ໃນຂະນະທີ່ລັດຖະບານມຽນມາໄດ້ໃຫ້ຄໍາໝັ້ນສັນຍາຈະທໍາ
ການປະຕິຮູບ ແລະປ່ຽນແປງປະເທດຊາດຕໍ່ໄປນັ້ນ ນັກໂທດ
ການເມືອງຫຼາຍຮ້ອຍຄົນກໍຍັງ ຄົງທົນທຸກທໍລະມານຢ່າງໜັກຢູ່
ໃນຄຸກ ພາຍໃຕ້ສະພາບການທີ່ຂີ້ຮ້າຍທີ່ສຸດ. ນັກໂທດພວກນີ້
ແມ່ນເປັນພວກທີ່ໄດ້ຮັບເຄາະມາຈາກການປົກຄອງແບບຜະ ເດັດການຂອງລັດຖະບານຊຸດກ່ອນ. ແມ່ນແຕ່ພວກນັກໂທດ
ທີ່ໄດ້ຮັບອິດສະຫຼະພາບມາແລ້ວ ກໍຍັງກ່າວວ່າພວກເຂົາເຈົ້າຍັງປະເຊີນກັບການທ້າທາຍ ນາໆປະການຢູ່ ຫຼັງຈາກອອກມາຈາກຄຸກແລ້ວ. ທອງປານມີເລຶ່ອງນີ້ມາສະເໜີທ່ານ.
ເບິ່ງວີດິໂອລາຍງານນີ້ ເປັນພາສາອັງກິດ:
ຢູ່ທີ່ຢ່າງກຸ້ງເມືອງໃຫຍ່ຂອງມຽນມາ ຄວາມກ້າວໜ້າແມ່ນຄືບຄານໄປຢ່າງຊັກຊ້າ ໃນຂະນະ
ທີ່ການພັດທະນາເສດຖະກິດ ແລະການປະຕິຮູບທາງການເມືອງ ກໍາລັງກໍ່ໂຕເປັນຮູບເປັນ ຮ່າງຂຶ້ນມາ.
ແຕ່ເຖິງແມ່ນວ່າ ບັນດາທຸລະກິດຕ່າງປະເທດຫລາຍໆບໍລິສັດພາກັນລືມ ອະດີດອັນຫຍຸ້ງ
ຍາກຂອງມຽນມາໄປແລ້ວຢ່າງວ່ອງໄວກໍຕາມ ແຕ່ພວກຊາວເມືອງຫຼາຍໆຄົນຫາກໍເລີ້ມ
ເຂົ້າໃຈໃນມູນມໍລະດົກແຫ່ງຄວາມຢ້ານກົວ ແລະການຄວບຄຸມກົດຂີ່ປະຊາຊົນ ທີ່ປະຖິ້ມ ໄວ້ຈາກການ“ປົກຄອງອັນໂຫດຮ້າຍຂອງຝ່າຍທະຫານ ມາເປັນຫຼາຍສິບປີເທົ່ານັ້ນ.
ສໍາລັບ ທ້າວ Jaa Sao ອະດີດນັກໂທດການເມືອງນັ້ນ ການເພີ່ມຂຶ້ນຂອງນັກທ່ອງທ່ຽວ ທີ່ເຂົ້າມາປະເທດຂອງລາວນັ້ນ ໝາຍເຖິງລາຍໄດ້ເພີ່ມ ຂຶ້ນ.
Jaa Sao ຖືກຈໍາຄຸກຫລາຍກວ່າຫົກປີ ຍ້ອນກິດຈະກໍາທາງການເມືອງຂອງລາວ ແລະກໍ ເປັນຜູ້ນຶ່ງທີ່ຢູ່ໃນກຸ່ມນັກໂທດຈຸທໍາອິດ ທີ່ຖືກປ່ອຍຕົວເມື່ອປີຜ່ານມາ. ເວລານີ້ Jaa Sao ພ້ອມດ້ວຍອະດີດນັກໂທດບໍ່ເທົ່າໃດຄົນ ໄດ້ພາກັນກໍ່ຕັ້ງທຸລະກິດໃໝ່ນຶ່ງຂຶ້ນມາ ເປັນທຸ
ລະກິດບໍລິການແທັກຊີ ຊື່ວ່າບໍລິສັດ Golden Harp Taxi.
ເຖິງແມ່ນເສດຖະກິດຂອງປະເທດກໍາລັງເຕີບໂຕຂຶ້ນຢ່າງໄວກໍຕາມ ຈຸດເພັ່ງເລັງຂອງ Jaa Sao ໃນເວລານີ້ ກໍຄືການພັດທະນາໃນດ້ານນຶ່ງ ອີກຕ່າງຫາກ.
ທ້າວ ຊູ ເວົ້າວ່າ: “ຂ້ອຍບໍ່ສົນໃຈດອກ ທີ່ລັດຖະບານເວົ້າເຖິງການປ່ຽນແປງນັ້ນນີ້ ແຕ່ຂ້ອຍສົນໃຈຢາກຈະຊ່ວຍໝູ່ເພື່ອນຂອງຂ້ອຍທີ່ຍັງຖືກຈໍາຄຸກ ຢູ່ໃນເວລານີ້ ແລະຊ່ວຍເຫຼືອພວກເຂົາເຈົ້າສ້າງຕັ້ງຊີວິດໃໝ່ ຫຼັງຈາກພວກເຂົາເຈົ້າຖືກປ່ອຍ ຕົວອອກມາແລ້ວ. ເວລານີ້ ແມ່ນຂ້ອຍບໍ່ສາມາດຊ່ວຍເຫຼືອພວກທີ່ຍັງຕິດຄຸກຢູ່
ນັ້ນໄດ້ເລີຍ. ສະນັ້ນ ຂ້ອຍຈຶ່ງຊ່ວຍພວກທີ່ຖືກປ່ອຍ ອອກມາກ່ອນ.”
