ໃນການຖະແຫລງຂ່າວ ຢູ່ນະຄອນຫລວງ Naypyidaw ທີ່ຢູ່ບ່ອນສອກຫລີກຫ່າງໄກ ຂອງມຽນມາ ໃນວັນຈັນຜ່ານມານັ້ນ ຄະນະກໍາມະການເລືອກຕັ້ງບອກກັບພວກນັກຂ່າວແລະນັກການທູດທີ່ຢູ່ໃນມຽນມາແລ້ວນັ້ນ ວ່າ ບໍ່ຈໍາເປັນຕ້ອງມີນັກສັງເກດການຈາກທາງນອກ ເພາະວ່າການມີໜ້າຂອງພວກເຂົາເຈົ້າ ແມ່ນເປັນການພຽງພໍແລ້ວ ສໍາລັບການເລືອກຕັ້ງຄັ້ງນີ້.
ພວກປະເທດເພື່ອນບ້ານຂອງມຽນມາ ໃນສະມາຄົມກຸ່ມປະເທດເອເຊຍຕາເວັນອອກສຽງໃຕ້ ຫລືອາຊ່ຽນ ໄດ້ສະເໜີຂໍເຂົ້າໄປສັງເກດການເບິ່ງການ ເລືອກຕັ້ງ ແຕ່ກໍຖືກລັດຖະບານທະຫານມຽນມາປະຕິເສດ.
ປັດຈຸບັນນີ້ ມີອົງການຂ່າວຕ່າງປະເທດປະມານ 25 ອົງການທີ່ຈົດທະບຽນ ຢູ່ໃນມຽນມາແລ້ວ ຊຶ່ງສ່ວນຫລາຍແມ່ນມີເຈົ້າໜ້າທີ່ ຫລືພະນັກງານເປັນ ຊາວມຽນມາ.
ຄະນະກໍາມະການການເລືອກຕັ້ງເວົ້າວ່າ ທາງການຈະພາພວກນັກການທູດ ແລະອົງການຕ່າງປະເທດທີ່ຢູ່ໃນມຽນມານັ້ນ ໄປເລາະເບິ່ງບ່ອນປ່ອນບັດແຫ່ງຕ່າງໆ ໃນລະຫວ່າງການເລືອກຕັ້ງ. ເພາະສະນັ້ນ ຈຶ່ງຈະບໍ່ມີການເຊື້ອເຊີນພວກນັກສັງເກດການ ຫລື ສື່ມວນຊົນຈາກຕ່າງປະເທດ ໃຫ້ເຂົ້າໄປເອົາຂ່າວກ່ຽວກັບການເລືອກຕັ້ງ.
ທ່ານ Vincent Brossel ແຫ່ງອົງການ Reporters Without Borders ຫລືນັກຂ່າວບໍ່ມີພົມແດນ ຊຶ່ງເປັນອົງການວ່າດ້ວຍເສລີພາບຂອງສື່ມວນຊົນທີ່ມີຖານຕັ້ງຢູ່ນະຄອນຫລວງປາຣີ ປະເທດຝຣັ່ງ ກ່າວວ່າ ຂໍ້ຈໍາກັດຮັດແຄບຄັ້ງຫລ້າສຸດນີ້ສະແດງໃຫ້ເຫັນວ່າ ລັດຖະບານທະຫານມຽນມາບໍ່ມີຄວາມຕັ້ງໃຈທີ່ຈະຈັດການເລືອກຕັ້ງຄັ້ງນີ້ ໃຫ້ເປັນໄປຢ່າງເສລີແລະຍຸຕິທໍາເລີຍ. ຊຶ່ງທ່ານ Brossel ກ່າວຕື່ມວ່າ:
ນຶ່ງໃນຫລາຍໆເງື່ອນໄຂສໍາ
ລັບການເລືອກຕັ້ງແບບປະ
ຊາທິປະໄຕນັ້ນ ແມ່ນຖືກປະ
ຕິເສດ ຫລື ບໍ່ຮັບຮູ້ໂດຍ
ລັດຖະບານທະຫານມຽນມາ ອີກຄັ້ງນຶ່ງ. ພວກທະຫານມຽນມາແມ່ນຄວບຄຸມສື່ມວນຊົນຂອງມຽນມາ ທັງໝົດ ແລະ ບັດນີ້ພວກນັກຂ່າວຕ່າງປະເທດກໍໄດ້ຖືກປະຕິເສດ ບໍ່ໃຫ້ເຂົ້າປະເທດ ໃນລະຫວ່າງການເລືອກຂອງມຽນມານັ້ນ ຈຶ່ງບໍ່ມີ
ໂອກາດໃດໆເລີຍທີ່ວ່າ ພວກເຮົາຈະໄດ້ເຫັນຄວາມໂປ່ງໃສແລະຄວາມຮັບຜິດຊອບຈາກຝ່າຍລັດຖະບານ.
