ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ມຽນມາ ຢ້ຽມຢາມ ອັງກິດ ຂະນະທີ່ ມີການກ່າວຫາ ກ່ຽວກັບ ການກວດລ້າງ ຊົນກຸ່ມນ້ອຍ (ວີດີໂອ)


Burma’s President Visits London Amid Accusations Of Ethnic Cleansing
please wait

No media source currently available

0:00 0:03:04 0:00
ລິງໂດຍກົງ
ປະທານາທິບໍດີມຽນມາ ທ່ານ Thein Sein ໄດ້ເດີນທາງໄປຢ້ຽມ
ຢາມກຸງລອນດອນ ໃນອາທິດນີ້ ເປັນເທື່ອທຳອິດ ຊຶ່ງທ່ານໄດ້ເຈ ລະຈາຫາລືກັບນາຍົກລັດຖະມົນຕີອັງກິດ ທ່ານ David Came-
ron ກ່ຽວກັບເລື່ອງການຄ້າແລະການຮ່ວມມືທາງທະຫານ ໃນຂະ ນະທີ່ບັນດາປະເທດຕາເວັນຕົກພວມຊອກຫາຊ່ອງທາງເພີ້ມທະວີ
ການພົວພັນກັບມຽນມາ ຊຶ່ງຄັ້ງນຶ່ງເຄີຍຖືກໂດດດ່ຽວນັ້ນ. ແຕ່ເຖິງ ແມ່ນວ່າຄວາມສຳພັນຂອງມຽນມາກັບບັນດາປະເທດຕາເວັນຕົກ
ໄດ້ຮັບການປັບປຸງ ໃຫ້ດີຂຶ້ນແລ້ວກໍຕາມ ແຕ່ບັນດາກຸ່ມປົກປ້ອງ
ສິດທິມະນຸດ ຍັງກ່າວຫາ ລັດຖະບານມຽນມາວ່າ ພະຍາຍາມທຳ
ການກວດລ້າງ ພວກຊົນກຸ່ມນ້ອຍ. Henry Ridgwell ສົ່ງລາຍ
ງານກ່ຽວກັບເລື່ອງນີ້ ຈາກກຸງລອນດອນ ດັ່ງໄພສານ ມີລາຍລະ
ອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ລິງໂດຍກົງ


ບັນດາປະເທດຕາເວັນຕົກໄດ້ອ້າແຂນຮັບເອົາປະທານາທິບໍດີ Thein Sein ແລະຍົກຍ້ອງ ທ່ານວ່າ ເປັນນັກປະຕິຮູບ ທາງດ້ານການເມືອງຄົນນຶ່ງ. ທ່ານໄດ້ຖືກຕ້ອນຮັບ ຢ່າງອົບອຸ່ນ ໂດຍນາຍົກລັດຖະຕີອັງກິດ ທ່ານ David Cameron ແລະຜູ້ນຳທັງສອງ ໄດ້ສົນທະນາຫາ ລືກັນເລື້ອງການເພີ້ມທະວີການພົວພັນທາງດ້ານຄ້າແລະການຮ່ວມມືທາງດ້ານທະຫານແຕ່ ບໍ່ໄດ້ມີການເປີດເຜີຍລາຍລະອຽດອື່ນໃດ ໃຫ້ຊາບຕື່ມອີກ.

ໃນການຖະແຫລງ ຢູ່ Chatham House ອັນເປັນສະຖາບັນດ້ານນະໂຍບາຍ ຕັ້ງຢູ່ໃນກຸງ ລອນດອນນັ້ນປະທານາທິບໍດີ Thein Sein ເອີ້ນການຫັນປ່ຽນຂອງມຽນມາວ່າບໍ່ມີປະເທດ ໃດທຽບໄດ້ ໃນປະຫວັດສາດຍຸກໃໝ່.

