ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ພັກຝ່າຍຄ້ານ ຊະນະ ການເລືອກຕັ້ງ ຢ່າງຖ້ວມລົ້ນ ທີ່ມຽນມາ (ເບິ່ງສະໄລດ໌ກັບວີດີໂອ)


ທ່ານນາງອອງຊານຊູຈີ ຜູນໍາຝ່າຍຄ້ານ ໂບກມືໃສ່ປະຊາຊົນ ຂະນະທີ່ອອກຈາກສໍານັກງານພັກສັນນິບາດ ແຫ່ງຊາດເພື່ປະຊາທິປະໄຕ ຫຼັງຈາກກ່າວຖະແຫຼງຕໍ່ບັນດານັກຂ່າວ ແລະພວກສະໜັບສະໜຸນທ່ານນາງ ໃນນະຄອນຢ້າງກຸ້ງ.
ວັນທີ 2 ເມສາ 2012.
ທ່ານນາງອອງຊານຊູຈີ ຜູນໍາຝ່າຍຄ້ານ ໂບກມືໃສ່ປະຊາຊົນ ຂະນະທີ່ອອກຈາກສໍານັກງານພັກສັນນິບາດ ແຫ່ງຊາດເພື່ປະຊາທິປະໄຕ ຫຼັງຈາກກ່າວຖະແຫຼງຕໍ່ບັນດານັກຂ່າວ ແລະພວກສະໜັບສະໜຸນທ່ານນາງ ໃນນະຄອນຢ້າງກຸ້ງ. ວັນທີ 2 ເມສາ 2012.

ທ່ານ​ນາງ​ອອງຊານ​ຊູ​ຈີ ຜູ້​ນໍາ​ປະຊາທິປະ​ໄຕ​ໃນ​ມຽນມາ ​ໄດ້ປະກາດ “ຍຸກໃໝ່​” ສໍາລັບ​ມຽນມາ​ໃນ​ວັນ​ຈັນ​ມື້​ນີ້ ຫຼັງ​ຈາກ​ພັກ​ຂອງ​ທ່ານ​ນາງອ້າງ​ເອົາ​ໄຊຊະນະ​ຢ່າງ​ຖ້ວມ​ລົ້ນ ​ໃນ​ການ​ເລືອ​ກຕັ້ງ​ສະພາແຫ່ງຊາດຮອບພິ​ເສດໃນ​ວັນ​ອາທິດ​ວານ​ນີ້.

ເຖິງແມ່ນ​ວ່າ ຜົນ​ການ​ເລືອກ​ຕັ້ງ​ຢ່າງ​ເປັນ​ທາງ​ການ​ອາດ​ໃຊ້​ເວລາ​ຫຼາຍ​ມື້ ຈຶ່ງ​ຈະມີ​ການ​ປະກາດ​ໃຫ້​ຊາບ​ກໍ​ຕາມ ​ແຕ່ພັກຝ່າຍ​ຄ້ານ​ ສັນນິບາດ​ແຫ່ງ​ຊາດ​ເພື່ອ​ປະຊາ​ທິປະ​ໄຕ​ໃນ​ມຽນມາ​ ​ກໍກ່າວ​ວ່າ ພວກຕົນ​ໄດ້​ຮັບ​ຢ່າງ​ນ້ອຍ 43 ບ່ອນ​ນັ່ງ​ໃນ​ຈໍານວນທັງ​ໝົດ 44 ບ່ອນ ​ທີ່​ພັກໄດ້​ເຂົ້າ​ແຂ່ງ ຂັນ​ເອົາ​ ທີ່​ຮວມທັງ 4 ບ່ອນ​ໃນ​ນະຄອນຫຼວງເນ​ປີ​ຕໍ​ ຊຶ່ງ​ເປັນ​ເຂດ​ທີ່ພວກ​ລັດຖະກອນ​ແລະ​
ທະຫານ​ອາ​ໄສຢູ່​ເປັນສ່ວນ​ໃຫຍ່​ນັ້ນ.