ກ່ອນນີ້ ອົງການຂ່າວຕ່າງປະເທດຫລາຍສິບອົງການ ໄດ້ຄາດໝາຍວ່າຈະໄດ້ເຂົ້າໄປເອົາຂ່າວການດໍາເນີນການເລືອກຕັ້ງ ແຕ່ບັດນີ້ ເຂົາເຈົ້າຕ້ອງໄດ້ ເຮັດດັ່ງນັ້ນ ຈາກທາງນອກປະເທດມຽນມາ.
ລັດຖະບານທະຫານມຽນມາໄດ້ໂຄສະນາວ່າ ການເລືອກຕັ້ງສະພາ ທີ່ກໍາ ນົດ ໃສ່ວັນທີ່ 7 ພະຈິກ ເດືອນໜ້ານີ້ ຊຶ່ງເປັນການເລືອກຕັ້ງຄັ້ງທໍາອິດໃນຮອບຊາວປີ ແມ່ນເປັນພາກສ່ວນນຶ່ງຂອງ ແຜ່ນທີ່ຫົນທາງໄປສູ່ປະຊາທິປະໄຕ ຂອງຕົນ ຫລັງຈາກທີ່ຝ່າຍທະຫານໄດ້ປົກຄອງປະເທດ ມາເປັນເວລາ 50 ປີແລ້ວນັ້ນ. ແຕ່ພວກນັກວິຈານທັງຫລາຍ ກ່າວວ່າຝ່າຍທະ
ຫານແມ່ນພຽງແຕ່ດຳເນີນເພື່ອຮັດແໜ້ນອໍານາດຂອງຕົນ ໂດຍເອົາການເລືອກຕັ້ງເປັນສາກບັງໜ້າ.
ການເລືອກຕັ້ງຄັ້ງນີ້ ຮັບປະກັນບ່ອນນັ່ງໃນສະພາໃຫ້ຝ່າຍທະຫານ ໃນ ຈໍານວນ ນຶ່ງສ່ວນສີ່ ຂອງບ່ອນນັ່ງໃນສະພາທັງໝົດ ບໍ່ວ່າຜົນການເລືອກຕັ້ງຈະອອກມາແນວໃດກໍຕາມ.
ນອກນີ້ແລ້ວ ລັດຖະບານທະຫານມຽນມາຍັງໄດ້ປະຕິເສດ ບໍ່ຍອມອະນຸ ຍາດໃຫ້ບັນດາຊົນເຜົ່ານ້ອຍ ຈໍານວນຫລາຍລ້ານຄົນ ໄດ້ໄປໃຊ້ສິດອອກ ສຽງປ່ອນບັດ ຢູ່ໃນຫລາຍເຂດຂອງປະເທດມຽນມາ ບ່ອນທີ່ມີກຸ່ມທະຫານ ບ້ານ ທໍາການສູ້ລົບເພື່ອເອກກະລາດມາຕະຫລອດນັ້ນ.
ທາງຝ່າຍກະຊວງກລາໂຫມ ຫລືກະຊວງປ້ອງກັນປະເທດຂອງໄທກ່າວວ່າ ເວລານີ້ ຕົນໄດ້ເສີມກໍາລັງຮັກສາຄວາມປອດໄພຢ່າງໃຫຍ່ຢູ່ຕາມເຂດຊາຍແດນທີ່ຕິດກັບມຽນມາ ຍ້ອນມີຄວາມວິຕົກກັນວ່າ ລັດຖະບານທະຫານມຽນມາຈະທໍາການກວາດລ້າງພວກຊົນເຜົ່ານ້ອຍທັງຫລາຍ ຫລືພວກທີ່ຄັດ ຄ້ານລັດຖະບານ ຊຶ່ງຈະສົ່ງຜົນໃຫ້ມີອົບພະຍົບຫລັ່ງໄຫລເຂົ້າໄປໄທນັ້ນ.
ກົດໝາຍເລືອກຕັ້ງທີ່ເຂັ້ມງວດ ຍັງໄດ້ບັງຄັບພັກຝ່າຍຄ້ານທີ່ໃຫຍ່ທີ່ສຸດ ຂອງປະເທດ ທີ່ນໍາພາໂດຍທ່ານນາງອອງຊານ ຊູຈີ ນັ້ນ ຖືກຍຸບໄປ ຊຶ່ງກໍຄືພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕ ທີ່ໄດ້ຮັບໄຊຊະນະໃນການເລືອກຕັ້ງ ຄັ້ງປີ 1990 ແຕ່ລັດຖະບານທະຫານມຽນມາບໍ່ໄດ້ເອົາຫົວຊາຕໍ່ ຜົນການເລືອກຕັ້ງ ແລະບໍ່ຍອມປ່ອຍໃຫ້ພັກດັ່ງກ່າວເຂົ້າກໍາອໍານາດ ທັງຍັງກັກບໍລິເວນ ທ່ານນາງອອງ ຊານຊູຈີ ມາ
ເປັນເວລາສ່ວນໃຫຍ່ ເທົ່າເຖິງປັດຈຸບັນນີ້.