ປະທານາທິບໍດີ Thein Sein ເວົ້າວ່າ ໄດ້ມີການປ່ອຍພວກນັກໂທດຫຼາຍພັນຄົນແລະກ່າວ ຕື່ມວ່າ ຄະນະກຳມະການພິເສດ ຊຶ່ງສ່ວນນຶ່ງ ແມ່ນປະກອບດ້ວຍອະດີດພວກນັກໂທດນັ້ນ ພວມດຳເນີນງານຢ່າງແຂງຂັນ ເພື່ອຄໍ້າປະກັນວ່າ ບໍ່ມີຜູ້ໃດ ຍັງຖືກຄຸກຢູ່ ຍ້ອນຄວາມເຊື່ອ ທາງດ້ານການເມືອງຂອງຜູ້ກ່ຽວ. ຫຼັງຈາກນັ້ນທ່ານກໍໃຫ້ສັນຍາວ່າຈະບໍ່ມີພວກນັກໂທດຈິດ ສຳນຶກທາງການເມືອງ ເຫຼືອຢູ່ໃນຄຸກຂອງມຽນມາອີກ ພາຍໃນທ້າຍປີນີ້.

ແຕ່ຢູ່ນອກສະພາແຫ່ງຊາດຂອງອັງກິດ ມີຜູ້ຄົນຈໍານວນນຶ່ງພາກັນໄປປະທ້ວງ ແລະໄດ້ພາ ກັນສ້າງປ່າຊ້າຈຳລອງຂຶ້ນ ທີ່ມີປ້າຍຂຸມຝັງສົບຂຽນວ່າ RIP Rohinya ທີ່ແປວ່າ “ຈົ່ງໄປສູ່ ສຸຂະຕິເຖີດ ຊາວໂຣຮິງຢາ”. ພວກປະທ້ວງ ຢາກເນັ້ນໜັກໃຫ້ເຫັນ ໃນອັນທີ່ພວກເຂົາເຈົ້າ ກ່າວອ້າງວ່າ ເປັນການພະຍາຍາມ ເພື່ອກວດລ້າງພວກຊົນກຸ່ມນ້ອຍມຸສລິມໂຣຮິງຢາ ຢູ່ທີ່ ລັດ Rakhine ທາງພາກຕາເວັນຕົກຂອງມຽນມາ ແລະເຂົາເຈົ້າກ່າວຫານາຍົກລັດຖະມົນ
ຕີ Cameron ວ່າ ບໍ່ເອົາຫົວຊາຕໍ່ບັນຫາຂັດແຍ້ງດັ່ງກ່າວ.

ທ່ານ Ahamed Jarmal ເປັນເລຂາທິການຂອງອົງການຊາວມຽນມາເຊື້ອສາຍໂຣຮິງຢາ ຢູ່ທີ່ປະເທດອັງກິດ.

ທ່ານ Jarmal ເວົ້າວ່າ “ນັບແຕ່ປີກາຍນີ້ມາ ຄືແຕ່ເດືອນມິຖຸນາປີ 2012 ການກວດ ລ້າງຊົນເຜົ່າທີ່ລັດເປັນຜູ້ຈັດຂຶ້ນແລະລັດຖະບານໜຸນຫຼັງນັ້ນ ໄດ້ເລີ້ມຂຶ້ນ. ມີຫຼາຍ ພັນຄົນເສຍຊີວິດ ແລະພວກເດັກນ້ອຍໄດ້ຖືກເຜົາທັງເປັນ. ເຮືອນຫຼາຍໆຫຼັງຖືກ
ຈູດ ແລະເກືອບ 140,000 ຄົນ ຕ້ອງໄດ້ອົບພະຍົບຫຼົບໄພໄປຢູ່ແຫ່ງອື່ນພາຍໃນ ປະເທດ."


ທ່ານ Thein Sein ໄດ້ກ່າວ ຢູ່ໃນເວັບໄຊປະທານາທິບໍດີຂອງທ່ານ ໃນມື້ວັນອາທິດຜ່ານ ມານີ້ວ່າ ທ່ານໄດ້ຍຸບກອງກຳລັງຮັກສາຄວາມສະຫງົບ ທີ່ຖືກກ່າວຫາວ່າ ທຳການລ່ວງລະ ເມີດສິດທິຂອງພວກມຸສລິມໂຣຮິງຢານັ້ນແລ້ວ.

ປະທານາທິບໍດີ Thein Sein ບໍ່ໄດ້ກ່າວເຖິງຊື່ພວກໂຣຮິງຢາໂດຍກົງ ໃນຄຳປາໄສຂອງ ທ່ານ ແຕ່ກໍໄດ້ທຳນາຍໄວ້ວ່າ ຈະມີການຢຸດຍິງໃນທົ່ວປະເທດ ພາຍໃນສອງສາມອາທິດ ຂ້າງໜ້ານີ້.

