ຊາວອົພະຍົບຈໍານວນຫລາຍກວ່າ 10,000 ຄົນຈາກເຂດພາກຕາເວັນອອກຂອງມຽນມາ ໄດ້ພາກັນຫລັ່ງໄຫລຂ້າມເຂົ້າໄປໃນໄທນັບຕັ້ງແຕ່ການສູ້ລົບໄດ້ລະເບີດຂຶ້ນ ລະຫວ່າງກໍາລັງຂອງຝ່າຍລັດຖະບານທະຫານ ແລະກຸ່ມ ກອງທັບຊາວພຸດກະຫລ່ຽງປະຊາທິປະໄຕຝ່າຍຄ້ານ ໃນເດືອນພະຈິກ ປີຜ່ານມາ ຫລັງການເລືອກຕັ້ງທົ່ວປະເທດຄັ້ງທໍາອິດຂອງມຽນມາ ໃນຮອບ 20 ປີ.
ປະເທດໄທຖືວ່າ ພວກອົພະຍົບເຫລົ່ານີ້ເປັນພວກຄົນຕ່າງດ້າວຜິດກົດ ໝາຍ. ດັ່ງນັ້ນພວກເຂົາເຈົ້າຈຶ່ງບໍ່ໄດ້ຮັບອະນຸ ຍາດໃຫ້ເຂົ້າໄປຢູ່ໃນຄ້າຍອົພະຍົບ ຊຶ່ງນັ້ນໝາຍຄວາມວ່າ ພວກເຂົາເຈົ້າບໍ່ໄດ້ຮັບການຊ່ວຍເຫລືອ ດ້ານມະນຸດສະທໍາ ແລະຜົນກໍຄືພວກອົພະຍົບເຫລົ່ານີ້ຕ້ອງໄດ້ພາກັນໄປຫາ ບ່ອນພັກພາຢູ່ຕາມປ່າດົງ ຫລືຢູ່ຕາມບ່ອນທີ່ພວກເຂົາເຈົ້າພາກັນໄປຕັ້ງຕູບຢູ່ກັນ.
ການສູ້ລົບກັນທີ່ໄດ້ດໍາເນີນສືບຕໍ່ມາເປັນເວລາ
ສີ່ເດືອນ ຕາມເຂດຊາຍແດນຂອງລັດກະຫລ່ຽງ
ຂອງມຽນມານັ້ນ ບໍ່ສະແດງຮ່ອງຮອຍວ່າຈະ
ຜ່ອນເບົາລົງເລີຍ. ນາງ Sally Thomp-
son ແຫ່ງກຸ່ມສະມາຄົມຊາຍແດງໄທ-ມຽນມາ
ກ່າວວ່າ ການເລືອກຕັ້ງໃນມຽນມາໄດ້ເຮັດໃຫ້
ພວກເຈົ້າໜ້າທີ່ໄທລັງເລໃຈຫລາຍຂຶ້ນທີ່ຈະໃຫ້
ຄວາມຊ່ວຍເຫລືອແກ່ພວກອົບພະຍົບ ຊຶ່ງ ນາງກ່າວວ່າ:
“ການທີ່ໄດ້ມີການເລືອກຕັ້ງຂຶ້ນໃນມຽນມາ
ນັ້ນ ຖືກເບິ່ງເຫັນວ່າເປັນການເລີ່ມຕົ້ນ
ຂອງຂັ້ນຕອນໃໝ່ ທີ່ຈະບໍ່ມີພວກອົພະຍົບ
ຫລາຍຂຶ້ນ. ຄວາມຫວັງຈາກລັດຖະບານ
ໄທແລະລັດຖະບານອື່ນໆ ກໍແມ່ນວ່າ ໃນ
ຂັ້ນຕອນໃໝ່ນີ້ ພວກອົພະຍົບຈະສາມາດ
ທະຍອຍກັບຄືນສູ່ມຽນມານັ້ນໄດ້. ດັ່ງນັ້ນ
ຈຶ່ງບໍ່ມີຄວາມເຕັມໃຈໃດໆໃນຂັ້ນນີ້ ທີ່ຈະຈັດຕັ້ງກົນໄກໃໝ່ຂຶ້ນມາ ທີ່ເບິ່ງຄືວ່າຈະ
ເປັນການດຶງດູດເອົາອົພະຍົບເຂົ້າໄປໃນໄທ ຫລາຍຂຶ້ນ. ຈາກທັດສະນະຂອງລັດ
ຖະບານໄທແລ້ວ ຖ້າຫາກວ່າພວກເຂົາເຈົ້າສ້າງຕັ້ງບ່ອນຮອງຮັບເອົາອົບພະຍົບ
ຢ່າງທາງການຫລາຍຂຶ້ນແລ້ວ ລັດຖະບານໄທກໍຄິດວ່າ ມັນຈະເປັນປັດໃຈດຶງດູດ
ເອົາພວກອົພະຍົບຫລາຍຂື້ນ.”
