ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ນາ​ຍົກ ອັງ​ກິດ ປະ​ສົບ​ຄວາມ​ຜ່າຍ​ແພ້ ອີກ​ຄັ້ງ ກ່ຽວ​ກັບ ແຜນ​ການ ເບ​ຣັກ​ຊິດ


ຜູ້​ປະ​ທ້ວງ​ຕໍ່​ຕ້າ ເບ​ຣັກ​ຊິດ ປະ​ທ້ວງ​ຢູ່ນອກ​ສະ​ພາ​ແຫ່ງ​ຊາດ ໃນ​ນະ​ຄອນຫຼວງ ລອນດອນ, ອັງ​ກິດ. 4 ກັນ​ຍາ, 2019. REUTERS/Henry Nicholls
ຜູ້​ປະ​ທ້ວງ​ຕໍ່​ຕ້າ ເບ​ຣັກ​ຊິດ ປະ​ທ້ວງ​ຢູ່ນອກ​ສະ​ພາ​ແຫ່ງ​ຊາດ ໃນ​ນະ​ຄອນຫຼວງ ລອນດອນ, ອັງ​ກິດ. 4 ກັນ​ຍາ, 2019. REUTERS/Henry Nicholls

ນາ​ຍົກ​ລັດ​ຖະ​ມົນ​ຕີ ອັງ​ກິດ ທ່ານ ບໍ​ຣິ​ສ ຈອນ​ສັນ ໄດ້​ປະ​ສົບ​ຄວາມ​ລົ້ມ​ແຫຼວ​ອີກ​ຄັ້ງ​ນຶ່ງ
ໃນວັນພຸດວານນີ້ ເມື່ອສະພາຕ່ຳໄດ້ລົງຄະແນນສຽງສະໜັບສະໜູນມາດຕະການນຶ່ງທີ່
ບັງຄັບໃຫ້ລັດຖະບານ ຂໍສະຫະພາບຢູໂຣບ ເພື່ອເລື່ອນການແຍກຕົວຂອງ ອັງກິດ
ອອກຈາກ ຢູໂຣບ ອອກໄປອີກສາມເດືອນ ຖ້າບໍ່ມີຂໍ້ຕົກລົງການຖອນຕົວກ່ອນຂີດເສັ້ນ
ຕາຍວັນທີ 31 ຕຸລາຂອງທ່ານ ຈອນສັນ. ມາດຕະການດັ່ງກ່າວ ຕອນນີ້ໄດ້ໄປເຖິງສະ
ພາສູງຂອງ ສະພາແຫ່ງຊາດແລ້ວ.

ນີ້​ແມ່ນ​ການ​ຜ່າຍ​ແພ້ ກ່ຽວ​ກັບ ເບ​ຣັກ​ຊິດ ຄັ້ງ​ໃຫຍ່​ເປັນ​ເທື່ອ​ທີ​ສອງ​ຂອງ​ທ່ານ ຈອນ​ສັນ
ໃນຮອບສອງມື້.

ບັນ​ດາ​ນັກ​ການ​ເມືອງ​ຫົວ​ອະ​ນຸ​ລັກ​ນິ​ຍົມ​ ໄດ້​ເຂົ້າ​ຮ່ວມ​ກັບ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ຝ່າຍ​
ຄ້ານໃນວັນອັງຄານທີ່ຜ່ານມາ ໃນການລົງຄະແນນສຽງ ເພື່ອຍຶດບັນຫາ ເບຣັກຊິດ
ຈາກທ່ານ ຈອນສັນ.

ທ່ານນັກ​ຍົກ​ລັດ​ຖະ​ມົນ​ຕີ​ກ່າວ​ວ່າ ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ໄດ້​ຍາດ​ເອົາ​ຄວາມ​ສາ​ມາດ​
ຂອງທ່ານທີ່ຈະເຈລະຈາກັບ ສະຫະພາບ ຢູໂຣບ ໄປ.

ທ່ານ ຈອນ​ສັນ ໄດ້​ກ່າວ​ໃນ​ວັນ​ພຸດ​ວານນີ້​ວ່າ “ມັນ​ແມ່ນ​ຮ່າງ​ກົດ​ໝາຍ​ທີ່ບໍ່​ມີ​ແບບ​ຢ່າງ​ມາ​
ກ່ອນໃນປະຫວັດຂອງສະພານີ້, ທີ່ພະຍາຍາມດັ່ງກັບທີ່ເຂົາເຈົ້າໄດ້ເຮັດ ເພື່ອບັງຄັບນາ
ຍົກລັດຖະມົນຕີ ດ້ວຍຈົດໝາຍທີ່ຖືກຮ່າງຂຶ້ນມາລ່ວງໜ້າ ເພື່ອ ຍອມຈຳນົນໃນການເຈ
ລະຈາສາກົນ.”

