ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ທີມບັກແຄນເນຍສ໌ ຂອງແທມປາເບ ຊະນະ ທີມຊີຟສ໌ ຂອງແຄນຊັສຊີທີ ເພື່ອຄວ້າເອົາລາງວັນ ຊະນະເລີດ ຊຸບເປີໂບລ ໄປຄອງ


ການແຂ່ງຂັນເພື່ອຄວ້າເອົາຂັນລາງວັນຊະນະເລີດ ຊຸບເປີໂບລ (Super Bowl) ມາຄອງ ລະຫວ່າງທີມ Chiefs ຂອງແຄນຊັສຊີທີ ກັບທີມ Buccaneers ຂອງແທມປາເບ
ການແຂ່ງຂັນເພື່ອຄວ້າເອົາຂັນລາງວັນຊະນະເລີດ ຊຸບເປີໂບລ (Super Bowl) ມາຄອງ ລະຫວ່າງທີມ Chiefs ຂອງແຄນຊັສຊີທີ ກັບທີມ Buccaneers ຂອງແທມປາເບ

ທີມບັກແຄນເນຍສ໌ ຂອງແທມປາ ເບ (Tampa Bay Buccaneers) ໄດ້ເອົາຊະນະທີມຊີຟສ໌ ຂອງແຄນຊັສຊີທີ (Kansas City Chiefs) ດ້ວຍຄະແນນ 31 ຕໍ່ 9 ໃນວັນອາທິດວານນີ້ ເພື່ອຄວ້າເອົາຂັນລາງວັນຊະນະເລີດ ຊຸບເປີໂບລ (Super Bowl) ມາຄອງ ແລະເຮັດໃຫ້ລະດູການແຂ່ງຂັນຟຸດບອລ ແຫ່ງຊາດ ຂອງສະຫະລັດ ສິ້ນສຸດລົງໂດຍທີ່ບໍ່ມີການແຂ່ງຂັນອັນໃດຖືກຍົກເລີກເລີຍ ທ່າມ ກາງການແຜ່ລະບາດຂອງໄວຣັສໂຄໂຣນາ.

ພາບທີ່ໜ້າຕື່ນເຕັ້ນທີ່ເຄີຍມີຕາມປົກກະຕິຢູ່ໃນງານທີ່ຖ່າຍທອດທາງໂທລະພາບທີ່ມີຄົນເບິ່ງຫລາຍທີ່ສຸດຂອງປີ ໄດ້ຫລຸດລົງ, ແລະຢູ່ສະຖານທີ່ຈັດການແຂ່ງຂັນແມ່ນຫງອຍເຫງົາຫລາຍ ໂດຍມີຄົນໄປເບິ່ງພຽງ 25,000 ຄົນເທົ່ານັ້ນ ແລະສ່ວນບ່ອນນັ່ງທີ່ເຫລືອຢູ່ແມ່ນເຕັມໄປດ້ວຍເຈ້ຍແກັດທີ່ຕັດໄປວາງໄວ້. ບໍ່ມີຜູ້ຊົມການແຂ່ງຂັນນັ່ງຢູ່ບ່ອນທີ່ໃກ້ທີ່ສຸດກັບສະໜາມເລີຍ ແລະໃຫ້ປະຫວ່າງໄວ້ໃຫ້ຢູ່ຫ່າງກັນ. ຜູ້ທີ່ພະຍາຍາມຈະຊື້ອາຫານຕ້ອງໄດ້ຊື້ໂດຍບໍ່ໃຊ້ເງິນສົດ.

ໃນຈຳນວນຜູ້ໄປເຂົ້າຊົມການແຂ່ງຂັນດ້ວຍຕົວເອງນັ້ນ ແມ່ນລວມມີພະນັກງານຮັກສາສຸຂະພາບຢູ່ປະມານ 7,500 ຄົນ ເຊິ່ງເປັນພວກນຶ່ງ ໃນຈໍານວນຜູ້ທີ່ໄດ້ຮັບການສັກຢາປ້ອງກັນພະຍາດໂຄວິດ-19 ກ່ອນໝູ່ໃນສະຫະລັດ.

“ຂ້ອຍຕ້ອງເລີ່ມຕົ້ນດ້ວຍການຄໍານັບພະນັກງານດູແລສຸຂະພາບທັງໝົດຢູ່ທີ່ນີ້ເສຍກ່ອນ. ພວກເຂົາເຈົ້າແມ່ນເປັນຜູ້ຊະນະເລີດທີ່ແທ້ຈິງ," ນັ້ນຄືຄໍາເວົ້າຂອງເຈົ້າຂອງທີມ ບັກແຄນເນຍສ໌ (Buccaneers), ທ່ານ ຈອກ ເກລເຊີ (Jocc Glazer) ກ່າວຫຼັງການແຂ່ງຂັນສິ້ນສຸດລົງ.

ງານແຂ່ງຂັນທັງຫລາຍ ກ່ອນຈະນຳໄປສູ່ການແຂ່ງຂັນຄັ້ງນີ້ໄດ້ນັ້ນສ່ວນໃຫຍ່ເປັນການແຂ່ງຂັນທີ່ເບິ່ງທາງອອນລາຍເອົາ, ແລະການເຂົ້າຫາຫ້ອງເກັບມ້ຽນເຄື່ອງນຸ່ງ ແມ່ນມີຈຳກັດຫຼາຍໃນປີນີ້. ແລະໃນຂະນະທີ່ທີມແທມປາເບ (Tampa Bay) ໄດ້ຮັບໂອກາດທີ່ຫາຍາກທີ່ຈະໄດ້ເຂົ້າໄປຫລິ້ນໃນຮອບຊຸບເປີໂບລ (Super Bowl) ໃນສະໜາມກິລາບ້ານຂອງຕົນເອງ, ທີມແຄນຊັສຊີທີ (Kansas City) ໄດ້ເດີນທາງແບບຊັກຊ້າຈົນຮອດມື້ກ່ອນຈະເລີ້ມການແຂ່ງຂັນຈຶ່ງໄປທີ່ນັ້ນ ແທນທີ່ຈະໄປຢູ່ສະໜາມ Super Bowl ປະມານ 1 ອາທິດລ່ວງໜ້າກ່ອນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG