ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ການ​ຄົ້ນ​ຄວ້າ ພົບ​ວ່າ ຊາວ​ຣັດ​ເຊຍ ພາ​ກັນ​ເລີ້ມ​ດື່​ມ​ເຫຼ​ົ້າ​ ໜ້ອຍ​ລົງ


russia
please wait
Embed

No media source currently available

0:00 0:02:11 0:00

ຣັດ​ເຊຍ​ຖືກ​ຜູ້​ຄົນ​ມອງ​ເບິ່ງວ່າເ​ປັນ​ນຶ່ງ​ໃນບັນ​ດາ​ປະ​ເທດ​ທີ່ມີ​ຄົນດື່ມ​ເຫລົ້າ​ໜັກ​ທີ່​ສຸດ​ໃນ​
ໂລກມາ​ເປັນ​ເວ​ລາດົນນານແລ້ວ​. ຫຼືບໍ່​ກໍແນ່ອນ​ເຫັນ​ວ່າ​ເປັນ​ປະ​ເທດ​ທີ່​ເຄີຍເປັນ​ແບບ
ນັ້ນ​ມາ​ກ່ອນ. ການ​ຄົ້ນ​ຄວ້າ​ໃນ​ລະ​ດັບ​ໂລກເມື່ອ​ໝໍ່ໆ ມານີ້​ພົບ​ວ່າ​ການບໍ​ລິ​ໂພກເຫຼົ້າ
ຂອງ​ຊາວ​ຣັດ​ເຊຍກວາດ​ເອົາເກືອບ​ເຄິ່ງ​ນຶ່ງ​ໃນ​ສັດຕະວັດ​ຜ່ານ​ມາ ແລະ​ບັດ​ນີ້ ໄດ້​ຕົກ
ມາ​ຢູ່​ໃນລໍ​າ​ດັບ​ຕ່ຳ​ກວ່າ​ບັນ​ດາ​ປະ​ເທດ​ຕາ​ເວັນ​ຕົກ​ທັງ​ຫຼາຍ ເຊັ່ນ​ວ່າ​ຝ​ຣັ່ງ ແລະ​ເຢຍ​ຣະ
​ມັນ. ຊາກ​ສ໌ ເມເນັ​ສ, ມີລາຍ​ງານ ມາຈາກ​ນະ​ຄອນ​ຫຼວງ​ມົ​ສ​ກູ ​ກ່ຽວ​ກັບການ​ປ່ຽນ​ແປງ
​ທີ່ກຳ​ລັງ​ເກີດ​ຂຶ້ນ​ຢູ່​ໃນ​ຈອກເຫລົ້າຊຶ່ງ ​ກິ່ງ​ສ​ະ​ຫວັນ ຈະ​ນຳ​ມາ​ສະ​ເໜີ​ທ່ານ.

ເພື່ອ​ສຸ​ຂະ​ພາບ​ຂອງ​ທ່ານ ແມ່ນ ​ຄຳ​ອວຍ​ພອນຕາມ​ປະ​ເພ​ນີອັນ​ນຶ່ງຂອງ​ຣັດ​ເຊຍທີ່​ຄົນ
​ມັກ​ເວົ້າ​ຫລາຍກວ່າ. ມັນ​ກາຍ​ມາ​ເປັນ​ຄວາມ​ຈິງເພີ້ມ​ຂຶ້ນ​ໄປ​ເລື້ອຍໆ.

ການ​ສຶກ​ສາ​ຄົ້ນ​ຄວ້າ​ຂອງ​ອົງ​ການ​ອະ​ນະ​ໄມ​ໂລກ ຫລື WHO ​ຫວ່າງ​ມໍ່ໆ​ມາ​ນີ້​ໄດ້​ພົບ
​ວ່າ ໃນລະ​ຫວ່າງ​ປີ 2003 ຫາ 2016 ການ​ບໍ​ລິ​ໂພກ​ເຫຼົ້າຂອງ​ຄົນ​ຣັດ​ເຊຍ​ໄດ້​ຫລຸດລົງ
ຫຼາຍ​ເຖິງ 43 ເປີ​ເຊັນ.