ປະທານາທິບໍດີ Thein Sein ເວົ້າວ່າ ລັດຖະບານຂອງທ່ານໄດ້ດຳເນີນງານແບບບໍ່ຮູ້ອິດ ເມື່ອຍເພື່ອສັນຕິພາບ ແຕ່ມັນບໍ່ແມ່ນເລື່ອງງ່າຍເລີຍ ທີ່ຈະບັນລຸສິ່ງດັ່ງກ່າວນັ້ນໄດ້. ທ່ານ ກ່າວວ່າ ບັນຫາຂັດແຍ້ງທີ່ຍັງເຫຼືອຢູ່ທັງໝົດແມ່ນມີລັກສະນະດ້ານຊົນຊາດຊົນເຜົ່າທັງນັ້ນ ແລະຝັງຮາກເລິກຢູ່ໃນຄວາມບໍ່ພໍໃຈ ແລະຄວາມໄຝ່ຝັນປາດຖະນາທີ່ມີມາເປັນເວລາດົນ ນານຂອງພວກຊົນຊາດຊົນເຜົ່າ. ທ່ານກ່າວຕື່ມວ່າ ມັນບໍ່ແມ່ນກຸ່ມປະກອບອາວຸດທີ່ບໍ່ມີປະ ເທດພຽງແຕ່ກຸ່ມດຽວຢູ່ໃນມຽນມາ ແຕ່ມີຫຼາຍກວ່າສິບກຸ່ມ.

ແຕ່ບັນດາກຸ່ມປົກປ້ອງສິດທິມະນຸດ ເວົ້າວ່າ ການແນເປົ້າໝາຍໂຈມຕີພວກໂຣຮິງຢາຍັງ
ດຳເນີນຢູ່ຕໍ່ມາ ຊຶ່ງພາໃຫ້ພວກປຸກລະດົມຕໍ່ຕ້ານເລື້ອງນີ້ສົມທຽບບັນຫາດັ່ງກ່າວໃສ່ການ ຂ້າລ້າງເຊື້ອຊາດເຜົ່າພັນ ຢູ່ຣວັນດາ ໃນປີ 1994. ອີກຄັ້ງນຶ່ງ ທ່ານ Ahamed Jarmal ຈາກອົງການຊາວມຽນມາເຊື້ອສາຍໂຣຮິງຢາ ໃຫ້ຄວາມເຫັນກ່ຽວກັບເລື່ອງນີ້.

ທ່ານ Jarmal ເວົ້າວ່າ “ມີຊາວໂຣຮິງຢາ ພຽງແຕ່ 800,000 ຄົນຢູ່ທີ່ລັດ Rakhine. ສົມທຽບຈຳນວນ 800,000 ຄົນ ໃສ່ພວກອົບພະຍົບ ພາຍໃນປະເທດ ເກືອບ 200,000 ຄົນທີ່ອາໄສຢູ່ຕາມສູນຕ່າງໆ ແລະພວກທີ່ຖືກສັງຫານໝູ່ ຖືກຂ້າແລະ ຈູດທັງເປັນແລ້ວ ພວກທ່ານວ່າ ພວກເຮົາຄວນຈະລໍຖ້າ ໃຫ້ສະພາບການແບບຢູ່ ຣວັນດາເກີດຂຶ້ນແທ້ໆກ່ອນບໍ? ຫລືວ່າພວກເຮົາຄວນຮ້ອງໂຮຂໍຄວາມຊ່ອຍເຫຼືອ ໄດ້ແລ້ວ.”

ເຈົ້າໜ້າທີ່ອັງກິດກ່າວວ່າ ນາຍົກລັດຖະມົນຕີ Cameron ໄດ້ຍົກເອົາເລື່ອງຊາວໂຣຮິງຢາ ຂຶ້ນມາເວົ້າ ໃນລະຫວ່າງການເຈລະຈາຫາລືກັນ. ແຕ່ປະທານາທິບໍດີ Thein Sein ປະຕິ ເສດວ່າ ທາງລັດບໍ່ໄດ້ມີພົວພັນໃດໆໃນຄວາມຮຸນແຮງຢູ່ໃນມຽນມາ.
XS
SM
MD
LG