ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງປະຊຸມ ບຣັສເຊິລ ເພື່ອແກ້ໄຂ ການຫ້າມ ໃຊ້ເງິນ ໃນການເຮັດແທ້ງ ຂອງສະຫະລັດ


ລັດຖະມົນຕີການຄ້າ ແລະການຮ່ວມມື ດ້ານພັດທະນາ ຂອງເນທີແລນ ທ່ານນາງ Lilianne Plouman (ຂວາ) ແລະລັດຖະມົນຕີພັດທະນາ ແລະການຮ່ວມມື ຂອງເດັນມາກ ທ່ານນາງ Ulla Toernaes ກ່າວຕໍ່ກອງປະຊຸມນັກຂ່າວ ທີ່ທຳນຽບ Egmont ທີ່ນະຄອນບຣັສເຊິລ. (2 ມີນາ 2017)
ລັດຖະມົນຕີການຄ້າ ແລະການຮ່ວມມື ດ້ານພັດທະນາ ຂອງເນທີແລນ ທ່ານນາງ Lilianne Plouman (ຂວາ) ແລະລັດຖະມົນຕີພັດທະນາ ແລະການຮ່ວມມື ຂອງເດັນມາກ ທ່ານນາງ Ulla Toernaes ກ່າວຕໍ່ກອງປະຊຸມນັກຂ່າວ ທີ່ທຳນຽບ Egmont ທີ່ນະຄອນບຣັສເຊິລ. (2 ມີນາ 2017)

ຊ່ອງ​ຫວ່າງ​ທີ່​ເປັນ​ໄພ​ຂົ່ມຂູ່ ​ຕໍ່​ການ​ໃຫ້​ທຶນ​ ສະໜັບສະໜຸນ ​ກ່ຽວ​ກັບ​ການ​ຮັກສາ​ສຸຂະ
ພາບຂອງ​ໂລກ ຍ້ອນ​ຂໍ້​ຫ້າມ​ໃໝ່ຈຳນວນ​ນຶ່ງ ​ໃນ​ການ​ຊ່ອຍ​ເຫລືອ​ຂອງ​ສະຫະລັດຊຶ່ງ​
ພາ​ໃຫ້​ມີ​ການ​ຮຽກຮ້ອງ​ຢ່າງ​ໄວວາ​ ໃຫ້​ເປີດ​ກອງ​ປະຊຸມ​ນາໆ​ຊາດ ​ທີ່​ນະຄອນ Brus-
sels ຂອງ​ລັດຖະບານ​ຕ່າງໆ ​ປະມານ 50 ປະ​ເທດ ​ໃນ​ວັນ​ພະຫັດ​ວານ​ນີ້. ຄວາມ​ວິ
ຕົກ​ກັງວົນ​ທີ່​ສຳຄັນ​ກໍ​ແມ່ນ ການ​ສືບ​ຕໍ່​ໃຫ້ຄວາມ​ສະໜັບ​ສະ​ໜຸນ​ແກ່ການບໍລິການ​ໃນ
​ການວາງ​ແຜນ​ຄອບຄົວ ຢູ່​ໃນ​ປະ​ເທດ​ທີ່​ທຸກ​ຍາກ.

ມີ​ການ​ກະ​ປະມານວ່າ 10 ພັນ​ລ້ານ​ໂດ​ລາ​ຕໍ່​ປີ​ ສະຫະລັດ​ໄດ້​ສະໜອງ​ເງິນ​ທຶນ​ຕໍ່ການ
​ຮັກສາ​ສຸຂະພາບ​ຂອງ​ໂລກ. ​ແຕ່ນຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ ​ຂອງ​ທ່ານ​ນັ້ນ ປະທາ
ນາທິບໍດີ​ດໍ​ໂນ​ລ ທຣຳ ​ໄດ້​ລົງ​ນາມ​ໃນ​ດຳລັດ ຫ້າມ​ບໍ່​ໃຫ້​ອົງການ​ຈັດຕັ້ງທີ່​ບໍ່​ຂຶ້ນກັບ​ລັດ
ຖະບານ​ຂອງ​ຕ່າງປະ​ເທດທີ່​ສະໜອງ​ການ​ເຮັດ​ແທ້ງຫລື​ໃຫ້​ຄຳ​ປຶກສາ​ກ່ຽວ​ກັບ​ເລື່ອງ​
ນີ້ ​ໄດ້​ຮັບ​ເງິນ​ຊ່ອຍ​ເຫຼືອ​ຂອງ​ສະຫະລັດ ​ເຖິງ​ແມ່ນ​ວ່າ​ກຸ່ມ​ເຫຼົ່ານັ້ນ​ໄດ້​ໃຊ້​ເງິນ​ອີກກ້ອນ
​ນຶ່ງ ເພື່ອ​ຈຸດປະສົງດັ່ງກ່າວ​ກໍ​ຕາມ.

