ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທ່ານສຸຣິນ ພິດສຸວັນ ຊັ່ງຊາຕີລາຄາ ການປະຕິຮູບໃນມຽນມາ


ເລຂາທິການໃຫຍ່ສະມາຄົມອາຊ່ຽນ ທ່ານ ສຸຣິນ ພິດສຸວັນ ກັບ ທ່ານນາງ
ອອງຊານ ຊູຈີ ຫົວໜ້າພັກຝ່າຍຄ້ານຂອງມຽນມາ
ເລຂາທິການໃຫຍ່ສະມາຄົມອາຊ່ຽນ ທ່ານ ສຸຣິນ ພິດສຸວັນ ກັບ ທ່ານນາງ ອອງຊານ ຊູຈີ ຫົວໜ້າພັກຝ່າຍຄ້ານຂອງມຽນມາ

ເລຂາ​ທິການ​ໃຫຍ່​ສະມາຄົມ​ອາ​ຊ່ຽນ ທ່ານ ສຸຣິນ ພິດ​ສຸວັນ ​​ກ່າວ​ວ່າ ຂະນະນີ້​ ປາກົດ​ວ່າ​ມຽນມາ​ມີ​ຄວາມ​ໝັ້ນ​ໝາຍ​ທີ່​ຈະທໍາ​ການ​ປະຕິ​ຮູບ​​ໃນດ້ານ​ຕ່າງໆ ​ແຕ່​ມຽນມາ​ກໍ​ຈະ​ຕ້ອງ​ພິສູດ​ໃຫ້​ເຫັນ​ ​ເພື່ອ​ໃຫ້​ສະໜອງ​ຕອບຄວາມຄາດໝາຍ​ຂອງ​ນານາ​ຊາດ​. Daniel Schearf ຜູ້​ສື່​ຂ່າວ​ວີ​ໂອ​ເອ ລາຍ​ງານ​ມາຈາກ​ບາງກອກ ກ່ຽວ​ກັບ​ການ​ຊັ່ງຊາ​ຕີ​ລາຄາ​ຂອງ​ທ່ານ​ສຸຣິນ ​ໃນ​ເລື່ອງຄວາມ​ກ້າວໜ້າທາງດ້ານ​ການ​ເມືອງ​ຂອງ​ມຽນມາ​ ​ຫລັງ​ຈາກ​ທີ່​ທ່ານ​ໄດ້​ໄປ​ຢ້ຽມຢາມ​ມຽນມາ​​ໃນ​​ເດືອນ​ແລ້ວ​ນີ້. ທອງ​ປານມີ​ລາຍລະອຽດ​ມາສະ​ເໜີ​ທ່ານ.

ເມື່ອ​ວັນ​ສຸກ​ ທີ 24 ກຸມພາ​ຜ່ານ​ມາ​ນີ້ ທ່ານ ສຸຣິນ ພິດ​ສຸວັນ ​ເລຂາທິການໃຫຍ່​ສະມາຄົມ​ອາ​ຊ່ຽນ ກ່າວ​ວ່າ ທ່ານ​ຄິດ​ວ່າ ພວກ​ຜູ້​ນໍາ​ມຽນມາ​ແມ່ນມີ​ຄວາມ​ໝັ້ນ​ໝາຍ​ແທ້​ ທີ່​ຈະ​ທໍາ​ການ​ປະຕິ​ຮູບ​ດ້ານ​ເສດຖະກິດ ​ແລະ​ການເມືອງ​ຕໍ່​ໄປ ຕາບ​ໃດ​ທີ່​ພວກ​ເຂົາ​ເຈົ້າ​ຍັງ​ສາມາດ​ຄວບ​ຄຸມ​ການ​ດໍາ​ເນີນ​ການດັ່ງກ່າວ​ເອັງ.

ທ່ານ ສຸຣິນ ​ເວົ້າ​ວ່າ: “ເຊັ່ນ​ດຽວ​ກັບ​ທຸກໆລັດຖະບານ​ຜູກຂາດ​ອໍານາດ​ລວມສູນ ​ແລະ​ຜະເດັດ​ການ ທີ່​ຢາກ​ຈະ​ເປີດ​ກວ້າງນັ້ນ ຖ້າ​ຫາກ​ວ່າເຮົາ​ບໍ່​ຢາກ​ປະ​ເຊີນ ກັບຄວາມ​ບໍ່​ດຸ່ນດ່ຽງ​ແລະ​ຄວາມ​ເຄັ່ງ​ຕຶງ​ ​ແລ​ະການ​ປະ​ເຊີນ​ໜ້າໂດ​ຍທັນ​ທີແລ້ວ ​ເຮົາ​ກໍຕ້ອງ​ດໍາ​ເນີນ​ການ​ແບບ​ລະມັດລະວັງ ຄ່ອຍເຮັດ ຄ່ອຍ​ທໍາ ​ແລະ​ຂ້າພະ​ເຈົ້າຄິດ​ວ່າ​ ພວກ​ເຂົາ​ເຈົ້າກໍ​ມຸ້ງ​ໝັ້ນ​ທີ່​ຈະ​ກະທໍາ​ຢ່າງ​ນັ້ນ.”

