ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານນາງ ອອງຊານ ຊູຈີ ພວມຢ້ຽມຢາມ ສະຫະລັດ (ສະໄລດ໌ກັບວີດີໂອ)


ທ່ານນາງອອງຊານ ຊູຈີ ລົມກັນກັບຜູ້ອຳນວຍການວີໂອເອ ທ່ານ David Ensor (18 ກັນຍາ 2012)
ທ່ານນາງອອງຊານ ຊູຈີ ລົມກັນກັບຜູ້ອຳນວຍການວີໂອເອ ທ່ານ David Ensor (18 ກັນຍາ 2012)

ທ່ານນາງອອງຊານ ຊູຈີ ຜູ້ນຳປະຊາທິປະໄຕຂອງມຽນມາເດີນທາງມາຮອດສະຫະລັດ ໃນອາທິດນີ້ ຊຶ່ງເປັນການ ເດີນທາງຢ້ຽມຢາມຕ່າງປະເທດ ຄັ້ງທີ 2 ຂອງທ່ານນາງ ຫຼັງຈາກໄດ້ໃຊ້ເວລາສ່ວນໃຫຍ່ ໃນຮອບສອງທົດສະວັດ ຜ່ານມາ ພາຍໃຕ້ການຖືກກັກໂຕ. ການຢ້ຽມຢາມຂອງທ່ານນາງ ແມ່ນຮວມທັງການຢຸດແວ່ທີ່ນະຄອນ ຫຼວງວໍຊິງຕັນ ນະຄອນນິວຢອກ ຕະຫຼອດທັງລັດ Kentucky ແລະລັດ Indiana ໃນພາກກາງຂອງສະຫະລັດ. Brian Padden ຜູ້ສື່ຂ່າວວີໂອເອ ລາຍງານວ່າ ການຢ້ຽມຢາມຂອງທ່ານນາງ ມີຂຶ້ນຂະນະທີ່ລັດຖະບານທ່ານໂອບາມາພວມພິຈາລະຈາ ທີ່ຈະຜ່ອນຜັນການລົງໂທດ ທີ່ຍັງເຫຼືອຢູ່ທັງໝົດຕໍ່ມຽນມາ ດັ່ງໄພສານ ມີລາຍລະອຽດ ມາສະເໜີທ່ານ.

ພາຍໃນໄລຍະນຶ່ງປີ ທີ່ຜ່ານມານີ້ ທ່ານນາງອອງຊານຊູຈີ ໄດ້ຫັນ
ປ່ຽນຈາກການເປັນນັກຄັດຄ້ານລັດຖະບານທີ່ມີຊື່ສຽງທີ່ສຸດຂອງ
ມຽນມາ ມາເປັນສະມາຊິກ ສະພາແຫ່ງຊາດ ຂອງປະເທດຂອງ
ທ່ານນາງ.

ໝາຍກຳນົດການໃນການເດີນທາງມາຢ້ຽມຢາມສະຫະລັດຂອງ
ທ່ານນາງ ແມ່ນຮວມທັງ ການຢຸດແວ່ ທີ່ນະຄອນຫລວງວໍຊິງຕັນ
ບ່ອນທີ່ທ່ານນາງຈະໄດ້ຮັບຫຼຽນຄຳກຽດຕິຍົດຊຶ່ງເປັນຫຼຽນໄຊສູງ ສຸດສຳຫຼັບພົນລະເຮືອນຂອງລັດຖະສະພາສະຫະລັດໃນວັນພຸດ
ມື້ນີ້.

ບັນດາ ກຸ່ມປົກປ້ອງສິດທິມະນຸດ ກ່າວວ່າ ການປ່ອຍທ່ານນາງ
ອອງຊານຊູຈີ ຈາກການກັກບໍລິເວນເປັນເວລາຫຼາຍທົດສະວັດ
ໃນປີ 2010 ການເລືອກຕັ້ງແຫ່ງຊາດ ໃນປີດຽວກັນ ແລະການປ່ອຍພວກນັກໂທດການ ເມືອງຫຼາຍຮ້ອຍຄົນແມ່ນປະກອບເປັນຄວາມກ້າວໜ້າທີ່ສຳຄັນໄປສູ່ການເຮັດໃຫ້ການປົກ ຄອງແບບກົດຂີ່ຂອງພວກທະຫານຢູ່ໃນມຽນມາສິ້ນສຸດລົງ.

ໃນຕົ້ນຊຸມປີ 1990 ສະຫະລັດໄດ້ທຳການລົງໂທດຕໍ່ມຽນມາຫຼັງຈາກພວກຜູ້ນຳທະຫານ ໄດ້ປະຕິເສດບໍ່ຍອມມອບອຳນາດໃຫ້ແກ່ສະພາແຫ່ງຊາດທີ່ຖືກເລືອກຕັ້ງເອົາຕາມແນວ ທາງປະຊາທິປະໄຕທັງໄດ້ທໍາການປາບປາມຢ່າງຮຸນແຮງຕໍ່ການປະທ້ວງຂອງປະຊາຊົນ ແລະການລະເມີດສິດທິມະນຸດທີ່ສຳຄັນອື່ນໆອີກ.



