ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

HRW ກ່າວຫາໄທ ບໍ່ປະຕິບັດ ຕໍ່ພວກອົບພະຍົບ ຢ່າງເປັນທໍາ


ອົບພະຍົບມຽນມາ ທີ່ອາໄສຢູ່ໃນໄທ
ອົບພະຍົບມຽນມາ ທີ່ອາໄສຢູ່ໃນໄທ
ກຸ່ມ​ສິ້ງ​ຊອມ​ສິດທິ​ມະນຸດ Human Rights Watch ກໍາລັງ​ຕໍ່​ວ່າ​ຢ່າງ​ໃຫຍ່​ໃນ​ສິ່ງ​ທີ່​ຕົນ​ເອີ້ນ​ວ່າ ນະ​ໂຍບາຍ​ຕາມ​ອໍາ​ເພີ​ໃຈ​ໄຮ້​ເຫດຜົນຂອງ​ໄທ ​ໃນ​ການ​ປະຕິບັດ​ຕໍ່​ພວກ​ອົບ​ພະຍົບ ທີ່​ຕົນ​ເອີ້ນ​ວ່າ ປະປ່ອຍ​ໃຫ້ພວກ​ອົບ​ພະຍົບທີ່​ຢູ່​ໃນ​ຄວາມຫຼໍ່​ແຫຼມ​ຈໍານວນຫຼາຍພັນ​ຄົນ​ຖືກ​ຈັບ​ກຸມ ແລະ​ຖືກ​ເນລະ​ເທດ.

​ໃນລາຍ​ງານ​ສະບັບ​ນຶ່ງທີ່​ນຳ​ອອກ​ເຜີຍ​ແຜ່ໃນວັນ​ພະຫັດ​ມື້​ນີ້ ກຸ່ມ​ສິ້ງ​ຊອມສິດທິມະນຸດ​ກຸ່ມ​ນີ້ ​ໄດ້ບັນທຶກ​ການ​ປະຕິບັດ​ຂອງ​ໄທຕໍ່​ພວກ​ອົບ​ພະຍົບປະ ມານ 140,000 ຄົນ ທີ່ແອ​ອັດ​ກັນຢູ່ຕາມ​ຄ້າຍ​ອົບ​ພະຍົບ​ເລາະ​ເຂດ​ຊາຍ​ແດນ​ໄທ​ ທີ່​ຕິດ​ກັບມຽນມາ​ນັ້ນ.

ລາຍ​ງານ​ເວົ້າ​ວ່າ ພວກ​ອົບ​ພະຍົບທີ່​ກໍາລັງ​ອາໄສ​ຢູ່ຕາມ​ສູນ​ອົບ​ພະຍົບ​ແຫ່ງ ຕ່າງໆ​ທີ່ສອກຫຼິກຫ່າງ​ໄກແລະ​ມັກ​ຈະແອ​ອັດ​ກັນ​ນັ້ນ ບໍ່​ສາມາດ​ເຄຶ່ອນ​ໄຫວ ​ໄປ​ມາ​ໄດ້​ຢ່າງ​ເສລີ ຊອກ​ຫາ​ລາຍ​ໄດ້​ ຫຼື​ແມ່ນ​ແຕ່​ໄດ້​ຮັບ​ການ​ສຶກສາ​ດີ ສໍາ ລັບ​ລູກໆ​ຂອງ​ພວກ​ເຂົາ​ເຈົ້າ.

ລາຍ​ງານ​ເວົ້າ​ອີກ​ວ່າ ສ່ວນ​ພວກ​ອົບ​ພະຍົບທີ່​ອາໄສ​ຢູ່​ນອກ​ສູນ ກໍ​ຍິ່ງ​ຊໍ້າ ຮ້າຍ​ກວ່າ​ນັ້ນ ​ແລະ​ກໍຈະ​ຖືກ​ຈັບ​ກຸມ​ແລະ​ຖືກ​ເນລະ​ເທດ​ໃນ​ທັນທີ ​ເວັ້ນ​ເສຍ​ແຕ່​ວ່າ​ພວກເຂົາ​ເຈົ້າຜ່ານ​ຂັ້ນ​ຕອນ​ຂໍ​ເອົາ​ສະຖານະ​ພາບ​ຄົນ​ງານ​ຕ່າງ​ດ້າວ ທີ່​ຕ້ອງຈ່າຍ​ເງິນ​ຈໍານວນຫຼາຍ ຫຍຸ້ງຍາກແລະ​ມັກ​ຈະ​ມີ​ການ​ສໍ້​ລາດບັງຫຼວງ ກັນນັ້ນ.

