ລິ້ງ ສຳຫລັບເຂົ້າຫາ

ຢ່າງກຸ້ງ ກໍາລັງຈະສູນເສຍ ສະຖາປັດຕະຍະກໍາ ອັນເກົ່າແກ່ ໃຫ້ແກ່ຄວາມຈະເລີນ (ວີດິໂອລາວ/ອັງກິດ)


ຕຶກເກົ່າແກ່ອັນງົດງາມຫຼັງນີ້ ມີອາຍຸເກືອບນຶ່ງຮ້ອຍປີ ຢູ່ໃນຢ່າງກຸ້ງ ຫົວເມືອງໃຫຍ່ສຸດຂອງມຽນມາ.

ຢ່າງກຸ້ງ ​ເມືອງ​ໃຫຍ່​ທີ່​ສຸດຂອງ​​ມຽນມາ ປຽບ​ສະ​ເໝືອນ​ເມືອງ​ຍ້ອນ​ຍຸກ ທີ່​ເຕັມ​ໄປ​ດ້ວຍ ​ສະ​ຖາ​ປັດຕະຍະ​ກໍາ​ອັນ​ເກົ່າ​ແກ່ ຈາກ​ສະ​ໄໝ​ຫົວ​ເມືອງ​ຂຶ້ນ.

ເຂດໃຈກາງນະຄອນຢ່າງກຸ້ງ ​ເມືອງ​ໃຫຍ່​ທີ່​ສຸດຂອງ​ປະ​ເທດ​ມຽນ
ມານັ້ນ ປຽບ​ສະ​ເໝືອນ​ເມືອງ​ຍ້ອນ​ຍຸກ ທີ່​ເຕັມ​ໄປ​ດ້ວຍ​ສະ​ຖາ​ປັດ
ຕະຍະ​ກໍາ​ອັນ​ເກົ່າ​ແກ່ ຄືຕຶກອາຄານຈາກ​ສະ​ໄໝ​ຫົວ​ເມືອງ​ຂຶ້ນ​ທີ່
ມີອາຍຸໄດ້ນຶ່ງສັດຕະຫວັດ ຊຶ່ງຫຼາຍໆຫລັງ​ແມ່ນ​ຢູ່​ໃນ​ສະພາບ​ທີ່​
ເກົ່າ​ແກ່​ຊຸດ​ໂຊມ​ທີ່​ສຸດ ຍ້ອນ​ແດດແລະ​ຝົນຈາກອາກາດ​ເມືອງ
ຮ້ອນ. ມາບັດນີ້ ຂະນະ​ທີ່ມຽນມາກໍາລັງເປີດກວ້າງ ແລະເງິນຄໍາ
​ໃໝ່ໆ ກັບພວກພັດທະນາທັງຫຼາຍກໍາລັງຫຼັ່ງໄຫຼເຂົ້າໄປໃນມຽນ
ມາ ຕຶກອາຄານເກົ່າຕ່າງໆ​ເຫລົ່ານັ້ນກໍອາດຈະຖືກທັບມ້າງຖິ້ມ
ເພື່ອ ແຜ້ວທາງ​ໃຫ້​ແກ່​ການ​ກໍ່ສ້າງຕຶກສູງຫຼາຍຊັ້ນທັນສະໄໝ
ແລະສູນຮ້ານຄ້າ ຂຶ້ນມາ. ຄໍາຖາມກໍຄືວ່າ ນະຄອນຢ່າງກຸ້ງຈະ ເລືອກເອົາສິ່ງສະໄໝໃໝ່ມາແທນ ຫຼືວ່າຈະຍັງສະຫງວນຮັກສາ
ສະຖາປັດຕະຍະ​ກໍາ ປະວັດສາດອັນລໍ້າຄ່ານັ້ນ ໄວ້ຕໍ່ໄປ.

