ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາຊຸດໃໝ່ຂອງມຽນມາ ຈະເປີດປະຊຸມໃນວັນທີ 31 ເດືອນນີ້


ທະຫານເດັກນ້ອຍສອງຄົນໃນກອງທັບມຽນມາ
ທະຫານເດັກນ້ອຍສອງຄົນໃນກອງທັບມຽນມາ

ສະພາຊຸດໃໝ່ຂອງມຽນມາ ທີ່ໄດ້ຖືກເລືອກຕັ້ງຂື້ນມາເມື່ອເດືອນພະຈິກປີກາຍ​ນີ້ ມີ​ກໍານົດຈະ ພົບປະກັນເປັນເທື່ອທໍາອິດໃນທ້າຍເດືອນນີ້ ແຕ່ຕາມທີ່ຜູ້ສື່ຂ່າວວີ​ໂອ​ເອ Ron Corben ລາຍງານຈາກບາງກອກນັ້ນ ພວກກຸ່ມສິດທິຕ່າງໆມອງເຫັນສະພາຊຸດໃໝ່ນີ້ຂອງມຽນມາ ວ່າເປັນວິທີທາງນຶ່ງ ເພື່ອເອື້ອອໍານວຍໃຫ້ຝ່າຍທະຫານ ໄດ້ກໍາອໍານາດຢູ່ຕໍ່ໄປ​ເທົ່າ​ນັ້ນ. ທອງປານ ມີເລຶ່ອງນີ້ ມາສະເໜີທ່ານໃນອັນດັບຕໍ່ໄປ.

ສື່ມວນຊົນຂອງລັດມຽນມາ ປະກາດເມື່ອວັນຈັນອາທິດ
ແລ້ວນີ້ວ່າ ສະພາຊຸດໃໝ່ຂອງມຽນມາຈະເປີດກອງປະຊຸມ
ເທື່ອທໍາອິດຂອງ​ຕົນໃນວັນທີ່ 31 ເດືອນມັງກອນນີ້ ຊຶ່ງກໍ
ນັບວ່າຈະເປັນເທື່ອທໍາອິດທີ່ສະພາຕິບັດຢັດ ຈະໄດ້ພົບ
ປະກັນໃນປະເທດນັ້ນ ນັບຕັ້ງແຕ່ປີ 1988 ເປັນຕົ້ນມາ.

ພັກ​ເອກະ​ພາບແລະການພັດທະນາຂອງສະຫະພາບ ທີ່
ໜຸນຫລັງໂດຍຝ່າຍທະຫານ ​ໄດ້​ຮັບ​ບ່ອນ​ນັ່ງປະມານ 80
ເປີເຊັນຂອງຈໍານວນບ່ອນນັ່ງ ທີ່​ເປີດ​ໃຫ້ປະຊາຊົນ​ປ່ອນ​
ບັດ​ເອົາ ຊຶ່ງ​ແມ່ນ 75% ຂອງ​ບ່ອນ​ນັ່ງ​ທັງ​ໝົດໃນສະພາ.
ສ່ວນ​ອີກ 25 ເປີເຊັນນັ້ນ ລັດຖະທໍາມະນູນສະບັບປີ 2008
ລະບຸ​ວ່າ ໃຫ້​ມອບໃຫ້ແກ່ຝ່າຍທະຫານຢ່າງອັດຕະໂນມັດ.

ຝ່າຍທະຫານກ່າວວ່າ ການເລືອກຕັ້ງຄັ້ງນີ້ ເປັນພາກສ່ວນນຶ່ງຂອງແຜນການຂອງຕົນ ເພື່ອເຄຶ່ອນໄຫວໄປສູ່ລະບອບປະຊາທິປະໄຕແລະການ​ປົກຄອງ ​ໂດຍພົນລະເຮືອນ.

