ສິ່ງທີ່ມະຫັດສະຈັນຂອງບຸນຄຣິສມາສ ແມ່ນໄຟແສງສີທີ່ໄຕ້ຂຶ້ນໃນນະຄອນນິວຢອກ ແລະບໍ່ມີບ່ອນໃດທີ່ຕື່ນຕາຫຼາຍກວ່າໃນເຂດ ໄດເກີ ໄຮ້ສ໌ (Dyker Heights) ເຊິ່ງເປັນຄຸ້ມບ້ານທີ່ມີຊື່ສຽງສຳລັບຄວາມອາລັງການຂອງການສະແດງແສງສີໃນວັນພັກດັ່ງກ່າວ. ແອຣອນ ຣາເນນ ນັກຂ່າວວີໂອເອ ຈະນຳພາພວກເຮົາໄປຍັງດິນແດນແຫ່ງຄວາມມະຫັດສະຈັນນີ້.
ເຂດໄດເກີ ໄຮ້ສ໌ ທີ່ເປັນຄຸ້ມບ້ານໃນເມືອງບຣຸກລິນ (Brooklyn) ໄດ້ຫັນປ່ຽນ ກາຍໄປເປັນສະຫວັນແຫ່ງວັນພັກ ທຸກເດືອນທັນວາ. ເສັ້ນທາງຫຼາຍສາຍຖືກ ປະດັບດ້ວຍໄຟກະພິບຫຼາກຫຼາຍສີ, ຕົບແຕ່ງຢ່າງໃຫຍ່ໂຕມະໂຫລານ ແລະ ສຽງເພງທີ່ເຮັດໃຫ້ລ່າເລີງຂອງລະດູການນີ້.
ສິ່ງທີ່ໄດ້ເລີ້ມຕົ້ນໃນຊຸມປີ 1980 ໂດຍມີເຈົ້າຂອງເຮືອນບໍ່ຫຼາຍຫຼັງທີ່ມີຄວາມຕັ້ງ ໃຈອຸທິດຕົນ ຈຶ່ງໄດ້ກາຍເປັນສະຖານທີ່ທີ່ນິຍົມມາຊົມສູງ ໃນວັນພັກຂອງນະຄອນນິວຢອກ. ຕະຫຼອດໄລຍະ 40 ປີຜ່ານມາ ເຊິ່ງບັນດາຄອບຄົວທີ່ໄດ້ມາຢ້ຽມຊົມ ເຂດໄດເກີ ໄຮ້ສ ເຮັດໃຫ້ສະຖານທີ່ແຫ່ງນີ້ ກາຍເປັນປະເພນີທີ່ປະຕິບັດກັນມາ ຫຼາຍລຸ້ນຄົນແລ້ວ.
ນາງແອນເຈີລາ ຣູກເຈຍໂຣ ພົນລະເມືອງນະຄອນນິວຢອກ ກ່າວວ່າ “ນີ້ເປັນສິ່ງທີ່ມີທຸກໆປີ ທີ່ພວກເຮົາເຮັດມາໃນແຕ່ລະປີ ພ້ອມກັບພວກຫຼານສາວ ແລະຫຼານຊາຍ ແລະຄອບຄົວ. ແລະພວກເຮົາມາ ແລະແນມເບິ່ງໄຟຕ່າງໆ.”
ການຈັດສະແດງມີທັງສາກຕ່າງໆຈາກເລື້ອງຄຣິສມາສທີ່ອຳມະຕະ ຕະຫຼອດເຖິງໂຕລະຄອນລໍ້ຫຼິ້ນຕ່າງໆເຊັ່ນ ໂຕຫິມະ ຟຣອສຕີ ເດີ ສະໂນແມນ (Frosty the Snowman), ກຣິນຈ໌ (Grinch), ມິນຢ້ຽນສ໌ (Minions)
ແລະ, ແນ່ນອນ, ແຊນຕ້າ ຄລອດສ໌ ເອງ.
ນາງ ສຕາເຊຍ ລີ, ພົນລະເມືອງນິວຢອກອີກຄົນນຶ່ງ ກ່າວວ່າ “ມັນເປັນສິ່ງທີ່ເບິ່ງໜ້າສົນໃຈແທ້ໆທີ່ໄດ້ເຫັນຄຸ້ມບ້ານງົດງາມຫຼາຍເມື່ອໄຕ້ໄຟ ແລ້ວ. ໝົດທຸກຄົນໄດ້ອອກແບບທີ່ມີເອກະລັກຂອງແຕ່ລະຄົນ, ມັນເຮັດໃຫ້ຄຸ້ມບ້ານນີ້ມີເອກະລັກສ່ວນບຸກຄົນແທ້ໆເລີຍ.”
ບັນດາຄອບຄົວທີ່ໄດ້ມາຍ່າງຊົມເສັ້ນທາງຕ່າງໆ, ໄດ້ຖ່າຍຮູບຫຼາຍຄັ້ງ, ແນມ ເບິ່ງຄວາມຊັບຊ້ອນຂອງການຈັດສະແດງດ້ວຍຄວາມຕື່ນຕາ ແລະຊາບຊຶ້ງ ໃນຄວາມມະຫັດສະຈັນຂອງວັນພັກນີ້.