ອົງການຂອງນາງຊາລລີ ທອມສັນ ປະເມີນວ່າ ມີປະຊາຊົນຫລາຍກວ່າ 140,000 ຄົນ
ຈາກມຽນມາ ທີ່ອາໃສຢູ່ໃນຄ້າຍອົພະຍົບ 10 ແຫ່ງຢູ່ຕາມເຂດຊາຍແດນໄທນັ້ນ ແລະ
ອີກຫລາຍພັນຄົນອາໃສຢູ່ໃນຄ້າຍອົພະຍົບ 9 ແຫ່ງຢູ່ພາຍໃນມຽນມາ ທີ່ທາງສະມາຄົມ
ຕິດຕາມເບິ່ງ ແລະໃຫ້ການຊ່ວຍເຫລືອ.
ການຂາດເຂີນການຮັກສາສຸຂະພາບຢູ່ບ້ານຂອງເຂົາເຈົ້າ ແມ່ນເປັນບັນຫາສໍາຄັນສໍາລັບ
ຊາວອົບພະຍົບເຫລົ່ານີ້ ກໍຄືກັນກັບຢູ່ໃນປະເທດໄທ. ນາງທອມສັນກ່າວວ່າ:
“ໂດຍພື້ນຖານແລ້ວ ແມ່ນບໍ່ມີລະບົບການຮັກສາສຸຂະພາບ ທີ່ໄດ້ຜົນຢູ່ໃນພາກຕາ
ເວັນອອກຂອງມຽນມາ ແລະດັ່ງນັ້ນ ພວກປະຊາຊົນຈຶ່ງພາກັນຫລັ່ງໄຫລໄປຍັງ
ບ່ອນອື່ນໆ ເຊັ່ນຄລີນິກແມ່ເຕົ່າ ເພາະມັນເປັນພຽງບ່ອນດຽວເທົ່ານັ້ນ ທີ່ພວກເຂົາ
ເຈົ້າສາມາດໄດ້ຮັບການຮັກສາສຸຂະພາບ. ບໍ່ມີລະບົບການຮັກສາສຸຂະພາບທີ່ຝ່າຍ
ລັດຖະບານຈັດຕັ້ງຂຶ້ນບໍລິການປະຊາຊົນເລີຍ. ບ່ອນທີ່ພວກປະຊາຊົນໄປຮັບການ
ປິ່ນປົວໄດ້ນັ້ນ ກໍແມ່ນບ່ອນທີ່ກຸ່ມຊົນເຜົ່າຂອງພວກເຂົາເຈົ້າເອງ ສ້າງຕັ້ງຂຶ້ນມາ.”
