ​ການ​ບັນລຸ​ຂໍ້​ຕົກລົງ​ກັນ​ນັ້ນ.

ເບິ່ງວີດິໂອກ່ຽວກັບ ການທະວີຄວາມຮຸນແຮງຂຶ້ນ ໃນການສູ້ລົບກັນ
ເມື່ອເດືອນທັນວາ ແລະເດືອນມັງກອນ:


Burma’s Kachin Conflict Escalates
please wait

No media source currently available

0:00 0:03:09 0:00
ລິງໂດຍກົງ


Min Zaw Oo ປະຈໍາສູນກາງສັນຕິພາບມຽນມາໄດ້ເຂົ້າຮ່ວມໃນການເຈລະຈາສັນຕິພາບ
ດັ່ງກ່າວ ທີ່ເມືອງ Ruili ​ທາງ​ຟາກຊາຍແດນຈີນຕິດກັບມຽນມານັ້ນ.

ທ່ານ ອູ໋ ເວົ້າວ່າ: “ຜົນການເຈລະຈາກໍຄືວ່າ ທັງສອງຝ່າຍເຫັນພ້ອມກັນທີ່ ຫຼຸດຜ່ອນ ຄວາມເຄ່ງຕຶງທາງທະຫານລົງ ໂດຍສະເພາະໃນເຂດນັ້ນ ເພື່ອຢຸດການສູ້ລົບກັນ ຈາກທັງສອງຝ່າຍ. ແລະທັງສອງຝ່າຍຍັງໄດ້ຕົກລົງທີ່ຈະ ທໍາການເຈລະຈາກັນ ອີກບັ້ນນຶ່ງ ເພື່ອປຶກສາຫາລືກັນເລຶ່ອງລາຍລະອຽດ ກ່ຽວ​ກັບການ​ຈັດ​ແຈງ​ຕ່າງໆ ເພື່ອສ້າງຄວາມເຂັ້ມແຂງໃຫ້ການແກ່ການຢຸດຍິງຈາກທັງສອງຝ່າຍ ແລະ​ເພື່ອ ກ້າວໄປອີກຂັ້ນ​ນຶ່ງ​ ຂອງການໂອ້ລົມກັນທາງການເມືອງ ເພື່ອຍຸດຕິການຂັດແຍ້ງ
ກັນ​ລະຫວ່າງຊົນເຜົ່ານັ້ນ.”


ທາງການມຽນມາ ແລະ KIA ​ເຫັນ​ພ້ອມ​ນໍາ​ກັນ​ວ່າ ການເຈລະຈາກັນຮອບຕໍ່ໄປ ໜ້າຈະມີ ຂຶ້ນກ່ອນທ້າຍເດືອນນີ້ ຫຼັງຈາກມີການປຶກສາຫາລື​ກັນກັບກຸ່ມ ພັນທະມິດຊົນເຜົ່າມຽນມາ ກໍຄື ສະພາຊົນ​ເຜົ່າ​ສາມັກ​ຄີນັ້ນ.

ຂໍ້ຕົກລົງກັນເພື່ອເປີດໂອກາດໃຫ້ສະຫະ​ປະຊາ​ຊາດ​ຈັດ​ສົ່ງການຊ່ວຍເຫຼືອ ເຂົ້າໄປຍັງລັດ ກະຈິນ ມີຂຶ້ນບໍ່ເທົ່າໃດມື້ກ່ອນທູດພິເສດດ້ານສິດທິມະນຸດ ຂອງຢູເອັນ ມີ​ກໍານົດໄປຢ້ຽມ ຢາມມຽນມາ.

ທ່ານ Tomas Ojea Quintana ຈະໄປຢ້ຽມຢາມລັດກະຈິນ ເພື່ອສັ່ງຊາຕີລາຄາ​ເບິ່ງຜົນ ກະທົບຈາກການສູ້ລົບກັນດັ່ງກ່າວ.

ນອກນີ້ແລ້ວ ທູດພິເສດຢູເອັນ Quintana ຍັງຈະໄປຢ້ຽມຢາມລັດຣາຄາຍ ທີ່ຢູ່ທາງພາກ ຕາເວັນຕົກຂອງມຽນມາ ບ່ອນທີ່ມີການຕໍ່ສູ້ລົບກັນ​ລະຫວ່າງ ປະຊາຄົມຊາວພຸດ ແລະ ຊາວມຸສລິມ ທີ່​ໄດ້ສົ່ງຜົນໃຫ້ມີຜູ້ເສຍຊີວິດ 200 ຄົນ ແລະອີກ 100,000 ພັດພາກຈາກຖິ່ນ ຢູ່ອາ​ໄສນັ້ນ.
XS
SM
MD
LG