ປະທານາທິບໍດີ Thein Sein ໄດ້ເຂົ້າກຳອຳນາດໃນປີກາຍນີ້ແລະກໍໄດ້ເລີ້ມດຳເນີນການ ປະຕິຮູບເຫຼົ່ານັ້ນ ເພື່ອຊອກຫາຊ່ອງທາງ ໃຫ້ມີການຜ່ອນຜັນຕໍ່ການລົງໂທດດ້ານເສດຖະ ກິດ. ແຕ່ທ່ານ Tom Malinowski ຜູ້ອຳນວຍການຂອງກຸ່ມປົກປ້ອງສິດທິມະນຸດ Human Rights Watch ທີ່ກຸງວໍຊິງຕັນ ກ່າວວ່າທ່ານນາງອອງຊານຊູຈີນັ້ນ ໄດ້ຊຸກຍູ້ໃຫ້ມີການຕອບ ຮັບແບບເປັນຂັ້ນໆມາໂດຍຕະຫຼອດ.

ທ່ານ Malinowski ເວົ້າວ່າ “ທ່ານນາງສະໜັບສະໜຸນໃຫ້ຍົກເລີກການລົງໂທດຕໍ່ ມຽນມາ ແບບຄ່ອຍເປັນຄ່ອຍໄປ ດັ່ງດຽວກັນກັບພວກເຮົາ. ຄຳຖາມກໍມີຢູ່ວ່າ ຂັ້ນຕອນທີ່ວ່ານັ້ນຈັດອັນດັບແບບໃດ ແລະຄວນຈະໃຊ້ມັນແບບໃດເພື່ອຈະສ້າງ ສິນນໍ້າໃຈ ເພື່ອໃຫ້ມີການປະຕິຮູບເພີ່ມຕື່ມ ຢູ່ໃນມຽນມາ.”

ມາຮອດປັດຈຸບັນ ກໍໄດ້ມີການຜ່ອນຜັນການລົງໂທດບາງຢ່າງໄປແດ່ແລ້ວ. ເມື່ອໄວໆມາ ນີ້ ລັດຖະມົນຕີການຕ່າງປະເທດສະຫະລັດທ່ານນາງ Hillary Clinton ກໍໄດ້ນຳພາຄະ ນະຜູ້ແທນທຸລະກິດຈຸນຶ່ງໄປຢ້ຽມຢາມ ເພື່ອຊຸກຍູ້ໃຫ້ມີການລົງທຶນຢູ່ໃນມຽນມາແລະນອກ ນັ້ນ ກໍຍັງໄດ້ມີການຈັດຕັ້ງການໃຫ້ຄວາມຊ່ອຍເຫຼືອແລະໂຄງການຝຶກອົບຮົມຕ່າງໆຂຶ້ນ.

ເຖິງຢ່າງນັ້ນກໍຕາມ ທ່ານ Malinowski ກ່າວວ່າ ສະຫະລັດຕ້ອງສືບຕໍ່ກົດດັນໃຫ້ລັດຖະ ບານມຽນມາ ສ້າງຄວາມຖືກຕ້ອງປອງດອງຊາດແບບສັນຕິວິທີກັບພວກຊົນຊາດຊົນເຜົ່າ ທີ່ບໍ່ມີສິດມີສຽງ ພ້ອມທັງປ່ອຍພວກນັກໂທດການເມືອງທັງໝົດແລະສຳຄັນທີ່ສຸດກໍຄືການ ຈຳກັດຢ່າງແທ້ຈິງຕໍ່ອຳນາດຂອງພວກທະຫານ.

ທ່ານ Malinowski ເວົ້າວ່າ “ຍັງບໍ່ທັນ ເປັນທີ່ຈະແຈ້ງເທື່ອວ່າ ພວກທະຫານ ຈະ ຍອມປະລະອຳນາດທີ່ຕົນກໍາໄວ້ຢ່າງເຂັ້ມແຂງກ່ຽວກັບທຸກໆດ້ານຂອງຊີວິດໃນ ມຽນມານັ້ນຫຼືບໍ່. ນີ້ແມ່ນການທົດສອບທີ່ແທ້ຈິງ ແລະພວກເຮົາ ກໍຍັງບໍ່ທັນເຫັນ ເທື່ອວ່າ ມຽນມາຈະຜ່ານພົ້ນການທົດສອບນີ້ໄປໄດ້ຫຼືບໍ່.”

ທ່ານ Malinowski ເວົ້າອີກວ່າ ການຢ້ຽມຢາມສະຫະລັດ ທີ່ມີຄວາມສຳຄັນລະດັບສູງ ຂອງທ່ານນາງອອງຊານຊູຈີແມ່ນບາດກ້າວໄປໃນທິດທາງທີ່ຖືກຕ້ອງແລະເປັນຮ່ອງຮອຍ ທີ່ສະແດງໃຫ້ເຫັນວ່າ ການເຂົ້າໄປພົວພັນຂອງສະຫະລັດແບບມີເງື່ອນໄຂກັບມຽນມານັ້ນ ແມ່ນກໍາລັງໄດ້ຜົນດີ.

XS
SM
MD
LG