ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ມຽນມາຍຸບພັກຝ່າຍຄ້ານ


ທ່ານນາງ ອອງຊານ ຊູຈີ
ທ່ານນາງ ອອງຊານ ຊູຈີ

ພັກຝ່າຍຄ້ານທີ່ສຳຄັນຂອງມຽນມາ ໄດ້ຖືກຍຸບຢ່າງເປັນທາງການ​ແລ້ວ ຍ້ອນບໍ່ໄດ້ໄປຈົດ ທະບຽນ ຕາມກຳນົດເວລາ ເພື່ອເຂົ້າຮ່ວມແຂ່ງຂັນ ໃນການເລືອກຕັ້ງທົ່ວໄປຂອງມຽນມາ ໃນເດືອນພະຈິກຈະມານີ້.

ໂທລະພາບຂອງທາງການມຽນມາ ລາຍງານວ່າ ໃນມື້ວານນີ້ ເຈົ້າໜ້າທີ່ເລືອກຕັ້ງ ໄດ້ຍຸບ ພັກສັນນິບາດແຫ່ງຊາດ ເພື່ອປະຊາທິປະໄຕ ທີ່ຢູ່ພາຍໃຕ້ການນຳພາ ຂອງທ່ານນາງອອງ ຊານຊູຈີ ຜູ້ນຳປະຊາທິປະໄຕ ຂອງມຽນມາ.

ນອກນັ້ນ ຍັງມີອີກ 4 ພັກການເມືອງ ໄດ້ຖືກຍຸບ ຍ້ອນບໍ່ໄດ້ໄປຈົດທະບຽນ ເພື່ອສົ່ງຜູ້ສະ ມັກເຂົ້າຮ່ວມການເລືອກຕັ້ງ. ເວລານີ້ ມີທັງໝົດ 37 ພັກການເມືອງ ທີ່ໄດ້ຈົດທະບຽນເຂົ້າ ຮ່ວມແຂ່ງຂັນ ໃນການເລືອກຕັ້ງ.

ທີ່ຈິງແລ້ວ ພັກສັນນິບາດແຫ່ງຊາດ ເພື່ອປະຊາທິປະໄຕ ​ແມ່ນ​ເທົ່າ​ກັບໄດ້ຖືກຍຸບໄປແລ້ວ ໃນຕົ້ນປີນີ້ ຫຼັງຈາກໄດ້ປະຕິເສດ ບໍ່ຍອມໄປຈົດທະບຽນ ເພື່ອເຂົ້າຮ່ວມແຂ່ງຂັນ ໃນການ ເລືອກຕັ້ງ ທີ່ທາງພັກດັ່ງກ່າວເອີ້ນວ່າ ບໍ່ຍຸຕິທຳນັ້ນ.

ການປ່ອນບັດໃນວັນທີ 7 ພະຈິກຈະມານີ້ ຈະເລືອກເອົາສະມາຊິກ 498 ຄົນ ເພື່ອເຂົ້າໄປ ນັ່ງຢູ່ໃນສະພາແຫ່ງຊາດ ແລະອີກ 664 ຄົນ ຈະຖືກຄັດເລືອກ ຈາກ 14 ເຂດເລືອກຕັ້ງ.

XS
SM
MD
LG