ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຜູ້ນຳອັງກິດ ແລະບັນດາປະເທດຕາເວັນຕົກ ສົນທະນາກັນ ໃນເລື້ອງ 'ການຄິດບັນຊີ' ຕໍ່ປັກກິງ ຍ້ອນໄວຣັສໂຄໂຣນາ


ນາຍົກລັດຖະມົນຕີ ບໍຣິສ ຈອນສັນ ກ່າວ ໃນລະຫວ່າງ ກອງປະຊຸມຖະແຫລງຂ່າວ ກ່ຽວກັບ ສະຖານະການຕໍ່ເນື່ອງ ຂອງໄວຣັສໂຄໂຣນາ (COVID-19) ໃນນະຄອນຫຼວງ ລອນດອນ, ອັງກິດ ເມື່ອວັນທີ 16 ມີນາ 2020. Richard Pohle/Pool via REUTERS
ນາຍົກລັດຖະມົນຕີ ບໍຣິສ ຈອນສັນ ກ່າວ ໃນລະຫວ່າງ ກອງປະຊຸມຖະແຫລງຂ່າວ ກ່ຽວກັບ ສະຖານະການຕໍ່ເນື່ອງ ຂອງໄວຣັສໂຄໂຣນາ (COVID-19) ໃນນະຄອນຫຼວງ ລອນດອນ, ອັງກິດ ເມື່ອວັນທີ 16 ມີນາ 2020. Richard Pohle/Pool via REUTERS

ການລະບາດຂອງໄວຣັສໂຄໂຣນາໃນທົ່ວໂລກ ອາດກະຕຸ້ນອັງກິດ ໃຫ້ລົ້ມເລີກຂໍ້ຕົກລົງ
ກັບ ບໍລິສັດໂທລະຄົມຍັກໃຫຍ່ຂອງຈີນ ຮົວເຫວີຍ (Huawei) ທີ່ເກີດບັນຫາຖົກຖຽງກັນ
ມາແລ້ວນັ້ນ ຊຶ່ງເປັນການຕອບໂຕ້ຄືນ ສຳລັບການເຜີຍແຜ່ຂໍ້ມູນທີ່ຜິດໂດຍປັກກິງ ກ່ຽວ
ກັບຕົ້ນກຳເນີດຂອງໄວຣັສໂຄວິດ-19 ແລະສຳລັບການປົກປິດລະດັບຄວາມຮ້າຍແຮງ
ແລະການຕິດແປດຂອງພະຍາດດັ່ງກ່າວນັ້ນ ອີງຕາມການກ່າວຂອງບັນດາເຈົ້າໜ້າທີ່
ອັງກິດ.

ບັນດາເຈົ້າໜ້າທີ່ຢູ່ທຳນຽບນາຍົກລັດຖະມົນຕີ ຫຼືທີ່ຮູ້ຈັກກັນໃນຊື່ Downing Street
ນັ້ນ ກ່າວວ່າ ປັກກິ່ງ ຄວນປະເຊີນກັບ “ການຖືກຄິດບັນຊີຄືນ” ຍ້ອນໄວຣັສໂຄໂຣນາ
ຊຶ່ງຕອນທຳອິດທີ່ໄດ້ເກີດຂຶ້ນຢູ່ໃນເມືອງວູຮານຂອງຈີນ ໃນທ້າຍປີກາຍນີ້.

ໃນຂະນະທີ່ຈຳນວນການເສຍຊີວິດ ຈາກໄວຣັສໂຄວິດ-19 ເພີ້ມສູງຂຶ້ນເລື້ອຍໆຢູ່ໃນ
ອັງກິດ ບັນດາລັດຖະມົນຕີປະຈຳຄະນະລັດຖະບານຈຳນວນນຶ່ງ ແມ່ນຮຽກຮ້ອງຕໍ່ນາຍົກ
ລັດຖະມົນຕີ ບໍຣິສ ຈອນສັນ ໃຫ້ຕ່າວປີ້ນການຕັດສິນໃຈຂອງທ່ານ ເພື່ອອະນຸຍາດໃຫ້
ບໍລິສັດຮົວເຫວີຍ ສ້າງເຄືອຂ່າຍດ້ານໂທລະຄົມລະບົບ 5G ໃໝ່ສ່ວນນຶ່ງຂອງອັງກິດ
ຊຶ່ງເປັນການຕັດສິນໃຈ ທີ່ສະຫະລັດ ໄດ້ພະຍາຍາມຊັກຊວນບໍ່ໃຫ້ເຮັດ ບົນພື້ນຖານ
ດ້ານຄວາມໝັ້ນຄົງ ກ່ອນໜ້າທີ່ໄວຣັສດັ່ງກ່າວ ຈະປາກົດອອກມາ.

ໜັງສືພິມຂອງອັງກິດຫຼາຍສະບັບ ໄດ້ລາຍງານວ່າ ທ່ານຈອນສັນ ກຳລັງມີທ່າອ່ຽງໃນ
ການຕ່າວປີ້ນ ການຕັດສິນໃຈຂອງທ່ານ ກ່ຽວກັບການມີສ່ວນຮ່ວມຂອງບໍລິສັດຮົວເຫວີຍ.

