ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເດັນມາກ ແລະ ນໍເວ ເປີດສະຖານທູດໃໝ່ ທີ່ ມຽນມາ


A protester walks in front of burning tires as they block a street in Libya's second city of Benghazi after the killings of two policemen. The fatal shootings of the two officers came just a day after the U.N. mission in Libya voiced "deep concern" over the near-daily violence plaguing the North African country, particularly the east.
A protester walks in front of burning tires as they block a street in Libya's second city of Benghazi after the killings of two policemen. The fatal shootings of the two officers came just a day after the U.N. mission in Libya voiced "deep concern" over the near-daily violence plaguing the North African country, particularly the east.
ນາຍົກລັດຖະມົນ​ຕີປະ​ເທດ ​Denmark ​ແລະ Norway ​ໄດ້​ຮ່ວມ​
ກັນ ເປີດສະຖານທູດ​ປະ​ເທດ​ຂອງເຂົາ​ເຈົ້າ ໃນ​ວັນອາທິດວານ​ນີ້
ທີ່ຢ່າງ​ກຸ້ງເມືອງ​ໃຫຍ່ສຸດ​ຂອງ​ມຽນມາ.

​ໃນລະຫວ່າງ​ພິທີ​ເປີດ​ຢ່າງ​ເປັນ​ທາງ​ການ​ນັ້ນ ນາຍົກລັດຖະມົນ​ຕີ
ນໍ​ເວ ທ່ານ​ JensStoltenberg ​ໄດ້​ຍ້ອງຍໍ​ການ​ປະຕິ​ຮູບ​ໃນພະມ້າ ​
ເປັນມີ​ຊື່​ໃໝ່​ວ່າ ມຽນມານັ້ນ. ທ່ານ​ກ່າວ​ວ່າ:

“ຂັ້ນ​ຕອນ​ການ​ສ້າງສັນຕິພາບ ຕ້ອງ​ເປັນ​ສິ່ງນຶ່ງ​ທີ່​ປະຊາຊົນ ​
ມຽນມາ ​ເປັນ​ຜູ້​ຮັບຜິດຊອບ​ເອງ. ສິ່ງ​ທີ່​ພວກ​ເຮົາ ຝ່າຍ ​
Denmark ​ແລະ Norway ​ສາມາດປະຕິບັດ​ໄດ້​ນັ້ນ ​ກໍ​ຄືໃຫ້
ການສະໜັບສະໜູນ​ແລະອໍານວຍ​ຄວາມ​ສະດວກ​ໃຫ້. ​ແຕ່​ສໍາ
ລັບ​ຂັ້ນ​ຕອນ​ດ້ານ​ການ​ເມືອງ​ເອງ​ນັ້ນ ​ແມ່ນ​ຈະ​ຕ້ອງເກີດ​ຂື້ນ​ຈາກ
​ພາຍ​ໃນມຽນມາ ​ໂດຍປະຊາຊົນຂອງ ມຽນມາ​ເອງ.”


ສ່ວນນາຍົກລັດຖະມົນຕີເດັນ​ມາກ ທ່ານ Helle Thorning-Schmidt ກໍກ່າວ​ວ່າ ​ທັງ​ສອງປະ​ເທດ​ໃນ​ເຂດ Scandinavia ຂອງ​ພວກ​ທ່ານ ມີ​ຄວາມ​ສົນ​ໃຈໃນ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ ກັບມຽນມາ ຊຶ່ງ​ທ່ານ​ກ່າວ​ວ່າ:

“ພວກ​ເຮົາ​ມີ​ຄວາມ​ສົນ​ໃຈ​ອັນ​ແຮງ​ກ້າ​ ໃນ​ການ​ລົງທຶນ. ລັດຖະມົນ​ຕີ​ການ​ຄ້າ ​ແລະ​ລົງທຶນ​ຂອງ​ພວກ​ເຮົາ ຈະ​ມາ​ເຖິງ​ໃນ​ບໍ່​ຊ້າ​ນີ້ ພ້ອມ​ກັບ ຄະນະຜູ້​ແທນ​ການ​ຄ້າ. ​ແລະຂ້າພະ​ເຈົ້າກໍ​ຄິດ​ວ່າ ທັງສອງ​ປະ​ເທດຂອງ ​ພວກເຮົາ​ເປັນ​ປະ​ເທດ​ມີ​ບໍລິສັດທີ່​ດີ​ເລີດ ​ທີ່​ທໍາ​ການລົງທຶນ​ໃນ​ລັກສະນະ​ທີ່ໜ້າ​ເຊື່ອ​ຖື ໄວ້​ໃຈ​ໄດ້ ​ມີ​ຄວາມ​ຮັບຜິດຊອບ ​ແລະ​ຍືນ​ຍົງ.”

ນາຍົກ​ລັດຖະມົນຕີ ​ເດັນ​ມາກ ​ໄດ້​ພົບ​ປະກັບຜູ້​ນໍາ​ຝ່າຍ​ຄ້ານ ທ່ານ​ນາງ Aung San Suu Kyi ​ໃນ​ຕອນ​ເຊົ້າ​ຂອງ​ວັນ​ອາທິດ ​ແລະ​ໄດ້​ສະ​ແດງ​ການ​ສະໜັບສະໜູນ​ຂອງ​ສອງ​ປະ​ເທດ Scandinavia ​ຕໍ່​ກາ​ນປ່ຽນ​ແປງ​ໄປ​ສູ່ປະຊາທິປະ​ໃຕ ຂອງ​ມຽນມາ.

ທ່ານ​ນາງ Aung San Suu Kyi ກ່າວ​ວ່າ ທ່ານ​ນາງ​ເຊື່ອ​ຢູ່​ສະ​ເ​ໝີ​ວ່າ ການ​ປ່ຽນ​ແປງ​ໃນ​ທາງ​ທີ່ດີ​ ສາມາດ​ເປັນໄປ​ໄດ້​ຢູ່ໃນມຽນມາ.
XS
SM
MD
LG