ສຸກສາລາແມ່ເຕົ່າ ທີ່ກໍ່ຕັ້ງຂຶ້ນມາໂດຍ ດອກເຕີ Cynthia Maung ທີ່ອໍາເພີແມ່ສອດນັ້ນ
ສະໜອງການບໍລິການຮັກສາສຸຂະພາບຟີແກ່ພວກອົບພະຍົບ. ນາຍ Lok Gwa ໝໍຜ່າ
ຕັດເຝີກແອບທີ່ສຸກສາລາດັ່ງກ່າວ ເວົ້າວ່າ ນັບຕັ້ງແຕ່ຊາຍແດນໄດ້ປິດລົງໃນເດືອນກັນຍາ
ພວກເຂົາເຈົ້າກໍບໍ່ຄ່ອຍເຫັນພວກຄົນເຈັບຫລາຍ. ບັນທຶກຂອງສຸກສາລາຢືນຢັນຈໍານວນ
ຄົນເຈັບ ວ່າຕົກຢູ່ປະມານ 10,500 ຄົນຕໍ່ເດືອນ ຊຶ່ງປະມານ 2,000 ຄົນ ໜ້ອຍກວ່າປົກ ກະຕິ.
ພວກພະນັກງານປະຈໍາສຸກສາລາ ກ່າວວ່າ ນີ້ບໍ່ໄດ້ເປັນຮ່ອງຮອຍບອກວ່າມີຄົນເຈັບໜ້ອຍ
ລົງ ແຕ່ວ່າມີຄົນເຈັບໜ້ອຍລົງທີ່ສາມາດເຂົ້າມາຮັກສາທີ່ສຸກສາລາໄດ້ ຫລືວ່າພວກເຂົາເຈົ້າ
ອາດຈະທົນເຈັບເອົາໂດຍບໍ່ໄດ້ຮັບການປິ່ນປົວໃດໆ ຫລືບໍ່ກໍຄົງຈະມີການຮັກສາສຸຂະພາບ
ໄປຮອດໄປເຖິງພວກເຂົາເຈົ້າເອງ.
ນາງ Naw Paw Hser Mu Lar ໄດ້ໃຊ້ເວລາ 10 ປີຜ່ານມາ ເຮັດວຽກໃຫ້ກຸ່ມທີ່ເອີ້ນ
ວ່າ ໜ່ວຍພະນັກງານຮັກສາສຸຂະພາບເປ້ຫລັງ ຫລື Backpack Health Worker
Team ຊຶ່ງເປັນເຄືອຂ່າຍຂອງໜ່ວຍສະໜອງການຮັກສາສຸຂະພາບເຄື່ອນທີ່ຫລາຍກ່ວາ
300 ໜ່ວຍທີ່ໃຫ້ການບໍລິການແກ່ພວກທີ່ອາໃສຢູ່ໃນເຂດທີ່ມີການສູ້ລົບກັນໃນມຽນມານັ້ນ.
ນາງກ່າວວ່າ ການສູ້ລົບກັນແມ່ນ
ກໍ່ໃຫ້ເກີດໂຣກໄຂ້ຍຸງ ໂຣກທ້ອງ
ຊຸ ການເຈັບປ່ວຍຂອງແມ່ແລະເ
ດັກຫລາຍເພີ່ມຂຶ້ນ ຕະຫລອດ
ທັງຈໍານວນພວກທີ່ໄດ້ຮັບບາດ
ເຈັບຈາກລະເບີດຝັງດິນມີເພີ່ມຂຶ້ນ
ນັບຕັ້ງແຕ່ເດືອນພະຈິກເປັນຕົ້ນ
ມາ. ນາງກ່າວຕໍ່ໄປວ່າ ບໍ່ໄດ້ມີ
ການປ່ຽນແປງໃນນະໂຍບາຍ
ແລະນາງຄິດວ່າ ມີການສູ້ລົບກັນ
ຫລາຍກວ່າປີຜ່ານມາອີກ ມີຄົນ
ເຈັບຫລາຍກວ່າເກົ່າ ແລະໃນ
ເມື່ອມີການສູ້ລົບກັນຫລາຍຂຶ້ນ ກໍມີ ຄົນເຈັບຫລາຍຂຶ້ນ ແລະມີກໍລະນີທີ່ບາດເຈັບສາຫັດຫລາຍຂຶ້ນ.
