ທ່ານນາງ ອອງ ຊານ ຊູຈີ ກ່າວວ່າ ລັດຖະບານທະຫານຂອງມຽນມາ ໄດ້ພະຍາຍາມຈະຂັດຂວາງ ທີ່ຈະບໍ່ໃຫ້ລາຍງານຂ່າວກ່ຽວກັບເຫດການຕ່າງໆໃນພາກຕາເວັນອອກກາງນັ້ນ ໄປຮອດໄປເຖິງຫູຫລືສາຍຕາຂອງປະຊາຊົນທໍາມະດາສາມັນ ແຕ່ກໍສໍາເລັດຜົນໜ້ອຍຫລາຍ. ທ່ານນາງໄດ້ກ່າວເຊັ່ນນັ້ນ ຕໍ່ພວກນັກຂ່າວຕ່າງປະເທດທີ່ປະຈໍາຢູ່ນະ ຄອນຫລວງກົວລາລໍາເປີຂອງມາເລເຊຍ ໃນວັນພະຫັດແລ້ວນີ້ ຜ່ານເຄື່ອງເຊື່ອມໂຍງທາງສຽງ ຈາກນະຄອນຢ່າງກຸ້ງ.
ເຈົ້າຂອງລາງວັນໂນແບລ ໄວ 65 ປີ ທ່ານນີ້ ກ່າວວ່າ ປະຊາຊົນມຽນມາແມ່ນໄດ້ຕິດຕາມຢ່າງໃກ້ຊິດ ຂ່າວການໂຄ່ນລົ້ມລັດຖະບານ ໃນປະເທດຕູນີເຊຍແລະອີຈິບ ຕະຫລອດທັງການປະເຊີນໜ້າກັນ ລະຫວ່າງພວກສະໜັບສະໜູນທ່ານມວມມາ ກາດດາຟີ ຜູ້ນໍາລີເບຍ ກັບພວກປະທ້ວງຕໍ່ຕ້ານລັດຖະບານນັ້ນ. ທ່ານນາງ ອອງ ຊານ ຊູຈີ ກ່າວວ່າ:
“ພວກເຂົາເຈົ້າພາກັນສົມທຽບສິ່ງທີ່ກໍາລັງເກີດຂຶ້ນຢູ່ທີ່ນັ້ນ ກັບອັນທີ່ໄດ້ເກີດຂຶ້ນມາແລ້ວຢູ່ໃນມຽນມາໃນປີ 1988 ນັ້ນ ແລະສິ່ງນຶ່ງໃນຫລາຍໆ ສິ່ງທີ່ພວກເຂົາເຈົ້າໄດ້ສັງເກດເຫັນ ກໍຄືວ່າ ຢູ່ໃນຕູນີເຊຍແລະໃນອີຈິບນັ້ນ ພວກທະຫານບໍ່ໄດ້ຍິງປືນໃສ່ປະຊາຊົນຂອງຕົນເອງ ແຕ່ວ່າຢູ່ທີ່ລີເບຍນັ້ນ ແມ່ນບໍ່ຄືກັນ. ນອກນີ້ແລ້ວ ຜົນທີ່ອອກມາກໍເບິ່ງຄືວ່າ ສະລັບຊັບຊ້ອນແລະຮ້າຍແຮງຢູ່ລີເບຍ ຫລາຍກ່ວາຢູ່ໃນຕູນີເຊຍແລະອີຈິບ. ທຸກໆຄົນແມ່ນກໍາລັງລໍຖ້າເບິ່ງ ດ້ວຍຄວາມສົນໃຈຢ່າງໃຫຍ່ຫລວງວ່າ ແມ່ນຫຍັງຈະເກີດຂຶ້ນແລະຕິດຕາມມາ ເພາະວ່າປະຊາຊົນມີຄວາມ ປະທັບໃຈຫລາຍ ກັບສິ່ງທີ່ໄດ້ເກີດຂຶ້ນ ໂດຍສະເພາະກໍແມ່ນ ຢູ່ປະເທດອີຈິບນັ້ນ.”
ທ່ານນາງ ອອງ ຊານ ຊູຈີ ໄດ້ໃຊ້ເວລາສ່ວນໃຫຍ່ຂອງສອງທົດສະວັດ ທີ່ຜ່ານມານີ້ ຢູ່ໃນຫ້ອງຂັງຫລືບໍ່ກໍຖືກກັກບໍລິເວນໃຫ້ຢູ່ແຕ່ໃນບ້ານຂອງ ທ່ານນາງ ກ່ອນຈະຖືກປ່ອຍໃນເດືອນພະຈິກປີກາຍນີ້ ລຸນຫລັງການເລືອກຕັ້ງທີ່ອໍານາດປົກຄອງທະຫານໄດ້ຈັດຂຶ້ນ ຕາມທີ່ໄດ້ຮັບ ປາກແລະກໍານົດໄວ້ ແຕ່ຖືກບັນດາກຸ່ມສິດທິມະນຸດແລະກຸ່ມອື່ນໆອີກ ເບິ່ງເຫັນວ່າເປັນການ ເລືອກຕັ້ງທີ່ຈອມປອມແລະຫລອກລວງ.
