ຟັງລາຍງານໂດຍເຕັມ:
((ສຽງຮ້ອງໂຮຂອງພວກສະໜັບສະໜຸນ....))
ພວກສະໜັບສະໜຸນແລະສື່ມວນຊົນຫລາຍຮ້ອຍຄົນພາກັນເຕົ້າໂຮມກັນຢູ່ ນອກສໍານັກ
ງານສູນກາງພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕ ຫລື NLD ຂອງທ່ານນາງອອງ
ຊານ ຊູຈີ ຕອນເຊົ້າວັນຈັນວານນີ້ ເພື່ອລໍຖ້າຟັງ ທ່ານນາງກ່າວຄໍາປາໄສສັ້ນໆ ຮັບເອົາໄຊ
ຊະນະໃນການເລືອກຕັ້ງ.
ພັກ NLD ໄດ້ປະກາດໃນຕອນແລງວັນອາທິດວ່າ ທ່ານນາງແລະຜູ້ສະໝັກເລືອກຕັ້ງຂອງ
ພັກ ໄດ້ຊະນະເກືອບວ່າທັງໝົດຂອງ 45 ບ່ອນນັ່ງທີ່ມີການແຂ່ງຂັນກັນ ໃນການເລືອກຕັ້ງ
ພິເສດຄັ້ງນີ້.
ຖ້າຫາກໄດ້ຮັບການຢືນຢັນ ຜົນການເລືອກຕັ້ງກໍໜ້າຈະເປັນການປະຕິເສດ ແລະຕ້ອງຕິຢ່າງໂຈ່ງແຈ້ງຂອງມະຫາຊົນ ຕໍ່ພັກເພື່ອຄວາມເປັນເອກະພາບແລະການພັດທະນາຂອງ
ສະຫະພາບ ຫລື USDP ທີ່ໜຸນຫລັງໂດຍຝ່າຍທະຫານ ຊຶ່ງເປັນຜູ້ກໍາບ່ອນນັ່ງສ່ວນຫລາຍ ໃນອັດຕາຖ້ວມລົ້ນຢູ່ໃນສະພາແຫ່ງຊາດນັ້ນ.
ທ່ານນາງອອງ ຊານ ຊູຈີ ເຈົ້າຂອງລາງວັນໂນແບລ ໃຫ້ຄໍາໝັ້ນສັນຍາວ່າ ເວລາທ່ານນາງແລະ
ພັກຂອງທ່ານນາງ ເຂົ້າໄປຮ່ວມຢູ່ໃນຄະນະລັດຖະບານຫລັງຈາກເວລາ 20 ກວ່າປີ ທີ່ໄດ້ຖືກ
ພັດຖິ່ນທາງການເມືອງນັ້ນ ພວກທ່ານຈະໃຫ້ ຄວາມຮ່ວມມືກັບໝົດທຸກຝ່າຍ ທີ່ເຕັມໃຈຈະ
ປະຕິບັດງານເພື່ອຄວາມປອງດອງຊາດ.
ທ່ານນາງອອງ ຊານ ຊູຈີ ໄດ້ເອີ້ນການເລືອກຕັ້ງໃນວັນອາທິດນັ້ນ ວ່າເປັນຮ່ອຍຮອຍທີ່ໃຫ້
ຄວາມຫວັງ ສໍາລັບປະຊາທິປະໄຕແລະຄວາມປອງດອງກັນຢູ່ໃນມຽນມາ. ທ່ານນາງເວົ້າວ່າ:
“ພວກເຮົາຫວັງວ່າ ນີ້ຈະເປັນຈຸດເລິ່ມຕົ້ນຂອງສັກກະຫລາດໃໝ່ ທີ່ຈະມີການເນັ້ນ
ໜັກຫລາຍຂຶ້ນ ໃສ່ກົດເກນຂອງປະຊາຊົນຢູ່ໃນກິດຈະວັດການເມືອງປະຈໍາວັນຂອງ
ປະເທດຊາດຂອງພວກເຮົາ.”