ທ່ານ ໝານ ໝານ ປະທານໜ່ວຍພະນັກງານຮັກສາສຸຂະພາບເປ້ຫລັງ ຫລື Backpack Health Worker Team ມີຄວາມຢ້ານກົວທໍານອງດຽວກັນ. ທ່ານ ໝານ ເວົ້າວ່າ
“ຖ້າຈະເວົ້າໃນແງ່ກ່ອນການເລືອກຕັ້ງໃນມຽນມານັ້ນ ພວກເຮົາໄດ້ຄາດໝາຍວ່າ
ຈະມີການສູ້ລົບກັນຫລາຍຂຶ້ນ ແຕ່ປາກົດວ່າບໍ່ມີໃຜຢູ່ໃນປະຊາຄົມນານາຊາດເຊື່ອ
ພວກເຮົາ ແຕ່ແນວໃດກໍຕາມ ກ່ອນການເລືອກຕັ້ງໃນມຽນມາ ພວກເຮົາໄດ້ເລີ່ມ
ຈັດຕຽມໄວ້ ສໍາລັບຫລັງການເລືອກຕັ້ງແລະການສູ້ລົບກັນກໍໄດ້ເລີ່ມຂຶ້ນໃນເມືອງ
ເມຍວະດີ ແລະຕໍ່ມາພວກເຮົາກໍໄດ້ເລີ່ມກໍ່ຕັ້ງທີມງານສຸກເສີນເປ້ຫລັງ ຫລື Backpack ຂຶ້ນມາ 7 ທີມ.”
ພວກນັກເຄຶ່ອນໄຫວເພື່ອສິດທິມະນຸດ ແລະຊາວອົພະຍົບກ່າວວ່າ ການຕໍ່ສູ້ກັນໄດ້ເພີ່ມທະວີ
ຂຶ້ນຫລັງການເລືອກຕັ້ງ ຍ້ອນວ່າຝ່າຍກອງທັບມຽນ ມາພະຍາຍາມຈະເຂົ້າຄວບຄຸມດິນແດນ
ຂອງເຜົ່າກະຫລ່ຽງຫລາຍຂຶ້ນ.
ລັດຖະບານທະຫານມຽນມາໄດ້ເຊັນສັນຍາສັນຕິພາບ ກັບພວກທະຫານບ້ານຂອງຫລາຍໆ
ຊົນເຜົ່າຂອງມຽນມາ ອັນໂຮມທັງກຸ່ມກອງທັບຊາວພຸດ ກະຫລ່ຽງປະຊາທິປະໄຕ ແຕ່ບໍ່ມີກຸ່ມ
ຊົນເຜົ່າໃດຍອມຮັບເອົາຄໍາຮຽກຮ້ອງຂອງຝ່າຍລັດຖະບານ ທີ່ຢາກໃຫ້ພວກເຂົາເຈົ້າເຂົ້າເປັນ
ພາກສ່ວນນຶ່ງຂອງໜ່ວຍທະຫານຍາມຄຸ້ມກັນຊາຍແດນແຫ່ງຊາດ ແລະຜົນທີ່ຕາມມາ ກໍຄື
ການສູ້ລົບໄດ້ລະເບີດຂຶ້ນ ໃນຫລາຍໆພາກສ່ວນຂອງປະເທດ.