ທ່ານ​ນາງ​ອອງຊານ​ຊູ​ຈີ ກ່າວ​ຕໍ່​ບັນດາຜູ້​ທີ່​ສະໜັບສະໜຸນ​ທ່ານ​ນາງຢູ່ ຂ້າງ​ນອກ​ສໍານັກງານ​ໃຫຍ່​ຂອງ​ພັກ NLD ​ໃນນະຄອນຢ້າງ​ກຸ້ງ​ໃນ​ວັນຈັນ​ມື້​ນີ້​ວ່າ ທ່ານ​ນາງຫວັງວ່າ ຜົນ​ຂອງ​ການ​ເລືອກຕັ້ງ​ຈະ​ບັງ​ຄັບໃຫ້ລັດຖະບານ​ເອົາຫົວຊາ​ຕໍ່​ຄວາມ​ປະສົງ​ຂອງ​ປະຊາຊົນພົນລະ​ເມືອງ​ທໍາ​ມະດາສາມັນ.

ທ່ານ​ນາງ​ອອງຊານ​ຊູ​ຈີ​ເວົ້າ​ວ່າ “ພວກ​ເຮົາຫວັງ​ວ່າ ນີ້​ຈະແມ່ນ​ການ​ເລີ້ມ​ຕົ້ນ​ຂອງ​ຍຸກ​ໃໝ່ ບ່ອນທີ່​ຈະ​ມີ​ການ​ເນ້ນ​ໜັກ​ຫຼາຍ​ຂຶ້ນໃສ່​ບົດບາດ​ຂອງ​ປະຊາຊົນ​ໃນເລື່ອງການເມືອງ​ປະ​ຈໍາ​ວັນຂອງ​ປະ​ເທດ​ນັ້ນ.”

ທ່ານ​ນາງ​ອອງຊານ​ໄດ້​ຮຽກຮ້ອງ​ໄປ​ຍັງ​ພັກ​ການ​ເມືອງ​ອື່ນໆ​ ​ໃຫ້ຊ່ອຍ​ກັນ​ນໍາເອົາ​ປະຊາທິ
ປະ​ໄຕ​ແລະ​ສະພາບ​ການ​ເປັນ​ຢູ່​ທີ່​ດີ​ຂຶ້ນ​ ມາສູ່ປະ​ເທດ​ທີ່​ທຸກ​ຈົນ​ແຫ່ງ​ນີ້.

ພັກເພື່ອຄວາມເປັນ​ເອກະ​ພາບ​ແລະ​ການ​ພັດທະນາ​ຂອງສະຫະພາບ ທີ່ອໍານາດ​ປົກຄອງ
​ທະຫານ​ໄດ້​ຈັດ​ຕັ້ງ​ຂຶ້ນມາ ​ກ່ອນ​ໂອນ​ອໍານາດ​ຫລັງ​ຈາກ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ໃນ​ປີ​ແລ້ວ​ນີ້
ຍັງຈະ​ສືບ​ຕໍ່ມີ​ສຽງ​ຂ້າງ​ຫຼາຍ​ຕໍ່​ໄປ​ ໃນ​ສະພາ​ແຫ່ງ​ຊາດ​ນັ້ນ.

ເຖິງ​ຢ່າງ​ໃດ​ກໍ​ດີ ບັນດາ​ນັກ​ການ​ທູດ​ນາໆ​ຊາດ ທີ່​ຕິດຕາມ​ສິ້ງ​ຊອມ​ເບິ່ງການ​ເລືອກ​ຕັ້ງ ໄດ້
​ສະ​ແດງ​ຄວາມ​ເຫັນ​ໃນ​ແງ່​ດີ​ ໃນ​ວັນ​ຈັນ​ມື້​ນີ້.

ພວກສັງ​ເກດ​ການ​ຈາກ​ກຸ່ມ​ອາ​ຊ່ຽນ​ໄດ້ອອກ​ຖະ​ແຫຼ​ງການ​ສະບັບ​ນຶ່ງກ່າວ​ວ່າ ການ​ເລືອກ​ຕັ້ງ​
ໄດ້​ດໍາ​ເນີນ​ໄປ​ຢ່າງ​ເສລີ ຍຸຕິ​ທໍາ​ແລະ​ໂປ່​ງ​ໃສ ​ແລະ​ທ່ານ David Lipman ຫົວໜ້າ​ຄະນະສັງ
​ເກດ​ການ​ຈາກ​ສະຫະພາບ​ຢູ​ໂຣບ ​ກໍໄດ້​ສະ​ແດງ​ຄວາມ​ພໍ​ອົກ​ພໍ​ໃຈ​ນໍາ​ການ​ປ່ຽນ​ແປງ​ຕ່າງໆ​ທີ່
​ພວມ​ດໍາ​ເນີນ​ໄປ​ຢູ່​ໃນ​ພະມ້າ ຫລື​ມຽນມາ​ນັ້ນ.

XS
SM
MD
LG