ລາຍ​ງານ​ອະທິບາຍເຖິງ​ວິທີ​ການ ​ທີ່​ບັນດາ​ເຈົ້າໜ້າ​ທີ່​ໄທ ຊຶ່ງ​ບາງ​ເທື່ອ​ຕ້ອງ​ບັງຄັບ​ໃຫ້​ພວກອົບ​ພະຍົບທີ່​ອາໄສ​ຢູ່​ນອກ​ສູນ​ນັ້ນ ຖືກ​ບັງຄັບ​ໃຊ້​ແຮງ​ງາ​ນ ​ແລະ​ກັກ​ຂັງ​ພວກ​ເຂົາ​ເຈົ້າ​ໄວ້ແບບບໍ່​ມີ​ກໍານົດ ​ເພື່ອ​ຮັບ​ສິນ​ບົນເງິນ​ຈໍານວນ ຫຼາຍຈາກ​ຄອບຄົວ​ຂອງ​ພວກ​ເຂົາ​ເຈົ້າ.

ກຸ່ມ​ສິ້ງ​ຊອມ​ສິດທິ​ມະນຸດກຸ່ມ​ນີ້ ກໍາລັງ​ຮຽກຮ້ອງ​ໃຫ້​ໄທ​ຈົ່ງດຳ​ເນີນ​ງານ​ຮ່ວມ​ກັບອົງການ​ສະຫະປະຊາ​ຊາດ​ເພື່ອ​ຈັດ​ຕັ້ງ​ລະບົບ​ກວດສອບ​ພວກ​ອົບ​ພະຍົບ ທີ່​ຍຸຕິ​ທໍາ ​ແລະມີຄວາມ​ໂປ່​ງ​ໃສສໍາລັ​ບພວກ​ອົບ​ພະຍົບມຽນມາ​ປະມານ​ 40 ​ເປີ​ເຊັນ ທີ່​ຍັງ​ບໍ່​ໄດ້​ຈົດ​ທະບຽນ​ນັ້ນ.

ນອກ​ນີ້​ແລ້ວ​ກຸ່ມ​ສິ້ງ​ຊອມ​ສິດທິ​ມະນຸດນີ້ ຍັງຢາກ​ໃຫ້​ລັດຖະບານ​ໄທ​ນໍາ​ເອົາ​ແຜນການ​ທີ່​ວ່າ​ດີ​ທີ່​ສຸດ​ເພື່ອ​ຈັດ​ສົ່ງ​ພວກອົບພະຍົບມຽນມາ​ກັບ​ຕ່າວຄືນ​ບ້ານ ໄດ້​ຢ່າງ​ປອດ​ໄພ​ຫຼັງຈາກ​ເຫດການ​ຄວາມ​ຮຸນ​ແຮງ​ໃນ​ປະ​ເທດ​ບ້ານ​ເກີດ​ຂອງ​ພວກເຂົາ​ເຈົ້າ​ເບົາບາງ​ລົງ​ໄປ.

ປະ​ເທດ​ໄທ ຊຶ່ງ​ບໍ່ໄດ້ລົງ​ນາມ​ໃນ​ສົນທິສັນຍາວ່າ​ດ້ວຍ​ອົບ​ພະຍົບ ຂອງອົງ ການ​ສະຫະ​ປະຊາ​ຊາດ​ປີສະບັບ​ປີ 1951 ນັ້ນ ​ແມ່ນ​ບໍ່​ມີ​ກົດໝາຍ​ວ່າ​ດ້ວຍ​ອົບ​ພະຍົບ ຫຼືຂັ້ນ​ຕອນ​ການປະຕິບັດ ກ່ຽວ​ກັບການ​ຂໍ​ລີ້​ໄພແຕ່​ຢ່າງ​ໃດ​ເລີຍ.
XS
SM
MD
LG