ເປັນເວລາຫຼາຍໆມື້ໃນຕົ້ນເດືອນນີ້ ບັນດາພະສົງໃນມຽນມາ ໄດ້ນໍາພາການ ເດີນຂະບວນປະທ້ວງ ສະໜັບສະໜຸນການເນລະເທດຊົນເຜົ່າກຸ່ມນ້ອຍຊາວມຸສລິມໂຣຮິງຢາ ຊຶ່ງໄດ້ສ້າງຄວາມເປັນຫ່ວງໃຫ້ແກ່ກຸ່ມສິດທິທັງຫຼາຍ.
ໃນຕົ້ນເດືອນນີ້ ມຽນມາໄດ້ເຫັນການເດີນຂະບວນທີ່ນໍາພາໂດຍພະສົງ ຄັ້ງໃຫຍ່ທີ່ສຸດ ນັບແຕ່ການລຸກຮືຂຶ້ນຕໍ່ສູ້ເພື່ອປະຊາທິປະໄຕ ເມື່ອປີ 2007 ນັ້ນ.
ພະສົງຫຼາຍຮ້ອຍອົງ ເລີ່ມພາກັນອອກຍ່າງປະທ້ວງເມື່ອວັນທີ່ 2 ກັນຍາ ຕົ້ນເດືອນນີ້ ຜ່ານ ເມືອງມັນດາເລ ເມືອງໃຫຍ່ອັນດັບສອງຂອງມຽນມາ ແຕ່ຄັ້ງນີ້ ບັນດາພະສົງເຫລົ່ານັ້ນແມ່ນພາກັນສະແດງການສະໜັບສະໜຸນປະທານາທິບໍດີ ເທນ ເຊນ ທີ່ຮຽກຮ້ອງໃຫ້ແຍກຕົວພວກຊົນເຜົ່າສ່ວນນ້ອຍໂຣຮິງຢາ ແລະເນລະເທດເຂົາເຈົ້າອອກຈາກປະເທດ
ທ່ານ Phil Robertson ຮອງຜູ້ອໍານວຍການກຸ່ມສິ້ງຊອມສິດທິມະນຸດ Human Rights Watch ປະຈໍາພາກພື້ນເອເຊຍ ກ່າວວ່າ ອໍານາດທາງສິນລະທໍາຂອງບັນດາພະສົງ ເຮັດໃຫ້ສ່ວນໄດ້ສ່ວນເສຍໃນຄວາມເຄ່ງຕຶງລະຫວ່າງສອງກຸ່ມສາສະໜານີ້ ເພີ່ມທະວີຂຶ້ນ.
ທ່ານ ໂຣເບີດຊັນ ກ່າວວ່າ: “ການທີ່ວ່າ ພະສົງເຫຼົ່ານີ້ໄດ້ພາກັນ
ປະທ້ວງ ເພື່ອຮຽກຮ້ອງເອົາປະຊາທິປະໄຕແລະສິດທິມະນຸດ
ພຽງເມື່ອຫຼາຍໆປີ ຜ່ານມາ ແລະມາບັດນີ້ ຊໍ້າຜັດປະທ້ວງຮຽກ
ຮ້ອງໃຫ້ແຍກກຸ່ມຊົ່ນເຜົ່າ ແລະອາດຮອດໃຫ້ເນລະເທດກຸ່ມ
ໃດກຸ່ມນຶ່ງໂດຍສະເພາະນັ້ນ ແມ່ນໄດ້ກໍ່ໃຫ້ເກີດຄວາມຫ່ວງ
ຂຶ້ນມາວ່າ ລັດຖະບານມຽນມາອາດຈະຮັບຟັງສຽງຮຽກຮ້ອງ
ແບບນີ້ແທ້ໆ ກໍໄດ້.”
ໃນລະຫວ່າງການລຸກຮືຂຶ້ນເມື່ອປີ 2007 ນັ້ນ ພະສົງມຽນມາໄດ້ສະໜັບ ສະໜຸນພວກນັກສຶກສາ ແລະນັກເຄື່ອນໄຫວດ້ານການເມືອງ. ມີພະສົງ ເຂົ້າພົວພັນໃນຈໍານວນຫລວງ ຫລາຍ ຫລາຍ ຈົນການລຸກຮືຂຶ້ນດັ່ງກ່າວຖືກຂະໜານນາມວ່າ ການປະຕິວັດ ຜ້າເຫຼືອງ ແລະໄດ້ຖືກປາບປາມໂດຍກໍາລັງທະຫານ.
