ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕໍາຫລວດໃຊ້ ລະເບີດຄວັນ ທາດຟົສຟໍຣັສ ຕໍ່ພວກປະທ້ວງ ໃນມຽນມາ (ວີດິໂອ)


ແຜນທີ່ປະເທດມຽນມາທີ່ມີການຂຸດບໍ່ທອງ Letpedaung ຊຶ່ງເປັນບັນຫາໂຕ້ແຍ້ງກັນນັ້ນ.
ແຜນທີ່ປະເທດມຽນມາທີ່ມີການຂຸດບໍ່ທອງ Letpedaung ຊຶ່ງເປັນບັນຫາໂຕ້ແຍ້ງກັນນັ້ນ.
ການສືບສວນຂອງສະພາແຫ່ງຊາດມຽນມາ ຢືນຢັນວ່າ ຕໍາ
ຫລວດໄດ້ໃຊ້ລະເບີດຄວັນທີ່ມີທາດຟົສຟໍຣັສ ໃນໄລຫວ່າງ ທີ່ມີການປະທະກັນກັບພວກປະທ້ວງ ໃນປີກາຍນີ້ ຢູ່ນອກ
ບໍ່ທອງແດງ ທີ່ໄດ້ຮັບການສະໜັບສະໜຸນຈາກຈີນ ຊຶ່ງເປັນ
ບັນຫາໂຕ້ແຍ້ງກັນນັ້ນ.

ພວກປະທ້ວງຫລາຍສິບຄົນແມ່ນຖືກໄໝ້ໂດຍລະເບີດຄວັນ
ທີ່ໃຊ້ຄວບຄຸມຝູງຊົນ ຊຶ່ງບາງຄົນມີອາການຮ້າຍແຮງ ແລະ
ເອີ້ນອຸບປະກອນນັ້ນວ່າ ເປັນເຄື່ອງຍິງລູກໄຟ ທີ່ໄດ້ມີ
ການນຳໃຊ້ ໃນລະຫວ່າງທີ່ມີການເດີນຂະບວນປະທ້ວງ
ຕ້ານການຂຸດບໍ່ທອງ Letpedaung ທີ່ດໍາເນີນງານໂດຍ
ພວກທະຫານນັ້ນ.

ລາຍງານໃນວັນອັງຄານມື້ນີ້ຮັບຮູ້ວ່າ ໄດ້ມີການນຳໃຊ້ລະ
ເບີດຄວັນຟົສຟໍຣັສ ທີ່ພາໃຫ້ມີການໄໝ້ພວກປະທ້ວງແບບ
“ບໍ່ຈໍາເປັນ”. ແຕ່ກໍມີການຢືນຢັດວ່າ ການເຜົາໄໝ້ດັ່ງກ່າວ
ແມ່ນ “ບໍ່ໄດ້ຕັ້ງໃຈ” ໂດຍເວົ້າວ່າ ຕໍາຫລວດໃຊ້ລະເບີດຊະ
ນິດນີ້ “ໂດຍບໍ່ຮູ້ຈັກເຖິງຜົນກະທົບຂອງມັນວ່າຈະເປັນແນວ
ໃດ.”

ບົດລາຍງານທີ່ມີການຄອງຄອຍຖ້າມາເປັນເວລາດົນນານແລ້ວນັ້ນ ຍັງໄດ້ແນະນໍາໃຫ້
ເຮັດວຽກຕໍ່ໄປ ຢູ່ທີ່ບໍ່ທອງແດງດັ່ງກ່າວ ເຖິງແມ່ນວ່າ ຈະມີການປະທ້ວງຈາກພວກ ຊາວບ້ານ ທີ່ເວົ້າວ່າມັນມີຜົນກະທົບທີ່ເປັນອັນຕະລາຍຕໍ່ສະພາບແວດລ້ອມແລະ ບັງຄັບໃຫ້ຫລາຍຄົນ ຕ້ອງໄດ້ຫລົບໜີ ໄປຈາກບ້ານເຮືອນຂອງຕົນກໍຕາມ.
ຊາວບ້ານ
ເວົ້າວ່າ ພວກເຂົາເຈົ້າກຽມທີ່ຈະທໍາການປະທ້ວງຄືນອີກ ຖ້າຫາກຜົນການສືບສວນ ບໍ່ໄດ້ຮັບການແກ້ໄຂຕາມທີ່ພວກພວກເຂົາເຈົ້າຮຽກຮ້ອງ.

ການປະທະກັນລະຫວ່າງຕໍາຫລວດກັບພວກປະທ້ວງ ໃນປີກາຍນີ້ ຢູ່ນອກບໍ່ທອງແດງ ທີ່ໄດ້ຮັບການສະໜັບສະໜຸນຈາກຈີນ
ການປະທະກັນລະຫວ່າງຕໍາຫລວດກັບພວກປະທ້ວງ ໃນປີກາຍນີ້ ຢູ່ນອກບໍ່ທອງແດງ ທີ່ໄດ້ຮັບການສະໜັບສະໜຸນຈາກຈີນ

ປະທານທິບໍດີ Thein Sein ໄດ້ແຕ່ງຕັ້ງໃຫ້ທ່ານນາງ ອອງ
ຊານຊູຈີ ຜູ້ນໍາຄົນສໍາຄັນຂອງຝ່າຍຄ້ານ ໃຫ້ເປັນຜູ້ກຳກັບນຳ ການເຮັດບົດລາຍງານດັງກ່າວ. ຢູ່ໃນລະຫວ່າງ ທີ່ມີການສືບ
ສວນຢູ່ນັ້ນ ຜູ້ນໍາດ້ານປະຊາທິປະໄຕໄດ້ປະກາດວ່າ ຈະໃຫ້
ການສະໜັບສະໜຸນແກ່ສິດຂອງຊາວບ້ານແຕ່ໃນຂະນະດຽວ
ມຽນມາກໍຈະຕ້ອງປະຕິບັດຕາມ ພັນທະຂອງຕົນ.

ໃນວັນອັງຄານມື້ນີ້ ຄະນະກໍາມະການຍອມຮັບວ່າ ບໍ່ແຮ່ນີ້ຈະ
ນໍາເອົາປະໂຫຍດ ທາງເສດຖະກິດມາສູ່ປະເທດພຽງໃນນາມ
ເທົ່ານັ້ນ. ຄະນະດັ່ງກ່າວຍັງກ່າວເຖິງ ການຂາດມາຕະການ
ປົກປ້ອງສະພາບແວດລ້ອມອີກດ້ວຍ. ແຕ່ຢ່າງໃດກໍຕາມຄະນະກຳມະການກໍເວົ້າ ວ່າ ການປິດບໍ່ແຮ່ລົງກໍອາດກໍ່ໃຫ້ເກີດຄວາມເຄັ່ງຕຶງກັບຈີນ ແລະເຮັດໃຫ້ພວກລົງ ທຶນຕ່າງປະເທດ ບໍ່ຢາກໄປລົງທຶນຢູ່ໃນມຽນມາ ຊຶ່ງເປັນປະເທດທີ່ທຸກຈົນນັ້ນ.

ວີດິໂອກ່ຽວຂ້ອງ:

Burma Mine Protesters Await Report from Suu Kyi Committee
please wait

No media source currently available

0:00 0:01:48 0:00
ລິງໂດຍກົງ
XS
SM
MD
LG