ມັນໄດ້​ພິ​ສູດໃຫ້​ເຫັນ​ວ່າ ທັດ​ສະ​ນະ​ຄະ​ດີຄົນ​ມັກ​ເວົ້າ​ທົ່ວ​ໄປ ທີ່​ມີມາ​ແຕ່​ດົນ​ນານ​ຂອງ
ຣັດ​ເຊຍທີ່​ເວົ້າວ່າ ເປັນປະ​ເທດ​ທີ່​ມີ​ເຫຼົ້​າ​ໂວດ​ກາ (Vodka) ໄຫລ​ລົ້ນ​ອອກ​ມາ​ຈາກປາກ
ນັ້ນ ກຳ​ລັງນັບ​ມື້​ນັບວ່າ ຈະ​ບໍ່ເປັນແບບນັ້ນ​ແລ້ວ, ອີງ​ຕາມ​ຄຳ​ເວົ້າຂອງ​ພວກ​ທີ່ເຄີຍຢູ່
​ໃນ​ຂະ​ແໜງ​ອຸດ​ສາ​ຫະ​ກຳດ້ານ​ການບໍ​ລິ​ການຮັບ​ຕ້ອນ.

ທ່ານ​ອາ​ເລັກ​ຊານ​ເດີ ແຈັກ​ກາ​ຊັອ​ຟ, ຜູ້​ຈັດ​ການຮ້ານກິນ​ດື່ມປາ​ສ​ເກີ​ນັກ ກ່າວ​ວ່າ “ຜູ້
ຄົນ​ເຂົ້າມາ​ໃນບາ​ ບໍ່​ແມ່ນ​ເພື່ອມາ​ດື່ມ​ໃຫ້​ມືນ​ເມົາ ແຕ່​ເປັນ​ການ​ມາເພື່ອ​ພັກ​ຜ່ອນ
ຢ່ອນອາ​ລົມ ແລະ​ມ່ວນ​ຊື່ນ​ກັບ​ການ​ດື່ມ​ເຄື່ອງ​ດື່ມອັນໃດ​ກໍ​ຕາມ​ທີ່ເປັນ​ເຄື່ອງ​ດື່ມ​ທີ່​

ເຂົາ​ເຈົ້າມັກ.”

ການ​ດື່​ມເຫລົ້າ​ຂອງ​ຊາວ​ຣັດ​ເຊຍ ແລະ​ຄວາມ​ພະ​ຍາ​ຍາມ​ຂອງ​ລັດ​ຖະ​ບານ​ທີ່ຈະ​ເຮັດ​
ໃຫ້​ບັນ​ຫານີ້ຫລຸດ​ລົງນັ້ນເປັນ​ເລື້ອງ​ທີ່ປີ້ນ​ກັບ​ໄປ ກັບ​ມາ​ຢູ່ເປັນ​ເວ​ລາຫຼາຍ​ປີ.

ຜູ້​ນຳ​ໂຊ​ຫວຽດ, ທ່ານ​ມິຄາອິນ ກັອກ​ບາ​ຈັອຟ ໄດ້​ດຳ​ເນີນຄ​ວາ​ມພະ​ຍາ​ຍາມຢ່າງເປັນ
​ທີ່​ຮູ້​ກັນຫລາຍ ເພື່ອ​ເຮັດ​ໃຫ້ຄວາມ​ນິ​ຍົມ​ດື່ມ​ເຫລົ້າເຫຼົ້າ​ໂວດ​ກາຂອງປະ​ເທດ​ຂອງ​ທ່ານ
ຫລຸດ​ລົງໃນ​ລະ​ຫວ່າງກາງຂອງ​ຊຸມ​ປີ 1980. ກົດ​ໝາຍ​ວ່າ​ດ້ວຍ ການ​ເຮັດ​ໃຫ້​ການ​ບໍ​ລິ
​ໂພກ​ເຫລົ້າ​ຫລຸດລົງມາ ແຕ່​ວ່າຄຳ​ເວົ້າ​ຕະ​ຫລົກອັນນັ້ນ-ໃນ​ເວ​ລາຕໍ່​ມາ​ໄດ້​ເອົາ​ສະ​ຫະ
​ພາບ​ໂຊ​ຫວຽດໜີ​ໄປ​ນຳ.

ການ​ດື່ມ​ເຫລົ້າ​ຢ່າງ​ໜັກຂອງປະ​ທາ​ນາ​ທິ​ບໍ​ດີ​ຣັດເ​ຊຍ​ບໍ​ຣິ​ສ ແຢລຊິ​ລຂອງ​ຣັດ​ເຊຍ ນັ້ນ
​ໄດ້​ບັນ​ທຶກ​ໄວ້​ເປັນ​ຢ່າງ​ດີຢູ່ໃນສະ​ໄໝ​ຫຼັງໂຊ​ຫວຽດ​ໃນ​ຊຸມ​ປີ 1990 ດັ່ງ​ດຽວ​ກັນ​ກັບ
ການ​ເພີ້ມ​ຂຶນ​ຢ່າງ​ແຮງຂອງ​ຈຳ​ນວນ​ຄົນ​ຕາຍທີ່​ກ່ຽວ​ຂ້ອງ​ກັບເຫຼົ້າ​ຢູ່​ທົ່ວ​ປະ​ເທດ.

