ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ມຽນມາແຕ່ງຕັ້ງ ຄະນະລັດບານຊຸດໃໝ່


ປະທານາທິບໍດີຄົນໃໝ່ຂອງມຽນມາ ທ່ານ Thein Sein
ປະທານາທິບໍດີຄົນໃໝ່ຂອງມຽນມາ ທ່ານ Thein Sein

ປະທານທິບໍດີຄົນໃໝ່ຂອງມຽນມາໄດ້ປະກາດລາຍຊື່ພວກທີ່ຖືກແຕ່ງຕັ້ງໃຫ້ເຂົ້າຮ່ວມໃນຄະນະ
ລັດຖະບານ ຊຶ່ງຄອບງຳໂດຍພວກນາຍທະຫານເບ້ຍບຳນານ.

ລາຍຊື່ດັ່ງກ່າວໄດ້ຖືກສົ່ງໄປຍັງສະພາແຫ່ງຊາດໃນວັນພຸດວານນີ້ໂດຍປະທານາທິບໍດີ Thien
Sein ຊຶ່ງຜູ້ກ່ຽວເອງກໍເປັນອະດີດນາຍທະຫານອະວຸໂສຂອງມຽນມາ.

ເປັນທີ່ຄາດກັນວ່າ ສະພາແຫ່ງຊາດຈະລົງຄະແນນສຽງຮັບຮອງເອົາລາຍຊື່ຄະນະລັດຖະບານ
ໃນວັນສຸກມື້ອື່ນ. ໃນຕອນເຊົ້າວານນີ້ສະພາແຫ່ງຊາດມຽນມາໄດ້ໃຫ້ການອະນຸມັດຕໍ່ຂໍ້ສະເໜີ
ຂອງປະທານາທິບໍດີທີ່ຈະຂະຫຍາຍຂະໜາດຂອງລັດຖະບານໂດຍຈະເພີ່ມລັດຖະມົນຕີຕື່ມອີກ
2 ທ່ານ ຊຶ່ງຈະເຮັດໃຫ້ຈຳນວນລັດຖະມົນຕີທັງໝົດ ຕົກເປັນ 34 ທ່ານ.

ທ່ານ Thien Sein ໄດ້ຖືກເລືອກເປັນປະທານາທິບໍດີ ໃນສັບປະດາແລ້ວ. ທ່ານເປັນຜູ້ນຳ
ຂອງພັກເອກະພາບແລະການພັດທະນາຂອງ​ສະຫະ​ພາບ ທີ່ໄດ້ຊະນະບ່ອນນັ່ງສ່ວນຫຼາຍ
ຢູ່ໃນສະພາແຫ່ງຊາດໃນການເລືອກຕັ້ງເມື່ອເດືອນພະຈິກຜ່ານມາ.

ຄະນະສັງເກດການນາໆຊາດໄດ້ປະນາມການເລືອກຕັ້ງດັ່ງກ່າວນີ້ວ່າເປັນແຜນການຫຼອກ
ລວງຍ້ອນວ່າພັກທີ່ວ່ານີ້ເປັນພັນທະມິດທີ່ໃກ້ຊິດກັບພວກຜູ້ນຳທະຫານທີ່ປົກຄອງມຽນມາ
ມາເປັນເວລາຫຼາຍໆທົດສະວັດນັ້ນ

XS
SM
MD
LG