ທ່ານນາງ ອອງ ຊານ ຊູຈີ ກ່າວຕໍ່ໄປວ່າ ຫລັງຈາກໄດ້ເຂົ້າປະກອບສ່ວນຢູ່ ໃນສະພາແຫ່ງຊາດ
ແລ້ວ ພັກ NLD ກໍຈະສືບຕໍ່ຜັກດັນ ໃຫ້ມີການປົກຄອງດ້ວຍຕົວບົດກົດໝາຍ ໃຫ້ມີການສິ້ນ
ສຸດລົງຂອງຂໍ້ຂັດແຍ້ງທັງໝົດຂອງບັນດາຊົນເຜົ່າ ແລະການດັດແກ້ລັດຖະທໍາມະນູນ.
ການດັດແກ້ລັດຖະທໍາມະນູນທີ່ຮ່າງຂຶ້ນມາໂດຍຝ່າຍທະຫານນັ້ນ ແມ່ນຈະ ເປັນການທ້າທາຍ
ພໍສົມຄວນສໍາລັບພັກ NLD ເພາະເຖິງແມ່ນວ່າຈະໄດ້ຊະນະບ່ອນນັ່ງທັງໝົດໃນການເລືອກຕັ້ງ
ຄັ້ງພິເສດໃນວັນອາທິດ ລນັ້ນກໍຕາມ ມັນກໍເປັນພຽງປະມານ 7 ເປີເຊັນເທົ່ານັ້ນ ຂອງຈໍານວນ
ຫລາຍຮ້ອຍບ່ອນນັ່ງທີ່ຄອບຄອງໂດຍຝ່າຍທະຫານ ແລະພວກສະໜັບສະໜຸນທະຫານເປັນ
ສ່ວນໃຫຍ່ນັ້ນ.
ພວກຜູ້ແທນເຫລົ່ານັ້ນມີສິ່ງກະຕຸ້ນໃຈໜ້ອຍຫລາຍ ທີ່ຈະພາໃຫ້ເຂົາເຈົ້າສະໜັບສະໜຸນໃຫ້ມີ
ການດັດແກ້ລັດຖະທໍາມະນູນ. ລັດຖະທໍາມະນູນສະບັບປັດຈຸບັນ ແມ່ນຮັບປະກັນການສືບຕໍ່
ກໍາອໍານາດຂອງຝ່າຍທະຫານຢູ່ໃນລັດຖະບານຕໍ່ໄປ ໂດຍລະບຸວ່ານຶ່ງສ່ວນສີ່ຂອງບ່ອນນັ່ງທັງ
ໝົດໃນສະພາແມ່ນ ຈອງໄວ້ໃຫ້ຝ່າຍທະຫານ.
ຢ່າງໃດກໍຕາມ ທ່ານນາງ Suzanne DiMaggio ຮອງປະທານ ໂຄງການນະໂຍບາຍໂລກ ທີ່
ສະມາຄົມເອເຊຍ ກ່າວວ່າ ເຖິງແມ່ນພັກ NLD ໄດ້ກາຍມາເປັນການທ້າທາຍນ້ອຍໆຢູ່ໃນ
ສະພາກໍຕາມ ແຕ່ໄຊຊະນະຄັ້ງນີ້ ກໍຖືວ່າມີຄວາມສໍາຄັນຢູ່. ທ່ານນາງ DiMaggio ເວົ້າວ່າ:
“ໂດຍສະເພາະແລ້ວໃນເວລານີ້ ຢ່າງໜ້ອຍພວກເຮົາກໍເລິ່ມມີສຽງຂອງຝ່າຍຄ້ານ
ຂຶ້ນມາຢູ່ພາຍໃນສະພາ ຊຶ່ງເປັນສຽງຄັດຄ້ານທີ່ໜ້າເຊື່ອຖື ແລະຂ້າພະເຈົ້າຄິດວ່າ
ນີ້ຄືຈຸດເລິ່ມຕົ້ນຂອງສິ່ງໃດສິ່ງ ນຶ່ງ ທີ່ມີແຕ່ຈະເຕີບໂຕຂຶ້ນນັບມື້ ເທົ່ານັ້ນ.”
