ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານນາງ ອອງຊານ ຊູຈີ ສັນລະເສີນ ສະຫະລັດ ທີ່ຍົກເລີກ ການລົງໂທດ ຕໍ່ມຽນມາ (ວີດິໂອກັບສະໄລດ໌)


ທ່ານນາງ ອອງຊານ ຊູຈີ ປະກົດຕົວພ້ອມກັບເລຂາທິການໃຫຍ່ສະຫະປະຊາຊາດ ທ່ານ Ban Ki-moonທີ່ກອງປະຊຸມຖະແຫລງຂ່າວ ຢູ່ສໍານັກງານໃຫຍ່ສະຫະປະຊາຊາດ ໃນນະຄອນນິວຢອກ ບ່ອນທີ່ທ່ານນາງ ເຄີຍໄດ້ເຮັດວຽກເມື່ອ 40 ປີກ່ອນ ໃນວັນສຸກວານນີ້.
ທ່ານນາງ ອອງຊານ ຊູຈີ ປະກົດຕົວພ້ອມກັບເລຂາທິການໃຫຍ່ສະຫະປະຊາຊາດ ທ່ານ Ban Ki-moonທີ່ກອງປະຊຸມຖະແຫລງຂ່າວ ຢູ່ສໍານັກງານໃຫຍ່ສະຫະປະຊາຊາດ ໃນນະຄອນນິວຢອກ ບ່ອນທີ່ທ່ານນາງ ເຄີຍໄດ້ເຮັດວຽກເມື່ອ 40 ປີກ່ອນ ໃນວັນສຸກວານນີ້.
ຜູ້ນໍາຝ່າຍຄ້ານມຽນມາ ທ່ານນາງ Aung San Suu Ki ກ່າວວ່າ
ທ່ານນາງມີຄວາມດີໃຈທີ່ສະຫະລັດໄດ້ຍົກເລີກການລົງໂທດຕໍ່
ປະເທດຂອງທ່ານນາງ.

ນັກເຄື່ອນໄຫວເພື່ອປະຊາທິປະໄຕທ່ານນີ້ ໄດ້ກ່າວໃນວັນສຸກ
ວານນີ້ ທີ່ກອງປະຊຸມຖະແຫລງຂ່າວ ຢູ່ທີ່ສໍານັກງານໃຫຍ່ສະຫະ
ປະຊາຊາດ ຢູ່ນະຄອນນິວຢອກ ບ່ອນທີ່ທ່ານນາງໄປປະກົດຕົວ ພ້ອມກັບເລຂາທິການ ໃຫຍ່ສະຫະປະຊາຊາດ ທ່ານ Ban Ki-moon.

ທ່ານນາງ Aung San Suu Ki ກັບຄືນໄປນະຄອນນິວຢອກອີກ ບ່ອນທີ່ທ່ານນາງເຄີຍ ໄດ້ເຮັດວຽກຢູ່ທີ່ສຳນັກງານໃຫຍ່ອົງການສະຫະປະຊາຊາດ ເມື່ອ 40 ປີກ່ອນ ແມ່ນເປັນ ພາກສ່ວນນຶ່ງ ໃນການຢ້ຽມຢາມສະຫະລັດຄັ້ງທໍາອິດຂອງທ່ານນາງ ນັບຕັ້ງແຕ່ໄດ້ຖືກ ປ່ອຍຈາກການກັກບໍລິເວນ ໃນປີ 2010.


ໃນການຕອບຄໍາຖາມຂອງນັກຂ່າວວີໂອເອນັ້ນ ທ່ານນາງ Aung San Suu Ki ເວົ້າວ່າ ທ່ານນາງ “ສັນລະເສີນເປັນຢ່າງຍິ່ງ” ຕໍ່ສິ່ງທີ່ລັດຖະສະພາສະຫະລັດໄດ້ກະທໍາມາເປັນ ເວລາຫຼາຍໆປີ ເພື່ອສະໜັບສະໜຸນ ຂະບວນການເຄື່ອນ ໄຫວປະຊາທິປະໄຕຂອງທ່ານ ນາງ ຫາກແຕ່ວ່າ ບັດນີ້ ປະຊາຊົນມຽນມາຕ້ອງ ໄດ້ພະຍາຍາມດໍາເນີນການດ້ວຍຕົວເອງ. ທ່ານນາງກ່າວເພີ້ມອີກວ່າ ມັນເຖິງ ໂອກາດແລ້ວ ທີ່ປະຊາຊົນຕ້ອງຮັບຜິດຊອບໃນການ ເຮັດໃຫ້ປະເທດຂອງຕົນມີ ປະຊາທິປະໄຕ.

ເມື່ອວັນພຸດວານຜ່ານມານີ້ ກະຊວງການເງິນຂອງສະຫະລັດໄດ້ປະກາດຍົກເລີກ ການລົງ ໂທດຕໍ່ທ່ານ ເທນ ເຊນ ປະທານາທິບໍດີມຽນມາ ແລະທ່ານ Thura Shwe Mann ປະທານ ສະພາມຽນມາ.

ທ່ານ Ban ໄດ້ກ່າວວ່າ ທ່ານມີຄວາມຄາດໝາຍແລະມຸ້ງຫວັງ ຢ່າງໃຫຍ່ຫຼວງວ່າ ດ້ວຍ ການດຳເນີນງານຮ່ວມກັນກັບທ່ານ ເທນ ເຊນ ທ່ານນາງ Aung San Suu Ki ຈະສາ ມາດນໍາພາມຽນມາ ກ້າວໄປສູ່ເສັ້ນທາງໃນການ ສ້າງຄວາມຖືກຕ້ອງປອງດອງຊາດ ແລະ ປະຊາທິປະໄຕ. ທ່ານນາງຊູຈີ ໄວ 67 ປີ ທີ່ໄດ້ຮັບລາງວັນ Nobel ຂະແໜງສັນຕິພາບນັ້ນ
ໄດ້ຖືກເລືອກໃຫ້ເຂົ້າເປັນ ສະມາຊິກສະພາແຫ່ງຊາດຂອງມຽນມາ ໃນເດືອນເມສາຜ່ານ ມານີ້.

ເບິ່ງວີດີໂອກ່ຽວກັບຫລຽນຄໍາກຽດຕິຍົດທີ່ທ່ານນາງ ອອງ ຊານ ຊູຈີ
ໄດ້ຮັບຈາກລັດຖະສະພາ:

Aung San Suu Kyi Receives US Congressional Gold Medal
please wait

No media source currently available

0:00 0:02:57 0:00
ລິງໂດຍກົງ
XS
SM
MD
LG