ຄະນະຜູ້ແທນຈາກສະຫະພາບຢຸໂຣບຄະນະນຶ່ງ ໄດ້ໄປຢ້ຽມຢາມຄ້າຍ ອົພະຍົບຕາມເຂດ
ຊາຍແດນແຫ່ງຕ່າງໆໃນອາທິດແລ້ວນີ້ ໂດຍມີເປົ້າໝາຍທີ່ຈະສັ່ງຊາຕີລາຄາເບິ່ງທາງເລືອກ
ທີ່ຍືນຍົງຖາວອນຕ່າງໆສໍາລັບຊ່ວຍເຫລືອຊາວອົບພະຍົບມຽນມານັ້ນ ແມ່ນແຕ່ໃນຂະນະ
ທີ່ລັດຖະບານໄທວາງແຜນທີ່ຈະສົ່ງພວກເຂົາເຈົ້າກັບຄືນບ້ານ. ນາງຊາລລີ ທອມສັນ ມອງ
ເຫັນວ່າ ວິທີການແກ້ໄຂບັນຫາວິກິດການຂອງຊາວອົພະຍົບຂອງ ມຽນມານັ້ນ ໂດຍພື້ນ
ຖານແລ້ວ ແມ່ນເປັນການແຫ້ໄຂທາງການເມືອງ ຊຶ່ງນາງກ່າວຕໍ່ໄປວ່າ:
“ການສູ້ລົບກັນ ຈະມີໄປເລື້ອຍໆ ຈົນກວ່າວ່າບັນຫາພວກຊົນເຜົ່າຈະ ໄດ້ຮັບການ
ແກ້ໄຂຢູ່ໃນມຽນມາ. ມີທາງເປັນໄປໄດ້ໜ້ອຍຫລາຍໃນໄລຍະສັ້ນ ທີ່ວ່າບັນຫາ
ພວກຊົນເຜົ່າຈະຖືກແກ້ໄຂໄດ້ ດັ່ງນັ້ນ ຈຶ່ງມີທາງເປັນໄປໄດ້ຫລາຍທີ່ວ່າ ພວກ
ເຮົາຈະໄດ້ເຫັນມີການຕໍ່ສູ້ກັນ ດໍາເນີນຕໍ່ໄປໃນລະດັບເບົາໆ ຢູ່ໃນຂົງເຂດຂອງ
ພວກຊົນເຜົ່າ ຊຶ່ງນັ້ນກໍແມ່ນຈະສືບຕໍ່ເຮັດໃຫ້ມີ ຜູ້ຄົນຫລັ່ງໄຫລເຂົ້າມາໃນໄທ ຫລາຍຂຶ້ນ.”
ອົບພະຍົບຊາວກະຫລ່ຽງ ໄດ້ເລີ່ມຕົ້ນຫລົບໜີເຂົ້າໄປໄທເມື່ອ 26 ປີກ່ອນ ແລະພວກພະນັກ
ງານໃຫ້ການຊ່ວຍເຫລືອກ່າວວ່າ ອັນທີ່ໄດ້ມີການເບິ່ງເຫັນກັນໃນຕອນຕົ້ນໆວ່າ ເປັນສະຖານ
ນະການຊົ່ວຄາວນັ້ນ ໄດ້ກາຍມາເປັນເລຶ່ອງຖາວອນໄປແລ້ວ. ສະຫະພາບຢຸໂຣບກ່າວວ່າ
ຄະນະຜູ້ແທນຂອງຕົນທີ່ເດີນທາງໄປສຶກສາເບິ່ງສະພາບການໃນຄັ້ງນີ້ ຫວັງວ່າຈະຄົ້ນພົບວິທີ
ທາງຕ່າງໆທີ່ຈະຊ່ວຍເຫລືອພວກຊາວອົບພະຍົບສ້າງສາຊີວິດຂອງພວກເຂົາເຈົ້າຄືນໃໝ່ແລະ
ນໍາເອົາການປິ່ນປົວຮັກສາສຸຂະພາບ ການສຶກສາແລະວິຊາຫາກິນ ມາສູ່ພວກເຂົາເຈົ້າໃຫ້ໄດ້.