ອະດີດນັກໂທດທັງຫຼາຍປະເຊີນກັບຄວາມລະກໍາລໍາບາກນາໆປະການຢູ່ນອກຄຸກ ເປັນ ຕົ້ນວ່າ ການວ່າງງານ ແລະ ຂໍ້ຈໍາກັດຮັດແຄບໃນການເດີນທາງ.
ທີ່ນະຄອນຢ່າງກຸ້ງ Jaa Sao ແລະຫຼາຍໆຄົນທີ່ມີສະພາບຄືກັບລາວນັ້ນ ໄດ້ມາພົບປະກັນ
ທີ່ຫ້ອງການສະມາຄົມໃຫ້ຄວາມຊ່ວຍເຫຼືອນັກໂທດການເມືອງ ເພື່ອປຶກສາຫາລືກັນເຖິງ ສິ່ງທ້າທາຍຕ່າງໃນຊີວິດຂອງພວກເຂົາເຈົ້າ.
Tu Kyi ອະດີດນັກໂທດການເມືອງ ທີ່ໄດ້ຖືກຈໍາຄຸກຫລາຍກວ່າ 10 ປີ ເວົ້າວ່າລັດຖະບານ
ຍັງທໍາການນາບຂູ່ຮາວີມາຕະຫຼອດ ຫຼັງຈາກຖືກປ່ອຍຕົວອອກຈາກຄຸກແລ້ວກໍຕາມ.
ທ້າວ ຕູ ຈິວ ເວົ້າວ່າ: “ບັນຫາໃຫຍທີ່ສຸດນັ້ນ ກໍຄືວ່າປະຊາຊົນຢູ່ໃນເຂດອ້ອມແອ້ມ ເປັນຫ່ວງວ່າ ຖ້າຫາກພວກເຂົາເປັນເພື່ອນກັບພວກອະດີດນັກໂທດແລ້ວ ພວກ ເຂົາເຈົ້າອາດຖືກສອບປາກສອບຄໍາໂດຍເຈົ້າໜ້າທີ່ທ້ອງຖິ່ນໄດ້. ສະນັ້ນພວກເຂົາ
ເຈົ້າແມ່ນ ຍັງຢ້ານກົວພວກເຈົ້າໜ້າທີ່ຢູ່.”
ທ້າວ Ko Thein ສະມາຊິກແນວໂຮມປະຊາທິປະໄຕນັກສຶກສາມຽນມາທັງໝົດ ຫຼື All
Burma Students Democratic Front ກໍໂຮມຢູ່ໃນກຸ່ມນັກໂທດຈຸລ່າສຸດ ທີ່ຖືກປ່ອຍຕົວ ຊຶ່ງມີຂຶ້ນໃນເວລາດຽວກັນກັບການໄປຢ້ຽມຢາມມຽນມາ ຄັ້ງປະວັດສາດຂອງ ປະທານາທິບໍດີ ໂອບາມາ.
ໃນຂະນະທີ່ Ko Thein ຮູ້ສຶກໂລ່ງອົກໂລ່ງໃຈທີ່ໄດ້ຮັບອິດສະຫຼະພາບແລ້ວກໍຈິງ ແຕ່ລາວ
ກໍຍັງມີຄວາມຜູກພັນຢ່າງແໜ້ນໜຽວກັບເພື່ອນນັກໂທດດ້ວຍກັນ ຂະນະທີ່ຢູ່ໃນຄຸກນັ້ນ.
ທ້າວ ເທນ ເວົ້າວ່າ: “ຂ້າພະເຈົ້າສຸກໃຈຫຼາຍທີ່ໄດ້ຢູ່ກັບຄອບຄົວຂອງຂ້າພະເຈົ້າ ແຕ່ຂ້າພະເຈົ້າກໍຮູ້ສຶກເສົ້າໃຈສໍາລັບພວກທີ່ຍັງຖືກຈໍາຄຸກຢູ່ ຂ້າພະເຈົ້າຮູ້ສຶກວ່າ ຂ້າພະເຈົ້າມີຄວາມຮັບຜິດຊອບ ທີ່ຈະຕ້ອງພະຍາຍາມຊ່ວຍເຫຼືອພວກເຂົາເຈົ້າ ແລະຍ້ອນຄວາມຮັບຜິດຊອບອັນນີ້ແຫລະ ຂ້າພະເຈົ້າຈຶ່ງຢາກຫັນໄປເພິ່ງພາສື່
ມວນຊົນ ເພື່ອໃຫ້ກະຈາຍຂໍ້ມູນນີ້ອອກໄປ.”
ລັດຖະບານມຽນມາໄດ້ໃຫ້ຄໍາໝັ້ນສັນຍາວ່າຈະປ່ອຍຕົວພວກນັກໂທດການເມືອງທັງໝົດ ໃນທ້າຍປີຜ່ານມານີ້ ແຕ່ກໍປາກົດວ່າ ບໍ່ໄດ້ມີຫຍັງເກີດຂຶ້ນເທື່ອ ແຕ່ສິ່ງນຶ່ງທີ່ແນ່ນອນທີ່ສຸດນັ້ນ
ກໍຄື Jaa Sao ແລະໝູ່ເພື່ອນຂອງລາວ ຕຽມພ້ອມແລ້ວທີ່ຈະຊ່ວຍເຫຼືອເພື່ອນຮ່ວມທຸກ
ຂອງເຂົາເຈົ້າໃຫ້ກັບຄືນສູ່ຊີວິດ ປົກກະຕິ.