ທ່ານ​ໄດ້​ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ປະ​ຕິ​ເສດ​ທີ່​ຈະ​ເຮັດ​ແນວນີ້, ສະ​ພາ​ນີ້​ບໍ່​ໄດ້​ປ່ອຍທາງ​ເລືອກ​
ອື່ນໄວ້ໃຫ້ ນອກຈາກໃຫ້ສາທາລະນະເປັນຜູ້ຕັດສິນວ່າ ເຂົາເຈົ້າຢາກໃຫ້ຜູ້ໃດເປັນນາ
ຍົກລັດຖະມົນຕີ.”

ທ່ານ ຈອນ​ສັນ ໄດ້​ກ່າວ​ວ່າ ທ່ານ​ຈະ​ສະ​ເໜີ​ວັນ​ທີ 15 ຕຸ​ລາ ເປັນ​ວັນ​ສຳ​ລັບ​ການ​ເລືອກ​
ຕັ້ງໃໝ່, ແຕ່ມັນບໍ່ແນ່ນອນວ່າ ຂໍ້ສະເໜີດັ່ງກ່າວຈະຖືກຮັບຜ່ານຫຼືບໍ່. ທ່ານຈະຕ້ອງ
ການໆໜູນຫຼັງ ສອງສ່ວນສາມ ໂດຍສະມາຊິກສະພາແຫ່ງຊາດຂອງ ອັງກິດ 650 ຄົນ
ເພື່ອເຮັດໃຫ້ເກີດການເລືອກຕັ້ງນັ້ນ.

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ໄດ້​ສະ​ແດງ​ຄວາມ​ໝັ້ນ​ໃຈ​ໃນ​ທ່ານ
ຈອນສັນ ໂດຍເວົ້າວ່າ “ທ່ານຮູ້ວິທີເອົາຊະນະ.” ທ່ານໄດ້ກ່າວຕື່ມວ່າ “ບໍ່ຕ້ອງເປັນຫ່ວງ
ກ່ຽວກັບລາວ. ລາວຈະບໍ່ເປັນຫຍັງດອກ.”

ບັນ​ດາ​ນັກ​ເສດ​ຖະ​ສ​າດ​ຂອງ ອັງ​ກິດ ເວົ້າ​ວ່າ ການ​ອອກ​ຈາກ ສະ​ຫະ​ພາບ ຢູ​ໂຣບ ໂດຍ
ບໍ່ມີຂໍ້ຕົກລົງ ຈະກໍ່ໃຫ້ເກີດຄວາມຫາຍະນະຕໍ່ເສດຖະກິດ ອັງກິດ ແລະ ອາດນຳໄປສູ່
ພາວະເສດຖະກິດຕົກຕ່ຳ.

British Prime Minister Boris Johnson suffered another blow Wednesday when the House of Commons voted in favor of a measure forcing the government to ask the EU to delay Brexit another three months if there is no exit deal by Johnson's October 31 deadline. The measure now goes to Parliament's upper chamber, the House of Lords.

This was Johnson's second major Brexit defeat in two days.

A number of Conservatives joined opposition lawmakers Tuesday in voting to seize the Brexit matter from Johnson.

The prime minister says lawmakers have taken away his ability to be able to negotiate with the EU.

"It's therefore a bill without precedent in the history of this house, seeking as it does to force the prime minister with a pre-drafted letter to surrender in international negotiations," Johnson said Wednesday.

"I refuse to do this...this house has left no other option than letting the public decide who they want as prime minister."

Johnson says he will propose October 15 as the date for a new election, but it is uncertain whether the motion will pass. He would need the backing of two-thirds of Britain's 650 members of Parliament to trigger a poll.

U.S. President Donald Trump expressed confidence in Johnson, saying "he knows how to win." He added, "Don't worry about him. He's going to be ok."

British economists say leaving the EU without a deal would create havoc to the British economy and possibly bring on a recession.

XS
SM
MD
LG