ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມຽນມາ ປ່ອຍ ພວກນັກໂທດການເມືອງ ຄັ້ງໃຫຍ່ (ເບິ່ງສະໄລດ໌)


ອະດີດນາຍົກລັດຖະມົນຕີ Khin Nyunt ຊຶ່ງຄັ້ງນຶ່ງ ເຄີຍເປັນຫົວໜ້າໜ່ວຍສືບລັບ ທີ່ມີອິດທິພົນຂອງກອງທັບ ມຽນມາ (ກາງ) ກ່າວລຸນຫຼັງຖືກປ່ອຍຈາກການກັກບໍລິເວນທີ່ນະຄອນຢ່າງກຸ້ງ (13 ມັງກອນ 2011)
ອະດີດນາຍົກລັດຖະມົນຕີ Khin Nyunt ຊຶ່ງຄັ້ງນຶ່ງ ເຄີຍເປັນຫົວໜ້າໜ່ວຍສືບລັບ ທີ່ມີອິດທິພົນຂອງກອງທັບ ມຽນມາ (ກາງ) ກ່າວລຸນຫຼັງຖືກປ່ອຍຈາກການກັກບໍລິເວນທີ່ນະຄອນຢ່າງກຸ້ງ (13 ມັງກອນ 2011)

ໃນ​ວັນ​ສຸກ​ມື້ນີ້ ມຽນມາ​ໄດ້​ປ່ອຍ​ພວກ​ນັກ​ໂທດ​ການ​ເມືອງ​ທີ່​ມີ​ຊື່​ສຽງ​ຈຳນວນ​ນຶ່ງ ໃນ​ອັນ​ທີ່
​ຫຼາຍໆ​ຄົນເວົ້າວ່າ ອາດ​ເປັນ​ການ​ປ່ອຍ​ພວກ​ນັກ​ໂທດ​ທີ່​ສຳຄັນ​ສຸດ​ຂອງມຽນມາ​ໃນ​ຮອບ
​ຫຼາຍໆ​ທົດ​ສະວັດ.

ມີ​ພວກ​ນັກ​ຂ່າວ ພວກ​ຜູ້ນຳ​ສາສະໜາ​ແລະ​ອະດີດ​ນາຍົກລັດຖະມົນຕີທ່ານນຶ່ງ ຮວມຢູ່​ໃນ
​ບັນດາພວກ​ນັກ​ໂທດ​ຈຳນວນ 651 ຄົນ​ທີ່ຄາດ​ວ່າ​ເລີ່​ມຖືກ​ປ່ອຍ​ຢູ່​ໃນທົ່ວ​ປະ​ເທດ ໃນ​ວັນ
​ສຸກ​ມື້ນີ້.

ໃນ​ບັນດາ​ພວກ​ນັກ​ໂທດ ​ທີ່​ຖືກ​ປ່ອຍ​ນັ້ນ ກໍ​ມີ​ນັກ​ເຄື່ອນ​ໄຫວ​ເພື່ອ​ປະຊາທິປະ​ໄຕ Min Ko
Naing ຜູ້ນຳ​ນັກ​ສຶກສາ​ທີ່ເປັນ​ຫົວໜ້າ​ໃນ​ການ​ລຸກ​ຮື​ຂຶ້ນ​ແຕ່​ບໍ່​ສຳ​ເລັດ​ຜົນ​ໃນ​ປີ 1988. ນອກ​
ນັ້ນ​ແລ້ວກໍ​ຍັງແມ່ນ​ພະ​ອາຈານ Shin Gambira ພະສົງ​ທີ່ມີ​ຊື່​ສຽງ​ຂອງ​ສາສະໜາ​ພຸດ​ທີ່​ໄດ້​
ນຳພາ​ກັນ​ປະ​ທ້ວງ​ຢູ່​ຕາມຖະໜົນ​ຫົນທາງ​ ໃນ​ປີ 2007 ​ແລະ​ຜູ້ນຳ​ຊົນ​ກຸ່ມ​ນ້ອຍ​ໃນ​ລັດ​ສານ
Khun Htun Oo ທີ່​ໄດ້ຖືກ​ຕັດສິນໂທດ​ ຈຳ​ຄຸກ 93 ປີ​ ໃນ​ຂໍ້​ຫາ​ທໍລະ​ຍົດ​ຕໍ່​ປະ​ເທດ​ຊາດ.
ອະດີດ​ນາຍົກລັດຖະມົນຕີແລະ​ຫົວໜ້າ​ໜ່ວຍ​ສືບ​ລັບ​ຂອງ​ມຽນມາທ່ານ Khin Nyunt ​ກໍໄດ້
ຖືກ​ປ່ອຍ​ຈາກການ​ກັກ​ບໍລິ​ເວ​ນ.