ທ່ານນາງ DiMaggio ກ່າວຕໍ່ໄປວ່າ ຜົນການເລືອກຕັ້ງສະແດງໃຫ້ເຫັນວ່າ ມັນເຖິງເວລາແລ້ວ
ສໍາລັບສະຫະລັດ ທີ່ຈະຍົກເລີກການລົງໂທດທາງເສດຖະກິດຕໍ່ມຽນມາ.
ສະຫະລັດ ແລະສະຫະພາບຢູໂຣບ ໃນ
ຫລາຍໆປະເທດ ໄດ້ວາງຂໍ້ຈໍາກັດຮັດແຄບ
ດ້ານການຄ້າຕໍ່ມຽນມາ ຍ້ອນປະວັດທີ່ບໍ່ດີ
ໃນດ້ານສິດທິມະນຸດຂອງມຽນມານັ້ນ. ວັນ
ຈັນວານນີ້ ຫົວໜ້າຝ່າຍການຄ້າຂອງສະຫະ
ພາບຢູໂຣບ ຫລື ອີຢູ ກ່າວວ່າ ຖ້າຫາກການ
ເລືອກຕັ້ງໃນມຽນມາຄັ້ງນີ້ໄດ້ພິສູດໃຫ້ເຫັນ
ວ່າ ເປັນໄປຢ່າງເສລີແລະຍຸດຕິທໍາແລ້ວ ອີຢູ
ກໍຈະພິຈາລະນາ ຍົກເລິກການລົງໂທດ
ຕ່າງໆຕໍ່ມຽນມາ ຢູ່ໃນກອງປະຊຸມຄັ້ງວັນທີ
21 ເມສາ ທີ່ນະຄອນຫລວງ Brussels
ປະເທດເບລຢ້ຽມນັ້ນ.
ເມື່ອວັນສຸກຜ່ານມານີ້ ພັກ NLD ກ່າວວ່າ ຕົນບໍ່ຄາດວ່າການເລືອກຕັ້ງຄັ້ງນີ້ຈະເປັນໄປຢ່າງ
ເສລີແລະຍຸດຕິທໍາ ແລະທ່ານນາງອອງຊານ ຊູຈີ ກ່າວວ່າ ພັກ NLD ຈະແຈ້ງໃຫ້ມະຫາຊົນ
ຊາບຢ່າງທົ່ວເຖິງກ່ຽວກັບຄວາມຜິດປົກກະ ຕິຕ່າງໆທີ່ເກີດຂຶ້ນ ເພື່ອຮັບປະກັນວ່າມັນບໍ່ໄດ້
ຖືກມອງຂ້າມ. ພັກ NLD ໄດ້ຊີ້ໃຫ້ເຫັນຊື່ຂອງຫລາຍໆຄົນທີ່ຕາຍໄປແລ້ວ ຢູ່ໃນບັນຊີຜູ້ມີ
ສິດເລືອກຕັ້ງ ພ້ອມທັງຊື່ພວກມີສິດປ່ອນບັດຫລາຍໆຄົນ ທີ່ມີໝາຍເລກລົງທະບຽນອັນ
ດຽວກັນ.
ພວກມີສິດປ່ອນບັດບາງຄົນຈົ່ມວ່າ ມີຂີ້ເຜິ້ງທາໃສ່ບັດເລືອກຕັ້ງ ຊຶ່ງເຮັດໃຫ້ ເຂົາເຈົ້າບໍ່ສາມາດ
ໝາຍບັດໄດ້ຢ່າງຄັກແນ່ ເພາະມັນສາມາດລືບອອກໄດ້.
((ສຽງຊາວບ້ານ...))