​ກົງ​ກັນ​ຂ້າມ, ຜູ້​ນຳ​ຄົນປັດ​ຈຸ​ບັນ, ທ່ານວ​ລາ​ດິ​ເມຍ ປູ​ຕິນ ອອກນ້ຳ​ສຽງທີ່ບໍ່​ໃຫ້​ຄົນມືນ​
ເມົາ​ຫຼາຍ​ຂຶ້ນ, ໂດຍ​ການ​ນຳ​ສະ​ເໜີນະ​ໂຍ​ບາຍເຊັ່ນ​ວ່າ​ເກັບ​ພາ​ສີ​ເຫຼົ້າ ແລະ​ຈຳ​ກັດ​
ໂມງເວ​ລາໃນ​ການ​ຂາຍເຫລົ້າທີ່ສົ່ງຜົນ​ກະ​ທົບ​ໃນ​ທາງບວກ, ອີງ​ຕາມ​ບັນ​ດາ​ນັກ​ວິ
​ເຄາະເຫດ​ການ.

ທ່ານ​ອິ​ຟ​ເກີນີ ຢາ​ກັອບ​ເລັ​ຟ ຈາກ​ໂຮງ​ຮຽນ​ເສດ​ຖະ​ກິດ​ໃໝ່ ກ່າວເປັນ​ພາ​ສາ​ຣັດ​ເຊຍ​
ວ່າ “ກົດ​ລະ​ບຽບ​ນັ້ນ​ໃຊ້​ການ​ໄດ້... ກົດ​ລະ​ບຽບແມ່ນ​ໃຊ້​ການ​ໄດ້ ແລະ​ຖ້າ​ຫາກ​ທ່ານ
ຢາກ​ຈະຫລຸດ​ຜ່ອນ​ການ​ບໍ​ລິ​ໂພກເຫຼົ້າ ທ່ານ​ສາ​ມາດ​ເຮັດ​ໄດ້. ແລະ​ນີ້​ເປັນ​ການ​ສະ​
ແດງ​ໃຫ້​ເຫັນ​ເປັນ​ໂຕ​ຢ່າງ​ຢູ່ໃນ​ຣັດ​ເຊຍ.”

ແຕ່​ວ່າ​ການ​ປ່ຽນ​ແປງ​ໃນ​ລົດ​ນິ​ຍົມ ກໍ​ເປັນ​ການ​ອະ​ທິ​ບາຍ​ໃຫ້​ຮູ້​ເຖິງ​ການ​ປ່ຽນ​ແປງ​ດັ່ງ
​ກ່າວ ໂດຍ​ທີ່​ຄົນ​ຣັດ​ເຊຍ​ລຸ້ນທີ່​ໜຸ່ມກວ່າ​ຕັ້ງ​ພາ​ກັນດື່​ມ​ເຫຼົ້າ​ບໍ່​ຄື​ກັນ​ກັບ​ລຸ້ນ ພໍ່​ແມ່​ຂອງ​
ເຂົາ​ເຈົ້າ.

ທ້າວ ອາ​ຊູ​ລ​ເບັກ ນັກ​ຊົງ​ກາ​ເຟເອັ​ກ​ຊ​ເປ​ຣັ​ສ​ໂຊກ່າວ​ວ່າ “ຂ້ອຍ​ບໍ່ມັກດື່ມ​ເຫລົ້າ​ຈົນ
​ເມົາ ​ສະ​ນັ້ນ ຂ້ອຍ​ຈຶ່ງມັກ​ດື່ມ​ເບຍຫລາຍກວ່າ.”

ນາງໂພ​ລີ​ນາ ນັກ​ສຶກ​ສາ​ໃນມະ​ຫາ​ວິ​ທະ​ຍາ​ໄລເວົ້າ​ເປັນ​ພາ​ສາ​ຣັດ​ເຊຍວ່າ “ມັນເປັນ
​ທີ່​ນິຍັມ​ກັນຫລາຍ​ໃນທຸກວັນ​ນີ້ ທີ່ຄົນມັກ​ໄປ​ບາ ແລະໄປ​ບ່ອນ​ທີ່​ເຂົາ​ເຈົ້າ​ມີ​ເບຍ​ສົດ
ຫຼື​ນ້ຳ​ໝາກ​ໄມ້ຂາຍ.. ແທ້ໆ​ແລ້ວແມ່ນ​ເພື່ອ​ໄປ​ເວົ້າໄປ​ລົມ​ກັນຫລາຍ​ກວ່າໄປ​ດື່ມ.”

ລຸງເຊີ​ເກ, ນັກ​ວິ​ສະ​ວະ​ກອນ​ກໍ່​ສ້າງເວົ້າ​ວ່າ “ຂ້ອຍ​ສັງ​ເກດ​ເຫັນ​ວ່າ​ພວກ​ຊາວ​ໜຸ່ມ​ພາ​
ກັນ​ດື່ມ​ໜ້ອຍ​ຫວ່າ​ເກົ່າ ແລະ​ພາ​ກັນ​ຫຼີ້ນ​ກິ​ລາ​ຫຼາຍຂຶ້ນ.”

ສະ​ຫລຸບ​ແລ້ວ​ຄື​ຫຍັງ? ຊາວ​ຣັດ​ເຊຍ​ພາ​ກັນດຳ​ລົງຊີ​ວິດ​ທີ່​ມີ​ສຸ​ຂະ​ພາບແຂງ​ແຮງກວ່າ
ແລະມີ​ອາ​ຍຸ​ຍືນຂຶ້ນກວ່າ​ເກົ່າ. ກົດ​ໝາຍຕ້ານ​ຢາສູບ​ທີ່​ໄດ້ຖືກ​ນຳສະ​ເໜີໃນ​ປີ 2013
ນັ້ນ​ບັດ​ນີ້ ກໍໄດ້​ສົ່ງ​ຜົນ​ກະ​ທົບ​ໃນທາງບວກ.

ສຳ​ລັບເຂດ​ອື່ນທີີ່ຍັງເຫຼືອຂອງ​ໂລກ​ນັ້ນ ແນວ​ຄິດ​ກ່ຽວ​ກັບວ່າ ຄົນ​ຣັດ​ເຊຍມີສຸ​ຂະ​ພາບ​
ດີຂຶ້ນ ​ອາດ​ຈະ​ເຮັດ​ໃຊ້​ເວ​ລາ​ພໍ​ສົມ​ຄວນເພື່ອຈະ​ໃຫ້​ລຶ້ງ​ເຄີຍເວົາ​ແນວນັ້ນ.

ແຕ່ວ່າ ​ຊາວ​ຣັດ​ເຊຍກໍ​ໄດ້​ຢືນ​ຢັດວ່າຄວາມ​ມ່ວນ​ຊື່ນ​ບໍ່​ເປັນ​ຄື​ກັນແບບຄັກ​ແນ່ຈັກ​ເທື່ອ.
ທຸກ​ມື້​ນີ້ມັນ​ງ່າຍຂຶ້ນ​ທີ່​ຈະ​ຮັບ​ຮູ້ເອົາສະ​ພາບນີ້​.


To your health' is one of Russia's more traditional toasts. Increasingly it rings true.

A recent World Health Organization study found that between 2003 and 2016, Russian alcohol consumption fell by a whopping 43%.

It's proof, say hospitality industry veterans, that enduring stereotypes of Russia as a vodka swilling nation are increasingly out of touch.

ALEXANDER CHERKASOV, MANAGER, PASTERNAK BAR,
"People come to the bar not to get drunk…but to rest, relax, and enjoy whatever drink it is that they prefer…"

Russian drinking —and state efforts to curb it— is a story that's swayed back and forth through the years.

Soviet leader Mikhail Gorbachev famously tried to curb his country's fondness for vodka in the mid-1980's. Dry laws brought consumption down, but — the joke goes — later took the Soviet Union with them.

Russian President Boris Yeltsin's heavy drinking was well documented in the post-Soviet 1990's…as was a grim spike in alcohol-related deaths nationwide.

In contrast, current leader Vladimir Putin has set a more sober tone, introducing policies such as liquor taxes and restricted sales hours that have had a positive impact, say analysts.

Evgeny Yakovlev, New Economic School
"Regulation works….Regulation works and if you want to reduce alcohol consumption you can do it. And this is what we illustrated in Russian example."

But changing tastes also explain the shift, with younger Russians choosing to simply drink differently than their parents' generation.

VOX 1 / ASULBEK, coffee barista
"I don't really enjoy getting drunk so that's why I prefer beer…."

VOX 3: POLINA, University Student
"It's more hip these days to go to a bar and where they have a craft beer or cider…really to talk more than drink."

VOX 2 / SERGEY, Construction Engineer
"I've noticed that young people are drinking less…and play more sports more."

The upshot? Russians are leading healthier lives and living longer. Anti-tobacco laws introduced in 2013 are also now have a positive impact.

For the rest of the world, the idea of a….healthier…Russia….may take some getting used to.

But Russians insist the fun never exactly. These days, it's just easier to swallow.

XS
SM
MD
LG