ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມຽນມາ ຈະໃຫ້ສິດ ແກ່ຊາວໂຣຮິງຢາ ກ່ອນ ປ. ໂອບາມາ ໄປຢ້ຽມຢາມ (ສະໄລດ໌)


ແຜນທີ່ຈຸດຢ້ຽມຢາມຂອງທ່ານບາຣັກ
ໂອບາມາ ປະທານາທິບໍດີສະຫະລັດ ທີ່ມຽນມາ, ໄທ ແລະ ກໍາປູເຈຍ ທີ່ເລີ້ມຕົ້ນຂຶ້ນໃນວັນເສົາ ວັນທີ 17 ພະຈິກ - 20, 2012.
ແຜນທີ່ຈຸດຢ້ຽມຢາມຂອງທ່ານບາຣັກ ໂອບາມາ ປະທານາທິບໍດີສະຫະລັດ ທີ່ມຽນມາ, ໄທ ແລະ ກໍາປູເຈຍ ທີ່ເລີ້ມຕົ້ນຂຶ້ນໃນວັນເສົາ ວັນທີ 17 ພະຈິກ - 20, 2012.
ປະທານາທິບໍດີມຽນມາໃຫ້ຄໍາໝັ້ນສັນຍາວ່າ ຈະພິຈາລະນາ
ເພື່ອມອບສິດໃໝ່ ໃຫ້ແກ່ຊາວໂຣຮິງຢາທີ່ບໍ່ມີປະເທດ ກ່ອນ
ໜ້າການຢ້ຽມຢາມທີ່ເປັນຂີດໝາຍສໍາຄັນ ຂອງທ່ານບາຣັກ
ໂອບາມາ ປະທານາທິບໍດີສະຫະລັດ.

ຢູ່ໃນສານທີ່ສົ່ງເຖິງອົງການສະຫະປະຊາຊາດໃນວັນສຸກວານນີ້
ທ່ານ Thein Sein ໄດ້ປະນາມສິ່ງທີ່ທ່ານເອີ້ນວ່າ “ເປັນການກໍ່ ຄວາມຮຸນແຮງແບບໄຮ້ຄວາມ ຄຶດ” ລະຫວ່າງປະຊາຄົມຊາວ
ພຸດໃນທ້ອງຖິ່ນ ແລະຊາວມຸສລິມໂຣຮິງຢາ ຢູ່ໃນລັດ Rakhine ທາງພາກຕາເວັນຕົກຂອງມຽນມານັ້ນ.

ຜູ້ນໍາມຽນມາທ່ານນີ້ໄດ້ກ່າວວ່າ ທ່ານຈະກວດເບິ່ງການຈໍາກັດ
ຮັດແຄບ ໃນການ ເຮັດວຽກງານ ແລະການເດີນທາງທີ່ວາງ
ອອກຕໍ່ຊາວໂຣຮິງຢາ ເພື່ອໃຫ້ມາດຕະ ການຕ່າງໆເຫຼົ່ານີ້ໄດ້ລະດັບທີ່ “ຮັບຮູ້ໂດຍສາກົນ”.

ທາງດ້ານອົງການສະຫະປະຊາຊາດນັ້ນ ເອີ້ນຈົດໝາຍຂອງທ່ານ Thein Sein ນັ້ນວ່າ “ເປັນບາດກ້າວອັນນຶ່ງ ທີ່ເດີນໄປຕາມເສັ້ນທາງທີ່ຖືກຕ້ອງ.”

ຊາວມຽນມາຫລາຍຄົນ ຖືຊາວໂຣຮິງຢາວ່າເປັນພວກທີ່ເຂົ້າເມືອງຜິດກົດໝາຍ ທີ່ມາຈາກບັງກລາແດັສ ແຕ່ສ່ວນບັງກລາແດັສນັ້ນ ກໍບໍ່ໄດ້ຮັບຮູ້ວ່າ ພວກເຂົາເຈົ້າ ແມ່ນພົນລະເມືອງຂອງປະເທດຕົນເລີຍ.

ເບິ່ງສະໄລດ໌ປະມວນພາບການກໍ່ຄວາມຮຸນແຮງຢູ່ລັດຣາຄິນຂອງມຽນມາ:
XS
SM
MD
LG