ນາຍົກລັດຖະມົນຕີ ອັງກິດ ທ່ານ ໂບຣິສ ຈອນສັນ ໄດ້ກ່າວວ່າ ທ່ານບໍ່ມີທາງເລືອກ ແຕ່
ຈະຮຽກຮ້ອງໃຫ້ມີການເລືອກຕັ້ງກ່ອນກຳນົດ ຫຼັງຈາກກຸ່ມບັນດາສະມາຊິກສະພາຕໍ່ຕ້ານ
ຢູ່ໃນສະພາແຫ່ງຊາດ ຍຶດການຄວບຄຸມ ກ່ຽວກັບ ບັນຫາການແຍກຕົວ ອັງກິດ ອອກ
ຈາກ ສະຫະພາບ ຢູໂຣບ ຫລື Brexit.
ການລົງຄະແນນສຽງ 328 ຕໍ່ 301 ໃນວັນອັງຄານວານນີ້ຢຸ່ໃນສະພາຕ່ຳ ໝາຍຄວາມ
ວ່າບັນດາສະມາຊິກສະພາ ສາມາດນຳເອົາຂໍ້ສະເໜີເປັນທາງການມາໃຊ້ອີກຄັ້ງນຶ່ງ
ເພື່ອເລື່ອນການອອກຈາກສະຫະພາບຢູໂຣບ ຂອງ ອັງກິດ ແລະ ກີດກັ້ນອັນທີ່ຮ້ອງວ່າ
ການອອກໄປ ແບບ “ບໍ່ມີຂໍ້ຕົກລົງ” ຂອງທ່ານ ຈອນສັນ.
ບັນດາສະມາຊິກສະພາທີ່ຄັດຄ້ານກ່າວວ່າ ຄວາມຕັ້ງໃຈຂອງທ່ານ ຈອນສັນ ທີ່ຈະອອກ
ຈາກອີຢູ (EU) ໃນວັນທີ 31 ເດືອນຕຸລາ ເຖິງແມ່ນວ່າຈະບໍ່ມີຂໍ້ຕົກລົງການອອກໄປກັບ
EU ຢູ່ນັ້ນ, ມັນອາດຊີ້ໃຫ້ເຫັນເຖິງຄວາມຫາຍະນະ ສຳລັບເສດຖະກິດຂອງ ອັງກິດ.
ບັນດາສະມາຊິກສະພາຜູ້ຄັດຄ້ານ ລວມມີສະມາຊິກຈາກບັນດາພັກຝ່າຍຄ້ານ ແລະ
ພັກອະນຸລັກນິຍົມຂອງທ່ານ ຈອນສັນ ເອງ.
ສະມາຊິກສະພາຫົວອະນຸລັກນິຍົມ ທ່ານຟິລິບ ລີ ໄດ້ຂ້າມໄປຫາເບື້ອງພັກຝ່າຍຄ້ານ
ຢ່າງວ່ອງໄວໃນວັນອັງຄານວານນີ້ ໂດຍກ່າວວ່າ ລັດຖະບານໄດ້ “ດຳເນີນການ Brexit
ໃນທາງທີ່ບໍ່ມີສິນທຳ, ເຮັດໃຫ້ຊີວິດ ແລະ ການເປັນຢູ່ຕົກຢູ່ໃນຄວາມສ່ຽງ.
ເຖິງແມ່ນວ່າ ຖ້າບັນດາສະມາຊິກສະພາຈະປະສົບຄວາມສຳເລັດໃນການຂັດຂວາງທ່ານ
ຈອນສັນ ກໍຕາມ, ຂັ້ນສຸດທ້າຍຂອງຂະບວນການ Brexit ແມ່ນຍັງໄກຈາກການສິ້ນສຸດ.
ການເລືອກຕັ້ງທີ່ຈະຈັດຂຶ້ນໃນເວລາໃດນຶ່ງຂອງ ປີນີ້ ແມ່ນບິ່ງເບິ່ງຄືວ່າຈະເປັນຜົນທີ່ອອກ
ມາ ຂອງການເຄື່ອນໄຫວທີ່ລຶກລັບຂອງສະພາແຫ່ງຊາດໃນອາທິດນີ້, ອັນທີ່ອາດມີການ
ແຕກແຍກກັນຂອງພັກການເມືອງຫົວອະນຸລັດນິຍົມຫຼາຍພັກຂອງ ອັງກິດ, ພ້ອມກັບອະ
ດີດລັດຖະມົນຕີຫຼາຍຄົນ, ລວມທັງອະດີດຮອງນາຍົກລັດຖະມົນຕີ ກໍ່ຕັ້ງພັກການເມືອງ
ຫົວອະນຸລັກນິຍົມອິດສະຫຼະຕ່າງຫາກ.
ມັນບໍ່ຄ່ອນມັກຈະເກີດຂຶ້ນທີ່ບັນດາພັກຝ່າຍຄ້ານ ຈະພະຍາຍາມເພື່ອຫຼີກລ່ຽງການເລືອກ
ຕັ້ງທົ່ວໄປ, ແຕ່ໃນວັນຈັນທີ່ຜ່ານມາ ບັນດາຄູ່ແຂ່ງຂອງທ່ານ ຈອນສັນ ໄດ້ພົບປະ ແລະ
ຕົກລົງທີ່ເຮັດໃຫ້ການຮັບຜ່ານຮ່າງກົດໝາຍ ເປັນບູລິມະສິດສູງສຸດຂອງເຂົາເຈົ້າ ເພື່ອ
ປ້ອງກັນອັນທີ່ຮ້ອງວ່າ Brexit ແບບບໍ່ມີຂໍ້ຕົກລົງ ແທນທີ່ພະຍາຍາມຂັບໄລ່ລັດຖະບານ
ຫົວອະນຸລັກນິຍົມກຸ່ມນ້ອຍຂອງປະເທດ ແລະ ດຳເນີນການເລືອກຕັ້ງໃໝ່