ທ່ານແຟຣັ້ງ ໂອຊໍຣີໂອ ພົນລະເມືອງນິວຢອກ ເຊັ່ນກັນ ກ່າວວ່າ “ຂ້ອຍແລະພັນລະຍາພາລູກຊາຍຂອງຂ້ອຍມາ, ນີ້ເປັນເທື່ອອຳອິດຂອງຂ້ອຍ, ລາວມີອາຍຸສອງປີ ແລະເຂດໄດເກີ ໄຮ້ສ໌ ເຖິງແມ່ນວ່າ ຂ້ອຍມາຈາກ ເຂດ ເກາະ ສແຕເທັນ ກໍຕາມ, ເຂດໄດເກີ ໄຮ້ສ໌ ເປັນສະຖານທີ່ຈະຕ້ອງໄປຢູ່ສະເໝີ ແລະສະເຫຼີມສະຫຼອງ ວັນຄຣິສມາສ ແລະເບິ່ງພວກໄຟທີ່ງົດງາມທັງໝົດນີ້.”
ໄດ້ມີການວາງແຜນມາຫຼາຍເດືອນ ໃນການຕົບແຕ່ງຈັດສະແດງໄຟທີ່ເຮັດໃຫ້ປະທັບໃຈ ເຊິ່ງເສັ້ນທາງແຕ່ລະສາຍ ຕິດຕັ້ງດ້ວຍໄຟຫຼາກຫຼາຍສີ ແລະດຶງດູດທັງບັນດາຄົນໃນທ້ອງຖິນ ແລະຄົນທີ່ມາຢ້ຽມຊົມທົ່ວທຸກມຸມໂລກ ລວມທັງ ຄອບຄົວນີ້ນຳດ້ວຍ ທີ່ມາທ່ຽວຊົມຈາກປະເທດໂຄຣເອເຊຍ.
ທ່ານ ດາວອຣ ອູໂກທິຈ ນັກທ່ອງທ່ຽວມາຈາກໂຄຣເອເຊຍ ກ່າວວ່າ “ຂ້ອຍຄຶດວ່າ ມັນງາມຫຼາຍ. ຂ້ອຍຄຶດວ່າ ປະຊາຊົນທີ່ອາໃສຢູ່ທີ່ນີ້ ພວກເຂົາ ບໍ່ມີຄວາມສະຫງົບ, ມີຫຼາຍຄົນໃນແຕ່ລະວັນ. ແຕ່ມັນງາມຫຼາຍ. ມັນເປັນສິ່ງທີ່ແຕ່ກຕ່າງ ແລະຂ້ອຍຄຶດວ່າ ມັນງົດງາມຫຼາຍ.”
ສຳລັບປະສົບການໃນວັນພັກນີ້ ທີ່ເຮັດໃຫ້ຕື່ນເຕັ້ນຢ່າງແທ້ຈິງ, ເຂດໄດເກີ ໄຮ້ສ໌ ເປັນສະຖານທີ່ໆຕ້ອງໄປເບິ່ງ.
The magic of Christmas is lighting up New York City, and nowhere is it more dazzling than in Dyker Heights, a neighborhood famous for its extravagant holiday displays. VOA's Aron Ranen takes us to this festive wonderland.
Dyker Heights, a Brooklyn neighborhood, transforms into a holiday paradise every December. The streets glow with sparkling lights, towering decorations, and the cheerful sounds of the season.
What began in the 1980s with a few dedicated homeowners has grown into one of New York City’s top holiday attractions. For over 40 years, families have visited Dyker Heights, turning it into a multigenerational tradition.
Angela Ruggiero, New York City Resident
"This is yearly thing that we do annually with all our nieces and nephews and family. And we come and look at the lights.”
The displays range from classic Christmas scenes to playful characters like Frosty the Snowman, the Grinch, Minions,
and, of course, Santa Claus himself.
Stasia Lee, New York City Resident
"It’s really interesting to see the neighborhood so beautifully lit up. Everybody with a unique design, it really gives personality to this neighborhood.”
Families stroll through the streets, snapping photos, marveling at the intricate displays, and soaking in the holiday magic.
Frank Osorio, New York City Resident
"Me and my wife are taking my son, this is his first time, he's two years old, and Dyker Heights, even though I am from Staten Island, Dyker Heights has always been the place to come and celebrate Christmas and watch all the beautiful lights."
Months of planning go into crafting these breathtaking displays, which bathe the streets in colorful lights and draw both locals and visitors from around the globe, including this family visiting from Croatia.
Davor Gurqodic, Tourist from Croatia
“I think it's very nice. I think the people who live here they don't have peace, lots of people every day. But it's very nice. It's different, and I think it's very beautiful.”
For a holiday experience that truly dazzles, Dyker Heights is the place to be.
ຟໍຣັມສະແດງຄວາມຄິດເຫັນ