ທ່ານ​ສຸຣິນ ​ໄດ້​ໃຫ້​ຄວາ​ມ​ເຫັນ​ດັ່ງທີ່ກ່າວ​ມາ​ນີ້ ທີ່​ສະ​ໂມ​ສອນ​ນັກ​ຂ່າວ​ຕ່າງປະ​ເທດ​ປະ​ຈໍາ​ປະ​ເທດ​ໄທ ​ໃນ​ລະຫວ່າງ​ການ​ຢຸດ​ແວ່​ບາງກອກ ຫລັງ​ຈາກ​ການ ຢ້ຽມຢາມ​ມຽນມາ​ເປັນ​ເວລາ​ສີ່​ມື້​.

ໃນ​ລະຫວ່າງ​ການ​ຢ້ຽມຢາມ​ມຽນມານັ້ນ ທ່ານ​ສຸຣິນ ​ໄດ້​ພົບ​ປະ​ກັບ​ປະທານາທິບໍດີ ທຽນ ​ເຊ​ນ ​ແລະຜູ້​ນໍາ​ລັດຖະບານຄົນ​ອື່ນໆອີກ ພວກ​ທີ່​ທ່ານ​ສຸຣິນກ່າວ​ວ່າ ​ຮັບ​ຮູ້​ໃນສິ່ງ​ທ້າ​ທາຍ​ແລະ​ໂອກາດ​ຕ່າງໆຈາກ​ການ​ປະຕິ​ຮູບ​ ປະ​ເທດ​ຊາດນັ້ນ.

ນອກ​ນີ້​ແລ້ວ ຜູ້​ນໍາ​ສະມາ​ຄົນ​ອາ​ຊ່ຽນ ຍັງ​ໄດ້​ພົບ​ປະ​ເປັນ​ຄັ້ງ​ທໍ​າອິດ​ກັບ​ທ່ານ ນາງ​ອອງຊານ ຊູ​ຈີ ຜູ້​ນໍາ​ຝ່າຍ​ຄ້ານ ​ແລະ​ຜູ້​ນໍາ​ສັນ​ນິບາດ​ແຫ່ງ​ຊາດ​ເພື່ອ​ປະ ຊາ​ທິປະ​ໄຕ​ ຫລື NLD ຂອງ​ມຽນມາ​. ທ່ານ​ສຸຣິນກ່າວ​ວ່າ ການ​ເຂົ້າປະ ກອບສ່ວນ​ຂອງພັກ​ NLD ໃນ​ການ​ເລືອກ​ຕັ້ງ​ທີ່​ເສລີ​ແລະ​ຍຸຕິ​ທໍ​າ ທີ່​ກໍ​ານົດ ຈະ​ຈັດ​ຂຶ້ນ​ໃນ​ເດືອນ​ເມສາ​ໜ້າ​ນີ້ ​ແມ່ນຈະ​ເປັນ​ການ​ທົດ​ສອບ​ທີ່​ສໍາຄັນ​ຫລາຍ​ທີ່​ສຸດ​ ສໍາລັບ​ຄວາມ​ໝັ້ນ​ໃຈ​ຂອງ​ລະຫວ່າງ​ຊາດ​ ກ່ຽວ​ກັບ​ການ​ດໍາ​ເນີນຂັ້ນ​ຕອນການ​ປະຕິ​ຮູບ​ໃນ​ມຽນມາ​ນັ້ນ.

ທ່ານ ສຸຣິນ ​ເວົ້າ​ວ່າ: “​ແມ່ນ​ຍ້ອນ​ເຫດຜົນອັນ​ນີ້​ນີ່​ແຫລະ ທີ່ປະຊາ​ຄົມນາ​ນາ​ຊາດ​ກໍາລັງ​ລໍຖ້າ​ເບິ່ງ​ ສັນຍານ​ທີ່​ສະ​ແດງ​ອອກ​ມາ​ໃຫ້​ເຫັນ​ຈາກ​ວົງ​ໃນ​ຂອງ​ລັດຖະບານ ວ່າ​ເລຶ່ອງນີ້​ຈະ​ເປັນ​ໄປ​ແບບ​ຍືນ​ຍົງ​ຖາວອນ​ແທ້​ບໍ່ ຈະ​ນໍາ​ໄປ​ສູ່​ການເປີດ​ກວ້າງຂຶ້ນກວ່າ​ເກົ່າ​ແທ້​ບໍ່ ຫລື​ວ່າ ​ເປັນ​ພຽງ​ພາບ​ລວງ​ຕາ​ຊື່ໆບໍ?”