ບັນດານັກເຄຶ່ອນໄຫວດ້ານສິດທິພາກັນກ່າວໃຫ້ຂໍ້ສັງເກດເຖິງ ຄວາມໜ້າຢາກຫົວຂອງສະພາບການທີ່ກັບກັນທີ່ພາໃຫ້ເປັນຫ່ວງ ຂອງພະສົງທີ່ຍ່າງປະທ້ວງເພື່ອສະໜັບສະໜຸນປະທານາທິບໍດີ ເທນ ເຊນ ຊຶ່ງເປັນຜູ້ຮັກສາການຕໍາແໜ່ງນາຍົກລັດຖະມົນຕີ ໃນປີ 2007 ນັ້ນ.
ທ່ານ Soe Aung ເປັນໂຄສົກອົງການເວທີເພື່ອປະຊາທິປະໄຕໃນມຽນມາ
ໂຄສົກອ່ອງ ເວົ້າວ່າ: “ມັນໜ້າເສົ້າໃຈຫຼາຍທີ່ເຫັນພະສົງມີພຶດຕິການແບບ ນັ້ນ ພະສົງທີ່ໄດ້ຖືກກົດຂີ່ປາບປາມແລະຖືກເຂັ່ນຂ້າຢ່າງໜັກໜ່ວງໃນ ຫຼາຍໆກໍລະນີ ໃນປີ 2007 ລະຫວ່າງການປະຕິວັດຜ້າເຫຼືອງນັ້ນ.”
ໃນລະດູຮ້ອນປີນີ້ ໄດ້ເກີດການປະທະກັນທີ່ຮຸນແຮງຫຼາຍບັ້ນ ລະຫວ່າງຊາວພຸດຣາຄີນ ແລະຊາວມຸສລິມໂຣຮິງຢາ ທີ່ລັດຣາຄີນ ທາງພາກຕາເວັນຕົກຂອງມຽນມາ. ການກໍ່ຄວາມວຸ້ນວາຍລະຫວ່າງສາສະໜາໄດ້ເລິ່ມຂຶ້ນໃນເດືອນມິຖຸນາຜ່ານມາ ຫຼັງຈາກຊາວພຸດຣາຄີນໄດ້ບຸກສັງຫານຊາວເຜົ່າໂຣຮິງຢາຢູ່ເທິງລົດເມຄັນນຶ່ງ ຍ້ອນມີການກ່າວຫາກັນວ່າຜູ້ຊາຍໂຣຮິງຢາຈໍານວນ ນຶ່ງໄດ້ຂົ່ມຂືນຊໍາເລົາແມ່ຍິງຊາວພຸດຄົນນຶ່ງ ຊຶ່ງໄດ້ນໍາໄປສູ່ການໂຈມຕີໂຕ້ຕອບກັນຄືນ ທີ່ຍັງຜົນໃຫ້ມີຜູ້ເສຍຊີວິດໄປຢ່າງໜ້ອຍ 90 ຄົນ ແລະອີກ ຫຼາຍພັນຄົນຖືກຂັບໄລ່ໃຫ້ໜີອອກຈາກບ້ານເຮືອນແລະໝູ່ບ້ານຂອງເຂົາເຈົ້າທີ່ໄດ້ຖືກຈູດເຜົາວອດວາຍ.
ກຸ່ມສິ້ງຊອມສິດທິມະນຸດກ່າວວ່າ ພວກກໍາລັງຮັກສາຄວາມສະງົບແມ່ນພາກັນຢືນເບິ່ງ ແລະໃນບາງກໍລະນີ ຮອດໄດ້ປະກອບສ່ວນໃນການກໍ່ຄວາມຮຸນແຮງ. ທາງເຈົ້າໜ້າທີ່ປະຕິເສດ ຂໍ້ກ່າວຫານັ້ນ ແລະໄດ້ແຕ່ງຕັ້ງຄະນະກໍາມະການ ຂຶ້ນມາສອບສວນເລື້ອງເຫດຮ້າຍດັ່ງກ່າວ.”
ແຕ່ທ່ານ Phil Robertson ກ່າວວ່າ ມີຄໍາຖາມຢູ່ວ່າ ຄະນະກໍາມະການຈະສາມາດທໍາການສືບສວນສອບສວນຢ່າງເປັດອິດສະຫຼະໄດ້ບໍ່ ເລື້ອງການປະທະກັນຢູ່ໃນລັດຣາຄີນ ທີ່ເອີ້ນກັນໃນອີກຊື່ນຶ່ງວ່າລັດ Arakan ນັ້ນ.
ທ່ານໂຣເບີດຊັນກ່າວວ່າ: “ຈະມາເຮັດແບບທາສີຂາວປົກປິດຄວາມເປື້ອນ ບໍ່ໄດ້. ຕ້ອງມີການຮັບຜິດຊອບ ເພີມຕື່ມໃສ່ກັບວິໄສທັດທີ່ມອງເຫັນການໄກ ສໍາລັບແນວທາງທີ່..ທັງສອງກຸ່ມຊົນເຫຼົ່ານີ້ ຈະສາມາດດໍາລົງຊີວິດຢູ່ຢ່າງສັນຕິ ໃນລັດຣາຄີນ ຫຼື ອະຣາຄານນັ້ນໄດ້.”