ບ້ານ ວາ ເທນ ຄາ ທີ່ເມືອງ Kawtmu ເປັນເຂດເລືອກຕັ້ງຂອງທ່ານນາງ ອອງ ຊານ ຊູຈີ
ໝູ່ບ້ານທີ່ຍາກຈົນແລະຢູ່ສອກຫລີກນີ້ ໄດ້ຕົກເປັນເປົ້າຂອງຄວາມສົນໃຈ ເວລາອະດີດນັກໂທດ
ຈິດສໍານຶກທີ່ມີຊື່ສຽງທີ່ສຸດຂອງມຽນມາ ໄດ້ເລືອກເອົາບ້ານນີ້ເປັນບ່ອນລົງທະບຽນສໍາມະໂນ
ຄົວຂອງທ່ານນາງ.
ນາງ Nan Myat Myat Thu Win ອາຍຸ 23 ປີ ແລະຄອບຄົວ ມີຮ້ານຂາຍເຄື່ອງນ້ອຍໆ
ຮ້ານນຶ່ງ ຢູ່ຂ້າງເຮືອນຂອງທ່ານນາງອອງ ຊານ ຊູຈີ. ນາງເວົ້າວ່າ ນາງຫວັງວ່າ ທ່ານນາງ
ອອງຊານ ຊູຈີ ຈະສາມາດຊ່ວຍເຫລືອພວກຄົນຫວ່າງງານຂອງໝູ່ບ້ານໄດ້ ແຕ່ນາງກໍຮັບຮູ້
ວ່າເຖິງແມ່ນໄດ້ ຮັບໄຊຊະນະໃນການເລືອກຕັ້ງກໍຕາມ ແຕ່ພັກ NLD ກໍຈະມີອໍານາດແຕ່
ພຽງໜ້ອຍດຽວ. ນາງນ່ານ ເວົ້າວ່າ:
“ຢ່າງໜ້ອຍ ເພິ່ນກໍສາມາດທີ່ຈະນໍາສະເໜີບັນຫາຕ່າງໆ ເຊັ່ນເລື່ອງຄວາມທຸກຈົນນັ້ນ
ຕໍ່ສະພາໄດ້ ຊຶ່ງວ່າມັນຈະໄດ້ຮັບການແກ້ໄຂຫລືບໍ່ນັ້ນ ກໍຂຶ້ນຢູ່ກັບລັດຖະບານ.”
ທຸກໆຄົນຢູ່ໃນບ້ານ War Thein Kha ທີ່ໄດ້ລົມກັບວີໂອເອ ກ່າວວ່າ ພວກເຂົາເຈົ້າເປັນຜູ້
ສະໜັບສະໜຸນທ່ານນາງອອງຊານ ຊູຈີ ທັງນັ້ນ.
ແມ່ຕູ້ດໍ ເອ ອາຍຸ 95 ປີ ທີ່ອາໃສຢູ່ໃນໝູ່ບ້ານແຫ່ງນີ້ມາຕະຫລອດຊີວິດຂອງລາວ ກ່າວວ່າ
ລາວຮັກທ່ານນາງອອງ ຊານ ຊູຈີ ແລະຈະບໍ່ມີວັນປ່ອນບັດເອົາພັກ USDP ທີ່ໜຸນຫລັງໂດຍ
ຝ່າຍທະຫານນັ້ນ. ແມ່ຕູ້ເອ ກ່າວວ່າ:
“ຂ້ອຍບໍ່ມັກພວກເຂົາ ດັ່ງນັ້ນຂ້ອຍຈະບໍ່ປ່ອນພວກເຂົາ ພວກນີ້ປົກຄອງປະເທດ
ມາໄດ້ຫລາຍຟ້າຫລາຍປີແລ້ວ ມັນຄວນຈະເປັນເວລາແລະໂອກາດຂອງທ່ານນາງ
ອອງຊານ ຊູຈີ ແລ້ວ.”
ຜົນການເລືອກຕັ້ງຢ່າງເປັນທາງການ ຄາດວ່າ ຈະບໍ່ມີການແຈ້ງໃຫ້ຊາບຈົນ ກວ່າອີກຫລາຍມື້