ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ທ່ານ ບູ​ເຄ​ເລ ອ້າງເອົາ​ໄຊ​ຊະ​ນະ ເປັນ​ປະ​ທາ​ນາ​ທິ​ບໍ​ດີ ແອ​ລ ຊາ​ລ​໌ວາ​ດໍ


ຜູ້​ລົງ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ ທ່ານ ນາ​ຢິບ ບູ​ເຄ​ເລ ຈາກ​ພັກ Great National Alliance ປ່ອນ​ບັດ​ຄະ​ແນນ​ສຽງ​ຂອງ​ທ່ານ ທາງ​ຂ້າງ​ພັນ​ລະ​ຍາ​ຂອງ​ທ່ານ, ທ່ານ​ນາງ ກາ​ບ​ຣີ​ແອ​ລາ ໂຣດ​ຣີ​ເກ​ສ. 3 ກຸມ​ພາ, 2019.
ຜູ້​ລົງ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ ທ່ານ ນາ​ຢິບ ບູ​ເຄ​ເລ ຈາກ​ພັກ Great National Alliance ປ່ອນ​ບັດ​ຄະ​ແນນ​ສຽງ​ຂອງ​ທ່ານ ທາງ​ຂ້າງ​ພັນ​ລະ​ຍາ​ຂອງ​ທ່ານ, ທ່ານ​ນາງ ກາ​ບ​ຣີ​ແອ​ລາ ໂຣດ​ຣີ​ເກ​ສ. 3 ກຸມ​ພາ, 2019.

ທ່ານ ນາ​ຢິບ ບູ​ເຄ​ເລ, ອະ​ດີດ​ເຈົ້າເມືອງ​ນະ​ຄອນຫຼວງ ແຊນ ຊາລ໌​ວາ​ດໍ, ໄດ້​ອ້າງ​ເອົາ​
ໄຊຊະນະ ໃນການເລືອກຕັ້ງປະທານາທິບໍດີ ແອລ ຊາລ໌ວາດໍ ໃນວັນອາທິດວານນີ້.

ທ່ານ​ໄດ້​ກ່າວ​ຕໍ່​ພວກ​ຜູ້​ສະ​ໜັບ​ສະ​ໜູນ​ຂອງ​ທ່ານ ​ທີ່​ກຳ​ລັງ​ຮ້ອງ​ເຊຍ​ຢູ່ວ່າ ທ່ານ​ໄດ້​ຊະ​
ນະຄະແນນສ່ວນຫຼາຍຂອງການເລືອກຕັ້ງ.

ບັດ​ເລືອກ​ຕັ້ງ​ເກືອບ 90 ເປີ​ເຊັນ ​ແມ່ນ​ໄດ້​ຖືກ​ນັບ, ຄະ​ນະ​ກຳ​ມາ​ທິ​ການ​ເລືອກ​ຕັ້ງ​ຂອງ
ແອລ ຊາລ໌ວາດໍ ກ່າວວ່າ ທ່ານ ບູເຄເລ ໄດ້ຄະແນນສຽງເກືອບ 54 ເປີເຊັນ, ເຊິ່ງພຽງພໍ
ສຳລັບນັກການເມືອງຄົນດັ່ງກ່າວ ທີ່ຈະຫຼີກລ່ຽງການລົງຄະແນນສຽງຂັ້ນຊີ້ຂາດໃນ
ເດືອນມີນານີ້.

ທ່ານ ບູ​ເຄ​ເລ ໄດ້​ກ່າວ​ຕໍ່​ຝູງ​ຊົນ​ວ່າ “ໃນ​ເວ​ລານີ້ ພວກ​ເຮົາ​ສາ​ມາດ​ປະ​ກາດ​ດ້ວຍ​ຄວາມ
ແນ່ນອນຢ່າງສິ້ນເຊີງວ່າ ພວກເຮົາໄດ້ຊະນະຕຳແໜ່ງປະທານາທິບໍດີແລ້ວ.”

ອະ​ດີດ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ທ່ານ ຮິວ​ໂກ ມາ​ຕີ​ເນ​ສ ຈາກ​ພັກ FMLN ທີ່​ກຳ​
ລັງປົກຄອງປະເທດຢູ່ ແລະ ທ່ານ ຄາລອສ໌ ຄາເຢຮາ ຈາກພັກປີກຂວາ ARENA ໄດ້
ຍອມຮັບຄວາມຜ່າຍແພ້ຂອງພວກເພິ່ນ.

ຜູ້​ທີ່​ໄດ້​ອອກ​ໄປ​ປ່ອນ​ບັດ ​ສຳ​ລັບ​ການ​ລົງ​ຄະ​ແນນ​ສຽງ ​ໃນວັນ​ອາ​ທິດ​ວານນີ້ ​ແມ່ນ​ໜາ
ແໜ້ນ.

ການ​ຢັ່ງ​ຫາງ​ສຽງ ​ທີ່​ນຳ​ໄປ​ສູ່​ການ​ເລືອກ​ຕັ້ງ​ນັ້ນ​ ໄດ້​ສະ​ໜັບ​ສະ​ໜູນ​ທ່ານ ບູ​ເຄ​ເລ.

ພວກ​ຜູ້​ລົງ​ແຂ່ງ​ຂັນ​ທັງຫຼາຍ​ ໄດ້​ໃຫ້​ຄຳ​ສັນ​ຍາ​ ໃນ​ສິ່ງ​ດຽວ​ກັນ ​ຕໍ່​ຜູ້​ລົງ​ຄະ​ແນນ​ສຽງ,
ລວມມີໂອກາດດ້ານເສດຖະກິດທີ່ເພີ່ມຂຶ້ນ ແລະ ຄວາມພະຍາຍາມທີ່ຈະປາບປາມ
ກຸ່ມຄົນບໍ່ດີ ແລະ ອາຊະຍາກຳ. ແອລ ຊາລວາດໍ ແມ່ນນຶ່ງໃນຫຼາຍປະເທດ ທີ່ມີອັດ
ຕາການຄາດຕະກຳສູງທີ່ສຸດໃນໂລກ.

ແຕ່​ທ່ານ ບູ​ເຄ​ເລ, ຜູ້​ທີ່​ມັກ​ພິ​ຈາ​ລະ​ນາ​ຕົນ​ເອງວ່າ ​ເປັນ​ນັກ​ເສ​ລີ​ນິ​ຍົມ​ນັ້ນ, ໄດ້​ຕຳ​ໜິ
ກ່ຽວກັບ ການປົກຄອງຂອງພັກຝ່າຍຊ້າຍ. ທ່ານໄດ້ລົງແຂ່ງຂັນ ເປັນຜູ້ສະໝັກຮັບ
ເລືອກຕັ້ງ ພ້ອມກັບພັກອະນຸລັກນິຍົມ Grand Alliance ເພື່ອຄວາມສາມັກຄີຊາດ
ທີ່ຖືກຕັ້ງຂຶ້ນໃໝ່.

ສອງ​ພັກ​ການ​ເມືອງ​ຄື ພັກ FMLN ທີ່​ນິ​ຍົມ​ແນວ​ທາງ​ອຽງ​ຊ້າຍ ແລະ ພັກ ARENA
ທີ່ເປັນພັກອະນຸລັກນິຍົມນັ້ນ, ໄດ້ຄອບງຳການເມືອງຂອງ ແອລ ຊາລ໌ວາດໍ ນັບຕັ້ງ
ແຕ່ທ້າຍສົງຄາມກາງເມືອງໃນປີ 1992 ເປັນຕົ້ນມາ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG