ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ພະທິເບດ ເຜົາໂຕຕາຍ ອີກອົງນຶ່ງ ເພື່ອປະທ້ວງ ນະໂຍບາຍ ຈີນ


ຄູບາ Tsering Gyal ເຜົາໂຕຕາຍ ປະທ້ວງນະໂຍບາຍຈີນ ໃນຕອນແລງວານນີ້ ທີ່ແຂວງ Quinhai.
ຄູບາ Tsering Gyal ເຜົາໂຕຕາຍ ປະທ້ວງນະໂຍບາຍຈີນ ໃນຕອນແລງວານນີ້ ທີ່ແຂວງ Quinhai.
ແຫ​ລ່ງຂ່າວ​ທິ​ເບ​ດ ກ່າວ​ວ່າ ມີ​ອີກ​ຄົນ​ນຶ່ງ​ໄດ້​ເຜົາ​ໂຕ​ຕາຍ ຢູ່​ພາກ
​ຕາ​ເວັນ​ຕົກ​ຂອງ​ຈີນເພື່ອ​ປະ​ທ້ວງ​ນະ​ໂຍບາຍກຸງ​ປັກ​ກິ່ງ ຢູ່​ໃນ​ບັນ
ດາ​ເຂດທີ່​ຊາວ​ທິ​ເບ​ດອາ​ໄສ​ຢູ່.

​ແຫ​ລ່ງຂ່າວ​ຈາກ ປະຊາ​ຄົມ​ທິ​ເບ​ດພັດ​ຖິ່ນ ກ່າວ​ຕໍ່ ວີ​ໂອ​ເອ ພະ
​ແນ​ກພາສາທິ​ເບ​ດວ່າ ຄູບາ​ອາຍຸ 20 ປີ Tsering Gyal ​ໄດ້​ເຜົາ​
ໂຕ​ຕາຍ ​ໃນ​ຕອນ​ແລງ​ວັນ​ຈັນ​ວານນີ້ ຢູ່​ທີ່​ແຂວງ Quinhai.

ບັນດາ​ເຈົ້າ​ໜ້າ​ທີ່​ຈີ ​ໄດ້​ມາ​ບ່ອນ​ເກີດ​ເຫດ​ໃນ​ທັນໃດ ພ້ອມ​ດ້ວຍ​ເຄຶ່ອງມອດ​ໄຟ ​ເພື່ອ​ດັບ​ໄຟ ​ແລະ​ນໍ​າພະ Tsering Gyal ​ໄປ​ໂຮງໝໍ. ຍັງ​ບໍ່​ທັນ​ເປັນ​ທີ່​ແຈ່ມ​ແຈ້ງວ່າ ສະພາບ​ການ​ຂອງ​ເພິ່ນ​ເປັນ​ຢ່າງ​ໃດ.

ທ່ານ Tsangyang Gyatso ​ໄດ້​ກ່າວ​ຈາກ ນະຄອນ Dharmasala ​ປະ​ເທດ​ອິນ​ເດ​ຍ ວ່າ ທ່ານ​ໄດ້​ຖືກ​ແຈ້ງ​ໃຫ້​ຊາບ​ຈາກ ​ແຫ​ລ່ງຂ່າວ​ທ້ອງ​ຖິ່ນ​ວ່າ ຄູບາຈາກວັດ ພະ Tsering Gyal
​ໄດ້​ພາກັນ​ເຕົ້າ​ໂຮມກັນ ຮຽກຮ້ອງຂໍຮູ້ລາຍ​ລະອຽດ ກ່ຽວກັບສະພາບ​ການ​ຂອງ​ຜູ້​ເຄາະ​ຮ້າຍ.
XS
SM
MD
LG