ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຜູ້ປ່ອຍຂ່າວ ໂຄງການລັກເກັບກໍາ ຂໍ້ມູນໂທລະສັບ ຂອງລັດຖະບານສະຫະລັດ ເປີດເຜີຍໂຕ (ວີດິໂອ)


US, British Newspapers Identify NSA Whistleblower
please wait

No media source currently available

0:00 0:00:42 0:00
ລິງໂດຍກົງ

ໜັງສືພິມອັງກິດ ແລະສະຫະລັດ ໄດ້ບົ່ງໂຕ ທ້າວ Edward Snowden ອະດີດພະນັກງານອົງການປ້ອງກັນຄວາມໝັ້ນຄົງ ແຫ່ງຊາດ ວ່າເປັນແຫລ່ງຂ່າວຂອງຕົນ.

ອະ​ດິດນາຍ​ຊ່າງ​ຄອມ​ພິວ​ເຕີ​ຄົນ​ນຶ່ງ ຂອງ​ອົງການ​ສືບ​ລັບ CIA
ຂອງ​ສະຫະລັດ ທີ່​ໄດ້​ເຮັດ​ວຽກ​ເປັນ​ພະນັກງານ​ສັນຍາ​ຈ້າງ​ຂອງ​
ອົງການ​ປ້ອງ​ກັນ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ ຫລື NSA ​ໄດ້ອອກ
ມາ​ເປີດ​ເຜີຍ​ໂຕ​ເອງ ​ໃນ​ວັນ​ອາທິດ​ວານ​ນີ້​ວ່າ ​ເປັນ​ແຫ​ລ່ງຂ່າວ​
ຂອງ​ພວກ​ໜັງສືພິມ ທີ່​ລາຍ​ງານ​ຂ່າວ​ວ່າ ລັດຖະບານ​ສະຫະລັດ​
ທໍາ​ການ​ຕິດຕາມ​ຟັງ​ໂທລະສັບ​ ແລະ​ການ​ຊົມ​ໃຊ້​ອິນ​ເຕີ​ແນັດ​
ຂອງ​ປະຊາຊົນ​ນັ້ນ.

ທ້າວ Edward Snowden ອາຍຸ 29 ປີ ກ່າວ​ວ່າ ລາວ​ໄດ້​ຕິດ​ຕໍ່​
ກັບ ໜັງ​ສື​ພິມ The Guardian ​ແລະThe Washington Post
ທີ່​ໄດ້​ລາຍ​ງານ​ຂ່າວ​ດັ່ງກ່າວ ​ໃນອາທິດ​ແລ້ວ​ນີ້.

ທ້າວ Snowden ​ທີ່​ໄດ້​ຫລົບໜີຈາກ ສະຫະລັດ ​ໄປຮົງ​ກົງ ​
ເດືອນ​ແລ້ວ​ນີ້ ກ່າວ​ວ່າ ລາວ​ຈະ​ບໍ່ຫ​ລົບລີ້ ​ເພາະ​ວ່າ ລາວ​ບໍ່​ໄດ້​
ເຮັດ​ຫຍັງ​ຜິດ.

ລາວ​ເວົ້າ​ອີກ​ວ່າ ລາວ​ຮູ້​ດີ​ເຖິງ​ຄວາມ​ສ່ຽງ​ອັນ​ໃຫຍ່​ຫລວງ ຈາກ​
ຂ່າວ​ທີ່​ລາວ​ເຜີຍແບ​ອອກ​ມາ ກ່ຽວ​ກັບໂຄງການ​ຕິດຕາມ​ເບິ່ງບັນ​ທຶກ​ໂທລະສັບແລະ​ໂຄງ
​ການ​ຊອກ​ຄົ້ນ​ຂໍ້ມູນ​ທາງອິນ​ເຕີ​ແນັດ ທີ່​ລັດຖະບານ​ສະຫະລັດ​ໄດ້​ອອກແບບ​ເຮັດ​ຂຶ້ນ​ມາ
​ເພື່ອ​ຕິດຕາມ​ເບິ່ງ​ໄພ​ຂົ່ມຂູ່​ຈາກ​ພວກ​ກໍ່​ການ​ຮ້າຍ​ນັ້ນ.

ລາວ​ຍັງ​ໄດ້​ບອກໜັງ​ສືພິມ Washington Post ອີກ​ວ່າ ລາວ​ຈະ​ຂໍ​ລີ້​ໄພ​ຢູ່ໃນ​ປະ​ເທດ​ໃດ
ກໍ​ຕາມ​ທີ່​ມີ​ຄວາມເຊື່ອ​ຖື ໃນເສລີ​ພາບ​ໃນການ​ປາກ​ເວົ້າ ​ແລະ​ຄວາມ​ເປັນສ່ວນ​ໂຕ ຢູ່ໃນ
ທົ່ວໂລ​ກ.