ພາຍໃຕ້ການປົກຄອງຂອງພວກທະຫານນັ້ນ ຄວາມເຫລືອອົກເຫລືອໃຈຂອງປະຊາຊົນພົນ
ລະເຮືອນ ນໍາການກົດຂີ່ປາບປາມຂອງລັດຖະບານ ໄດ້ລະເບີດຂຶ້ນ ເປັນການເດີນຂະບວນ
ປະທ້ວງຫລາຍບັ້ນຢູ່ຕາມຖະນົນຫົນທາງຂອງນະຄອນຢ່າງກຸ້ງ ເມືອງຫລວງເກົ່າ ຊື່ງຫລ້າ
ສຸດກໍແມ່ນໃນປີ 2007 ເວລາພວກພະສົງຫລາຍພັນອົງ ໄດ້ພາກັນເດີນຂະບວນປະທ້ວງ.
ຜົນກໍຄື ພວກເພິ່ນໄດ້ຖືກທຸບຕີ ທໍາຮ້າຍຮ່າງກາຍຢ່າງຮຸນແຮງ ຖືກພວກທະຫານຍິງປືນໃສ່ ແລະຖືກຈັບໄປກັກຂັງໄວ້.
ທ່ານນາງ ອອງ ຊານ ຊູຈີ ກ່າວວ່າ ມີຄວາມແຕກຕ່າງຢ່າງສໍາຄັນໃນ ລະຫວ່າງຊະຕາກໍາຂອງປະຊາຊົນມຽນມາ ກັບຂອງພວກປະຊາຊົນທີ່ ດໍາລົງຊີວິດຢູ່ພາຍໃຕ້ລະບອບຜະເດັດການ ໃນພາກຕາເວັນອອກກາງນັ້ນ. ທ່ານນາງ ອອງ ຊານ ຊູຈີ ເວົ້າວ່າ:
“ກະຄືດັ່ງທີ່ທ່ານຮູ້ຫັ້ນແຫລະ ປະຊາຊົນໄດ້ພາກັນລຸກຂຶ້ນປະທ້ວງມາກ່ອນແລ້ວ ໃນມຽນມາ ແລະໃນກໍລະນີຕ່າງໆເຫລົ່ານັ້ນ ພວກເຂົາເຈົ້າໄດ້ຖືກພວກທະຫານຍິງໃສ່ ແລະຂ້າພະເຈົ້າຄິດວ່າ ນັ້ນແມ່ນຄວາມແຕກຕ່າງກັນຢ່າງໃຫຍ່ຫລວງ. ເວລານີ້ ສະຖານນະການໃນລີເບຍ ກໍແມ່ນວ່າ ທາງກອງທັບເອງມີຄວາມເຫັນແຕກແຍກກັນ ກ່ຽວກັບວ່າ ຄວນຈະຮັບມືກັບສະຖານນະການແນວໃດ. ຢູ່ໃນມຽນມານີ້ ຂ້າພະເຈົ້າບໍ່ຄິດວ່າ ໄດ້ມີການແຕກແຍກກັນຢ່າງສັງເກດເຫັນໄດ້ແຕ່ຢ່າງໃດເລີຍ ກ່ຽວກັບນະໂຍບາຍຂອງພວກທະຫານນັ້ນ.”
ທ່ານນາງ ອອງ ຊານ ຊູຈີ ກ່າວວ່າ ແມ່ນແຕ່ປະເທດມຽນມາກໍບໍ່ອາດ ສາມາດທີ່ຈະຫລີກເວ້ນໄປໄດ້ ຈາກເທັກໂນໂລຈີຂອງສັດຕະວັດທີ 21 ທີ່ໄດ້ອໍານວຍໃຫ້ປະຊາຊົນ ມີຄວາມສາມາດເພິ້ມຂຶ້ນຢ່າງຫລວງຫລາຍ ໃນການຈັດຕັ້ງກັນເຮັດອັນໃດອັນນຶ່ງ ໂດຍບໍ່ມີການເເຊກແຊງຈາກ ລັດຖະບານຂອງເຂົາເຈົ້າ ແລະທ່ານນາງກ່າວຕື່ມວ່າ ທ່ານນາງຕັ້ງໃຈ ຈະເຂົ້າໄປຈົດຊື່ ເປັນສະມາຊິກໜ້າ Facebook ແລະ Twitter ໃນເວລາອັນໄວທີ່ສຸດເທົ່າທີ່ຈະໄວໄດ້.
ນອກນັ້ນແລ້ວ ກໍຍັງມີແຜນການທີ່ຈະເສີມຂະຫຍາຍເຄືອຂ່າຍຂອງພັກ ສັນນິບາດແຫ່ງຊາດເພື່ອປະຊາທິປະໄຕຂອງທ່ານນາງ ອອກໄປຮັບເອົາສະມາຊິກໃນບັນດາປະຊາຊົນມຽນມາ ທີ່ດໍາລົງຊີວິດຢູ່ໃນຕ່າງປະເທດ ເພື່ອເພີ່ມຄວາມກົດດັນໃສ່ກອງທັບແລະລັດຖະບານທະຫານມຽນມາ ຊຶ່ງທ່ານນາງຫວັງວ່າ ມັນອາດຈະຊຸກຍູ້ໃຫ້ພວກທະຫານຫັນມາເຈລະຈາກັນ ແລະເຄື່ອນໄຫວໄປສູ່ການສ້າງຄວາມປອງດອງຊາດ.