ຫ້ອງການອົບພະຍົບຂອງອົງການສະຫະປະຊາຊາດ ປະຕິເສດຂໍ້ສະເໜີຂອງລັດຖະບານມຽນມາ ທີ່ຈະຕັ້ງຖິ່ນຖານໃໝ່ໃຫ້ແກ່ຊາວໂຣຮິງຢາເກືອບນຶ່ງລ້ານຄົນນັ້ນ.
ມຽນມາປະຕິເສດມາໂດຍຕະຫຼອດ ທີ່ຈະອະນຸມັດສັນຊາດໃຫ້ແກ່ຊາວໂຣຮິງຢາ ເຖິງແມ່ນມີບາງຄອບຄົວທີ່ອາໄສຢູ່ໃນມຽນມາ ມາໄດ້ຫຼາຍຊົ່ວຄົນແລ້ວ ກໍຕາມ ແລະໝາຍກາພວກເຂົາເຈົ້າວ່າ ເປັນຊາວຕ່າງດ້າວຜິດກົດໝາຍ. ຊົນເຜົ່າໂຣຮິງຢາໄດ້ຮັບສິດທິບໍ່ພໍເທົ່າໃດຢ່າງ ຢູ່ໃນມຽນມາ ຊຶ່ງອົງການສະຫະປະຊາຊາດຖືວ່າ ພວກເຂົາເຈົ້າເປັນຊົນເຜົ່າສ່ວນນ້ອຍກຸ່ມນຶ່ງທີ່ຖືກປະຫັດປະຫານ ບັງບຽດຫລາຍທີ່ສຸດໃນໂລກ.
ທ່ານນາງ ອອງຊານ ຊູຈີ ຜູ້ນໍາຝ່າຍຄ້ານຂອງມຽນມາ ໄດ້ຖືກຕໍາໜິຕິຕຽນ ວ່າ ບໍ່ປາກເວົ້າອອກມາຢ່າງພຽງພໍເພື່ອສະໜັບສະໜຸນຊົນເຜົ່າໂຣຮິງຢາ ເຖິງແມ່ນໄດ້ໃຫ້ຄໍາໝັ້ນສັນຍາໄວ້ໃນຕອນໂຄສະນາຫາສຽງ ວ່າຈະສະໜັບ ສະໜຸນການສ້າງຄວາມປອງດອງກັນກັບບັນດາຊົນເຜົ່າສ່ວນນ້ອຍກໍຕາມ.
ທ່ານ ໂຣເບີດຊັນ ກ່າວວ່າ ກ່ຽວກັບບັນຫານີ້ ຫາງສຽງຈາກຜູ້ນໍາພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕ ຫຼື NLD ນັ້ນ ໜ້າຈະສະໜອງທິດທາງທີ່ແຈ້ງຂາວຫຼາຍກວ່າເກົ່າ ສໍາລັບໃຫ້ສັງຄົມປະຕິບັດຕາມ.
ທ່ານ ໂຣເບີດຊັນ ກ່າວວ່າ: “ຂ້າພະເຈົ້າຄິດວ່າ ທ່ານນາງຊູຈີ ຄວນຈະເອົານໍ້າໜັກຂອງທ່ານນາງ ໃສ່ໃນບັນຫານີ້ເນາະ. ນີ້ແມ່ນເວລາທີ່ຄວນຈະເຮັດ ເວລາທີ່ຄວນຈະກ້າວອອກມາ ແລະສະແດງຄວາມເປັນຜູ້ນໍາ ແລະພວກເຮົາກໍຫວັງວ່າ ທ່ານນາງຈະເຮັດເຊ່ນນັ້ນ.”
ທ່ານ ໂຣເບີດຊັນ ກ່າວສະຫລູບວ່າ ປະຊາຄົມໂລກຈະຕ້ອງມອງເບິ່ງບັນ ຫາຊົນເຜົ່າໂຣຮິງຢາ ວ່າເປັນກໍລະນີທົດສອບອັນທໍາອິດສໍາລັບປະເທດມຽນມາທີ່ມີຫຼາຍຊົນເຜົ່າ.
ມຽນມາມີຊົນເຜົ່າກຸ່ມນ້ອຍ ທີ່ຖືກຮັບຮູ້ຢ່າງຖືກຕ້ອງຕາມກົດໝາຍຢູ່ 135 ຊົນເຜົ່າ ພາຍໃຕ້ກົດໝາຍສັນຊາດປີ 1982 ທີ່ບໍ່ໄດ້ລວມເອົາຊົນເຜົ່າໂຣຮິງຢາເຂົ້ານໍາ.

ເບິ່ງຄວາມເຫັນ (1)
ໂຫລດຄວາມເຫັນ ຕື່ມອີກ