ເບິ່ງວີດິໂອລາຍງານນີ້ ເປັນພາສາລາວ:


ຕຶກຫລັງນີ້ ຕັ້ງຢູ່ໃນໃຈກາງເມືອງຢ່າງກຸ້ງ ສ້າງຂຶ້ນເມື່ອ 98 ປີຜ່າ​ນມາ ໂດຍພວກພໍ່ຄ້າ
ຊາວອິນເດຍ ແລະໄດ້ຖືກລັດຖະບານຍຶດເອົາໃນຊຸມປີ 1960 ແລະຕໍ່ມາກໍໄດ້ຖືກປະ
ປ່ອຍຖິ້ມໄວ້ ​ເມື່ອຫຼາຍປີກ່ອນ ເວລາລັດຖະບານຍ້າຍເມືອງຫຼວງ ຈາກ​ຢ່າງ​ກຸ້ງໄປຢູ່
ເມືອງຫຼວງໃໝ່ ເນປິດໍ.

ບັດນີ້ ຕຶກທີ່ມີຫຼາຍຫ້ອງ ລັກສະນະເປັນຄືຖໍ້າຫລັງນີ້ ໄດ້ຖືກໃຊ້​ເພື່ອສາລະພັດປະ​ໂຫຍ​ດ ນັບຕັ້ງແຕ່ຫ້ອງການກົດໝາຍ ໄປຈົນເຖິງຫ້ອງພັກຂອງລັດຖະກອນເປັນຕົ້ນ.

ທາງເຂົ້າຕຶກທີ່​ເຮັດດ້ວຍຫິນອ່ອນ ທີ່​ເມື່ອ​ກ່ອນງາມຕານັ້ນ ​ເປີດ​ໄປ​ສູ່ອູ່ໄຟຟ້າທີ່ເຕັມໄປ ດ້ວຍໄຍແມງມຸມ ແລະໃຊ້ການບໍ່ໄດ້ມາຫຼາຍສິບປີແລ້ວ.

ຕຶກດັ່ງກ່າວບໍ່ເຄີຍໄດ້ຮັບ​ການດູແລບົວລະບັດຮັກສາເທົ່າທີ່ຄວນ ທໍ່ນໍ້າກໍຮົ່ວ ແລະເດີ່ນ
ທາງຫຼັງຕຶກ ກໍກາຍເປັນບ່ອນຖິ້ມຂີ້ເຫຍື້ອ.

ຫຼັງຈາກລອດພົ້ນສົງຄາມໂລກມາໄດ້ສອງຄັ້ງ ພ້ອມທັງການປົກຄອງຂອງທະຫານ​ເປັນ​ເວລາຫຼາຍສິບປີ ບວກກັບພາຍຸໄຊໂຄຼນທີ່ໄດ້ສ້າງຄວາມເສຍຫາຍວາຍວອດຢ່າງ​ໜັກ
ນັ້ນ ມາ​ບັດ​ນີ້ ຕຶກດັ່ງກ່າວກໍອາດຈະ​ຕົກ​ເປັນ​ເຫ​ຍື່ອ ຂອງການພັດທະນາ​ສ້າງສາຕຶກໃໝ່
ທັນສະໄໝ ຂຶ້ນ​ມາແທນ.

ດໍ ຈີ ຫລື ​ແມ່ຈີ ໄດ້ອາ​ໄສຢູ່ຕຶກແຫ່ງນີ້ມາໄດ້ຫ້າປີແລ້ວ ກັບຫຼານ ລູກສາວ ແລະລູກເຂີຍ. ລັດຖະບານຈັດໃຫ້ຄອບຄົວພັກ​ຢູ່​ຕຶກ​ຫລັງ​ນີ້ຟີ ເພາະວ່າລູກສາວເປັນລັດຖະກອນ ຫລື ພະນັກງານ​ລັດ. ​ແຕ່ດໍຈີ ເປັນຫ່ວງຢ້ານຖືກໄລ່ໜີ.

ລາວເວົ້າວ່າ: ຕຶກນີ້ເກົ່າຫຼາຍ ບໍ່ງາມຫູງາມຕາ ​ແບບ​ວ່າ​ຊຸດ​ໂຊມ​ຫລາຍ ບໍ່ຄື
ຕອນໃໝ່ໆ ​ແຕ່ຂ້ອຍກໍຄິດວ່າ ຖ້າເຮົາສ້ອມແປງມັນແດ່ ມັນກໍຈະເບິ່ງງາມຂຶ້ນ
ພື້ນກໍ ຍັງດີໆຢູ່.”