ຄວາມໂກດແຄ້ນຕໍ່ລັດຖະບານ ປັກກິງ ກໍໄດ້ເດືອດຂຶ້ນຢູ່ໃນນະຄອນຫຼວງລອນດອນ
ແລະຢູ່ນະຄອນຫຼວງຂອງປະເທດຕາເວັນຕົກອື່ນໆເປັນເວລາຫຼາຍອາທິດຜ່ານມາແລ້ວ
ແລະໃນຂະນະທີ່ປະເຊີນກັບບັນຫາດັ່ງກ່າວນັ້ນ ລັດຖະບານຄອມມິວນິສຂອງຈີນ ພຽງ
ແຕ່ເລີ້ມພະຍາຍາມຖິ້ມໂທດໃສ່ ຄະນະຜູ້ແທນ ດ້ານກິລາຂອງກອງທັບບົກສະຫະລັດ
ທີ່ໄປຢ້ຽມຢາມເມືອງວູຮານ ສຳລັບການແຜ່ລະບາດນັ້ນ ຊຶ່ງເປັນສ່ວນນຶ່ງຂອງການປຸຸກ
ລະດົມໂດຍພວກນັກໂຄສະນາຊວນເຊື່ອຂອງຈີນ ເພື່ອເຜີຍແຜ່ທິດສະດີສົມຮູ້ຮ່ວມຄິດ
ຕ່າງໆນາໆ ເຮັດໃຫ້ສະຫະລັດ ຂາດຄວາມເຊື່ອຖື ໂດຍພວກນັກຊ່ຽວຊານດ້ານໄວຣັສ
ແລະພະຍາດລະບາດທັງຫຼາຍ.

ບັນດາເຈົ້າໜ້າທີ່ຂອງອັງກິດແລະອາເມຣິກາ ກ່າວວ່າ ປັກກິ່ງ ປາກົດວ່າມຸ້ງໝັ້ນທີ່ຈະ
ຫລີກເວັ້ນເລື້ອງການວິພາກວິຈານຂອງມະຫາຊົນ ກ່ຽວກັບການປະຕິເສດທີ່ຈະຄວບຄຸມ
ຕະຫຼາດສົດ ມາເປັນເວລາຫຼາຍປີມາແລ້ວນັ້ນ ບ່ອນທີ່ພວກສັດທັງຫລາຍທີ່ຍັງມີຊີວິດ
ປະກອບດ້ວຍ ແມວ ໝາ ປາ ກະຕ່າຍ ແລະເຈຍ ແມ່ນຖືກວາງຂາຍ. ໄວຣັສໂຄໂຣນາ
ຄາດກັນວ່າ ມີຕົ້ນກຳເນີດຢູ່ໃນຕະຫຼາດສົດຂອງເມືອງວູຮານ ໂດຍທີ່ມີການເຕັ້ນຈາກສັດ
ຊຶ່ງເປັນໄປໄດ້ສູງທີ່ສຸດ ແມ່ນເຈຍ ຫຼື ລິ່ນ ໄປຫາຄົນ.

ອັນນັ້ນ ໄດ້ກໍ່ໃຫ້ເກີດມີການແຜ່ລະບາດ ທີ່ດຽວນີ້ ໄດ້ກະຈາຍໄປສີ່ມຸມຂອງໂລກ ໂດຍ
ໄດ້ ເຮັດໃຫ້ປະຊາກອນຫຼາຍກວ່າ 45,000 ຄົນເສຍຊີວິດແລະໄດ້ຕິດແປດ ຫຼາຍກວ່າ
900,000 ຄົນ ພ້ອມກັນນັ້ນ ຍັງໄດ້ສົ່ງຜົນໃຫ້ເກີດວິກິດການດ້ານເສດຖະກິດທີ່ບໍ່ເຄີຍມີ
ມາກ່ອນ ແລະໄດ້ປ່ຽນແປງຊີວິດການເປັນຢູ່ແຕ່ລະວັນນຳດ້ວຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

The coronavirus pandemic may prompt Britain to abandon an already contentious deal with Chinese telecom giant Huawei — retaliation, officials say, for the spreading of disinformation by Beijing about the origins of the COVID-19 virus and for obfuscating the scale and infectiousness of the disease.

Downing Street officials say Beijing should face a “reckoning” over the coronavirus, which first emerged in the Chinese city of Wuhan late last year.

As the death toll from COVID-19 increases in Britain, several Cabinet ministers are urging Prime Minister Boris Johnson to reverse his decision to allow the Chinese firm Huawei to build part of Britain’s new 5G telecom network, a decision the U.S. lobbied against on security grounds before the virus appeared.

Several British newspapers have reported that Johnson is leaning toward reversing his decision on Huawei’s participation.

Anger toward the Beijing government has been boiling in London and other Western capitals for weeks and has only mounted in the face of the communist government’s attempts to blame a U.S. Army sports delegation to the city of Wuhan for the outbreak, part of a campaign by Chinese propagandists to spread conspiracy theories discredited by authoritative virologists and epidemiologists.

British and American officials say Beijing seems determined to avoid addressing public criticism of its refusal for years to regulate wet markets, where live animals, including cats, dogs, fish, rabbits and bats are sold. The coronavirus is suspected of having originated in a Wuhan wet market, jumping from an animal, most likely a bat or pangolin, to a person.

That sparked the pandemic that has now spread to the four corners of the globe, killing so far more than 45,000 people and infecting more than 900,000 people as well as prompting an unprecedented economic crisis and transforming daily life.

XS
SM
MD
LG