ການ​ເຄື່ອນ​ໄຫວ​ນີ້ ​ໄດ້ສ້າງຄວາມ​ຕື່ນຕົກ​ໃຈ ​ໃຫ້​ແກ່​ພວກຜູ້ນຳ​ ຂອງ​ປະ​ເທດ​ຕ່າງໆ​
ທີ່​ມອງ​ເຫັນ​ການວາງ​ແຜນ​ຄອບຄົວ​ວ່າເປັນ​ນຶ່ງ​ໃນ​ການ​ບໍລິການທີ່​ສະໜອງ​ໂດຍ​ອົງ
ການ​ຈັດຕັ້ງສາກົນ ວ່າ​ເປັນ​ວິທີ​ຈຳ​ເປັນ ​ແລະ​ມີ​ປະສິດທິ​ຜົນ​ ໃນ​ການຊ່ອຍ​ເຫລືອ​ປະ​
ເທດ​ຕ່າງໆ ​ໃຫ້​ຫລຸດ​ພົ້ນຈາກ​ຄວາມທຸກ​ຍາກ. ນອກ​ນັ້ນ ພວກ​ຜູ້ນຳ​ຍັງ​ມີ​ຄວາມ​ເປັນ​
ຫ່ວງ ກ່ຽວກັບຈຳນວນ​ເງິນ ​ທີ່​ຂາດ​ໄປ​ ຂອງ​ສະຫະລັດ​ນັ້ນ ຈະ​ຍັງ​ຜົນ​ໃຫ້ ​ມີ​ການ​ເຮັດ​
ແທ້ງ​ລູກ​ແບບ​ບໍ່​ປອດ​ໄພ​ເພີ້ມຂຶ້ນ.

ປະ​ເທດ​ຕ່າງໆ​ ທີ່​ໄປ​ເຕົ້າ​ໂຮມ​ກັນ ​ໃນ​ກອງ​ປະຊຸມ ທີ່​ຈັດ​ຂຶ້ນຢ່າງ​ໄວວາ ຢູູ່ທີ່​ນະຄອນ
Brussels ນັ້ນກ່າວ​ວ່າ ຕົນ​ຫວັງ​ວ່າ​ຈະ​ຫາ​ເງິນ​ໄດ້ 600 ລ້ານ​ໂດ​ລາສຳລັບໂຄງການ
​ວາງ​ແຜນ​ຄອບຄົວ ຖ້າ​ຫາກ​ລັດຖະບານ​ທ່ານ​ທຣຳຍົກ​ເລີກ​ການ​ຊ່ອຍເຫລືອ​ຂອງ​ສະ
ຫະລັດ.

ຈຳນວນ 100 ລ້ານ​ທຳ​ອິດ ​ໃນ​ການ​ໃຫ້​ຄຳ​ໝັ້ນສັນຍາ​ ໄປ​ສູ່​ເປົ້າໝາຍ​ດັ່ງກ່າວແມ່ນ
​ໄດ້​ບັນລຸ​ກັນ​ແລ້ວ ອີງ​ຕາມ​ຄຳ​ເວົ້າຂອງ​ພວກ​ທີ່​ເຂົ້າຮ່ວມ​ປະຊຸມ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG