ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໑ ມີນາ ໒໐໒໓

ອັງກິດຈະສະເໜີ ຍັດຕິປະນາມຊີເຣຍ ຕໍ່ສະພາຄວາມໝັ້ນຄົງ ສປຊ (ວີດີໂອ/ສະໄລດ໌)


ລມຕ ປ້ອງກັນປະເທດອັງກິດ ທ່ານ Philip Hammond (ຂວາ) ແລະນາຍພົນ Nick Houghton ຜູ້ບັນຊາການກອງທັບອັງກິດ ອອກມາຈາກສໍານັກງານນາຍົກອັງກິດ ທີ່ 10 Downing St. ຫລັງກອງປະຊຸມເລື້ອງຄວາມປອດໄພ, ວັນທີ 28 ສິງຫາ 2013.
ອັງກິດ​ກ່າວ​ວ່າ ຕົນ​ວາງ​ແຜນ​ທີ່​ຈະນໍາ​ສະ​ເໜີ​ຕໍ່ສະພາ​
ຄວາມໝັ້ນ​ຄົງສະຫະປະຊາຊາດ​ໃນ​ວັນພຸດ​ມື້​ນີ້ ຍັດຕິ
​ນຶ່ງທີ່​ປະນາມ​ການ​ນໍາ​ໃຊ້ອາວຸດເຄມີໂຈມຕີຂອງກອງ​
ກໍາລັງ​ຊີ​ເຣຍ ​ແລະ​ອະນຸຍາດ​ໃຫ້​ນໍາ​ໃຊ້​ທຸກ “​ມາດຕ​ະ
ການ​ທີ່​ຈໍາ​ເປັນ​ ​ເພື່ອ​ປົກ​ປ້ອງພົນລະ​ເຮືອນ.”


ທີ​ມງານກວດກາຂອງສະຫະປະຊາຊາດ ທີ່​ທໍາ​ການສືບ
ສວນ​ກ່ຽວ​ກັບ​ການ​ໂຈມ​ຕີ​ດັ່ງກ່າວໃກ້ໆ​ກັບກຸງດາມັ​ສກັສ
​ໄດ້​ກັບ​ໄປປະຕິບັດ​ຄືນ​ອີກ​ໃນ​ວັນ​ພຸດ​ມື້​ນີ້ ນຶ່ງ​ມື້​ຫຼັງຈາກ
ໄດ້​ໂຈະ​ການ ປະຕິບັດງານໄວ້ ຍ້ອນ​ຄວາມ​ເປັນ​ຫ່ວງ​
ດ້ານ​ຄວາມ​ປອດ​ໄພ.

ເລຂາທິການ​ໃຫຍ່ອົງການສະຫະປະຊາຊາດ ທ່ານ Ban Ki-moon ​ໄດ້​ຮຽກຮ້ອງ​ໃຫ້
ສະພາ​ຄວາມໝັ້ນ​ຄົງສະຫະປະຊາຊາດ ​ຊອກ​ຫາຄວາມເປັນ​ເອກະ​ພາບ​ກັນ ກ່ຽວ​ກັບ
ສະຖານະ​ການໃນຊີ​ເຣຍນັ້ນ ​ແລະວ່າ ຄະນະກວດກາຂອງສະຫະປະຊາຊາດຕ້ອງການ
ເວລາ ຕື່ມ​ອີກ ​ເພື່ອ​ປະຕິບັດ​ພາລະກິດ​ຂອງ​ຕົນ.




ທ່ານ Ban ​ໄດ້ກ່າວ​ຢູ່​ໃນ​ຄໍາ​ປາ​ໄສ​ທີ່​ນະຄອນ Hague ໃນ​ວັນພຸດ​ມື້​ນີ້ວ່າ “ຄວາມ​ຮຸນ​ແຮງ
​ທີ່​ເກີດ​ຂຶ້ນ​ຫລ້າ​ສຸດ​ໃນ​ຊີ​ເຣຍ​ນັ້ນ​ ໄດ້ເຮັດ​ໃຫ້​ມີ​ຜູ້​ຄົນ​ບາດ​ເຈັບ​ລົ້ມ​ຕາຍ​ເປັນ​ຈໍານວນ​ຫຼວງ
​ຫຼາຍ ທີ່​ມີ​ພາບ​ສະຍົດ​ສະຫຍອງ​ແບບທີ່ໂລກ​ບໍ່​ເຄີຍ​ເຫັນມາ​ກ່ອນ​ ໃນ​ສັດຕະວັດ​ນີ້.
ທ່ານ​ໄດ້​ກ່າວ​ຕິຕຽນ​ຢ່າງ​ແຮງ​ ​ຕໍ່ການ​ໃຊ້ອາວຸດເຄມີ ​ໂດຍ​ກ່າວ​ວ່າ ການໃຊ້​ອາວຸດດັ່ງກ່າວ
​ ບໍ່​ວ່າ​ໃນ​ຕອນ​ໃດ ແລະ​ໃນ​ສະຖານະ​ການ​ໃດກໍຕາມ ​ແມ່ນ​ຈະເປັນ​ການ​ລະ​ເມີດຕໍ່​ກົດ
ໝາຍ​ສາກົນຢ່າງ​ຮ້າຍ​ແຮງ.”

ຊີ​ເຣຍ​ໄດ້ປະຕິເສດວ່າ ຕົນ​ບໍ່​ໄດ້ໃຊ້ອາວຸດເຄມີ​ໃນ​ການ​ໂຈມ​ຕີ.

syria
please wait
Embed

No media source currently available

0:00 0:02:58 0:00

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG