ຂະນະທີ່ພາຍຸຝົນ ພັດຖະຫຼົ່ມ
ເມືອງແມ່ສອດ ຫົວເມືອງຊາຍ
ແດນ ໄທ-ມຽນມາຢູ່ນັ້ນ ນາງ
Khin Cho Myint ອະດີດນັກ
ໂທດການເມືອງ ຈາກມຽນມາກໍ
ເລົ່າສູ່ຟັງເຖິງການດີ້ນຮົນຕໍ່ສູ້ທີ່
ພວກຕຳໜິຕິຕຽນ ລັດຖະບານ
ທະຫານ ໃນປະເທດຂອງນາງ
ກຳລັງປະເຊີນຢູ່. ນາງໄດ້ນັ່ງ
ເລົ່າ ຢູ່ໃນຫ້ອງການ ຊຶ່ງເປັນ
ທັງຫໍພິພິດທະພັນນໍາ ຂອງສະ
ມາຄົມໃຫ້ການຊ່ອຍເຫຼືອ ແກ່
ພວກນັກໂທດການເມືອງມຽນ
ມາ.
ຢູ່ຕາມຝາທີ່ທາສີຂາວຂອງຫ້ອງ
ການດັ່ງກ່າວນີ້ ມີຮູບພວກນັກ
ໂທດການເມືອງ ທີ່ເສຍຊີວິດໃນ
ລະຫວ່າງຖືກຄຸມຂັງຢູ່ໃນມຽນມາ. ສ່ວນຢູ່ບ່ອນອື່ນໆກໍມີຮູບທີ່ສະແດງໃຫ້ເຫັນເຖິງການທໍລະ
ມານ ທີ່ພວກທໍາມະໂລງນໍາໃຊ້ຢູ່ໃນຄຸກກັບພວກນັກໂທດທີ່ຖືກລ່າມໂສ້ຫຼືຢືນໃນທ່າທີ່ຍາກໆ
ໃນຂະນະທີ່ຖືກຂູ່ວ່າຈະມີການໃຊ້ຄວາມຮຸນແຮງຕໍ່ເຂົາເຈົ້າ. ນາງ Khin Cho Myint ເວົ້າ
ວ່າ:
“ພວກເຮົາສະແດງພາບຂອງນັກໂທດການເມືອງ ທີ່ຕາຍຢູ່ໃນຄຸກຂອງມຽນມາ.
ຢູ່ໃນແຜ່ນທີ່ນັ້ນ ພວກເຮົາສະແດງໃຫ້ເຫັນທີ່ຕັ້ງຂອງຄຸກ ຢູ່ໃນມຽນມາ ໝົດທັງ
44 ແຫ່ງ. ຢູ່ໃນຫລາຍເຂດ ແລະແຄວ້ນທີ່ແຕກຕ່າງກັນນັ້ນແມ່ນມີຄຸກ 44 ແຫ່ງ
ຢູ່ໃນມຽນມາ. ພວກເຮົາໄດ້ສະແດງໃຫ້ເຫັນຊີວິດຢູ່ໃນຄຸກ ສະແດງ ພາບໃຫ້
ເຫັນວ່າເຈົ້າໜ້າທີ່ຍາມຄຸກ ເອົາອາຫານໃຫ້ນັກໂທດ ການເມືອງ ກິນຄືແນວໃດ
ໃນແຕ່ລະມື້ ຊຶ່ງກໍມີເຂົ້າກັບແກງໃນໝາກຖົ່ວແລະເຂົ້າກັບແກງຜັກເປັນອາຫານ
ຄໍ່າ. ມັນເປັນອາຫານ ທີ່ບໍ່ມີທາດບໍາລຸງຫຍັງເລີຍ.”
ນາງ Khin Cho Myint ໄດ້ຖືກຈັບໃນປີ 1998 ແລະຖືກຕັດສິນໂທດຈຳຄຸກເປັນເວລາ
10 ປີຍ້ອນໄດ້ພົວພັນນຳຂະບວນການນັກສຶກສາຮຽກຮ້ອງປະຊາທິປະໄຕ. ນາງໄດ້ຖືກ
ປ່ອຍໃນປີ 2004 ຫຼັງຈາກໄດ້ຮັບໃຊ້ໂທດເປັນເວລາ 5 ປີກັບ 9 ເດືອນ. ນາງໄດ້ຫຼົບໜີ
ອອກຈາກປະເທດມຽນມາ ຍ້ອນຢ້ານວ່າຈະຖືກຈັບຕື່ມອີກ.
ຫຼັງຈາກຖືກຈັບແລ້ວ ນາງ Khin Cho Myint ກໍໄດ້ຖືກສອບປາກຄໍາ ບໍ່ໃຫ້ກິນອາຫານ
ບໍ່ໃຫ້ຫຼັບນອນ ແລະຫຼັງຈາກນັ້ນ ກໍຖືກສົ່ງໄປຂັງດ່ຽວ. ນາງເລົ່າວ່າ:
“ບາງຄັ້ງຂ້ອຍບໍ່ມີໃຜທີ່ຈະຍິ້ມຫົວໃສ່ ບໍ່ມີໃຜຈະລົມນໍາ. ອັນນີ້ກໍແມ່ນຄວາມທໍລະ
ມານແນວນຶ່ງ ແລະທຸກສິ່ງອື່ນໆອີກ ເຊັ່ນນໍ້າສະອາດບໍລິສຸດສໍາລັບດື່ມ, ບາງຄັ້ງ
ພວກເຂົາກໍບໍ່ເອົານໍ້າສະອາດ ໃຫ້ກິນ. ຕົວຢ່າງເຊັ່ນ ເອົານໍ້າຫ້ວຍມາໃຫ້ກິນ ຈັ່ງຊີ້
ຊິໃຫ້ຂ້ອຍກິນໄດ້ແນວໃດ.”
ອະດີດພວກນັກໂທດການເມືອງມຽນມາໄດ້ສ້າງຕັ້ງ ສະມາຄົມໃຫ້ການຊ່ອຍເຫຼືອພວກນັກ
ໂທດການເມືອງ ນີ້ຂຶ້ນ ໃນປີ 2000. ກຸ່ມດັ່ງກ່າວເວົ້າວ່າ ມີນັກໂທດການເມືອງ 2,193
ຄົນ ຢູ່ໃນມຽນມາ.
ນາຍໂບຈີ ຊຶ່ງເປັນເລຂາຮ່ວມຂອງສະມາຄົມ
ກ່າວວ່າ ເປັນທີ່ປາກົດວ່າສະພາບການ ຂອງ
ພວກນັກໂທດ ແມ່ນນັບມື້ນັບຈະຊຸດໂຊມລົງ.
ລາວກ່າວຊີ້ແຈງຕື່ມວ່າ:
“ພວກສອບປາກສອບຄໍາຈະເອົາເຫລັກ
ແຍ່ກົ້ນພວກກັກຂັງ ມັນເກີດຂຶ້ນ ໃນປີ
2010. ຄືໝາຍເຖິງການທໍລະມານທີ່
ເປັນລະບົບ ຂ້າພະເຈົ້າໄດ້ພົບປະກັບ
ພວກອະດີດນັກໂທດການເມືອງຫລາຍ
ຄົນ ແລະໃນທີ່ສຸດໃນປີ 2010 ຂ້າພະ
ເຈົ້າໄດ້ຫລັກຖານຂອງວິທີ ການທໍລະ
ມານດ້ວຍກະແສໄຟຟ້າຫລືເອົາເຫລັກ
ໃສ່ໜ້າແຂ່ງ ຊື່ງວິທີການເຫລົ່ານັ້ນຖືວ່າເປັນເລຶ່ອງທໍາມະດາ ເຊັ່ນການລະເມີດ
ທາງເພດ ການກະທໍາຮຸນແຮງທາງເພດ. ພວກເຮົາທົນຕໍ່ການທໍລະມານວິທີນັ້ນ
ບໍ່ໄດ້.”
