ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອອງຊານຊູຈີ ບໍ່ມີຄວາມ ຕັ້ງໃຈ ທີ່ຈະປະເຊີນໜ້າ ກັບຝ່າຍທະຫານ


ທ່ານນາງອອງຊານຊູຈີ ຜູ້ນໍາຝ່າຍຄ້ານມຽນມາ ວັນທີ 14 ພະຈິກ 2010
ທ່ານນາງອອງຊານຊູຈີ ຜູ້ນໍາຝ່າຍຄ້ານມຽນມາ ວັນທີ 14 ພະຈິກ 2010

ທ່ານ​ນາງ​ອອງຊານ​ຊູ​ຈີ ຜູ້​ນໍາ​ຝ່າຍ​ຄ້ານ​ໃນ​ມຽນມາ​ ໄດ້​ກັບ
ຄືນ​ໄປ​ຍັງ​ສໍານັກ​ງານ​ໃຫຍ່​ຂອງ​ພັກ​ຂອງ​ທ່ານ​ນາງ​ໃນ​ວັນ​ຈັນ
ມື້​ນີ້ ​ໃນ​ຂະນະ​ທີ່​ຄວາມ​ກົດ​ດັນ​ໄດ້ເລີ່​ມກໍ່​ໂຕ​ຂຶ້ນ ເພື່ອ​ໃຫ້​ມີ​
ການ​ທົບ​ທວນຄືນ​ເບິ່ງ​ການ​ລົງ​ໂທດ​ຂອງ​ນາໆ​ຊາດ​ ຕໍ່​ປະ​
ເທດ​ຂອງ​ທ່ານ​ນາງ​ນັ້ນ.

ບັນຫາດັ່ງກ່າວ​ກໍາລັງ​ຖືກ​ຊຸກຍູ້​ໂດຍ​ປະທານາທິບໍດີ Jose
Ramos-Horta ​ແຫ່ງ​ຕີ​ມໍ​ຕາ​ເວັນ​ອອກ​ ຫລື​ຕີມໍ​ແລັ​ສ​ເຕ
ຊຶ່ງ​ຜູ້ກ່ຽວ​ກໍເຄີຍ​ໄດ້ຮັບ​ລາງວັນ​ໂນ​ແບລ​ຂະ​ແໜງ​ສັນຕິພາບ
ຄື​ກັນກັບທ່ານ​ນາງ​ອອງຊານ​ຊູ​ຈີ. ທ່ານ Ramos-Horta
ກ່າວ​ໃນ​ວັນຈັນ​ມື້​ນີ້​ວ່າ ​ເວລາ​ນີ້​ ທ່ານ​ນາງ​ອອງ ຊານ​ຊູ​ຈີ​
ກໍ​ໄດ້​ຖືກ​ປ່ອຍ​ໂຕເປັນ​ອິດ​ສະລະ​ແລ້ວ ສະ​ນັ້ນ ສະຫະລັດ​
ແລະ​ສະຫະພາບ​ຢູ​ໂຣບກໍ​ຄວນ​ຍົກ​ເລີກ​ການ​ລົງ​ໂທດ​ຕ່າງໆ
ເສຍ ເພາະວ່າການ​ລົງ​ໂທດທີ່ວ່າ​ນີ້ໄດ້​ສ້າງ​ຄວາມ​ເສຍ​ຫາຍ​
ໃຫ້​ແກ່​ປະຊາຊົນ​ທີ່​ທຸກ​ຍາກເປັນສ່ວນ​ໃຫຍ່.

ສະຫະລັດ​ກ່າວ​ວ່າ ການ​ລົງ​ໂທດ​ຂອງ​ຕົນ​ມີ​ວັດຖຸ​ປະສົງ​ເພື່ອ​ລົງ​ໂທດ​ພວກ​ຜູ້​ນໍາ​ອໍານາດ
ປົກຄອງ​ເທົ່າ​ນັ້ນ ບໍ່​ແມ່ນລົງ​ໂທດ​ປະຊາຊົນທໍາ​ມະ​ດາ​ສາມັນ​ຂອງ​ມຽນມາ. ​ແຕ່​ທ່ານ​ນາງ​
ອອງຊານ​ຊູ​ຈີ​ເອງ​ ​ໄດ້ເວົ້າ​ຕໍ່​ກອງ​ປະຊຸມ​ໃຫ້​ສໍາ​ພາດຂ່າວ​ໃນ​ວັນ​ອາທິດ​ວານ​ນີ້​ວ່າ ທ່ານ
ນາງ​ຈະ​ຮຽກຮ້ອງ​ໃຫ້​ຍົກ​ເລີກ​ການລົງ​ໂທດ​ນັ້ນ ຖ້າ​ປະຊາຊົນ​ມຽນມາ​ຫາກ​ບອກ​ທ່ານ​ນາງ​
ວ່າ ​ເຂົາ​ເຈົ້າ​ຕ້ອງການ​ເຊ່ນ​ນັ້ນ​.

ນັກ​ເຄື່ອນ​ໄຫວ​ເພື່ອ​ປະຊາທິປະ​ໄຕ​ທີ່​ໄດ້​ຮັບ​ລາງວັນ​ໂນ​ແບລ​ຂະ​ແໜງ ສັນຕິພາບ​ທ່ານ​ນີ້ ຍັງ
ໄດ້​ກ່າວ​ຕໍ່​ວີ​ໂອ​ເອ​ໃນ​ວັນ​ອາທິດ​ວານ​ນີ້​ວ່າ ແນ່ນອນວ່າ ທ່ານ​ນາງ​ບໍ່ໄດ້​ມີ​ຄວາມ​ມຸ່ງ​ໝັ້ນ​ ທີ່
ຈະ​ປະ​ທະ​ກັບ​ພວກ​ຜູ້​ນໍາ​ທະຫານ​ໃນ​ມຽນມາ​ ​ແຕ່​ຢ່າງ​ໃດ​ເລີຍ.

ຖ້າຫາກ​ການ​ລົງ​ໂທດ​ຖືກ​ຍົກ​ເລີກ ພວກ​ບໍລິສັດ​ຈາກ​ຝ່າຍ​ຕາ​ເວັນ​ຕົກກໍ​ຈະ​ມີ​ຄວາມ​ກະຕືລື​ລົ້ນ
ຢາກ​ໄປ​ລົງທຶນ​ຢູ່​ໃນ​ມຽນມາ ຊຶ່ງ​ອຸດົມສົມບູນໄປ​ດ້ວຍພະ​ລັງ​ງານ​ແລະ​ແຮ່​ທາດ​ນັ້ນ.

ສະຫະລັດ​ໄດ້​ພະຍາຍາມ​ດໍາ​ເນີນ​ນະ​ໂຍບາຍເຂົ້າ​ໄປ​ພົວພັນ​ແບບ​ລະມັດ ລະວັງ​ມາ​ກັບ​ລັດຖະ
ບານມຽນມາ ເພາະ​ເປັນ​ຫ່ວງ​ບໍ່​ຢາກ​ເຫັນ​ມຽນມາ​ກາຍ​ເປັນ​ປະ​ເທດ​ບໍລິວານ​ຂອງ​ຈີນ.

XS
SM
MD
LG