ແຕ່ບັນດາກຸ່ມຝ່າຍຄ້ານຂອງມຽນມາ ແລະປະຊາຄົມນານາຊາດ ປະນາມການເລືອກຕັ້ງ
ດັ່ງກ່າວ​ວ່າ ບໍ່ຍຸຕິທໍາ ເພາະວ່າທາງການໄດ້ວາງຂອບເຂດ ຈໍາກັດການໂຄສະນາຫາສຽງ
ຂອງຜູ້ສະມັກເລືອກຕັ້ງຝ່າຍຄ້ານ ຊື່​ງຫລາຍໆຄົນ ອັນໂຮມທັງຜູ້ສະໜັບສະໜຸນປະຊາທິ
ປະໄຕ ທ່ານນາງອອງຊານຊູຈີ ​ນັ້ນ ໄດ້ຖືກຫ້າມບໍ່ໃຫ້ເຂົ້າສະໝັກເລືອກຕັ້ງ.

ທ່ານສຸໃນ ຜາສຸກ ຜູ້ຕ່າງໜ້າອົງການສິ້ງຊອມສິດທິມະນຸດທີ່ບາງກອກ ​ໄດ້​ສະ​ແດງ​ຄວາມ ​ເຫັນ​ກ່ຽວ​ກັບ​ເລື້ອງ​ນີ້​ວ່າ:

“ຕໍ່ຄໍາຖາມທີ່ວ່າ ສະພາຊຸດໃໝ່ນີ້ຈະນໍາເອົາການປ່ຽນແປງທີ່ສໍາຄັນໆ ມາສູ່ປະ
ເທດມຽນມາຫລືບໍ່? ຈະນໍາເອົາການປັບປຸງຢ່າງເອົາຈິງເອົາຈັງ ມາສູ່ອັນທີ່ເອີ້ນ
ວ່າ ການເປີດກວ້າງປະເທດ ການມີປະຊາທິປະໄຕເພີ່ມຂື້ນນັ້ນ ຫລືບໍ່? ຄໍາຕອບ
ກໍຄືວ່າ ບໍ່ ບໍ່ແມ່ນແທ້ໆ ມັນເປັນພຽງການລວບລວມອໍານາດໃຫ້ແໜ້ນໜາຕື່ມຂຶ້ນ
ເທົ່ານັ້ນ. ມັນເປັນພຽງການດໍາເນີນການພໍເປັນພິທີ ເພື່ອເຮັດໃຫ້ພວກທະຫານ
ມີອໍານາດຄອບງໍາ ໃນມຽນມາຕໍ່ໄປ ກໍເທົ່ານັ້ນ.”

ຝ່າຍທະຫານໄດ້ອອກມາກ່າວເມື່ອວັນຈັນອາທິດແລ້ວນີ້ເຊ່ນກັນວ່າ ຕົນຈະອອກກົດໝາຍ
ສະບັບນຶ່ງ ເພື່ອເກນເອົາພວກຜູ້ຊາຍແລະແມ່ຍິງໄປເປັນທະ ຫານ.

ທ່ານ Carl Thayer ນັກລັດຖະສາດສາດການເມືອງ ທີ່ມະຫາວິທະຍາໄລ New South
Wales ແຫ່ງປະເທດອອສເຕຣເລຍ ກ່າວວ່າ ການເຄື່ອນໄຫວດັ່ງກ່າວ ອາດຈະເຫັນກອງ
ທັບເຂົ້າໄປແຂ່ງຂັນ ຍາດແຍ່ງເອົາພວກປະຊາຊົນທີ່ທໍາງານຢູ່ໃນພາກສ່ວນເອກະຊົນ ຢູ່ໃນ
ມຽນມານັ້ນ. ທ່ານ Carl ກ່າວວ່າ:

"ມັນຈະເປັນການເອື້ອອໍານວຍໃຫ້ລັດຖະບານສາມາດ ທີ່ຈະເກນເອົາພວກຊາຍ
ໜຸ່ມ ທີ່ມີພື້ນຖານດ້ານການສຶກສາຫລືວິຊາການ ທີ່ເໜາະສົມ ທີ່ພາກສ່ວນເອກະ
ຊົນມີຄວາມຕ້ອງການ ພວກເຂົາເຈົ້າຫລາຍ ກ່ວານັ້ນ ຕະຫລອດທັງພວກແມ່ຍິງ ເພື່ອເອົາໄປເຮັດວຽກບໍລິການດ້ານເຕັກນິກ. ພາຍໃຕ້ລະບົບທະຫານອາສາສະ
ໝັກນັ້ນ ວິສາຫະກິດເອກະຊົນ ແມ່ນຈະສາມາດຍາດແຂ່ງເອົາຜູ້ທີ່ມີຄວາມຮູ້
ຄວາມສາມາດທີ່ສຸດຢູ່ໃນປະເທດ."