ມຽນມາ​ກໍາລັງ​ພິຈາລະນາຢູ່​ວ່າ ຈະ​ອະນຸຍາດ​ໃຫ້​ນັກ​ສັງ​ເກດ​ການຈາກ​ສະມາຄົມ​ອາ​ຊ່ຽນ​ ​ເຂົ້າ​ໄປ​ສັງ​ເກດ​ການ​ເບິ່ງການ​ເລືອກ​ຕັ້ງຫລື​ບໍ່.

ແຕ່​ວ່າ ​ເຖິງ​ແມ່ນ​ມຽນມາ​ຈະ​ອະນຸຍາດ​ໃຫ້​ມີ​ນັກ​ສັງ​ເກດ​ການ​ຈາກ​ສະມາຄົມ ຊ່ຽນ​ກໍ​ຈິງ ທ່ານ​ສຸ​ຣິນກໍ​ຮັບ​ຮູ້​ວ່າ​ ສະມາຄົມ​ອາ​ຊ່ຽນ​ກໍບໍ່​ແມ່ນ​ອົງການ​ຈັດ​ຕັ້ງ​ທີ່​ວ່າດີ​ທີ່​ສຸດ​ສໍາລັບ​ການ​ແບ່ງປັນ ຫລື​ວ່າ ​ຕິດຕາມ​ເບິ່ງ​ການ​ເຄຶ່ອນ​ໄຫວ​ເພື່ອ​ປະຊາທິປະ​ໄຕ​ ໃນ​ມຽນມານັ້ນ.

ທ່ານ ສຸຣິນ ​ເວົ້າ​ວ່າ: “​ເວົ້າ​ຢ່າງຍຸຕິທໍາ ກົງ​ໄປ​ກົງ​ມາ ​ແລະ​ຢ່າງເປັນຈິງ​ແລ້ວ ຄວາມ​ເຊື່ອຖື​ໃນ​ອາ​ຊ່ຽນບໍ່​ເຖິງ​ຂັ້ນຢູ່ໃນລະດັບ​ເອ ບວກ. ​ແຕ່​ນີ້​ມັນ​ເປັນ​ຈຸດ​ເລີ່​ມຕົ້ນ ມັນ​ເປັນຄວາມ​ໝັ້ນ​ໝາຍ ມັນ​ເປັນ​ການ​ຮັບ​ຮູ້​ປະການ​ນຶ່ງ​ວ່າ​ ຖ້າ​ປາດ​ສະ​ຈາກສິ່ງ​ຊີ້​ບອກ​ໃດ​ໆຈາກ​ພາຍ​ນອກ ​ວັດ​ແທກ​ຈາກ​ພາຍ​ນອກ​ແລ້ວ ມັນ​ກໍ​ຈະ​ລໍາບາກ​ຫລາຍທີ່​ຈະຢືນຢັນ​ໃຫ້​ໂລກ​ຮູ້​ວ່າ​ ມຽນມາ​ໄດ້ທໍາ​ການ​ປ່ຽນແປງບາງ​ຢ່າງ​ແລ້ວ.”

ສະມາຊິກ​ສິບ​ປະ​ເທດ​ຂອງ​ສະມາ​ຄົນ​ອາ​ຊ່ຽນ ​ແມ່ນ​ມີ​ໂຮ​ມທັງ​ພວກ​ປະ​ເທດ​ປະຊາທິປະ​ໄຕທີ່ກໍາລັງ​ພັດທະນາ ແຕ່​ກໍ​ມີ​ປະ​ເທດນຶ່ງທີ່​ມີ​ລະບອບ​ລາຊາທິ ປະ​ໄຕ​ເດັດຂາດ ​ຄື ບຣູ​ໄນ ​ແລະ​ສອງ​ປະ​ເທດ​ຄອມ​ມີ​ວນີສທີ່​ປົກຄອງ​ໂດຍ​ພັກການ​ເມືອງ​ດຽວ ຊຶ່ງກໍຄື​ລາວ ​ແລະ​ຫວຽດນາມ.

ນອກຈາກ​ສາມ​ປະ​ເທດ​ທີ່​ກ່າວ​ຊື່​ມາ​ຂ້າງ​ເທິງ​ ກັບມຽນມາ​ແລ້ວ ສະມາຊິກ​ອື່ນໆຂອງ​ອາ​ຊ່ຽນ ກໍ​ມີ ກໍາປູ​ເຈຍ ອິນ​ໂດ​ເນ​ເຊຍ ມາ​ເລເຊຍ ຟິລິບ​ປິນ ສິງ​ກະ​ໂປ ​ແລະ​ໄທ.