ສື່​ມວນ​ຊົນ​ຂອງ​ທາງ​ການ​ມຽນມາ​ລາຍ​ງານ​ວ່າ ພວກ​ນັກ​ໂທດ​ເຫຼົ່ານີ້​ ໄດ້​ຖືກ​ປ່ອຍພາຍ​ໃຕ້​
ການ​ໃຫ້​ອະ​ໄພ​ຍະ​ໂທດ ​ທີ່​ໄດ້​ຮັບ​ຄຳ​ສັ່ງ​ຈາກ​ປະທານາທິບໍດີ​ເທ​ນ​ເຊ​ນ​ເພື່ອ​ໃຫ້ການ​ສະໜັບ
ສະໜຸນ​ຕໍ່​ການ​ສ້າງ​ຄວາມ​ປອງ​ດອງ​ຊາດ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ລ່າ​ສຸດ​ໄປ​ສູ່​ການ​ປະຕິ​ຮູບ
ທາງ​ການ​ເມືອງ ​ໂດຍ​ລັດຖະບານ​ມຽນມາ​ຊຶ່ງ​ໄດ້​ຮັບການ​ໜຸນຫຼັງຈາກ​ພວກ​ທະຫານ ທີ່​ໄດ້​
ເຂົ້າກຳ​ອຳນາດ​ໃນ​ເດືອນ​ມີນາ​ຜ່ານ​ມາ ຫຼັງຈາກ​ການ​ປົກຄອງ​ເປັນ​ເວລາ​ຫຼາຍໆ​ທົດ​ສະ​ວັດ
ຂອງ​ພວກ​ທະຫານ.

ທ່ານ David Mathieson ນັກຄົ້ນຄວ້າ​ກ່ຽວ​ກັບ​ເລື່ອງ​ມຽນມາ​ຂອງ​ກຸ່ມ​ປົກ​ປ້ອງສິດທິ​ມະນຸດ
Human Rights Watch ກ່າວ​ຕໍ່​ວີ​ໂອ​ເອວ່າ ການ​ໃຫ້​ອະ​ໄພ​ໂທດ ທີ່​ວ່າ​ນີ້​ແມ່ນ​ເປັນບາດ
ກ້າວ​ທີ່​ສຳຄັນ ກ່ຽວ​ກັບ​ເສັ້ນທງ​ໄປ​ສູ່​ປະຊາທິປະ​ໄຕ​ຂອງມຽນມາ.

ທ່ານ Mathieson ​ເວົ້າວ່າ "ພວກ​ເຮົາ​ກ່າວ​ເຖິງ​ລາຍ​ຊື່​ ຂອງພວກ​ນັກ​ເຄື່ອນ​ໄຫວ​
ທາງດ້ານ​ການ​ເມືອງ​ ພວກ​ນັກ​ຂ່າວ ພວກ​ນັກ​ເຄື່ອນ​ໄຫວ​ດ້ານແຮງ​ງານ ພວກ
ພະສົງ​ຂອງ​ສາສະ​ໜາ​ພຸດແລະ​ອະດີດພວກ​ເຈົ້າໜ້າ​ທີ່​ລັດຖະບານ ທີ່​ມີ​ຊື່​ສຽງໃນ​
ຂອບ​ເຂດທີ່​ກວ້າງຂວາງ. ດັ່ງນັ້ນການ​ປ່ອຍ​ພວກ​ນັກ​ໂທດ​ໃນ​ເທື່ອ​ນີ້ຈຶ່ງ​ເປັນ​ການ
ປ່ອຍທີ່​ສຳຄັນ​ອີ​ຫຼີ.”

ທ່ານ Mathieson ກ່າວ​ວ່າ ທ່ານ​ຫວັງ​ວ່າ​ພວກ​ທີ່​ຖືກ​ປ່ອຍ​ເຫຼົ່ານີ້ຈະ​ສາມາດ​ມີບົດ​ບາງ​ບາງ​
ສ່ວນ​ໃນ​ຂັ້ນຕອນ​ການ​ເມືອງ​ແຫ່ງ​ຊາດກ່ອນ​ການ​ເລືອກ​ຕັ້ງພິ​ເສດຊຶ່ງ​ຄາດ​ວ່າ​ຈະ​ມີ​ຂຶ້ນ​ໃນ​ວັນທີ
1 ​ເມສາ​ຈະ​ມານີ້.

ການ​ໃຫ້ອະ​ໄພ​ໂທດ​ດັ່ງກ່າວ​ມີ​ຂຶ້ນນຶ່ງ​ມື້ ຫຼັງຈາກ​ລັດຖະບານ​ມຽນມາ​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງ​
ຢຸດ​ຍິງ​ ກັບ​ພວກ​ກະບົດ​ກະຫຼ່ຽງ. ມັນ​ເປັນ​ຂີດ​ໝາຍ ​ໃນ​ການ​ປະກາດຢຸດ​ຍິງເທື່ອທຳ​ອິດ​ລະ
ຫວ່າງ​ລັດຖະບານ ​ແລະ​ພວກ​ກະບົດ​ກະຫຼ່ຽງ ນັບ​ແຕ່​ໄດ້​ມີການ​ກໍ່​ກະບົດ​ບໍ່​ດົນ​ຫຼັງຈາກ​ມຽນ
ມາ​ໄດ້​ຮັບ​ເອກ​ກະລາດ​ຈາກ​ອັງກິດ​ໃນ​ປີ 1948.

XS
SM
MD
LG