ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ພັກຝ່າຍຄ້ານມຽນມາຈະຟ້ອງ ລັດຖະບານທະຫານ


ເລຂາທິການໃຫຍ່ ອົງການສະຫະປະຊາຊາດ ທ່ານ Ban Ki Moon
ເລຂາທິການໃຫຍ່ ອົງການສະຫະປະຊາຊາດ ທ່ານ Ban Ki Moon

ພັກຝ່າຍຄ້ານ ນິຍົມປະຊາທິປະໄຕ ທີ່ໃຫຍ່ສຸດໃນມຽນມາ ກ່າວວ່າ ຕົນວາງແຜນທີ່ຈະຟ້ອງລັດຖະບານພາຍໃຕ້ການ ນຳພາ ຂອງພວກທະຫານ ຍ້ອນລັດຖະບານທະຫານ ໄດ້ ຍຸບພັກການເມືອງດັ່ງກ່າວ.

ພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕ ກ່າວໃນມື້ວັນ ພຸດ ວານນີ້ວ່າ ຄະນະກຳມະການເລືອກຕັ້ງ ຂອງມຽນມາ “ບໍ່ມີສິດຫຼືອຳນາດ” ກ່ຽວກັບອົງການຈັດຕັ້ງຕ່າງໆປະເພດນີ້ ທີ່ບໍ່ໄດ້ໄປຈົດທະບຽນກັບທາງຄະນະກຳມະການ ກ່ອນການ ເລືອກຕັ້ງ ໃນວັນທີ 7 ພະຈິກຈະມາ.

ສື່ມວນຊົນ ຂອງທາງການມຽນມາ ລາຍງານໃນວັນອັງຄານ ຜ່ານມານີ້ວ່າ ພັກສັນນິບາດ ແຫ່ງຊາດເພື່ອປະຊາທິປະໄຕ ໄດ້ຖືກຍຸບຢ່າງເປັນທາງການ ຍ້ອນບໍ່ໄດ້ໄປຈົດທະບຽນທັນ ເວລາ ເພື່ອເຂົ້າຮ່ວມແຂ່ງຂັນໃນການເລືອກຕັ້ງທົ່ວໄປ ໃນເດືອນພະຈິກນັ້ນ. ນອກນີ້ແລ້ວ ຍັງມີອີກ 9 ພັກການເມືອງ ໄດ້ຖືກຍຸບ ໂດຍຄະນະກຳມະການເລືອກຕັ້ງ.

ໃນມື້ວານນີ້ເລຂາທິການໃຫຍ່ອົງການສະຫະປະຊາຊາດທ່ານ Ban Ki Moon ໄດ້ສະແດງ ຄວາມວິຕົກກັງວົນ ກ່ຽວກັບການຍຸບ ພັກການເມືອງດັ່ງກ່າວ. ທ່ານໄດ້ກ່າວເນັ້ນ ເຖິງການ ຮ້ອງຮຽນຂອງທ່ານ ຕໍ່ເຈົ້າໜ້າທີ່ມຽນມາ ເພື່ອໃຫ້ຄໍ້າປະກັນວ່າ ການເລືອກຕັ້ງທີ່ວ່ານີ້ ເປັນ ການເລືອກຕັ້ງ ທີ່ເປີດກວ້າງຢ່າງເຕັມທີ່ ສຳລັບທຸກພັກການເມືອງ.

XS
SM
MD
LG