ສະເພາະແຕ່ປີຜ່ານມາປີດຽວ ລາຄາບ້ານແລະທີ່ດິນຖີບຕົວສູງຂຶ້ນສອງເທົ່າ ຢູ່​ໃນ​ຢ່າງ​ກຸ້ງ ແລະລັດຖະບານກໍ​ໄດ້ຂາຍທອດຊັບສິນຫຼາຍຢ່າງເພື່ອເອົາເງິນມາໃຊ້ໜີ້. ຕຶກຫຼາຍໆແຫ່ງ ບາງຫລັງກໍຖືກປະກາດ​ວ່າ​ບໍ່​ປອດ​ໄພ​ສໍາ​ລັບ​ຢູ່​ອາ​ໄສ ​ເພາະ​ເປ​ເພ​ຫລາ​ຍນັ້ນ ກໍ​ໄດ້ຖືກມ້າງ
ທໍາລາຍ​ຖິ້ມ ອັນເປັນການຂັບໄລ່ພວກຄົນທີ່ອາ​ໄສຢູ່​ໃນຕຶກເຫຼົ່ານັ້ນອອກໄປ ເຊັ່ນດຽວກັບ​
ແມ່ຈີ ນີ້.

ອົງການດູ​ແລມໍລະດົກຢ່າງກຸ້ງ ເປັນອົງການນຶ່ງທີ່ພະຍາຍາມຮັບປະກັນໃຫ້ ພວກຕຶກອາ
ຄານປະຫວັດສາດເຫຼົ່ານັ້ນ ລອດ​ພົ້ນ​ຈາກໄພຂົ່ມຂູ່ຂອງສະໄໝໃໝ່ ແຕ່ອົງການດັ່ງກ່າວ ກໍຍັງບໍ່ສາມາດໄດ້ຮັບສິດ​ທິທາງກົດໝາຍ ​ທີ່​ຈະຊ່ວຍ​ໃຫ້ປ້ອງກັນຕຶກ​ເຫລົ່າ​ນັ້ນ​ໄວ້ໄດ້.
ໂມ ໂມ ຜູ້ອໍານວຍການຮ່ວມຂອງ​ອົງການ​ນີ້​ເວົ້າ​ວ່າ:

“ພວກເຮົາກໍາລັງແຂ່ງຂັນກັບເວລາ. ຖ້າຫາກພວກເຂົາເບິ່ງການໄກແດ່
ພວກເຂົາ ກໍຄວນຈະຮູ້ດີວ່າ ການຮັກສາມໍລະດົກພວກນີ້​ເອົາໄວ້ ມັນກໍຈະ
ສ້າງລາຍໄດ້​ໃຫ້ ແລະດຶງດູດເອົາພວກນັກລົງທຶນ ຫຼືແມ່ນແຕ່ນັກທ່ອງທ່ຽວ
ຫຼາຍຂຶ້ນ.”


ນັກວິສາຫະກິດບາງຄົນຮັບຮູ້ເຖິງຄຸນຄ່າຂອງພວກຕຶກປະວັດສາດເຫຼົ່ານີ້ ແລະ​ໄດ້ປັບປຸງ ສ້ອມເ​ເຊມຕຶກ​ບາງ​ຫລັງໃຫ້ດີຂຶ້ນ ໂດຍໄດ້ໃຊ້ເວລາແລະ ຄວາມບາກບັ່ນ ພ້ອມກັບສິ້ນ ເປືອງຄ່າໃຊ້ຈ່າຍຢ່າງ​ຫລວງຫຼາຍ ​ເພື່ອ​ອະນຸ ລັກຮັກສາຕຶກ​ເຫລົ່າ​ນີ້​ໄວ້.

