ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນຳ ຝ່າຍຄ້ານ ມຽນມາ ຮຽກຮ້ອງໃຫ້ ສາມັກຄີ ພາຍໃນພັກ


ຜູ້ນຳພັກຝ່າຍຄ້ານມຽນມາ ທ່ານນາງອອງຊານ ຊູຈີ ຖະແຫຼງຕໍ່ກອງປະຊຸມຫຼວງ ຂອງພັກສັນນິບາດແຫ່ງຊາດ ເພື່ອປະຊາທິປະໄຕ ທີ່ຮ້ານອາຫານ Royal Rose ໃນນະຄອນຢ່າງກຸ້ງ (9 ມີນາ 2013)
ຜູ້ນຳພັກຝ່າຍຄ້ານມຽນມາ ທ່ານນາງອອງຊານ ຊູຈີ ຖະແຫຼງຕໍ່ກອງປະຊຸມຫຼວງ ຂອງພັກສັນນິບາດແຫ່ງຊາດ ເພື່ອປະຊາທິປະໄຕ ທີ່ຮ້ານອາຫານ Royal Rose ໃນນະຄອນຢ່າງກຸ້ງ (9 ມີນາ 2013)
ທ່ານນາງອອງຊານ ຊູຈີ ຜູ້ນຳພັກຝ່າຍຄ້ານ ຂອງມຽນມາ ຮຽກ
ຮ້ອງໃຫ້ ພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕ ຫຼື NDL
ຂອງທ່ານນາງຈົ່ງມີຄວາມເປັນນໍ້ານຶ່ງໃຈດຽວແລະຍຸຕິການຕໍ່ສູ້
ກັນພາຍໃນພັກ.

ໃນມື້ທີສອງຂອງກອງປະຊຸມຫຼວງພັກເປັນເວລາສາມມື້ໃນວັນ
ເສົາມື້ນີ້ ທ່ານນາງອອງຊານ ຊູຈີ ຜູ້ທີ່ເຄີຍໄດ້ຮັບ ລາງວັນໂນ
ແບລຂະແໜງສັນຕິພາບ ໄດ້ຮຽກຮ້ອງໃຫ້ຄະນະຜູ້ແທນຂອງ
ພັກ ຈົ່ງເລືອກເອົາ ພວກຜູ້ນຳຊຸດໃໝ່ ທີ່ເຂົ້າອົກເຂົ້າໃຈ ເປັນ
ຢ່າງດີ ກ່ຽວກັບສະພາບການຍຸກສະໄໝນີ້.

ພວກນັກວິເຄາະກ່າວວ່າ ພັກສັນນິບາດແຫ່ງຊາດເພື່ອປະຊາ
ທິປະໄຕໄດ້ແຕກແຍກອອກເປັນກ້ອນເປັນກຸ່ມໂດຍພວກສະ
ມາຊິກອະວຸໂສທີ່ມີອາຍຸ 80 ແລະ 90 ປີ ພ້ອມທັງມີສຸຂະພາບ
ທີ່ຊຸດໂຊມ ບໍ່ຕ້ອງການທີ່ຈະມອບອໍານາດໃຫ້ແກ່ບັນດາພວກ
ຜູ້ນຳທີ່ຍັງໜຸ່ມນ້ອຍຮຸ່ນໃໝ່.

ທ່ານ Nyan Win ໂຄສົກຂອງພັກ NDL ກ່າວຕໍ່ວີໂອເອ ໃນ
ເດືອນແລ້ວນີ້ວ່າ ພັກ NDL ມີຄວາມຕັ້ງໃຈທີ່ຈະແກ້ໄຂບັນ
ຫາພວກຜູ້ນຳທີ່ໜຸ່ມນ້ອຍ ໃນລະຫວ່າງກອງປະຊຸມຫຼວງຂອງ
ພັກໃນອາທິດນີ້ ໂດຍປະກາດວ່າຈະເລືອກເອົາພວກໜຸ່ມ
ນ້ອຍ ແລະພວກແມ່ຍິງເພີ້ມຂຶ້ນ ເຂົ້າກຳຕຳແໜ່ງຜູ້ນຳຕ່າງໆ
ພາຍໃນພັກ.
XS
SM
MD
LG