ຝາດ້ານນຶ່ງຂອງຫໍພິພິດທະພັນ ແມ່ນໄດ້ອຸທິດໃຫ້ແກ່ນັກໂທດການເມືອງທີ່ມີຊື່ສຽງທີ່ສຸດຂອງ
ມຽນມາ ນັ້ນກໍຄືທ່ານນາງອອງຊານຊູຈີ ຜູ້ຊຶ່ງ ໃນໄລຍະສ່ວນໃຫຍ່ຂອງ 20 ປີທີ່ ຜ່ານມານີ້
ແມ່ນໄດ້ຖືກຈັບກຸມຄຸມຂັງ. ທ່ານນາງອອງຊານຊູຈີທີ່ເຄີຍໄດ້ຮັບລາງວັນໂນແບລຂະແໜງສັນ
ຕິພາບມາແລ້ວນັ້ນຍັງສືບຕໍ່ຖືກກັກບໍລິເວນທັງໆທີ່ລັດຖະບານທະຫານໃຫ້ຮ່ອງຮອຍວ່າທ່ານ
ນາງຈະຖືກປ່ອຍ ເວລາຄຳສັ່ງກັກບໍລິເວນຮອບປັດຈຸບັນຂອງທ່ານນາງໝົດອາຍຸລົງ ໃນວັນທີ
13 ເດືອນນີ້.
ນາຍໂບຈີຢ້ານວ່າຈະມີພວກນັກເຄື່ອນໄຫວ
ໃນຈຳນວນເພີ່ມຂຶ້ນຖືກຈັບລຸນຫຼັງການເລືອກ
ຕັ້ງໃນວັນທີ 7 ພະຈິກ ຊຶ່ງເປັນການປ່ອນບັດ
ທີ່ບັນດາກຸ່ມປົກປ້ອງສິດທິມະນຸດນາໆຊາດ
ແລະລັດຖະບານ ຂອງຫຼາຍໆປະເທດຖືວ່າ
ເປັນແຜນການຫຼອກລວງຍ້ອນໄດ້ມີການຈຳ
ກັດຮັດແຄບ ບັນດາຜູ້ສະມັກຂອງພັກຝ່າຍ
ຄ້ານ. ນາຍໂບຈີ ກ່າວກ່ຽວກັບເລື່ອງນີ້ວ່າ:
“ພວກເຮົາຄາດຫວັງຫລາຍຂຶ້ນວ່າຈະມີ
ການຈັບກຸມເພີ່ມຂຶ້ນເນື່ອງ ຈາກລັດຖະ
ທໍາມະນູນສະບັບປີ 2008 ນັ້ນ. ກໍຄື
ລັດຖະທໍາມະນູນສະບັບດັ່ງກ່າວນີ້
ບໍ່ໃຫ້ເສລີພາບ ໃນການເຕົ້າໂຮມຊຸມນຸມກັນ ບໍ່ໃຫ້ເສລີພາບໃນການສະແດງ
ຄວາມຄິດຄວາມເຫັນ ເມື່ອເປັນດັ່ງນີ້ແລ້ວ ກໍໝາຍເຖິງວ່າເສລີພາບທັງໝົດ
ດ້ານສິດທິມະນຸດກໍຖືກຈໍາກັດຮັດແຄບໄປ. ມັນໝາຍເຖິງອີກວ່າ ພວກເຮົາບໍ່
ສາມາດທີ່ຈະຫວັງເຫັນສັງຄົມພົນລະເຮືອນທີ່ຈະພັດທະນາຂຶ້ນມາໄດ້ພາຍໃຕ້
ລັດຖະທໍາມະນູນສະບັບໃໝ່. ຄວາມເປັນຫ່ວງອັນໃຫຍ່ຫລວງຂອງພວກເຮົານັ້ນ
ກໍແມ່ນລັດຖະທໍາມະນູນຫລາຍກວ່າ ບໍ່ແມ່ນການເລືອກຕັ້ງ ເພາະວ່າການເລືອກ
ຕັ້ງນັ້ນກໍດໍາເນີນໄປຕາມລັດຖະທໍາມະນູນສະບັບໃໝ່ນັ້ນເອງ.”