ໜັງສືພິມ The Guardian ​ໄດ້​ລາຍ​ງານໃນອາທິດ​ແລ້ວ​ນີ້​ວ່າ ອົງການປ້ອງກັນຄວາມ
ໝັ້ນຄົງແຫ່ງຊາດ NSA ​ໄດ້​ເກັບ​ກໍາ​ບັນທຶກ​ໂທລະ​ສັບ ​ຂອງ​ປະຊາຊົນ​ອາ​ເມຣິກັນ
ຫລາຍລ້ານ​ຄົນ. ໝັງ​ສື​ພິມສະບັບ​ນີ້ ພ້ອມ​ດ້ວຍໜັງສືພິມ Washington Post ຍັງ​ໄດ້​
ລາຍ​ງານວ່າ ​ໂຄງການ​ນຶ່ງ​ອີກຕ່າງຫາກ​ອີກ ທີ່​ຮ້ອງ​ວ່່າ PRISM ໄດ້ອໍານວຍ​ໃຫ້ອົງ
ການ NSA ​ແລະຫ້ອງການສືບສວນກາງ ສະຫະລັດ ຫລື​ FBI ສາມາດ​ເຂົ້າ​ໄປ​ສູ່ ​
server ຂອງບັນດາບໍລິສັດ​ບໍລິການ​ອິນ​ເຕີ​ແນັດທີ່​ສໍາຄັນ​ໆ.

ບັນດາ​ເຈົ້າ​ໜ້າ​ທີ່ສະຫະລັດ ບໍ່​ໄດ້​ປະຕິ​ເສດລາຍ​ງານຂ່າວ​ເຫລົ່າ​ນັ້ນ ​ແລະ​ເວົ້າ​ວ່າ ບໍ່​ມີ​
ໃຜ​ລັກຟັງໂທລະ​ສັບຂອງໃຜ​ໝົດ ​ແລະ​ລາຍ​ລະອຽດ​ທີ່​ເຂົາ​ເຈົ້າ​ເກັບ​ກໍາມາ​ໄດ້ນັ້ນ ​ໄດ້​
ຢຸດ​ຢັ້ງ​ແຜນການ​ກໍ່​ການ​ຮ້າຍ​ ຫລາ​ຍ​ເທຶ່ອ​ແລ້ວ.

ກະ​ຊວງຍຸ​ຕິ​ທໍາສະຫະລັດ ກ່າວ​ວ່າ ຕົນ​ໄດ້​ເປີດ​ສາກ​ທໍາ​ການສືບ​ສວນທາງ​ຄະດີ​ອາຍາ
ກ່ຽວ​ກັບການ​ຮົ່ວ​ໄຫລຂອງ​ຂ່າວ​ນັ້ນ ​ແຕ່​ບໍ່​ໄດ້​ໃຫ້​ລາຍ​ລະ​ອຽດອຶ່ນ​ໃດ.

ທາງ​ດ້ານລັດຖະມົນຕີ​ຕ່າງປະ​ເທດອັງກິດ ທ່ານ​ William Hague ນັ້ນ ກ່າວ​ວ່າ ການ​
ລັກ​ຟັງ​ໂທລະສັບໂດຍ GCHQ ທີ່​ເປັນ​ອົງການ​ປ້ອງ​ກັນ​ຄວາມ​ໝັ້ນຄົງ​ຂອງ​ອັງກິດ​ນັ້ນ
ຖືກ​ຕ້ອງ​ຕາມ​ກົດໝາຍ ​ແລະ​ບໍ່​ເປັນ​ໄພ​ຂົ່ມຂູ່​ຕໍ່​ຄວາມ​ເປັນ​ສ່ວນ​ໂຕ. ​ແຕ່ທ່ານ​ບໍ່ຍອມຮັບ
​ຮູ້​ຫລື​ປະຕິ​ເສດ ​ລາຍ​ງານຂ່າວ​ທີ່​ວ່າ​ທາງ GCHQ ​ໄດ້​ຮັບ​ຂໍ້​ມູນຈາກ​ໂຄງການ​ລັບ​ຂອງ
ອົງການ​ NSA ຂອງ​ສະຫະລັດ.

ເບິ່ງວີດິໂອ​ ທ່ານໂອບາມາກ່າວປ້ອງກັນໂຄງການລັກເກັບກໍາຂໍ້ມູນໂທລະສັບ:

ກ່ຽວຂ້ອງກັນ

XS
SM
MD
LG