ບັນດາກຸ່ມສິດທິຕ່າງໆກ່າວຫາກອງທັບຂອງມຽນມາວ່າ ໃຊ້ພວກເດັກນ້ອຍໃຫ້ໄປເປັນທະ
ຫານ ແລະບັງຄັບໃຫ້ພົນລະເຮືອນ ເຮັດວຽກເປັນຄົນກວາດລະເບີດຝັງດິນ ແລະຄົນແບກ
ຫາບ ມີລາຍງານວ່າ ກອງທັບມຽນມາໄດ້ປະສົບກັບບັນຫາຫຍຸ້ງຍາກໃນການຮັກສາຈໍາ
ນວນພົນທະຫານ ຕາມທີ່ຕ້ອງການໄວ້ ເນຶ່ອງຈາກພວກທະຫານພາກັນໂຕນໜີ.

ພາຍໃຕ້ກົດໝາຍສະບັບໃໝ່ນີ້ ພວກຫລົບໜີການເກນທະຫານ ຈະຖືກຕັດສິນໂທດຈໍາຄຸກ ດົນເຖິງຫ້າປີ.

ນອກນີ້ແລ້ວ ກົດໝາຍສະບັບໃໝ່ຍັງຈະເອື້ອອໍານວຍ ໃຫ້ກອງທັບສາມາດເກນເອົານັກສຶກ
ສາຈາກມະຫາວິທະຍາໄລໄປເປັນທະຫານໄດ້ ຊຶ່ງຝ່າຍທະຫານເຫັນວ່າມະຫາວິທະຍາໄລນັ້ນ
ເປັນແຫລ່ງສໍາຄັນຂອງພວກທີ່ບໍ່ພໍໃຈ ແລະຄັດຄ້ານລັດຖະບານ.

ພວກນັກວິເຄາະໃນຂົງເຂດກ່າວວ່າ ການເກນເອົາທະຫານນັ້ນ ກໍເປັນອີກວິທີນຶ່ງໃນການ
ເສີມອໍານາດຕື່ມອີກ ແກ່ຝ່າຍທະຫານ ທີ່ໄດ້ຄວບຄຸມມຽນມາ ນັບຕັ້ງແຕ່ປີ 1962. ໃນປີ
1990 ພັກຝ່າຍຄ້ານຂອງມຽນມາທີ່ນໍາໂດຍ ທ່ານນາງອອງຊານຊູຈີ ໄດ້ຊະນະການເລືອກ
ຕັ້ງ ແຕ່ຝ່າຍທະຫານປະຕິເສດ ບໍ່ຍອມມອບອໍານາດໃຫ້.

ທ່ານນາງອອງຊານ ຊູຈີ ໄດ້ຖືກປ່ອຍຕົວໃຫ້ໄດ້ຮັບອິສລະພາບນຶ່ງອາທິດ ຫລັງຈາກການ
ເລືອກຕັ້ງເມື່ອປີຜ່ານມານີ້ ຫລັງຈາກໄດ້ໃຊ້ເວລາສ່ວນໃຫຍ່ຂອງໄລຍະ 20 ປີຜ່ານມານີ້
ພາຍໃຕ້ການຖືກກັກບໍລິເວນ. ພັກຝ່າຍຄ້ານຂອງທ່ານນາງ ກໍຄືພັນສັນນິບາດແຫ່ງຊາດ
ເພື່ອປະຊາທິປະໄຕ ໄດ້ຖືກຍຸບ ກ່ອນການເລືອກຕັ້ງໃນເດືອນພະຈິກຜ່ານມານັ້ນ ແລະກໍ
ບໍ່ມີສະມາຊິກນັ່ງຢູ່ໃນສະພາຊຸດໃໝ່ນີ້ຈັກຄົນ.

XS
SM
MD
LG