ທ່ານ​ສຸຣີນກ່າວ​ອີກ​ວ່າ ການ​ເປັນ​ເຈົ້າພາບ​ກອງ​ປະຊຸມ​ສະມາຄົມ​ອາ​ຊ່ຽນ​ໃນ ປີ 2014 ຂອງ​ມຽນມາ​ນັ້ນ ​ແມ່ນ​ຈະ​ຊ່ວຍ​ຮັບປະກັນ​ວ່າ​ ມຽນມາ​ຈະ​ບໍ່​ຫັນ​ຫລັງ​ໃຫ້​ຄວາມ​ພະຍາ​ຍາມ​ເພື່ອ​ການ​ປະຕິ​ຮູບ​ນັ້ນ ​ແຕ່​ທ່ານ​ສຸຣິນກໍ​ໄດ້​ໃຫ້​ຂໍ້ ສັງ​ເກດ​ວ່າ ມຽນມາ​ຈະ​ຕ້ອງ​ມີ​ການຈັດ​ຕຽມຫລາ​ຍສິ່ງ​ຫລາຍ​ຢ່າງ​ ຢ່າງເອົາ​ຈິງ​ເອົາ​ຈັງ ຊຶ່ງ​ໂຮມ​ທັງ​ການ​ປັບປຸງ​ຖະໜົນ​ຫົນທາງ​ ການ​ໂທລະ​ຄົມມະນາ ຄົມ ​ແລະ​ລະບົບ​ອິນ​ເທີ​ເນັດ​ໃຫ້​ດີ​ຂຶ້ນ ມີ​ໂຮງ​ແຮມ​ຮອງ​ຮັບ​ແຂກ​ໃຫ້​ພຽງພໍ ​ແລະ​ມີ​ລະບົບ​ການ​ທະ​ນາ​ຄານ​ ແລະ​ການ​ເງິນ​ທີ່​ໝັ້ນຄົງ.

ທ່ານ ສຸຣິນ ​ເວົ້າ​ວ່າ: “ຖ້າ​ຫາກ​ວ່າ ​ມຽນມາ​ຈະປະຕິບັດ​ໜ້າ​ທີ່​ການ​ເປັນ​ປະທານ​ສະມາຄົມ​ອາ​ຊ່ຽນ​ຂອງ​ຕົນ​ໃນ​ຄັ້ງ​ນີ້​ ຢ່າງ​ເຕັມ​ເມັດ​ເຕັມ​ໜ່ວຍ ຢ່າງ​ມີ​ຄວາມ​ຮັບຜິດຊອບ ມີ​ປະສິດທິ​ພາບ ​ແລະ​ຢ່າງ​ສໍາ​ເລັດ​ຜົນ​ແລ້ວ ຫລາຍ​ສິ່ງ​ຫລາຍ​ຢ່າງ​ຈະ​ຕ້ອງ​ເກີດ ຂຶ້ນພາຍ​ໃນ​ສອງ​ປີ​ຕໍ່ໜ້າ​ນີ້.”

ທ່ານ​ສຸຣິນ ກ່າວ​ມ້ວນທ້າຍ​ວ່າ ສິ່ງ​ສໍາຄັນ​ປະການ​ນຶ່ງ​ນັ້ນ ກໍ​ຄື​ລະບົບ​ການ ​ເງິນ​ຂອງ​ມຽນມາ​ ທີ່​ເປັນ​ລະບົບໃຊ້ເງິນສົດ​ຢ່າງ​ດຽວ​ເປັນ​ສ່ວນ​ໃຫຍ່​ນັ້ນ ​ແມ່ນຈະ​ຕ້ອງ​ໄດ້ຖືກ​ຍົກ​ເລີກ​ໄປ ​ເພາະ​ທ່ານ​ສຸຣີນກ່າວ​ວ່າ ລະບົບ​ດັ່ງກ່າວ​ມັນ​ບໍ່​ພຽງພໍ​ ສໍາລັບສະໜັບສະ​ໜຸນ​ການ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມເສ​ດ ຖະກິດ​ແລະ​ການ​ເມືອງ ​ຕະຫລອດ​ເວລາ​ນຶ່ງ​ປີ ອັນ​ເປັນຄວາມ​ຮັບຜິດຊອບ​ຂອງ​ປະທານ​ສະມາຄົມ​ອາ​ຊ່ຽນນັ້ນ.

XS
SM
MD
LG