ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ມຽນມາກ່າວວ່າ ໄທສາມາດຊ່ອຍແກ້ໄຂ ບັນຫາກະຫລ່ຽງໄດ້


ພວກຊາວບ້ານກະຫລ່ຽງພາກັນເປ້ສິ່ງຂອງບັນເທົາທຸກ ຫລົບໜີ
ຈາກພວກທະຫານມຽນມາ ໃນລັດກະຫລ່ຽງຂອງມຽນມາ
ວັນທີ 8 ມັງກອນ 2010
ພວກຊາວບ້ານກະຫລ່ຽງພາກັນເປ້ສິ່ງຂອງບັນເທົາທຸກ ຫລົບໜີ ຈາກພວກທະຫານມຽນມາ ໃນລັດກະຫລ່ຽງຂອງມຽນມາ ວັນທີ 8 ມັງກອນ 2010

ລັດຖະມົນຕີ​ຖະ​ແຫລ​ງຂ່າວ​ມຽນມາ ກ່າວ​ວ່າ ​ໄທຊຶ່ງເປັນ​ປະ​ເທດ​ເພື່ອນ​ບ້ານ​ອາດສາມາດ​ດໍາ​ເນີນ​ການ​ເພີ່ມຕື່ມ​ເພື່ອ​ຊ່ອຍ​ຍັບ​ຍັ້ງ​ການ​ກໍ່​ການ​ກະ ບົດ​ມາ​ເປັນ​ເວລາ​ນຶ່ງ​ທົດ​ສະ​ວັດ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ມຽນມາ​ນັ້ນ.

ໜັງສືພິມ New Light of Myanmar ທີ່​ລັດ​ເປັນຜູ້​ດໍາ
ເນີນ​ການ​ກ່າວ​ວ່າ ທ່ານ Kyaw Hsan ລັດຖະມົນຕີ​
ຖະ​ແຫລ​ງຂ່າວ​ກ່າວ​ຕໍ່ກອງ​ປະຊຸມ​ສະພາ​ແຫ່ງ​ຊາດ​ໃນວັນ​
ວັນ​ຈັນ​ມື້ກ່ອນນີ້​ວ່າ ຖ້າ​ໄທ​ຫາກ​ຢືນ​ຢູ່​ໃນ​ຖານະ​ເປັນປະ
ເທດ​ເພື່ອນ​ມິດແລ້ວ ບັນຫາ​ຕ່າງໆ​ໃນ​ລັດ​ຂອງຊາວ​ກະ
ຫລ່ຽງ​ ຢູ່ໃນມຽນມ້າ​ ກໍຈະ​ໄດ້​ຮັບ​ການ​ແກ້​ໄຂ​ໃນໄວໆ​
ນີ້.

ລັດຖະມົນຕີ​ຖະ​ແຫລ​ງຂ່າວ​ມຽນມາບໍ່​ໄດ້​ບົ່ງ​ຊື່​ໄທ​ອອກ​ມາ​ໂດຍ​ກົງ ​ແຕ່​ອ້າງ​ອິງ​ເຖິງ​ປະ​ເທດ​ເພື່ອ​ບ້ານ​ຂອງ​ລັດ​ຊາວ​ກະຫລ່ຽງ​ນັ້ນ.

ໄທ​ໃຫ້ບ່ອນພັກພາອາໄສແກ່​ພວກ​ຊາວ​ອົບ​ພະຍົບຊົນ​ເຜົ່າ​
ກະຫລ່ຽງ​ຫລາຍ​ພັນ​ຄົນ​ຈາກ​ມຽນມາ​.

ຊາວ​ກະຫລ່ຽງ​ເປັນ​ຊົນ​ກຸ່ມ​ນ້ອຍ​ໃຫຍ່​ທີ່​ສຸດ​ໃນ​ມຽນມາ. ບັນດາ​ກຸ່ມ​ກະບົດປະກອບ​ອາວຸດ​ໃນ​ລັດ​ກະຫລ່ຽງ​ໄດ້​ທໍາ​ການ​ຕໍ່ສູ້​ກັບ​ລັດຖະບານ​ທະຫານ​ມຽນມາ​ມາ​ເປັນ​ເວລາ​ຫລາຍ​ທົດ​ສະ​ວັດ​ເພື່ອ​ພະຍາຍາມ​ຊອກຫາຊ່ອງທາງປົກຄອງ​ຕົນ​ເອງ​ຈາກ​ລັດຖະບານ​ກາງ​ມຽນມາ​ນັ້ນ.

ທ່ານ Kyaw Hsan ກ່າວ​ວ່າ ພວກ​ກະບົດ​ໃຊ້ສູນ​ອົບ​ພະຍົບ​ແຫ່ງ​ຕ່າງໆ​ໃນໄທ​ເປັນ​ຖານ​ປະຕິບັດງານຂອງ​ພວກ​ເຂົາ​ເພື່ອ​ທໍາ​ການ​ໂຈມ​ຕີ​ກອງທັບ​ມຽນມາ ​ແລະ​ກ່າວ​ຕໍ່​ໄປ​ວ່າ ພວກ​ກະບົດ​ຍັງ​ສືບຕໍ່ມີຄວາມ​ແຂງ​ແຮງ​ຢູ່ ​ໂດຍ​ໄດ້ຮັບ​ການ​ຊ່ອຍ​ເຫລືອ​ຈາກ​ປະ​ເທດ​ມະຫາ​ອໍາ ນາດບາງ​ປະ​ເທດ​ ພ້ອມ​ທັງ​ອົງການ​ຈັດ​ຕັ້ງ​ທີ່​ບໍ່​ພົວພັນ​ກັບ​ລັດຖະບານ​ຕ່າງໆ​ແລະ​ໄທ.

XS
SM
MD
LG