ເຈົ້າໜ້າທີ່ໃນ Burkina Faso ໄດ້ແຕ່ຕັ້ງອະດີດລັດຖະມົນຕີ
ການຕ່າງປະເທດ ທ່ານ Micel Kafando ເປັນປະທານາທິບໍດີ
ໃນໄລຍະຂ້າມຜ່ານ ຊົ່ວຄາວ ຮັບພາລະໜ້າທີ່ ນຳພາປະເທດ
ໄປສູ່ການປົກຄອງແບບພົນລະເຮືອນ.
ຄະນະກຳມະການທີ່ປະກອບດ້ວຍຄະນະການເມືອງ ຕົວແທນ
ທາງກອງທັບ ແລະຜູ້ນຳຂອງສາສະໜາ ໄດ້ປະກາດການຄັດ
ເລືອກເອົາທ່ານ Kafando ໃນວັນຈັນມື້ນີ້ ນຶ່ງມື້ ຫຼັງຈາກທີ່ໄດ້ເລີ້ມ
ການໂອ້ລົມກັນເຖິງການບັນຈຸຕຳແໜ່ງທີ່ວ່ານີ້.
ຕໍ່ມາ ທ່ານ Kafando ຈະຕ້ອງເລືອກເອົານາຍົກລັດຖະມົນຕີ
ຊຶ່ງຄາດວ່າຈະມີຂຶ້ນໃນທ້າຍອາທິດນີ້.
ກອງທະຫານ Burkina Faso ໄດ້ເຂົ້າຍຶດຄອງໃນເດືອນແລ້ວນີ້ ຫຼັງຈາກທີ່ໄດ້ປົກຄອງໂດຍທ່ານ Blaise Compaore ມາເປັນເວລາດົນນານ ລົງອອກຈາກຕຳແໜ່ງໃນທັນທີ ຫຼັງຈາກ
ທີ່ໄດ້ປະເຊີນກັບພວກປະທ້ວງ ຕໍ່ຕ້ານຄວາມພະຍາຍາມຂອງທ່ານທີ່ຈະປ່ຽນແປງລັດຖະທຳມະນູນ ເພື່ອອະນຸຍາດໃຫ້ທ່ານເອງເລືອກຕັ້ງອີກໃນປີໜ້ານັ້ນ.
ກອງທັບໄດ້ແຕ່ງຕັ້ງພັນໂທ ທ່ານ Isaac Yacouba Zida ຜູ້ນຳຊົ່ວຄາວ. ແລະທ່ານກໍ“ ໄດ້
ໃຫ້ຄຳປະຕິຍານທີ່ຈະມອບອຳນາດໃຫ້ເຈົ້າໜ້າທີ່ຮັບປິດຊອບ ໄລຍະຂ້າມຜ່ານໄດຍໄວ.
ສະຫະພາບອາຟຣິກາໄດ້ເຕືອນໃຫ້ທະຫານ ສ້າງຕັ້ງລັດຖະບານໃນໄລຍະຂ້າມຜ່ານ ແລະ ເລືອກເອົາປະທານາທິບໍດີຊົ່ວຄາວໃຫ້ໄດ້ພາຍໃນວັນຈັນມື້ນີ້ ຫຼືບໍ່ ກໍຈະໄດ້ຮັບການລົງໂທດ.