ສ່ວນນາຍ Aung Myo Thein ຫົວໜ້າພວກນັກສຶກສາທີ່ລຸກຮືຂຶ້ນໃນປີ 1988 ໄດ້ຮັບໃຊ້
ໂທດເປັນເວລາ 6 ປີເຄິ່ງໃນຄຸກ Insein ທີ່ໂຫດຮ້າຍປ່າເຖື່ອນຂອງມຽນມາ ກ່ອນຈະ ຖືກ
ປ່ອຍໃນປີ 1995. ລາວໄດ້ຫຼົບໜີໄປຍັງປະເທດໄທ ຫຼັງຈາກໄດ້ເຂົ້າຮ່ວມການປະ ທ້ວງ ທີ່
ນຳພາໂດຍພວກພະສົງ ໃນປີ 2007 ທີ່ຮຽກຮ້ອງໃຫ້ມີການປະຕິຮູບທາງດ້ານເສດຖະກິດ
ແລະການເມືອງ.
ລາວຄາດວ່າ ທ່ານນາງອອງຊານຊູຈີ ຈະຖືກຈັບຕື່ມອີກຢ່າງໄວວາ ຖ້າທ່ານນາງຫາກ ຖືກ
ປ່ອຍໃນເດືອນນີ້. ໃນລະຫວ່າງທີ່ໄດ້ຮັບອິດສະຫຼະພາບເປັນເວລາສັ້ນໆ ໃນປີ 2002 ນັ້ນ
ໄດ້ມີຝູງຊົນເປັນຈຳນວນຫຼວງຫຼາຍພາກັນໄປຫາທ່ານນາງ ທີ່ເຮັດໃຫ້ພວກທະຫານບໍ່ມັກ.
ສ່ວນນາຍໂບຈີເວົ້າຕື່ມວ່າ ລາວມີຄວາມວິຕົກກັງວົນ ຍ້ອນມຽນມາບໍ່ມີລະບົບຕຸລາການທີ່
ມີປະສິດທິຜົນ. ລາວກ່າວກ່ຽວກັບເລື່ອງນີ້ວ່າ:
“ພວກທະຫານ ພວກຕໍາຫລວດ ກໍຄືພວກທີ່ປະກອບອາວຸດ ທີ່ມີ ໃບອະນຸຍາດ
ຫລືມີສິດເຂັ່ນຂ້າບຸກຄົນໃດທີ່ເປັນປະຊາຊົນມຽນມາ ໄດ້. ໃນເມື່ອບໍ່ມີຕົວບົດກົດ
ໝາຍປົກຄອງປະເທດຊາດທ່ີສັກສິດ ແລະຍຸຕິທໍາແລ້ວ ພວກເຮົາກໍບໍ່ຫວັງຈະ
ໄດ້ເຫັນສັນຕິພາບ ສະຖຽນລະພາບ ເພາະວ່າຊາວມຽນມາແຕ່ລະຄົນໃນເວລາ
ນີ້ແມ່ນບໍ່ມີຄວາມປອດໄພຫຍັງທັງໝົດຄືທຸກໆຄົນສາມາດຖືກຈັບກຸມໃນເວລາໃດ
ກໍໄດ້ ໂດຍບໍ່ມີເຫດຜົນໃດໆເລີຍ.”
ລັດຖະບານມຽນມາເວົ້າວ່າ ການເລືອກຕັ້ງຊຶ່ງມີຂຶ້ນເປັນເທື່ອທຳອິດໃນຮອບ 20 ປີນັ້ນ
ແມ່ນພາກສ່ວນນຶ່ງໃນການເຄື່ອນໄຫວໄປສູ່ການມີລັດຖະບານພົນລະເຮືອນ. ແຕ່ພວກ
ຜູ້ນຳທະຫານມຽນມາກໍເຄີຍໄດ້ກ່າວໄວ້ໃນອະດີດຜ່ານມາເຊ່ນກັນວ່າ ພວກຕົນຕ້ອງໄດ້
ຮັກສາບົດບາດອັນສຳຄັນ ຢູ່ໃນລັດຖະບານ ເພື່ອປຸ້ມລຸມພວກຊົນກຸ່ມນ້ອຍ ຫຼາຍໆຊົນ
ຊາດຊົນເຜົ່າຂອງມຽນມາ ມີໃຫ້ຄວາມສາມັກຄີກັນຍ້ອນມີຊົນກຸ່ມນ້ອຍຫຼາຍໆກຸ່ມເຄີຍ
ພົວພັນກັບການກໍ່ກະບົດແບ່ງແຍກດິນແດນ ມາເປັນເວລາຫຼາຍໆທົດສະວັດ.