Anthony Alderson ເປັນເຈົ້າຂອງບາຣ໌ຢູ່ໃນຕຶກເກົ່າສອງຊັ້ນຫຼັງນຶ່ງ ຢູ່ຖະໜົນ 50 ໃນ ໃຈກາງເມືອງຢ່າງກຸ້ງ ທີ່ລາວໄດ້ເສີມແຕ່ງດັດແປງໃຫ້ເບິ່ງດີຂຶ້ນ. ລາວເວົ້າວ່າ ລາວຕ້ອງ
ໄດ້ລໍຖ້າ 15 ປີ ຈຶ່ງໄດ້ທຶນຄືນມາ ແລະກໍຄິດວ່າ ບໍ່ພໍສິໄດ້ທຶນຄືນພໍດອກ ຖ້າ​ພວກທຸລະກິດ
ອື່ນໆ​ຈະ​ມາ​ເຮັດ ຕາມ​ລາວ. ນາຍ ອາລເດີຊັນ ເວົ້າວ່າ:

“ມັນບໍ່​ເປັນຄຸນຄ່າ​ເພິ່ມແຕ່ຢ່າງ​ໃດ ສໍາລັບນັກທ່ອງທ່ຽວຄົນ​ໃດ​ກໍ​ຕາມ ທີ່ເຂົ້າມາ
ທ່ຽວມຽນມາ
​ແລະເຂົ້າໄປເບິ່ງທາງໃນຕຶກ ເພາະວ່າ ສ່ວນ​ຫລາຍແລ້ວ ຖ້າພວກ
ເຂົາເຈົ້າເຫັນ
ຈາກ​ທາງນອກ​ແລ້ວ ​ເຂົາ​ເຈົ້າກໍບໍ່ຄ່ອຍຈະເຂົ້າໄປເບີ່ງທາງໃນ. ຕຶກຫລັງນ້ອຍໆກວ່າ ຈໍານວນ​ຫລາຍ​ແມ່ນ​ຈະ​ຖືກ​ທັບ​ມ້າງ​ຖິ້ມ ເພື່ອສ້າງຕຶກສູງ ຫຼາຍຊັ້ນຂື້ນມາ ຊຶ່ງ​ກໍ​ໜ້າ​ເສຍດາຍ​ຢູ່. ຂ້ອຍຄິດວ່າ ຢ່າງກຸ້ງຈະຂະຫຍາຍຂຶ້ນ​ໄປ​
ທາງ
ເທິງ ຫຼາຍກວ່າຈະຂະຫຍາຍກວ້າງອອກໄປຕາມພື້ນທີ່. ຂ້ອຍຄິດວ່າ ໂດຍ ສະເພາະຄຸ້ມນີ້ ໃນອີກຫ້າປີຕໍ່ໜ້າ ຕຶກຫລັງ​ນີ້​ຈະ​ເປັນ​ຕຶກນ້ອຍໆ ຮູບ​ລັກສະນະ​
ໜ້າ​ຫົວ
ເບິ່ງຕະລົກແປກໝູ່ ຕັ້ງປົນຢູ່ຕິດກັບຕຶກສູງທຽມຟ້າທັງຫຼາຍ.”

ເວັ້ນເສຍແຕ່ວ່າ ພວກນັກທຸລະກິດທີ່ລໍ້າລວຍຂອງມຽນມາ ຈະ​ເອົາ​ເງິນ​ມາທຸ່ມລົງທຶນຢ່າງ ມະຫາສານ ເຂົ້າໃສ່ໃນຄຸນຄ່າທາງ​ດ້ານຄວາມຮູ້ສຶກອັນຊາບຊຶ້ງ ​ເພື່ອ​ຮັກສາມໍລະດົກ​ແຫ່ງ​ກາລະ​ເວລາເຫລົ່ານີ້ໄວ້​ແລ້ວ ຂົງເຂດເອເຊຍຕາເວັນອອກສຽງໃຕ້ ກໍອາດສູນເສຍ ສະຖາ ປັດຕະຍະ​ກໍາ​ຍ້ອນ​ຍຸກ​ ອາລະຍະທໍາອັນຈົບງາມຂອງຕົນໄປໄດ້.

ວີດີໂອພາສາອັງກິດ:
XS
SM
MD
LG