ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານນາງ ອອງຊານ ຊູຈີ ຢ້ຽມຢາມ ປະຊາຄົມມຽນມາ ທີ່ລັດອິນເດຍນາ (ວີດິໂອກັບສະໄລດ໌)


ຜູ້ນໍາຝ່າຍຄ້ານມຽນມາ ທ່ານນາງ Aung San Suu Ki ກ່າວ
ຄໍາປາໄສຕໍ່ສະມາຊິກຂອງປະຊາຄົມມຽນມາ ທີ່ເມືອງ
Fort Wayne ລັດອິນເດຍນາ
ໃນວັນອັງຄານ ວັນທີ 25 ກັນຍານີ້ (AP Photo/Michael Conroy)
ຜູ້ນໍາຝ່າຍຄ້ານມຽນມາ ທ່ານນາງ Aung San Suu Ki ກ່າວ ຄໍາປາໄສຕໍ່ສະມາຊິກຂອງປະຊາຄົມມຽນມາ ທີ່ເມືອງ Fort Wayne ລັດອິນເດຍນາ ໃນວັນອັງຄານ ວັນທີ 25 ກັນຍານີ້ (AP Photo/Michael Conroy)
ຜູ້ນໍາຝ່າຍຄ້ານມຽນມາ ທ່ານນາງ Aung San Suu Ki ໄດ້ກ່າວ
ຄໍາປາໄສຕໍ່ສະມາ ຊິກຂອງປະຊາຄົມມຽນມາ ຢູ່ໃນສະຫະລັດ
ໃນວັນອັງຄານວານນີ້ ໂດຍໄດ້ສະແດງ ຄວາມຮູ້ສຶກໃນແງ່ດີກ່ຽວ ກັບການຫັນປ່ຽນຂອງມຽນມາ ໄປສູ່ປະຊາທິປະໄຕ.

ພວກສະໜັບສະໜຸນນັກເຄື່ອນໄຫວດ້ານປະຊາທິປະໄຕທ່ານນີ້
ຈໍານວນຫລາຍພັນຄົນໄດ້ໄປເບິ່ງທ່ານນາງກ່າວຄໍາປາໄສ ທີ່ເມືອງ
Fort Wayne ລັດອິນເດຍນາ ທາງພາກ ກາງຂ້ອນໄປທາງທິດຕາ ເວັນຕົກຂອງສະຫະລັດ ບ່ອນທີ່ມີປະຊາຄົມມຽນມາຈໍານວນ
ຫລວງຫລາຍອາໄສຢູ່ ແລະເປັນບ່ອນຢຸດແຫວ່ທີ 4 ໃນລະຫວ່າງ
ການເຄື່ອນໄຫວຢ້ຽມ ຢາມສະຫະລັດເປັນເວລາ 17 ວັນຂອງ
ທ່ານນາງ.

ກ່ອນການກ່າວຄໍາປາໄສເປັນພາສາມຽນມາໂດຍສ່ວນໃຫຍ່ນັ້ນ
ທ່ານນາງຊູຈີ ໄວ 67 ປີ ທີ່ເຄີຍໄດ້ຮັບລາງວັນ Nobel ຂະແໜງສັນຕິພາບ ໄດ້ເວົ້າເປັນ ພາສາອັງກິດກ່ອນ ໂດຍ ໄດ້ກ່າວຍ້ອງຍໍສະຫະລັດວ່າ ເປັນປະເທດ ທີ່ມີປະຊາທິປະໄຕ ທີ່ຍິ່ງໃຫຍ່ທີ່ສຸດໃນໂລກ ແລະວ່າ ທ່ານນາງດີໃຈທີ່ປະຊາຊົນມຽນມາ ໄດ້ມີໂອກາດຮຽນຮູ້ ຈາກຊາວອາເມຣິກັນ.

ເບິ່ງວີດິໂອກ່ຽວກັບການຢ້ຽມຢາມປະຊາຄົມມຽນມາຂອງ
ທ່ານນາງ ອອງຊານ ຊູຈີ ທີ່ລັດອິນເດຍນາ:




ທ່ານນາງກ່າວວ່າ ຂອງຂວັນທີ່ດີທີ່ສຸດທີ່ສະຫະລັດມີຢູ່ ເພື່ອຈະມອບໃຫ້ແກ່ມຽນມານັ້ນ ແມ່ນການສຶກສາ.

ນອກນີ້ ຢູ່ທີ່ເມືອງ Fort Wayne ນັ້ນ ຜູ້ນໍາປະຊາທິປະໄຕມຽນມາ ຍັງໄດ້ຮຽກຮ້ອງຊໍ້າອີກ ໃຫ້ສະຫະລັດຍົກເລີກການລົງໂທດ ຕ່າງໆ ຕໍ່ມຽນມາ. ສະຫະລັດໄດ້ຜ່ອນຜັນການລົງໂທດ
ບາງຢ່າງແລ້ວ ເພື່ອເປັນການສະ ໜອງຕອບຕໍ່ການ ການປະຕິຮູບທາງການເມືອງ ແລະເສດຖະກິດຂອງລັດຖະບານມຽນມາ.

ເບິ່ງສະໄລດ໌ ກ່ຽວກັບການຢ້ຽມຢາມສະຫະລັດຂອງທ່ານນາງອອງຊານ ຊູຈີ
XS
SM
MD
LG